[1] ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂ້າມທະເລສາບຄາລີເລ (ມີຊື່ອີກວ່າທະເລຕີເບເຣຍ).
[2] ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງໄປ ເພາະພວກເຂົາເຫັນການອັດສະຈັນ ທີ່ພຣະອົງໄດ້ຊົງໂຜດຄົນເຈັບໄຂ້^ໄດ້ປ່ວຍ.
[3] ພຣະເຢຊູເຈົ້າໄດ້ສະເດັດຂຶ້ນໄປເທິງພູເຂົາ ແລະນັ່ງລົງກັບພວກສາວົກຂອງ^ພຣະອົງ.
[4] ຂະນະນັ້ນ ເທດສະການປັດສະຄາຂອງ^ຊາວຢິວໃກ້ຈະມາເຖິງແລ້ວ.
[5] ພຣະເຢຊູເຈົ້າຫລຽວໄປເຫັນປະຊາຊົນໝູ່ໃຫຍ່ກຳລັງມາຫາພຣະອົງ ພຣະອົງເວົ້າຕໍ່ຟີລິບວ່າ, “ພວກເຮົາຈະຊື້ອາຫານຢູ່ໃສໃຫ້ຄົນເຫລົ່ານີ້ກິນ?” (
[6] ພຣະເຢຊູເຈົ້າເວົ້າເຊັ່ນນັ້ນ ກໍເພື່ອຢາກຈະລອງໃຈຟີລິບ ເພາະພຣະອົງຮູ້ແລ້ວວ່າ ຈະເຮັດຢ່າງໃດ).
[7] ຟີລິບຕອບພຣະອົງວ່າ, “ແມ່ນແຕ່ເງິນສອງຮ້ອຍຫລຽນ ຊື້ອາຫານໃຫ້ຄົນເຫລົ່ານີ້ກິນຜູ້ລະໜ້ອຍກໍຍັງບໍ່ພໍ.”
[8] ສາວົກຄົນໜຶ່ງຊື່ວ່າ ອັນເດອາ ຜູ້ທີ່ເປັນນ້ອງຊາຍຂອງ^ຊີໂມນເປໂຕເວົ້າວ່າ,
[9] “ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນເຮັດດ້ວຍແປ້ງເຂົ້າຝ້າງ ແລະ ປາສອງໂຕ, ແຕ່ຈະບໍ່ພໍສຳລັບຄົນເຫລົ່ານີ້ທັງໝົດດອກ.”
[10] ພຣະເຢຊູເຈົ້າສັ່ງວ່າ, “ຈົ່ງບອກໃຫ້ປະຊາຊົນນັ່ງລົງ.” (ໃນບ່ອນນີ້ມີຫຍ້າຫລາຍ) ສະນັ້ນ ປະຊາຊົນທັງໝົດຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີຢູ່ປະມານຫ້າພັນຄົນ.
[11] ພຣະເຢຊູເຈົ້າຊົງຈັບເອົາເຂົ້າຈີ່ຂຶ້ນມາ ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງໃຫ້ສາວົກແຈກຢາຍແກ່ຄົນທີ່ນັ່ງໃນທີ່ນັ້ນ ສ່ວນປາ ພຣະອົງໄດ້ເຮັດຢ່າງດຽວກັນ ໄດ້ແຈກຕາມທີ່ພວກເຂົາຕ້ອງການ.
[12] ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງ^ພຣະອົງວ່າ, “ຈົ່ງເກັບເອົາຈຳນວນທີ່ເຫລືອນັ້ນ ຢ່າໃຫ້ມີອັນໃດເສຍໄປ.”
[13] ພວກເຂົາໄດ້ເກັບເອົາຈຳນວນເຂົ້າຈີ່ເຮັດຈາກແປ້ງເຂົ້າຝ້າງ ທີ່ເຫລືອຈາກປະຊາຊົນໄດ້ກິນແລ້ວນັ້ນ ທັງໝົດໄດ້ສິບສອງກະບຸງ.
