[1] “ເຮົາໄດ້ບອກເຊັ່ນນີ້ ເພື່ອວ່າພວກເຈົ້າຈະບໍ່ໄດ້ເກີດຄວາມ^ສະດຸດໃຈ.
[2] ພວກເຈົ້າຈະຖືກໄລ່ອອກຈາກທຳມະສາລາ ແລະເວລາໜຶ່ງຈະມາເຖິງ ເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າ ການກະທຳຂອງຕົນຢ່າງນັ້ນ ເປັນການຖວາຍກຽດແກ່ພຣະເຈົ້າ.
[3] ພວກເຂົາຈະເຮັດສິ່ງເຫລົ່ານີ້ ເພາະພວກເຂົາບໍ່ຮູ້ຈັກພຣະບິດາເຈົ້າຂອງເຮົາແລະບໍ່ຮູ້ຈັກເຮົາດ້ວຍ.
[4] ແຕ່ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າ ເພື່ອວ່າເມື່ອເວລານັ້ນມາເຖິງ ພວກເຂົາຈະເຮັດສິ່ງເຫລົ່ານີ້ ພວກເຈົ້າຈະສຳນຶກໄດ້ວ່າ ເຮົາໄດ້ບອກພວກເຈົ້າໄວ້ແລ້ວ.” “ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າຕັ້ງແຕ່ຕົ້ນ ເພາະວ່າເຮົາຍັງຢູ່ກັບພວກເຈົ້າ.
[5] ແຕ່ບັດນີ້ ເຮົາໃກ້ຈະໄປຫາພຣະອົງ ຜູ້ທີ່ໃຊ້ເຮົາມາ ແຕ່ບໍ່ມີຜູ້ໃດໃນພວກເຈົ້າຖາມເຮົາວ່າ ເຮົາກຳລັງຈະໄປໃສ?
[6] ແລະບັດນີ້ ຈິດໃຈຂອງ^ພວກເຈົ້າກໍເຕັມໄປດ້ວຍຄວາມ^ທຸກໂສກ ເພາະເຮົາໄດ້ບອກເລື່ອງນີ້ແກ່ພວກເຈົ້າ.
[7] ເຖິງຢ່າງໃດກໍຕາມ ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ການທີ່ເຮົາຈາກໄປນັ້ນ ກໍເປັນປະໂຫຍດແກ່ພວກເຈົ້າ ເພາະຖ້າເຮົາບໍ່ຈາກໄປ ອົງພຣະຜູ້^ຊ່ວຍກໍຈະບໍ່ມາຫາພວກເຈົ້າ, ແຕ່ຖ້າເຮົາຈາກໄປແລ້ວ ເຮົາຈະໃຊ້ພຣະອົງມາຫາພວກເຈົ້າ.
[8] ເມື່ອພຣະອົງສະເດັດມາແລ້ວ ພຣະອົງນັ້ນແຫລະ ຈະຊົງບັນດົນໃຫ້ໂລກຮູ້ແຈ້ງໃນເລື່ອງຄວາມ^ຜິດບາບ, ຄວາມ^ຊອບທຳ ແລະການພິພາກສາ.
[9] ໃນເລື່ອງຄວາມ^ຜິດບາບນັ້ນ ຄືເພາະພວກເຂົາບໍ່ວາງໃຈເຊື່ອໃນເຮົາ,
[10] ໃນເລື່ອງຄວາມ^ຊອບທຳນັ້ນ ຄືເພາະເຮົາໄປຫາພຣະບິດາເຈົ້າ ແລະພວກເຈົ້າຈະບໍ່ເຫັນເຮົາອີກ.
[11] ສ່ວນເລື່ອງການພິພາກສານັ້ນ ຄືເພາະຜູ້ປົກຄອງໂລກນີ້ໄດ້ຖືກພິພາກສາແລ້ວ.”
[12] “ເຮົາຍັງມີຫລາຍເລື່ອງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າບໍ່ສາມາດຈະທົນໄດ້.
[13] ແຕ່ເມື່ອພຣະອົງນັ້ນ ຄືພຣະວິນຍານແຫ່ງຄວາມຈິງຈະສະເດັດລົງມາ ແລ້ວພຣະອົງຈະນຳເຈົ້າ^ທັງຫລາຍໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວແຕ່ລຳພັງຂອງ^ພຣະອົງ^ເອງ ແຕ່ພຣະອົງໄດ້ຍິນສິ່ງໃດກໍຈະກ່າວສິ່ງນັ້ນ ແລະຈະປະກາດໃຫ້ເຈົ້າ^ທັງຫລາຍ ຮູ້ເຖິງສິ່ງເຫລົ່ານັ້ນທີ່ຈະເກີດຂຶ້ນ.
