[1] “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຄົນທີ່ບໍ່ເຂົ້າຄອກແກະທາງປະຕູ ແຕ່ປີນເຂົ້າທາງອື່ນກໍເປັນຂະໂມຍແລະໂຈນ.
[2] ແຕ່ຜູ້ທີ່ເຂົ້າທາງປະຕູກໍເປັນຄົນ^ລ້ຽງແກະ.
[3] ຄົນເຝົ້າປະຕູ ກໍໄຂປະຕູໃຫ້ແກ່ຜູ້ນັ້ນ ແລະຝູງແກະກໍຟັງສຽງຂອງ^ເພິ່ນ ເພິ່ນເອີ້ນແກະຂອງຕົນຕາມຊື່ ແລະພາອອກໄປ.
[4] ເມື່ອນຳຝູງແກະຂອງຕົນ ເພິ່ນກໍນຳໜ້າຝູງແກະໄປ ແລະຝູງແກະກໍຕາມເພິ່ນໄປ ເພາະຮູ້ຈັກສຽງຂອງ^ເພິ່ນ.
[5] ຝູງແກະຈະບໍ່ຕາມຄົນແປກໜ້າ ແຕ່ຈະແລ່ນໜີໄປຈາກຄົນນັ້ນ ເພາະບໍ່ຮູ້ຈັກສຽງຂອງ^ຄົນແປກໜ້ານັ້ນ.”
[6] ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ແກ່ພວກເຂົາ ແຕ່ພວກເຂົາບໍ່ເຂົ້າໃຈວ່າ ພຣະອົງໝາຍເຖິງຫຍັງ.
[7] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວອີກວ່າ, “ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ເຮົານີ້ແຫລະ ເປັນປະຕູຂອງ^ແກະທັງຫລາຍ.
[8] ບັນດາຜູ້ທີ່ມາກ່ອນເຮົານັ້ນ ເປັນຂະໂມຍແລະໂຈນ ແຕ່ຝູງແກະບໍ່ໄດ້ຟັງພວກເຂົາ.
[9] ເຮົານີ້ແຫລະ ເປັນປະຕູ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາກໍຈະໄດ້ພົ້ນ ແລ້ວຈະເຂົ້າມາແລະອອກໄປ ທັງຈະພົບອາຫານດ້ວຍ.
[10] ຂະໂມຍມາ ກໍພຽງແຕ່ຈະລັກ ຈະຂ້າແລະທຳລາຍເທົ່ານັ້ນ ຝ່າຍເຮົາໄດ້ມາ ເພື່ອເຂົາຈະໄດ້ຊີວິດ ແລະຈະໄດ້ຊີວິດຢ່າງຄົບ^ບໍລິບູນ.
[11] ເຮົານີ້ແຫລະ ເປັນຜູ້ລ້ຽງແກະທີ່ດີ ຜູ້ລ້ຽງທີ່ດີຍ່ອມສະຫລະຊີວິດຂອງຕົນເພື່ອຝູງແກະ.
[12] ຜູ້^ຮັບຈ້າງ ຄືຜູ້ທີ່ບໍ່ແມ່ນຄົນລ້ຽງແກະ ແລະທັງບໍ່ເປັນເຈົ້າຂອງ^ແກະ ເມື່ອເຫັນໝາໄນມາ ລາວກໍປະຖິ້ມຝູງແກະ ແລະແລ່ນປົບໜີໄປ ໝາໄນຈຶ່ງກັດ ແລະຍາດເອົາຝູງແກະເຮັດໃຫ້ເຂົາແຕກຊະກັນໄປ.
[13] ຄົນ^ຮັບຈ້າງແລ່ນປົບໜີ ເພາະວ່າລາວເປັນພຽງແຕ່ຄົນ^ຮັບຈ້າງ ແລະລາວບໍ່ຫ່ວງໃຍນຳຝູງແກະ.
[14] ເຮົານີ້ແຫລະ ເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້ຈັກເຮົາ.
[15] ເໝືອນດັ່ງພຣະບິດາເຈົ້າຮູ້ຈັກເຮົາ ແລະເຮົາກໍຮູ້ຈັກພຣະບິດາເຈົ້າ ເຮົາເຕັມໃຈສະຫລະຊີວິດເພື່ອຝູງແກະຂອງເຮົາ.
