[1] ກ່ອນເຖິງວັນເທດສະການປັດສະຄາ ພຣະເຢຊູເຈົ້າຮູ້ດີວ່າ ເວລາທີ່ພຣະອົງຈະຈາກໂລກນີ້ ໄປຫາພຣະບິດາເຈົ້າກໍມາເຖິງແລ້ວ ພຣະອົງຮັກພວກຂອງ^ພຣະອົງຢູ່ໃນໂລກນີ້ ແລະພຣະອົງຮັກພວກເຂົາຈົນເຖິງທີ່ສຸດ.
[2] ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງ^ພຣະອົງ ກຳລັງຮ່ວມຮັບປະທານອາຫານຢູ່ນັ້ນ ມານຮ້າຍໄດ້ເຂົ້າສິງຢູ່ໃນໃຈຂອງ^ຢູດາອິດສະກາຣີອົດ ລູກຊາຍຂອງ^ຊີໂມນ ໃຫ້ມີຄວາມ^ຄິດທໍລະຍົດຕໍ່ພຣະເຢຊູເຈົ້າ.
[3] ພຣະເຢຊູເຈົ້າຮູ້ວ່າ ພຣະບິດາເຈົ້າໄດ້ມອບທຸກສິ່ງໃຫ້ຢູ່ໃຕ້ອຳນາດຂອງ^ພຣະອົງ ແລະຮູ້ວ່າພຣະອົງເອງມາຈາກພຣະເຈົ້າ ແລະ ກຳລັງຈະກັບເມືອຫາພຣະເຈົ້າ.
[4] ດັ່ງນັ້ນ ພຣະອົງຈຶ່ງລຸກຂຶ້ນຈາກພາເຂົ້າ ແລ້ວແກ້ເສື້ອຊັ້ນນອກອອກ ແລະໃຊ້ຜ້າມັດແອວ.
[5] ແລ້ວພຣະອົງກໍຖອກນໍ້າໃສ່ຊາມ ແລະເລີ່ມລ້າງຕີນຂອງ^ພວກສາວົກ ແລະເຊັດຕີນຂອງ^ພວກເພິ່ນດ້ວຍຜ້າມັດແອວນັ້ນ.
[6] ເມື່ອພຣະອົງມາຮອດຊີໂມນເປໂຕ ເພິ່ນຈຶ່ງຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ພຣະອົງຈະລ້າງຕີນໃຫ້ຂ້ານ້ອຍຊັ້ນບໍ?”
[7] ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາເຮັດຢູ່ດຽວນີ້, ແຕ່ເຈົ້າຈະເຂົ້າໃຈຕາມພາຍຫລັງ.”
[8] ເປໂຕຕອບວ່າ, “ພຣະອົງຈະລ້າງຕີນຂ້ານ້ອຍບໍ່ໄດ້ຈັກເທື່ອ.” ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາບໍ່ລ້າງຕີນເຈົ້າ ເຈົ້າກໍບໍ່ໄດ້ມີສ່ວນໃນເຮົາ.”
[9] ຊີໂມນເປໂຕຕອບພຣະອົງວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເຈົ້າ^ເອີຍ ບໍ່ແມ່ນແຕ່ຕີນເທົ່ານັ້ນ ລ້າງທັງມືແລະຫົວຂອງ^ຂ້ານ້ອຍນຳດ້ວຍ.”
[10] ພຣະເຢຊູເຈົ້າກ່າວຕໍ່ເພິ່ນວ່າ, “ຜູ້ທີ່ໄດ້ອາບນໍ້າແລ້ວ ບໍ່ຈຳເປັນຕ້ອງລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນກໍພໍ. ພວກເຈົ້າກໍເປັນຄົນສະອາດແລ້ວ, ແຕ່ບໍ່ແມ່ນໝົດທຸກຄົນ.”
[11] ພຣະອົງຮູ້ແລ້ວວ່າແມ່ນຜູ້ໃດຈະທໍລະຍົດຕໍ່ພຣະອົງ. ສະນັ້ນ ພຣະອົງຈຶ່ງກ່າວວ່າ, “ພວກເຈົ້າເປັນຄົນສະອາດແລ້ວ ແຕ່ບໍ່ແມ່ນໝົດທຸກຄົນ.”
