Skip to content
Opens in a new window
Listen to this chapter • 9:06

[1] ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນທີ່ນັ້ນ​ຢາກ​ຂ້າ​ພຣະອົງ.

[2] ເທດສະການ​ປຸກຕູບຢູ່​ຂອງ^ຊາວ​ຢິວ​ກໍ​ໃກ້​ເຂົ້າ​ມາ​ແລ້ວ

[3] ພວກ​ນ້ອງຊາຍ​ຂອງ^ພຣະອົງ​ຈຶ່ງ​ບອກ​ພຣະອົງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້ ແລະ​ໄປ​ຍັງ​ແຂວງ​ຢູດາຍ ເພື່ອ​ວ່າ​ພວກ​ທີ່​ຕິດຕາມ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.

[4] ເພາະ​ບໍ່ມີ​ຜູ້ໃດ​ປິດບັງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ​ຢູ່ ຖ້າ​ຜູ້ນັ້ນ​ຕ້ອງການ​ໃຫ້​ຄົນ​ຮູ້ ໃນ​ເມື່ອ​ເຈົ້າ​ເຮັດ​ການ​ເຫລົ່ານີ້​ຢູ່ ຈົ່ງ​ສະແດງ​ໃຫ້​ໂລກ​ຮູ້​ເຈົ້າ​ສາ” (

[5] ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ^ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).

[6] ພຣະເຢຊູເຈົ້າ​ຊົງ​ບອກ​ພວກເຂົາ​ວ່າ, “ເວລາ​ກຳນົດ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ​ເທື່ອ ແຕ່​ເວລາ​ຂອງ^ພວກເຈົ້າ​ແລ້ວ ແມ່ນ​ມີ​ຢູ່​ສະເໝີ.

[7] ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ວ່າ​ມັນ​ກຽດຊັງ​ເຮົາ ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ^ໂລກ​ນັ້ນ​ຊົ່ວຮ້າຍ.

[8] ໃຫ້​ພວກເຈົ້າ​ພາກັນ​ໄປ​ເທດສະການ​ສາ ເຮົາ​ຍັງ​ບໍ່​ໄປ ໃນ​ເທດສະການ​ນັ້ນ​ເທື່ອ ເພາະ​ເວລາ​ເໝາະ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ.”

[9] ເມື່ອ​ເວົ້າ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ຢູ່​ໃນ​ແຂວງ​ຄາລີເລ​ຕໍ່ໄປ.

[10] ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ^ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເທດສະການ​ນັ້ນ​ແລ້ວ ພຣະອົງ​ກໍ​ໄປ​ເໝືອນກັນ ພຣະອົງ​ໄປ​ຢ່າງລັບ​ໂດຍ​ບໍ່​ເປີດເຜີຍ.

[11] ສ່ວນ​ພວກ​ເຈົ້າໜ້າທີ່​ຢິວ​ກໍ​ຊອກ​ຫາ​ພຣະອົງ​ໃນ​ເທດສະການ​ນັ້ນ ພວກເຂົາ​ຖາມ​ວ່າ, “ຄົນ​ນັ້ນ​ຢູ່​ໃສ?”

[12] ປະຊາຊົນ​ໄດ້​ຊິ່ມກັນ​ເຖິງ​ເລື່ອງ​ຂອງ^ພຣະອົງ​ບາງຄົນ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ.” ແຕ່​ຄົນອື່ນ​ພັດ​ເວົ້າ​ວ່າ, “ບໍ່ແມ່ນ​ດອກ ລາວ​ຫລອກ​ປະຊາຊົນ​ໃຫ້​ຫລົງ​ຜິດ​ໄປ​ຊື່ໆ.”

[13] ແຕ່​ບໍ່ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ^ພຣະອົງ​ຢ່າງ​ເປີດເຜີຍ ເພາະ​ຢ້ານ​ເຈົ້າໜ້າທີ່​ຢິວ.

[14] ພໍ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງ​ໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ໄດ້​ສັ່ງສອນ​ຢູ່​ທີ່​ນັ້ນ.