[14] ເມື່ອຄົນທັງຫລາຍໄດ້ເຫັນການອັດສະຈັນ ທີ່ພຣະອົງເຮັດ ພວກເຂົາຈຶ່ງເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍ ທີ່ຕ້ອງກຳນົດວ່າຈະມາໃນໂລກນີ້.”
[15] ເມື່ອພຣະເຢຊູເຈົ້າຮູ້ວ່າ, ພວກເຂົາກຳລັງຈະມາຈັບເອົາພຣະອົງໄປແຕ່ງຕັ້ງໃຫ້ເປັນກະສັດຂອງ^ພວກເຂົາ. ດັ່ງນັ້ນ ພຣະອົງຈຶ່ງສະເດັດຂຶ້ນໄປເທິງພູເຂົາອີກ ໂດຍລຳພັງແຕ່ຜູ້ດຽວ.
[16] ເມື່ອຄໍ່າມາ ພວກສາວົກຂອງ^ພຣະອົງໄດ້ລົງໄປຍັງທະເລສາບ
[17] ແລະ ຂີ່ເຮືອຂ້າມຟາກສູ່ເມືອງກາເປນາອູມ.
[18] ເມື່ອມືດແລ້ວ ພຣະເຢຊູເຈົ້າກໍຍັງບໍ່ທັນໄປຫາພວກເພິ່ນເທື່ອ ໃນເວລານັ້ນລົມພັດມາຢ່າງແຮງຈົນເຮັດໃຫ້ນໍ້າທະເລປັ່ນປ່ວນ.
[19] ພວກ^ສາວົກພາຍເຮືອໄປປະມານຫ້າຫລືຫົກກິໂລແມັດ ພວກເພິ່ນກໍເຫັນພຣະເຢຊູເຈົ້າຍ່າງເທິງໜ້ານໍ້າມາຫາເຮືອຂອງ^ພວກຕົນ ແລະພວກເພິ່ນມີຄວາມ^ສະທ້ານຢ້ານກົວທີ່ສຸດ.
[20] ແລ້ວພຣະເຢຊູເຈົ້າກໍກ່າວກັບພວກເພິ່ນວ່າ, “ຢ່າສູ່ຢ້ານ ແມ່ນເຮົາເອງ”
[21] ສະນັ້ນ ພວກເພິ່ນຈຶ່ງເຊີນພຣະອົງຂຶ້ນໄປໃນເຮືອ ແລ້ວທັນໃດນັ້ນ ເຮືອກໍເຖິງຝັ່ງບ່ອນທີ່ພວກເພິ່ນມຸ່ງໜ້າໄປນັ້ນ.
[22] ມື້ຕໍ່ມາ ປະຊາຊົນທີ່ຍັງຢູ່ຟາກທະເລສາບເບື້ອງນັ້ນ ເຫັນວ່າວັນກ່ອນມີເຮືອຢູ່ໃນບ່ອນນັ້ນພຽງແຕ່ລຳດຽວ ພວກເຂົາຮູ້ວ່າພຣະເຢຊູເຈົ້າບໍ່ໄດ້ຂີ່ເຮືອລຳນັ້ນ ມີແຕ່ພວກສາວົກຂີ່ຂ້າມໄປເທົ່ານັ້ນ.
[23] ແຕ່ມີເຮືອລຳອື່ນ ຊຶ່ງມາຈາກຕີເບເຣຍມາຈອດຢູ່ໃກ້ກັບບ່ອນທີ່ພວກເຂົາກິນເຂົ້າຈີ່ ຫລັງຈາກທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ໂມທະນາຂອບພຣະຄຸນແລ້ວນັ້ນ.