[16] ມີຝູງແກະອື່ນທີ່ເປັນຝູງແກະຂອງເຮົາ ແຕ່ບໍ່ຢູ່ໃນຄອກນີ້ ເຮົາຈະຕ້ອງພາແກະເຫລົ່ານັ້ນມາເໝືອນກັນ ພວກເຂົາຈະຟັງສຽງຂອງເຮົາ ເຮົາຈະເຕົ້າໂຮມພວກເຂົາເຂົ້າເປັນຝູງດຽວທີ່ມີຜູ້ລ້ຽງແຕ່ຜູ້ດຽວ.
[17] ດ້ວຍເຫດນີ້ ພຣະບິດາເຈົ້າຈຶ່ງຮັກເຮົາ ເພາະເຮົາສະຫລະຊີວິດຂອງເຮົາ ເພື່ອຈະຮັບຊີວິດນັ້ນຄືນມາ.
[18] ບໍ່ມີຜູ້ໃດຍາດເອົາຊີວິດໄປຈາກເຮົາ, ແຕ່ເຮົາສະຫລະຊີວິດດ້ວຍໃຈສະໝັກຂອງເຮົາເອງ, ເຮົາມີສິດທີ່ຈະສະຫລະຊີວິດນັ້ນ ແລະມີສິດທີ່ຈະຮັບເອົາຄືນ ຄຳສັ່ງນີ້ເຮົາໄດ້ຮັບຈາກພຣະບິດາເຈົ້າຂອງເຮົາ.”
[19] ຍ້ອນຂໍ້ຄວາມ^ເຫລົ່ານີ້ ຊາວຢິວຈຶ່ງເກີດມີການແຕກແຍກກັນອີກ.
[20] ມີຫລາຍຄົນໃນພວກເຂົາເວົ້າວ່າ, “ຜີມານຮ້າຍສິງລາວຢູ່ ແລະລາວກຳລັງເປັນບ້າ ຟັງລາວເຮັດຫຍັງ?”
[21] ແຕ່ພວກອື່ນເວົ້າວ່າ, “ຄົນມີຜີມານຮ້າຍສິງບໍ່ເວົ້າຢ່າງນີ້ດອກ ຜີມານຮ້າຍຈະເຮັດໃຫ້ຄົນຕາບອດເຫັນຮຸ່ງໄດ້ຊັ້ນບໍ?”
[22] ເວລານັ້ນເປັນລະດູໜາວ ພໍດີເປັນເທດສະການສະຫລອງຖວາຍພຣະວິຫານໃນນະຄອນເຢຣູຊາເລັມ.
[23] ສ່ວນພຣະເຢຊູເຈົ້າກໍຍ່າງໄປມາໃນພຣະວິຫານ ທີ່ລະບຽງໂຊໂລໂມນ.
[24] ປະຊາຊົນໄດ້ມາອ້ອມພຣະອົງແລ້ວຖາມວ່າ, “ຈະໃຫ້ພວກເຮົາສົງໄສໄປດົນປານໃດ? ຈົ່ງບອກພວກເຮົາໃຫ້ຮູ້ຄັກສາວ່າ ທ່ານເປັນພຣະຄຣິດບໍ?”
[25] ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ບອກພວກເຈົ້າແລ້ວ ແຕ່ພວກເຈົ້າບໍ່ເຊື່ອ ພາລະກິດທີ່ເຮົາເຮັດໃນພຣະນາມພຣະບິດາເຈົ້າຂອງເຮົານັ້ນ ກໍເປັນພະຍານຢືນຢັນໃຫ້ເຮົາ,
[26] ແຕ່ພວກເຈົ້າບໍ່ໄດ້ເຊື່ອ ເພາະພວກເຈົ້າບໍ່ແມ່ນຝູງແກະຂອງເຮົາ.
[27] ແກະຂອງເຮົາກໍຟັງສຽງຂອງເຮົາ, ເຮົາຮູ້ຈັກພວກເຂົາ ແລະພວກເຂົາກໍຕາມເຮົາໄປ.
[28] ເຮົາໃຫ້ຊີວິດນິຣັນດອນແກ່ພວກເຂົາ ແລະພວກເຂົາກໍຈະບໍ່ຈິບຫາຍຈັກເທື່ອ ບໍ່ມີຜູ້ໃດຍາດເອົາພວກເຂົາອອກຈາກມືຂອງເຮົາໄດ້.
[29] ສິ່ງທີ່ພຣະບິດາເຈົ້າຂອງເຮົາໄດ້ໃຫ້ແກ່ເຮົານັ້ນ ກໍໃຫຍ່ກວ່າທຸກສິ່ງ. ແລະບໍ່ມີຜູ້ໃດຍາດເອົາພວກເຂົາຈາກກຳມືພຣະບິດາເຈົ້າຂອງເຮົາໄດ້.