[15] ພວກ​ເຈົ້າໜ້າທີ່​ຢິວ​ປະຫລາດ^ໃຈ​ຢ່າງ​ໃຫຍ່​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ​ຄົນ​ນີ້​ຈຶ່ງ​ຮູ້​ກົດບັນຍັດ​ຫລາຍ​ແທ້ ທັງໆ​ທີ່​ລາວ​ບໍ່ເຄີຍ​ໄດ້​ຮໍ່າຮຽນ​ຈັກເທື່ອ?”

[16] ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ສັ່ງສອນ​ບໍ່ແມ່ນ​ຂອງເຮົາ ແຕ່​ແມ່ນ​ຄຳສັ່ງສອນ​ຈາກ​ພຣະເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.

[17] ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ^ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.

[18] ຜູ້ໃດ​ທີ່​ເວົ້າ​ຕາມໃຈຊອບ​ຂອງ^ຕົນເອງ ຜູ້ນັ້ນ​ກໍ​ສະແຫວງ​ຫາ​ກຽດ​ສຳລັບ​ຕົນເອງ ແຕ່​ທ່ານ​ຜູ້​ທີ່​ສະແຫວງ​ຫາ​ກຽດ​ຂອງ^ພຣະອົງ ຜູ້​ທີ່​ໄດ້​ໃຊ້​ຕົນ​ມາ ຜູ້ນັ້ນ^ແຫລະ ເປັນ​ຄົນ​ຈິງ​ແລະ​ບໍ່ມີ​ອະທຳ​ໃນ​ຕົວ.

[19] ໂມເຊ​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ່ແມ່ນ​ບໍ? ແລະ​ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ທີ່​ຈະ​ຂ້າ​ເຮົາ?”

[20] ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ຊອກ​ຫາ​ຈະ​ຂ້າ​ເຈົ້າ?”

[21] ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ພຽງ​ຢ່າງ​ດຽວ ພວກເຈົ້າ​ທຸກຄົນ​ກໍ​ປະຫລາດ^ໃຈ​ແລ້ວ.

[22] ໂມເຊ​ໄດ້​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ພິທີຕັດ​ແກ່​ພວກ​ລູກຊາຍ​ຂອງ^ພວກເຈົ້າ (ຄຳສັ່ງ​ນັ້ນ​ບໍ່ແມ່ນ​ຂອງ^ໂມເຊ, ແຕ່​ແມ່ນ​ປູ່ຍ່າຕາຍາຍ​ຂອງ^ພວກເຈົ້າ​ເປັນ​ຜູ້​ເລີ່ມ​ເຮັດ) ແລະ ພວກເຈົ້າ​ໄດ້​ເຮັດ​ພິທີຕັດ​ໃຫ້​ເດັກຊາຍ​ໃນ​ວັນ^ຊະບາໂຕ.

[23] ຖ້າ​ເດັກຊາຍ​ຄົນ​ໜຶ່ງ​ຮັບ​ພິທີຕັດ​ໃນ​ວັນ^ຊະບາໂຕ ເພື່ອ​ວ່າ ບໍ່​ໃຫ້​ເປັນ​ການ​ລ່ວງ​ລະເມີດ​ກົດບັນຍັດ​ຂອງ^ໂມເຊ ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໂກດຮ້າຍ​ໃຫ້​ເຮົາ ເມື່ອ​ເຮົາ​ຊົງ​ໂຜດ​ຄົນ​ໃຫ້​ຫາຍ​ພະຍາດ​ໃນ​ວັນ^ຊະບາໂຕ?

[24] ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”

[25] ຊາວ​ນະຄອນ​ເຢຣູຊາເລັມ​ບາງຄົນ​ໄດ້​ເວົ້າ​ວ່າ, “ບໍ່ແມ່ນ​ຊາຍ​ຜູ້​ນີ້​ບໍ ທີ່​ພວກ​ເຈົ້າໜ້າທີ່​ກຳລັງ​ຊອກ​ຫາ​ເພື່ອ​ຈະ​ຂ້າ?

[26] ເບິ່ງແມ! ລາວ​ກຳລັງ​ເວົ້າ​ຢ່າງ​ເປີດເຜີຍ ແຕ່​ພວກເຂົາ​ບໍ່​ກ້າ​ເວົ້າ​ຫຍັງ​ເພື່ອ​ຕໍ່ສູ້​ລາວ. ເປັນ​ໄປ​ໄດ້​ບໍ ທີ່​ພວກເຂົາ​ຮູ້ຈັກ​ຄັກ​ວ່າ ລາວ​ເປັນ​ພຣະຄຣິດ?

