[1] ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບລົງແລ້ວ ພຣະອົງກໍເງີຍໜ້າຂຶ້ນສູ່ທ້ອງຟ້າແລ້ວກ່າວວ່າ, “ພຣະບິດາເຈົ້າ^ເອີຍ ເຖິງເວລາແລ້ວ ຂໍໂຜດໃຫ້ພຣະບຸດຂອງ^ພຣະອົງໄດ້ຮັບສະຫງ່າຣາສີເຖີດ ເພື່ອພຣະບຸດຈະໄດ້ຖວາຍສະຫງ່າຣາສີແກ່ພຣະອົງ.
[2] ດ້ວຍວ່າ, ພຣະອົງໃຫ້ພຣະບຸດມີສິດອຳນາດເໜືອມະນຸດທັງປວງ ເພື່ອວ່າພຣະບຸດຈະໄດ້ໃຫ້ຊີວິດນິຣັນດອນແກ່ທຸກຄົນ ທີ່ພຣະອົງໄດ້ມອບໃຫ້ພຣະບຸດນັ້ນ.
[3] ນີ້ແມ່ນຊີວິດນິຣັນດອນ ຄືໃຫ້ພວກເຂົາຮູ້ຈັກພຣະອົງ ຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະຮູ້ຈັກພຣະເຢຊູ^ຄຣິດເຈົ້າຜູ້ທີ່ພຣະອົງໃຊ້ມາ.
[4] ຂ້ານ້ອຍໄດ້ສຳແດງໃຫ້ໂລກເຫັນສະຫງ່າຣາສີຂອງ^ພຣະອົງ, ຂ້ານ້ອຍໄດ້ເຮັດພາລະກິດທີ່ພຣະອົງມອບໝາຍໃຫ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ.
[5] ບັດນີ້ ພຣະບິດາເຈົ້າ^ເອີຍ ຂໍໂຜດໃຫ້ຂ້ານ້ອຍມີສະຫງ່າຣາສີຢູ່ຊ້ອງໜ້າພຣະອົງເຖີດ ຄືສະຫງ່າຣາສີທີ່ຂ້ານ້ອຍໄດ້ມີກັບພຣະອົງກ່ອນສ້າງໂລກນັ້ນ.
[6] ຂ້ານ້ອຍໄດ້ເຮັດໃຫ້ພຣະນາມຂອງ^ພຣະອົງ ເປັນທີ່ຮູ້ຈັກແກ່ພວກທີ່ຖືກດຶງອອກມາຈາກໂລກ ຄືພວກທີ່ພຣະອົງໄດ້ມອບໃຫ້ຂ້ານ້ອຍ ຄົນເຫລົ່ານັ້ນເປັນຂອງ^ພຣະອົງ ແລະພຣະອົງໄດ້ມອບພວກເຂົາໃຫ້ຂ້ານ້ອຍ, ພວກເຂົາໄດ້ປະຕິບັດຕາມຖ້ອຍຄຳຂອງ^ພຣະອົງ
[7] ແລະບັດນີ້ ພວກເຂົາຮູ້ຈັກແລ້ວວ່າ ທຸກໆສິ່ງທີ່ພຣະອົງໃຫ້ຂ້ານ້ອຍນັ້ນກໍມາຈາກພຣະອົງ.
[8] ຂ້ານ້ອຍໄດ້ມອບຖ້ອຍຄຳທີ່ພຣະອົງໄດ້ປະທານແກ່ຂ້ານ້ອຍ ໃຫ້ແກ່ພວກເຂົາ ແລະພວກເຂົາກໍໄດ້ຮັບຖ້ອຍຄຳນັ້ນແລ້ວ ພວກເຂົາຮູ້ຢ່າງຄັກແນ່ວ່າຂ້ານ້ອຍໄດ້ມາຈາກພຣະອົງ ແລະເຊື່ອວ່າພຣະອົງໄດ້ໃຊ້ຂ້ານ້ອຍມາ.
[9] ຂ້ານ້ອຍພາວັນນາ^ອະທິຖານເພື່ອພວກເຂົາ ຂ້ານ້ອຍບໍ່ໄດ້ພາວັນນາ^ອະທິຖານເພື່ອໂລກ ແຕ່ເພື່ອຄົນເຫລົ່ານັ້ນ ທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພາະພວກເຂົາເປັນຂອງ^ພຣະອົງ.