[14] ພຣະອົງຈະໃຫ້ເຮົາໄດ້ຮັບສະຫງ່າຣາສີ ເພາະພຣະອົງຈະນຳສິ່ງທີ່ເຮົາກ່າວນັ້ນ ມາປະກາດແກ່ເຈົ້າ^ທັງຫລາຍ.
[15] ທຸກສິ່ງທີ່ພຣະບິດາເຈົ້າມີຢູ່ນັ້ນ ກໍເປັນຂອງເຮົາ. ສະນັ້ນ ເຮົາຈຶ່ງກ່າວວ່າ, ພຣະວິນຍານຈະນຳເອົາສິ່ງ ຊຶ່ງເປັນຂອງເຮົານັ້ນ ມາປະກາດແກ່ເຈົ້າ^ທັງຫລາຍ.”
[16] “ຍັງບໍ່ດົນ ເຈົ້າ^ທັງຫລາຍຈະບໍ່ເຫັນເຮົາຕໍ່ໄປ ແລະຕໍ່ມາອີກບໍ່ດົນ ພວກເຈົ້າກໍຈະເຫັນເຮົາ ເພາະເຮົາໄປຫາພຣະບິດາເຈົ້າ.”
[17] ສາວົກຂອງ^ພຣະອົງບາງຄົນຈຶ່ງຖາມກັນວ່າ, “ການທີ່ພຣະອົງໄດ້ກ່າວແກ່ພວກເຮົາວ່າ, ‘ຍັງບໍ່ດົນ ພວກເຈົ້າຈະບໍ່ເຫັນເຮົາ ແລະຕໍ່ມາອີກບໍ່ດົນ ພວກເຈົ້າກໍຈະເຫັນເຮົາ’ ແລະຍັງເວົ້າອີກວ່າ, ‘ເພາະເຮົາໄປຫາພຣະບິດາເຈົ້າ.’ ຂໍ້ຄວາມ^ເຫລົ່ານີ້ໝາຍຄວາມວ່າຢ່າງໃດ?
[18] ຄຳວ່າ, ‘ຍັງບໍ່ດົນ’ ໝາຍຄວາມວ່າຢ່າງໃດ? ພວກເຮົາບໍ່ເຂົ້າໃຈເລີຍວ່າເພິ່ນກຳລັງເວົ້າຫຍັງ?”
[19] ພຣະເຢຊູເຈົ້າຮູ້ຈັກວ່າພວກເພິ່ນຢາກຖາມພຣະອົງ ແລ້ວພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ເຮົາໄດ້ເວົ້າວ່າ ຍັງບໍ່ດົນ ພວກເຈົ້າຈະບໍ່ເຫັນເຮົາ ແຕ່ຕໍ່ມາອີກບໍ່ດົນ ພວກເຈົ້າກໍຈະເຫັນເຮົາ. ພວກເຈົ້າຖາມກັນໃນເລື່ອງນີ້ແມ່ນບໍ?
[20] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ພວກເຈົ້າຈະຮ້ອງໄຫ້ຮໍ່າໄຮ ແຕ່ໂລກນີ້ຈະຊົມຊື່ນ^ຍິນດີ, ພວກເຈົ້າຈະໂສກເສົ້າຫລາຍ ແຕ່ຄວາມ^ໂສກເສົ້າຂອງ^ພວກເຈົ້າຈະກາຍເປັນຄວາມ^ຊົມຊື່ນ^ຍິນດີ.
[21] ເມື່ອແມ່ຍິງໃກ້ຈະເກີດລູກ ນາງກໍໂສກເສົ້າເພາະເວລາແຫ່ງຄວາມ^ເຈັບປວດໄດ້ມາເຖິງ, ແຕ່ເມື່ອລູກເກີດມາແລ້ວ ນາງກໍບໍ່ຄິດເຖິງຄວາມ^ເຈັບປວດນັ້ນອີກ ເພາະນາງຊົມຊື່ນ^ຍິນດີທີ່ຄົນຜູ້ໜຶ່ງເກີດມາສູ່ໂລກ.
[22] ພວກເຈົ້າກໍເໝືອນກັນນັ້ນແຫລະ ໃນເວລານີ້ພວກເຈົ້າໂສກເສົ້າ ແຕ່ເຮົາຈະເຫັນພວກເຈົ້າອີກ ແລະພວກເຈົ້າກໍຈະຊົມຊື່ນ^ຍິນດີຢ່າງເຕັມ^ລົ້ນ ເປັນຄວາມ^ຍິນດີທີ່ບໍ່ມີຜູ້ໃດເອົາໄປຈາກພວກເຈົ້າໄດ້.