[24] ເມື່ອປະຊາຊົນເຫັນວ່າ ພຣະເຢຊູເຈົ້າບໍ່ຢູ່ໃນທີ່ນັ້ນ ແລະພວກສາວົກຂອງ^ພຣະອົງກໍບໍ່ຢູ່ທີ່ນັ້ນເໝືອນກັນ ພວກເຂົາຈຶ່ງຂີ່ເຮືອໄປທີ່ເມືອງກາເປນາອູມ ເພື່ອຊອກຫາພຣະເຢຊູເຈົ້າ.
[25] ເມື່ອປະຊາຊົນພົບພຣະເຢຊູເຈົ້າຢູ່ທາງຟາກທະເລສາບເບື້ອງນັ້ນແລ້ວ ພວກເຂົາຈຶ່ງຖາມພຣະອົງວ່າ, “ພຣະອາຈານ ທ່ານມາຮອດພີ້ຕັ້ງແຕ່ເວລາໃດ?”
[26] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ພວກເຈົ້າຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນການອັດສະຈັນ ແຕ່ຍ້ອນໄດ້ກິນເຂົ້າຈີ່ອີ່ມ.
[27] ຢ່າພະຍາຍາມຫາອາຫານທີ່ເສຍໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດນິຣັນດອນ ອາຫານນີ້ແມ່ນບຸດມະນຸດທີ່ຈະໃຫ້ແກ່ພວກເຈົ້າ ເພາະແມ່ນພຣະອົງນີ້ແຫລະ ທີ່ພຣະເຈົ້າຄືພຣະບິດາເຈົ້າໄດ້ປະທັບຕາໝາຍໄວ້ແລ້ວ.”
[28] ພວກເຂົາຖາມພຣະອົງວ່າ, “ພວກຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະເຮັດການງານຂອງ^ພຣະເຈົ້າໄດ້?”
[29] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ອັນນີ້ແມ່ນງານຂອງ^ພຣະເຈົ້າ ຄືໃຫ້ເຈົ້າ^ທັງຫລາຍໄດ້ເຊື່ອໃນຜູ້ທີ່ພຣະເຈົ້າໃຊ້ມາ.”
[30] ພວກເຂົາຈຶ່ງຖາມພຣະອົງວ່າ, “ຖ້າດັ່ງນັ້ນ ມີການອັດສະຈັນອັນໃດທີ່ທ່ານຈະເຮັດ ເພື່ອພວກຂ້ານ້ອຍຈະໄດ້ເຫັນ ແລະຈະໄດ້ເຊື່ອໃນທ່ານ? ທ່ານຈະເຮັດຫຍັງແດ່?
[31] ປູ່ຍ່າຕາຍາຍຂອງ^ພວກຂ້ານ້ອຍໄດ້ກິນມານາໃນຖິ່ນ^ແຫ້ງແລ້ງ^ກັນດານ ດັ່ງມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າໄດ້ໃຫ້ອາຫານຈາກສະຫວັນແກ່ພວກເພິ່ນກິນ.’”
[32] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ອາຫານທີ່ມາຈາກສະຫວັນນັ້ນ ບໍ່ແມ່ນໂມເຊເອົາໃຫ້ພວກເຈົ້າ ແມ່ນພຣະບິດາເຈົ້າຂອງເຮົາ ທີ່ເອົາອາຫານອັນແທ້ ຈາກສະຫວັນໃຫ້ແກ່ພວກເຈົ້າ.
[33] ດ້ວຍວ່າ, ອາຫານທີ່ພຣະເຈົ້າໃຫ້ນັ້ນ ຄືທ່ານຜູ້ທີ່ລົງມາຈາກສະຫວັນ ແລະປະທານຊີວິດໃຫ້ແກ່ໂລກ.”
[34] ພວກເຂົາຈຶ່ງເວົ້າກັບພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ຈົ່ງໂຜດໃຫ້ອາຫານນັ້ນແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ.”
[35] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາເປັນອາຫານທິບແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າຈັກເທື່ອ ແລະຜູ້ທີ່ເຊື່ອໃນເຮົາກໍຈະບໍ່ຫິວນໍ້າຈັກເທື່ອ.