[12] ຫລັງຈາກທີ່ພຣະອົງໄດ້ລ້າງຕີນຂອງ^ພວກເພິ່ນແລ້ວ ພຣະອົງກໍເອົາເສື້ອຊັ້ນນອກມານຸ່ງຄືນ ແລະກັບໄປທີ່ພາເຂົ້າ ແລ້ວພຣະອົງຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເຖິງສິ່ງທີ່ເຮົາຫາກໍເຮັດຕໍ່ພວກເຈົ້ານີ້ແລ້ວບໍ?
[13] ພວກເຈົ້າເອີ້ນເຮົາວ່າ ພຣະອາຈານ ແລະພຣະອົງເຈົ້າ ພວກເຈົ້າເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນແທ້.
[14] ດັ່ງນັ້ນ ຖ້າເຮົາຜູ້ເປັນພຣະອົງເຈົ້າ ແລະພຣະອາຈານໄດ້ລ້າງຕີນໃຫ້ພວກເຈົ້າສັນໃດ ພວກເຈົ້າກໍຄວນລ້າງຕີນໃຫ້ກັນແລະກັນສັນນັ້ນ.
[15] ດ້ວຍວ່າ, ເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກເຈົ້າແລ້ວ ເພື່ອໃຫ້ພວກເຈົ້າເຮັດເໝືອນດັ່ງທີ່ເຮົາໄດ້ເຮັດແກ່ພວກເຈົ້ານັ້ນ.
[16] ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ, ຄົນໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ແລະຜູ້ທີ່ຖືກໃຊ້ໄປກໍບໍ່ຫ່ອນໃຫຍ່ກວ່າຜູ້ທີ່ໄດ້ໃຊ້ຕົນໄປນັ້ນ.
[17] ເມື່ອເຈົ້າ^ທັງຫລາຍຮູ້ຄວາມຈິງນີ້ແລ້ວ ພວກເຈົ້າເຮັດຕາມ ພວກເຈົ້າກໍເປັນສຸກ.
[18] ເຮົາບໍ່ໄດ້ກ່າວເຖິງພວກເຈົ້າທຸກຄົນ ເຮົາຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ, ແຕ່ຈະເປັນຈິງຕາມພຣະຄຳພີໄດ້ກ່າວໄວ້ວ່າ, ‘ຜູ້ທີ່ກິນອາຫານຂອງເຮົາ ກໍຍໍສົ້ນຕີນໃສ່ເຮົາ.’
[19] ເຮົາບອກພວກເຈົ້າໃນເລື່ອງນີ້ກ່ອນເຫດການຈະເກີດຂຶ້ນ ເພື່ອວ່າເມື່ອເກີດຂຶ້ນແລ້ວ ພວກເຈົ້າຈະເຊື່ອວ່າ, ‘ເຮົາເປັນຜູ້ທີ່ເຮົາເປັນ.’
[20] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຜູ້ໃດທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປ ກໍຕ້ອນຮັບເຮົາເໝືອນກັນ ແລະຜູ້ໃດທີ່ຕ້ອນຮັບເຮົາ ກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ.”
[21] ຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍວຸ້ນວາຍໃນໃຈ ແລະກ່າວຢ່າງເປີດເຜີຍວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ‘ມີຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ.’”
[22] ພວກສາວົກແນມເບິ່ງໜ້າກັນແລະກັນ ສົງໄສວ່າຄົນທີ່ພຣະອົງກ່າວເຖິງນັ້ນໝາຍເຖິງຜູ້ໃດ.
[23] ມີຄົນໜຶ່ງໃນພວກສາວົກທີ່ພຣະອົງຊົງຮັກນັ່ງເນີ້ງຕົວອີງພຣະເຢຊູເຈົ້າ.
[24] ຊີໂມນເປໂຕຍິກໜ້າໃສ່ລາວ ແລ້ວເວົ້າວ່າ, “ຖາມເພິ່ນເບິ່ງດູວ່າ ເພິ່ນກ່າວເຖິງຜູ້ໃດ?”
[25] ສະນັ້ນ ສາວົກຄົນທີ່ນັ່ງເນີ້ງຕົວອີງພຣະອົງຢູ່ ຈຶ່ງຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ແມ່ນຜູ້ໃດ?”