[27] ເມື່ອ​ພຣະຄຣິດ​ມາ​ປາກົດ ບໍ່ມີ​ຜູ້ໃດ​ຮູ້​ບ່ອນ​ທີ່​ພຣະອົງ​ມາ ແຕ່​ພວກເຮົາ​ທຸກຄົນ​ຮູ້​ວ່າ ຊາຍ​ຄົນ​ນີ້​ມາ​ແຕ່​ໃສ.”

[28] ໃນ​ຂະນະທີ່​ພຣະເຢຊູເຈົ້າ​ຊົງ​ສັ່ງສອນ​ຢູ່​ໃນ​ພຣະວິຫານ​ນັ້ນ ພຣະອົງ​ກ່າວ​ດ້ວຍ​ສຽງດັງ​ວ່າ, “ສ່ວນ​ເຮົາ ເຈົ້າ^ທັງຫລາຍ​ກໍ​ຮູ້ຈັກ ທັງ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ ເຮົາ​ບໍ່ໄດ້​ມາ​ດ້ວຍ​ລຳພັງໃຈ​ຂອງເຮົາ​ເອງ ແຕ່​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດຈິງ, ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ

[29] ແຕ່​ເຮົາ​ຮູ້ຈັກ​ພຣະອົງ ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ​ແມ່ນ​ພຣະອົງ​ນີ້​ແຫລະ​ໄດ້​ໃຊ້​ເຮົາ​ມາ.”

[30] ແລ້ວ​ພວກເຂົາ​ກໍ​ຊອກ​ຫາ​ທາງ​ຈັບ​ພຣະອົງ, ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ​ໄດ້ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ^ພຣະອົງ​ເທື່ອ.

[31] ແຕ່​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ໄດ້​ຮັບ​ເຊື່ອ​ໃນ​ພຣະອົງ ແລະ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດ​ສະເດັດ​ມາ​ນັ້ນ ເພິ່ນ​ຈະ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຫລາຍກວ່າ​ຜູ້​ນີ້​ເຮັດ​ບໍ?”

[32] ເມື່ອ​ພວກ​ຟາຣີຊາຍ​ໄດ້ຍິນ​ປະຊາຊົນ​ຊິ່ມ​ກັນ ເຖິງ​ເລື່ອງ​ພຣະເຢຊູເຈົ້າ ພວກເຂົາ​ແລະ​ພວກ​ຫົວໜ້າ​ປະໂຣຫິດ ກໍ​ໃຊ້​ທະຫານ​ໄປ​ຈັບ​ພຣະອົງ.

[33] ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ ແລ້ວ​ເຮົາ​ກໍ​ຈະ​ກັບ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.

[34] ພວກເຈົ້າ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ເພາະ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ໄປ​ບໍ່ໄດ້.”

[35] ພວກ​ເຈົ້າໜ້າທີ່​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ຍັງ​ເມືອງ​ຕ່າງໆ​ຂອງ^ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ^ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?

[36] ລາວ​ບອກ​ວ່າ, ‘ພວກເຮົາ​ຈະ​ຊອກ​ຫາ​ລາວ ແຕ່​ຈະ​ບໍ່​ພົບ​ລາວ ບ່ອນ​ທີ່​ລາວ​ໄປ​ນັ້ນ​ພວກເຮົາ​ໄປ​ບໍ່ໄດ້,’ ສິ່ງ​ທີ່​ລາວ​ເວົ້າ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ?”

[37] ໃນ​ວັນ​ສຸດທ້າຍ ຊຶ່ງ​ເປັນ​ວັນ​ສຳຄັນ​ຂອງ^ເທດສະການ ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ຮ້ອງ​ດັງໆ​ວ່າ, “ຖ້າ​ຜູ້ໃດ​ຫິວນໍ້າ​ໃຫ້​ມາ​ຫາ​ເຮົາ​ແລະ​ດື່ມ.”