[36] ເຮົາບອກພວກເຈົ້າແລ້ວວ່າ, ພວກເຈົ້າໄດ້ເຫັນເຮົາແລ້ວ ແຕ່ພວກເຈົ້າກໍຍັງບໍ່ເຊື່ອ.
[37] ສິ່ງສາລະພັດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາ ກໍຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປນອກຈັກເທື່ອ
[38] ເພາະເຮົາໄດ້ລົງມາຈາກສະຫວັນ ບໍ່ແມ່ນເພື່ອເຮັດຕາມໃຈຂອງ^ຕົນເອງ ແຕ່ເພື່ອເຮັດຕາມຄວາມປະສົງຂອງ^ພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.
[39] ອັນນີ້ແຫລະ ແມ່ນຄວາມປະສົງຂອງ^ພຣະອົງຜູ້ທີ່ໄດ້ຊົງໃຊ້ເຮົາມາ ຄືຄົນທັງຫລາຍທີ່ພຣະອົງໄດ້ມອບໃຫ້ແກ່ເຮົານັ້ນ ເຮົາຈະບໍ່ໃຫ້ເສຍຈັກຄົນ ແຕ່ເພື່ອໃຫ້ເຂົາທຸກຄົນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.
[40] ດ້ວຍວ່າ, ນີ້ແຫລະ ແມ່ນຄວາມປະສົງພຣະບິດາເຈົ້າຂອງເຮົາ ຄືໃຫ້ທຸກຄົນທີ່ເຫັນພຣະບຸດ ແລະເຊື່ອໃນພຣະອົງນັ້ນມີຊີວິດນິຣັນດອນ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.”
[41] ດັ່ງນັ້ນ ພວກຢິວຈຶ່ງພາກັນຈົ່ມໃຫ້ພຣະອົງຍ້ອນພຣະອົງໄດ້ກ່າວວ່າ ເຮົາເປັນອາຫານທີ່ລົງມາຈາກສະຫວັນ.
[42] ພວກເຂົາໄດ້ເວົ້າວ່າ, “ຜູ້ນີ້ເປັນລູກຊາຍຂອງ^ໂຢເຊັບບໍ່ແມ່ນບໍ? ພວກເຮົາຮູ້ຈັກພໍ່ແມ່ຂອງ^ລາວດີ ດ້ວຍເຫດໃດຄົນນີ້ຈຶ່ງເວົ້າວ່າ, ‘ເຮົາລົງມາຈາກສະຫວັນ?’”
[43] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ພວກເຈົ້າຢ່າພາກັນຈົ່ມເທາະ
[44] ບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ ຊັກນຳຜູ້ນັ້ນມາຫາເຮົາ ແລະເຮົາຈະໃຫ້ລາວເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.
[45] ໃນໜັງສືທຳນວາຍມີຄຳຂຽນໄວ້ວ່າ, ‘ມະນຸດທຸກຄົນຈະໄດ້ຮັບຄຳສັ່ງສອນຈາກພຣະເຈົ້າ’ ທຸກຄົນທີ່ໄດ້ຍິນສຽງພຣະບິດາຂອງເຮົາ ແລະໄດ້ຮຽນຮູ້ຈາກພຣະອົງກໍມາຫາເຮົາ.
[46] ບໍ່ມີຜູ້ໃດໄດ້ເຫັນພຣະບິດາເຈົ້າ ນອກຈາກຜູ້ທີ່ມາຈາກພຣະເຈົ້າ ແມ່ນພຣະອົງນັ້ນແຫລະ ທີ່ໄດ້ເຫັນພຣະບິດາເຈົ້າ.
[47] ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິຣັນດອນ.
[48] ເຮົາເປັນອາຫານແຫ່ງຊີວິດ.