[23] ເມື່ອເຖິງວັນນັ້ນ ພວກເຈົ້າຈະບໍ່ຖາມເຮົາເຖິງສິ່ງໃດໝົດ. ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຖ້າພວກເຈົ້າຂໍສິ່ງໃດຈາກພຣະບິດາເຈົ້າໃນນາມຂອງເຮົາ, ພຣະອົງກໍຈະໂຜດສິ່ງນັ້ນໃຫ້ແກ່ພວກເຈົ້າ.
[24] ຈົນເຖິງບັດນີ້ ພວກເຈົ້າບໍ່ໄດ້ຂໍສິ່ງໃດໃນນາມຂອງເຮົາ, ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ ເພື່ອຄວາມ^ຍິນດີຂອງ^ພວກເຈົ້າຈະຄົບ^ບໍລິບູນ.”
[25] “ເຮົາໄດ້ກ່າວສິ່ງເຫລົ່ານີ້ແກ່ພວກເຈົ້າເປັນຄຳອຸປະມາ, ແຕ່ເວລາໜຶ່ງຈະມາເຖິງ ເຮົາຈະບໍ່ໃຊ້ຄຳອຸປະມາກ່າວແກ່ພວກເຈົ້າ ແຕ່ຈະກ່າວແກ່ພວກເຈົ້າຢ່າງຈະແຈ້ງເຖິງເລື່ອງພຣະບິດາເຈົ້າ.
[26] ເມື່ອວັນນັ້ນມາເຖິງ ພວກເຈົ້າຈະຂໍຈາກພຣະອົງໃນນາມຂອງເຮົາ ແລະເຮົາຈະບໍ່ບອກພວກເຈົ້າວ່າ, ‘ເຮົາຈະທູນຂໍພຣະບິດາເຈົ້າເພື່ອພວກເຈົ້າ.’
[27] ດ້ວຍວ່າ, ພຣະບິດາເຈົ້າເອງກໍຮັກພວກເຈົ້າ ເພາະພວກເຈົ້າໄດ້ຮັກເຮົາ ແລະໄດ້ເຊື່ອວ່າເຮົາມາຈາກພຣະເຈົ້າ.
[28] ເຮົາມາຈາກພຣະບິດາເຈົ້າ ແລະເຂົ້າມາໃນໂລກ ແລະບັດນີ້ເຮົາກຳລັງຈະຈາກໂລກໄປຫາພຣະບິດາເຈົ້າ.”
[29] ແລ້ວພວກສາວົກຂອງ^ພຣະອົງເວົ້າວ່າ, “ບັດນີ້ພຣະອົງກ່າວຢ່າງຈະແຈ້ງ ໂດຍບໍ່ໃຊ້ຄຳອຸປະມາ.
[30] ດຽວນີ້ພວກຂ້ານ້ອຍຮູ້ແລ້ວວ່າພຣະອົງຮູ້ຈັກທຸກໆສິ່ງ ແລະບໍ່ຈຳເປັນໃຫ້ຜູ້ໃດຖາມພຣະອົງອີກ, ດ້ວຍເຫດນີ້ ພວກຂ້ານ້ອຍຈຶ່ງເຊື່ອວ່າ ພຣະອົງມາຈາກພຣະເຈົ້າ.”
[31] ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ດຽວນີ້ພວກເຈົ້າເຊື່ອແລ້ວບໍ?
[32] ເວລາກຳລັງມາແລະກໍມາເຖິງທີ່ນີ້ແລ້ວ ເມື່ອພວກເຈົ້າຕ້ອງພັດພາກຈາກກັນໄປບ້ານເຮືອນຂອງ^ໃຜລາວ ແລະປ່ອຍເຮົາໄວ້ແຕ່ຜູ້ດຽວ, ແຕ່ເຮົາບໍ່ໄດ້ຢູ່ຜູ້ດຽວ ເພາະພຣະບິດາເຈົ້າສະຖິດຢູ່ກັບເຮົາ.
[33] ເຮົາບອກເລື່ອງນີ້ແກ່ເຈົ້າ^ທັງຫລາຍ ເພື່ອພວກເຈົ້າຈະມີຄວາມ^ສະຫງົບສຸກໃນເຮົາ ໃນໂລກນີ້ພວກເຈົ້າຈະມີຄວາມ^ທຸກ^ລຳບາກ ແຕ່ຈົ່ງຊື່ນໃຈເທາະ ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”