[10] ທຸກສິ່ງທີ່ເປັນຂອງ^ຂ້ານ້ອຍ ກໍເປັນຂອງ^ພຣະອົງ ແລະທຸກສິ່ງທີ່ເປັນຂອງ^ພຣະອົງ ກໍເປັນຂອງ^ຂ້ານ້ອຍ ແລະສະຫງ່າຣາສີຂອງ^ຂ້ານ້ອຍກໍມີຜ່ານທາງພວກເຂົາ.
[11] ບັດນີ້ ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ຕໍ່ໄປອີກແລ້ວ ແຕ່ພວກເຂົາຍັງຈະຢູ່ໃນໂລກນີ້ ດຽວນີ້ຂ້ານ້ອຍໃກ້ຈະເມືອຫາພຣະອົງ. ໂອ ພຣະບິດາເຈົ້າຜູ້ບໍຣິສຸດ^ເອີຍ ຂໍໂຜດພິທັກຮັກສາພວກເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງ^ພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງ^ອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງ^ອັນດຽວກັນ.
[12] ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົານັ້ນ ຂ້ານ້ອຍກໍໄດ້ປົກປັກຮັກສາພວກເຂົາໄວ້ ໂດຍຣິດອຳນາດແຫ່ງພຣະນາມຂອງ^ພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍໄດ້ປົກປ້ອງພວກເຂົາໄວ້ ແລະບໍ່ມີຜູ້ໃດໃນພວກເຂົາໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ທີ່ຖືກໝາຍໄວ້ສຳລັບຄວາມ^ຈິບຫາຍ ເພື່ອຈະໄດ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ.
[13] ບັດນີ້ ຂ້ານ້ອຍກຳລັງຈະເມືອຫາພຣະອົງ ຂ້ານ້ອຍກ່າວເຖິງສິ່ງເຫລົ່ານີ້ໃນໂລກ ເພື່ອພວກເຂົາຈະໄດ້^ຮັບຄວາມ^ຊົມຊື່ນ^ຍິນດີຂອງ^ຂ້ານ້ອຍຢ່າງຄົບ^ເຕັມ^ບໍລິບູນ.
[14] ຝ່າຍຂ້ານ້ອຍໄດ້ມອບພຣະຄຳຂອງ^ພຣະອົງໃຫ້ແກ່ພວກເຂົາແລ້ວ ແລະໂລກນີ້ໄດ້ກຽດຊັງພວກເຂົາ ເພາະພວກເຂົາບໍ່ເປັນຂອງ^ໂລກ ເໝືອນດັ່ງຂ້ານ້ອຍບໍ່ເປັນຂອງ^ໂລກ.
[15] ຂ້ານ້ອຍບໍ່ໄດ້ຂໍພຣະອົງໃຫ້ເອົາພວກເຂົາອອກໄປຈາກໂລກນີ້ ແຕ່ຂ້ານ້ອຍຂໍພຣະອົງໃຫ້ປົກປັກຮັກສາພວກເຂົາຈາກມານຊົ່ວຮ້າຍ.
[16] ພວກເຂົາບໍ່ເປັນຂອງ^ໂລກ ເໝືອນດັ່ງຂ້ານ້ອຍບໍ່ເປັນຂອງ^ໂລກ.
[17] ພຣະຄຳຂອງ^ພຣະອົງເປັນຄວາມຈິງ ຂໍໂຜດຊຳລະໃຫ້ພວກເຂົາບໍຣິສຸດດ້ວຍຄວາມຈິງຂອງ^ພຣະອົງ.
[18] ພຣະອົງໃຊ້ຂ້ານ້ອຍເຂົ້າມາໃນໂລກສັນໃດ ຂ້ານ້ອຍກໍໃຊ້ພວກເຂົາໄປໃນໂລກສັນນັ້ນ.
[19] ຂ້ານ້ອຍຖວາຍຕົວແກ່ພຣະອົງ ເພາະເຫັນແກ່ພວກເຂົາ ເພື່ອໃຫ້ພວກເຂົາໄດ້ຮັບການຊົງຊຳລະແຕ່ງຕັ້ງໄວ້ດ້ວຍຄວາມຈິງເໝືອນກັນ.