[49] ປູ່ຍ່າຕາຍາຍຂອງ^ພວກເຈົ້າໄດ້ກິນມານາໃນຖິ່ນ^ແຫ້ງແລ້ງ^ກັນດານ ແລະພວກເຂົາໄດ້ຕາຍໄປ.
[50] ນີ້ແຫລະ ເປັນອາຫານທີ່ລົງມາຈາກສະຫວັນ ເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ.
[51] ເຮົາເປັນອາຫານແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ ຖ້າຜູ້ໃດກິນອາຫານນີ້ແລ້ວ ຜູ້ນັ້ນຈະມີຊີວິດນິຣັນດອນ ແຕ່ອາຫານທີ່ເຮົາຈະໃຫ້ນັ້ນ ແມ່ນເນື້ອກາຍຂອງເຮົາເອງ ຊຶ່ງເຮົາໃຫ້ເພື່ອວ່າໂລກຈະໄດ້ມີຊີວິດຢູ່.”
[52] ຄຳເວົ້າຂອງ^ພຣະເຢຊູເຈົ້າເຮັດໃຫ້ຊາວຢິວເກີດຜິດຖຽງກັນ ພວກເຂົາໄດ້ຖາມກັນວ່າ, “ຄົນນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?”
[53] ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຖ້າພວກເຈົ້າບໍ່ກິນເນື້ອກາຍ ແລະບໍ່ດື່ມເລືອດຂອງ^ບຸດມະນຸດແລ້ວ ເຈົ້າກໍຈະບໍ່ມີຊີວິດໃນພວກເຈົ້າເອງ.
[54] ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະດື່ມເລືອດຂອງເຮົາ ກໍມີຊີວິດນິຣັນດອນ ແລະເຮົາຈະໃຫ້ຜູ້ນັ້ນ ເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.
[55] ດ້ວຍວ່າ, ເນື້ອກາຍຂອງເຮົາເປັນອາຫານອັນແທ້ ແລະເລືອດຂອງເຮົາກໍເປັນເຄື່ອງດື່ມອັນແທ້.
[56] ຜູ້ທີ່ກິນເນື້ອກາຍຂອງເຮົາແລະດື່ມເລືອດຂອງເຮົາ ກໍມີຊີວິດຢູ່ໃນເຮົາ ແລະ ເຮົາກໍມີຊີວິດຢູ່ໃນຜູ້ນັ້ນ.
[57] ພຣະບິດາເຈົ້າຜູ້ຊົງຊີວິດຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີວິດຢູ່ເພາະພຣະບິດາເຈົ້າສັນໃດ ຜູ້ທີ່ກິນເຮົາກໍມີຊີວິດຢູ່ເພາະເຮົາສັນນັ້ນເໝືອນກັນ.
[58] ນີ້ແຫລະ ເປັນອາຫານທີ່ໄດ້ລົງມາຈາກສະຫວັນ ບໍ່ເໝືອນກັບອາຫານທີ່ປູ່ຍ່າຕາຍາຍຂອງ^ເຈົ້າ^ທັງຫລາຍໄດ້ກິນແລ້ວໄດ້ຕາຍໄປ ແຕ່ຜູ້ທີ່ກິນອາຫານນີ້ຈະມີຊີວິດນິຣັນດອນ.”
[59] ພຣະເຢຊູເຈົ້າໄດ້ກ່າວຂໍ້ຄວາມ^ທັງຫລາຍເຫລົ່ານີ້ໃນທຳມະສາລາ ຂະນະທີ່ພຣະອົງໄດ້ສັ່ງສອນຢູ່ໃນເມືອງກາເປນາອູມ.
[60] ເມື່ອສາວົກຂອງ^ພຣະອົງຫລາຍຄົນໄດ້ຍິນເລື່ອງນີ້ ຈຶ່ງເວົ້າກັນວ່າ, “ຄຳເວົ້ານີ້ຮຸນແຮງໂພດ ຜູ້ໃດຈະເຂົ້າໃຈໄດ້.”