[30] ເຮົາກັບພຣະບິດາເຈົ້າກໍເປັນອັນໜຶ່ງອັນດຽວກັນ.”
[31] ປະຊາຊົນຈຶ່ງຈັບກ້ອນຫີນຈະແກວ່ງໃສ່ພຣະອົງ.
[32] ພຣະເຢຊູເຈົ້າກ່າວຕໍ່ພວກເຂົາວ່າ, “ເຮົາໄດ້ເຮັດໃຫ້ພວກເຈົ້າເຫັນການດີຫລາຍຢ່າງທີ່ມາຈາກພຣະບິດາເຈົ້າຂອງເຮົາ ພວກເຈົ້າຈະແກວ່ງກ້ອນຫີນໃສ່ເຮົາຍ້ອນເລື່ອງຫຍັງ?”
[33] ພວກຢິວຕອບຄືນວ່າ, “ພວກເຮົາຈະແກວ່ງກ້ອນຫີນໃສ່ເຈົ້າ ບໍ່ແມ່ນຍ້ອນການດີຢ່າງໃດ^ຢ່າງໜຶ່ງ ແຕ່ຍ້ອນເຈົ້າເວົ້າໝິ່ນປະໝາດພຣະເຈົ້າ ເຈົ້າເປັນພຽງມະນຸດເທົ່ານັ້ນ, ແຕ່ເຈົ້າຕັ້ງເຈົ້າເອງເປັນພຣະເຈົ້າ”
[34] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ມີຄຳຂຽນໄວ້ໃນກົດບັນຍັດຂອງ^ພວກເຈົ້າບໍ່ແມ່ນບໍວ່າ, ‘ເຈົ້າ^ທັງຫລາຍເປັນພຣະ.’
[35] ຖ້າພຣະອົງຊົງເອີ້ນຜູ້ຮັບພຣະທຳຂອງ^ພຣະເຈົ້າວ່າເປັນພຣະ ພຣະຄຳພີນັ້ນຈະຖືກລຶບລ້າງເສຍບໍ່ໄດ້.
[36] ພວກເຈົ້າເວົ້າໃຫ້ເຮົາວ່າ, ເຮົາເວົ້າໝິ່ນປະໝາດພຣະເຈົ້າ ຍ້ອນເຮົາໄດ້ເວົ້າວ່າ, ເຮົາເປັນພຣະບຸດຂອງ^ພຣະເຈົ້າຊັ້ນບໍ?
[37] ຖ້າເຮົາບໍ່ໄດ້ເຮັດພາລະກິດຂອງ^ພຣະບິດາເຈົ້າຂອງເຮົາ ພວກເຈົ້າຢ່າເຊື່ອໃນເຮົາ.
[38] ແຕ່ຖ້າເຮົາເຮັດພາລະກິດນັ້ນ ເຖິງພວກເຈົ້າບໍ່ເຊື່ອເຮົາກໍຕາມ ກໍຈົ່ງເຊື່ອໃນພາລະກິດນັ້ນ ເພື່ອພວກເຈົ້າຈະໄດ້ຮູ້ຈັກ ແລະເຊື່ອໝັ້ນວ່າ, ພຣະບິດາເຈົ້າຢູ່ໃນເຮົາ ແລະເຮົາຢູ່ໃນພຣະບິດາເຈົ້າ.”
[39] ເຫດສະນັ້ນ ພວກເຂົາໝາຍທີ່ຈະຈັບພຣະອົງອີກ ແຕ່ພຣະອົງໜີພົ້ນຈາກມືຂອງ^ພວກເຂົາໄປໄດ້.
[40] ແລ້ວພຣະອົງກໍຂ້າມແມ່ນໍ້າ^ຈໍແດນ ໄປຍັງບ່ອນທີ່ໂຢຮັນໃຫ້ຮັບບັບຕິສະມາແຕ່ກ່ອນນັ້ນ ແລະພຣະອົງກໍພັກຢູ່ທີ່ນັ້ນ.
[41] ມີຫລາຍຄົນໄດ້ມາຫາພຣະອົງ ແລະເວົ້າວ່າ, “ໂຢຮັນບໍ່ໄດ້ເຮັດການອັດສະຈັນຈັກຢ່າງ, ແຕ່ທຸກສິ່ງທີ່ໂຢຮັນເວົ້າເຖິງທ່ານຄົນນີ້ ກໍເປັນຄວາມຈິງທັງໝົດ.”
[42] ໃນທີ່ນັ້ນ ໄດ້ມີຫລາຍຄົນເຊື່ອໃນພຣະອົງ.