[20] ຂ້ານ້ອຍພາວັນນາ^ອະທິຖານ ບໍ່ແມ່ນແຕ່ສຳລັບພວກເຂົາເທົ່ານັ້ນ ແຕ່ສຳລັບຄົນທັງຫລາຍທີ່ວາງໃຈເຊື່ອໃນຂ້ານ້ອຍ ເພາະຖ້ອຍຄຳຂອງ^ພວກເຂົາ.
[21] ເພື່ອໃຫ້ພວກເຂົາທັງໝົດເປັນອັນໜຶ່ງ^ອັນດຽວກັນ, ໂອ ພຣະບິດາເຈົ້າ^ເອີຍ ຂໍໂຜດໃຫ້ພວກເຂົາຢູ່ໃນເຮົາທັງສອງເໝືອນກັນ ເໝືອນດັ່ງພຣະອົງສະຖິດຢູ່ໃນຂ້ານ້ອຍ ແລະຂ້ານ້ອຍຢູ່ໃນພຣະອົງ, ຂໍໃຫ້ພວກເຂົາເປັນອັນໜຶ່ງອັນດຽວກັນ ເພື່ອໂລກຈະເຊື່ອວ່າແມ່ນພຣະອົງນັ້ນແຫລະ ທີ່ໃຊ້ຂ້ານ້ອຍມາ.
[22] ຂ້ານ້ອຍມອບກຽດຕິຍົດຢ່າງດຽວກັນກັບທີ່ພຣະອົງໃຫ້ຂ້ານ້ອຍນັ້ນແກ່ພວກເຂົາ ເພື່ອພວກເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.
[23] ຂ້ານ້ອຍຢູ່ໃນພວກເຂົາ ແລະພຣະອົງສະຖິດຢູ່ໃນຂ້ານ້ອຍ ເພື່ອພວກເຂົາຈະເປັນອັນໜຶ່ງ^ອັນດຽວຢ່າງຄົບ^ບໍລິບູນ ເພື່ອໂລກຈະໄດ້ຮູ້ຈັກວ່າ ແມ່ນພຣະອົງນັ້ນແຫລະ ທີ່ໃຊ້ຂ້ານ້ອຍມາ ແລະທັງໄດ້ຮູ້ຈັກວ່າພຣະອົງໄດ້ຮັກພວກເຂົາ ເໝືອນດັ່ງທີ່ພຣະອົງໄດ້ຮັກຂ້ານ້ອຍ.
[24] ໂອ ພຣະບິດາເຈົ້າ^ເອີຍ ພຣະອົງໄດ້ມອບພວກເຂົາໃຫ້ແກ່ຂ້ານ້ອຍ, ຂ້ານ້ອຍຢາກໃຫ້ພວກເຂົາຢູ່ກັບຂ້ານ້ອຍ ໃນບ່ອນທີ່ຂ້ານ້ອຍຢູ່ນັ້ນເໝືອນກັນ ເພື່ອພວກເຂົາຈະໄດ້ເຫັນສະຫງ່າຣາສີຂອງ^ຂ້ານ້ອຍ ທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພາະພຣະອົງຮັກຂ້ານ້ອຍຕັ້ງແຕ່ກ່ອນສ້າງໂລກ.
[25] ໂອ ພຣະບິດາເຈົ້າ ຜູ້ຊົງຊອບທຳ^ເອີຍ ໂລກນີ້ບໍ່ຮູ້ຈັກພຣະອົງ ແຕ່ຂ້ານ້ອຍຮູ້ຈັກພຣະອົງ ແລະຄົນເຫລົ່ານີ້ຮູ້ຈັກວ່າແມ່ນພຣະອົງນັ້ນແຫລະ ທີ່ໄດ້ຊົງໃຊ້ຂ້ານ້ອຍມາ.
[26] ຂ້ານ້ອຍໄດ້ເຮັດໃຫ້ນາມຊື່ຂອງ^ພຣະອົງ ເປັນທີ່ຮູ້ຈັກແກ່ພວກເຂົາ ແລະຂ້ານ້ອຍຈະເຮັດໃຫ້ພວກເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະອົງມີຕໍ່ຂ້ານ້ອຍນັ້ນຈະຢູ່ໃນພວກເຂົາ ແລະຂ້ານ້ອຍກໍຢູ່ໃນພວກເຂົາເໝືອນກັນ.”