[26] ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົາຈະເອົາອາຫານຄຳນີ້ຈໍ້າແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫລະ.” ເມື່ອຈໍ້າອາຫານຄຳນັ້ນແລ້ວ ກໍຍື່ນໃຫ້ຢູດາ ລູກຊາຍຂອງ^ຊີໂມນອິດສະກາຣີອົດ.
[27] ພໍຢູດາກິນອາຫານນີ້ແລ້ວ ມານຊາຕານກໍເຂົ້າສິງໃນໃຈລາວ ພຣະເຢຊູເຈົ້າບອກຢູດາວ່າ, “ຈົ່ງຟ້າວເຮັດ ສິ່ງທີ່ເຈົ້າກຳລັງຈະເຮັດນັ້ນສາ”
[28] ບໍ່ມີຜູ້ໃດທີ່ນັ່ງຮ່ວມໂຕະເຂົ້າໃຈວ່າ ເປັນຫຍັງພຣະອົງຈຶ່ງກ່າວແກ່ລາວຢ່າງນັ້ນ.
[29] ຍ້ອນຢູດາເປັນຜູ້ຖືຖົງ^ເງິນ ສາວົກບາງຄົນຈຶ່ງຄິດວ່າ ພຣະເຢຊູເຈົ້າບອກໃຫ້ລາວໄປຊື້ສິ່ງຂອງ^ຈຳເປັນສຳລັບເທດສະການ ຫລືໃຫ້ລາວເອົາເຄື່ອງຂອງ^ໄປໃຫ້ຄົນ^ຍາກຈົນ.
[30] ເມື່ອຢູດາໄດ້ຮັບອາຫານຄຳນັ້ນແລ້ວ ລາວກໍອອກໜີໄປທັນທີ ຂະນະນັ້ນເປັນເວລາກາງຄືນ.
[31] ເມື່ອຢູດາອອກໄປແລ້ວ ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະພຣະເຈົ້າກໍຮັບກຽດຕິຍົດເພາະບຸດມະນຸດ.
[32] ຖ້າພຣະເຈົ້າຊົງຮັບກຽດຕິຍົດເພາະບຸດມະນຸດ ພຣະເຈົ້າຈະປະທານໃຫ້ບຸດມະນຸດມີກຽດຕິຍົດຮ່ວມກັບພຣະອົງ ແລະຈະໃຫ້ມີກຽດຕິຍົດໃນບັດນີ້.
[33] ລູກນ້ອຍທັງຫລາຍຂອງເຮົາ^ເອີຍ ເຮົາຍັງຈະຢູ່ກັບພວກເຈົ້າອີກບໍ່ດົນ ພວກເຈົ້າຈະຊອກຫາເຮົາ ແລະເໝືອນເຮົາໄດ້ບອກພວກເຈົ້ານາຍຢິວວ່າ, ‘ບ່ອນທີ່ເຮົາໄປນັ້ນ ພວກເຈົ້າໄປບໍ່ໄດ້.’
[34] ບັດນີ້ ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື: ຈົ່ງຮັກຊຶ່ງກັນແລະກັນ ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ.
[35] ຖ້າພວກເຈົ້າຮັກຊຶ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.”
[36] ແລ້ວຊີໂມນເປໂຕກໍຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ພຣະອົງຈະໄປໃສ?” ພຣະເຢຊູເຈົ້າຕອບວ່າ, “ບ່ອນທີ່ເຮົາກຳລັງຈະໄປເວລານີ້ນັ້ນ ເຈົ້າຕາມໄປບໍ່ໄດ້ ແຕ່ພາຍຫລັງເຈົ້າຈຶ່ງຈະຕາມເຮົາໄປ.”
[37] ເປໂຕຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ເປັນຫຍັງຂ້ານ້ອຍຈຶ່ງຕາມພຣະອົງໄປເວລານີ້ບໍ່ໄດ້? ຂ້ານ້ອຍພ້ອມແລ້ວທີ່ຈະຕາຍເພື່ອພຣະອົງ.”
[38] ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະຕາຍເພື່ອເຮົາແທ້ບໍ? ເຮົາບອກເຈົ້າຕາມ^ຄວາມຈິງວ່າ, ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.”