[61] ແຕ່ພຣະເຢຊູເຈົ້າຊົງຮູ້ໂດຍພຣະອົງເອງວ່າ, ພວກສາວົກຂອງ^ພຣະອົງໄດ້ຈົ່ມໃນເລື່ອງນີ້ ພຣະອົງຈຶ່ງກ່າວຕໍ່ພວກເພິ່ນວ່າ, “ເລື່ອງນີ້ໄດ້ເຮັດໃຫ້ພວກເຈົ້າຫຍຸ້ງໃຈຊັ້ນບໍ?
[62] ຖ້າເຈົ້າ^ທັງຫລາຍເຫັນບຸດມະນຸດຂຶ້ນເມືອຍັງບ່ອນທີ່ພຣະອົງເຄີຍຢູ່ແຕ່ກ່ອນນັ້ນ ພວກເຈົ້າຈະວ່າຢ່າງໃດ?
[63] ແມ່ນພຣະວິນຍານ ທີ່ເຮັດໃຫ້ມີຊີວິດ, ສ່ວນເນື້ອກາຍຂອງ^ມະນຸດນັ້ນ ກໍບໍ່ໃຫ້ປະໂຫຍດຫຍັງໝົດ ຖ້ອຍຄຳທີ່ເຮົາກ່າວແກ່ເຈົ້າ^ທັງຫລາຍນັ້ນ ເປັນວິນຍານແລະເປັນຊີວິດ.
[64] ແຕ່ມີບາງຄົນໃນພວກເຈົ້າຍັງບໍ່ເຊື່ອ,” (ພຣະເຢຊູເຈົ້າຊົງຮູ້ແຕ່ຕົ້ນມາແລ້ວວ່າ ແມ່ນຜູ້ໃດທີ່ບໍ່ເຊື່ອ ແລະ ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ).
[65] ແລະ ພຣະອົງໄດ້ກ່າວວ່າ, “ດ້ວຍເຫດນີ້^ແຫລະ ເຮົາຈຶ່ງໄດ້ບອກແກ່ເຈົ້າ^ທັງຫລາຍວ່າ ບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຊົງໂຜດໃຫ້ຜູ້ນັ້ນມາ.”
[66] ດ້ວຍເຫດນີ້ ພວກທີ່ຕິດຕາມພຣະອົງຫລາຍຄົນຈຶ່ງທໍ້ຖອຍ ແລະບໍ່ໄປກັບພຣະອົງອີກ.
[67] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງຖາມພວກສາວົກສິບສອງຄົນວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?”
[68] ຝ່າຍຊີໂມນເປໂຕໄດ້ຕອບພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິຣັນດອນ.
[69] ບັດນີ້ຂ້ານ້ອຍເຊື່ອ ແລະຮູ້ແລ້ວວ່າ, ພຣະອົງເປັນຜູ້ບໍຣິສຸດທີ່ມາຈາກພຣະເຈົ້າ.”
[70] ພຣະເຢຊູເຈົ້າຊົງຕອບພວກເພິ່ນຄືນວ່າ, “ເຮົານີ້ແຫລະ ໄດ້ເລືອກເອົາພວກເຈົ້າສິບສອງຄົນໄວ້ບໍ່ແມ່ນບໍ? ແລະ ຄົນໜຶ່ງໃນພວກເຈົ້າກໍເປັນມານຮ້າຍ.”
[71] ພຣະອົງໝາຍເຖິງຢູດາ ລູກຊາຍຂອງ^ຊີໂມນອິດສະກາຣີອົດ ເພາະລາວເປັນຜູ້ທີ່ຈະທໍລະຍົດຕໍ່ພຣະອົງ ເຖິງແມ່ນລາວເປັນສາວົກຄົນໜຶ່ງໃນຈຳນວນສິບສອງຄົນກໍຕາມ.