[38] ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້ໃດ​ທີ່​ເຊື່ອວາງໃຈ​ໃນ​ເຮົາ ແມ່ນໍ້າ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້ນັ້ນ.”

[39] ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ​ໝາຍ​ເຖິງ​ພຣະວິນຍານ ຊຶ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ ໃນ​ເວລາ​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ ຍັງ​ບໍ່ໄດ້​ປະທານ​ໃຫ້​ເທື່ອ ເພາະ​ພຣະເຢຊູເຈົ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ສະຫງ່າຣາສີ.

[40] ເມື່ອ​ປະຊາຊົນ​ບາງຄົນ​ໄດ້ຍິນ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ, ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ຊາຍ​ຄົນ​ນີ້​ເປັນ​ຜູ້ທຳນວາຍ”

[41] ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ເປັນ​ພຣະຄຣິດ.” ແຕ່​ຄົນອື່ນ​ເວົ້າ​ອີກ​ວ່າ, “ພຣະຄຣິດ​ຄົງ​ບໍ່​ມາ​ຈາກ​ຄາລີເລ”

[42] ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ^ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ^ເມືອງນອນ​ຂອງ^ດາວິດ.”

[43] ເຫດສະນັ້ນ ປະຊາຊົນ​ຈຶ່ງ​ມີ​ຄວາມ^ເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ພຣະເຢຊູເຈົ້າ.

[44] ບາງຄົນ​ໃນ​ພວກເຂົາ​ຄິດ​ຢາກ​ຈັບ​ພຣະອົງ ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ.

[45] ເມື່ອ​ພວກ​ທະຫານ​ກັບຄືນ​ມາ​ແລ້ວ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ຟາຣີຊາຍ​ໄດ້​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຈັບ​ມັນ​ມາ?”

[46] ພວກ​ທະຫານ​ຕອບ​ວ່າ, “ບໍ່ເຄີຍ​ເຫັນ​ຜູ້ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກເທື່ອ.”

[47] ພວກ​ຟາຣີຊາຍ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ກໍໄດ້​ຖືກ​ລາວ​ຊັກຈູງ​ໃຫ້​ຫລົງ​ຜິດ​ຊັ້ນບໍ?

[48] ມີ​ຜູ້ໃດ​ໃນ​ພວກ​ເຈົ້າໜ້າທີ່ ຫລື​ພວກ​ຟາຣີຊາຍ​ເຊື່ອ​ໃນ​ລາວ​ບໍ?

[49] ປະຊາຊົນ​ກຸ່ມ​ນີ້​ບໍ່​ຮູ້​ກົດບັນຍັດ​ຂອງ^ໂມເຊ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຢູ່​ໃຕ້​ການ​ສາບແຊ່ງ.”

[50] ຍັງ​ມີ​ຄົນ​ໜຶ່ງ​ໃນ​ພວກ​ຟາຣີຊາຍ​ຊື່​ວ່າ, ນີໂກເດມ ຜູ້​ທີ່​ເຄີຍ​ໄປ​ພົບ​ພຣະເຢຊູເຈົ້າ​ມາ​ແລ້ວ ໄດ້​ເວົ້າ​ຕໍ່​ພວກເຂົາ​ວ່າ,

[51] “ຕາມ​ກົດບັນຍັດ​ຂອງ^ພວກເຮົາ​ແລ້ວ ພວກເຮົາ​ຈະ​ລົງໂທດ​ຄົນໃດ^ຄົນໜຶ່ງ​ບໍ່ໄດ້ ຈົນກວ່າ​ໄດ້​ຟັງ​ຄຳ​ໃຫ້​ການ​ຂອງ^ລາວ​ກ່ອນ ແລະ​ຮູ້​ວ່າ​ລາວ​ໄດ້​ເຮັດ​ຜິດ​ຢ່າງ​ໃດ​ແດ່.”

[52] ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ນີໂກເດມ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ໃຫ້​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ບໍ່ເຄີຍ​ມີ​ຜູ້ທຳນວາຍ​ທີ່​ມາ ຈາກ​ຄາລີເລ.” [

[53] ແລ້ວ​ທຸກຄົນ​ຕ່າງ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ^ໃຜ​ລາວ.

ໂຢຮັນ — Chapters