[1] ສາມວັນຕໍ່ມາ ໄດ້ມີງານ^ສົມຣົດທີ່ບ້ານການາໃນແຂວງຄາລີເລ ແລະແມ່ຂອງ^ພຣະເຢຊູເຈົ້າກໍຢູ່ທີ່ນັ້ນ,
[2] ຝ່າຍພຣະເຢຊູເຈົ້າກັບພວກສາວົກຂອງ^ພຣະອົງ ກໍຖືກເຊີນໄປຮ່ວມໃນງານນັ້ນເໝືອນກັນ.
[3] ເມື່ອເຫລົ້າ^ອະງຸ່ນໝົດແລ້ວ, ແມ່ຂອງ^ພຣະເຢຊູເຈົ້າ ຈຶ່ງເວົ້າກັບພຣະອົງວ່າ, “ພວກເຂົາໝົດເຫລົ້າ^ອະງຸ່ນແລ້ວ.”
[4] ພຣະເຢຊູເຈົ້າຕອບວ່າ, “ນາງ^ເອີຍ ປະໃຫ້ເປັນທຸລະຂອງເຮົາເສຍ ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ.”
[5] ແມ່ຂອງ^ພຣະອົງຈຶ່ງບອກຕໍ່ຄົນ^ຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.”
[6] ໃນບ່ອນນັ້ນມີອ່າງຕັ້ງໄວ້ຢູ່ຫົກໜ່ວຍ ຄືອ່າງທີ່ຊາວຢິວໃຊ້ໃນພິທີຊຳລະລ້າງຕາມທຳນຽມ ອ່າງແຕ່ລະໜ່ວຍໃສ່ນໍ້າໄດ້ປະມານຮ້ອຍລິດ.
[7] ພຣະເຢຊູເຈົ້າບອກພວກຄົນ^ຮັບໃຊ້ນັ້ນວ່າ, “ຈົ່ງຕັກນໍ້າໃສ່ອ່າງນັ້ນໃຫ້ເຕັມ.” ພວກເຂົາກໍຕັກນໍ້າໃສ່ອ່າງນັ້ນເຕັມພຽງປາກ
[8] ແລ້ວພຣະອົງກໍໄດ້ບອກພວກເຂົາວ່າ, “ບັດນີ້ ຈົ່ງຕັກເອົາໄປໃຫ້ເຈົ້າພະນັກງານຜູ້ທີ່ກຳກັບງານກິນລ້ຽງ.” ພວກເຂົາກໍຕັກໄປໃຫ້.
[9] ເມື່ອເຈົ້າພະນັກງານຊີມນໍ້າທີ່ກາຍເປັນເຫລົ້າ^ອະງຸ່ນແລ້ວ ລາວກໍບໍ່ຮູ້ວ່າມາແຕ່ໃສ (ແຕ່ພວກຄົນ^ຮັບໃຊ້ທີ່ຕັກນໍ້າກໍຮູ້) ສະນັ້ນ ລາວຈຶ່ງເອີ້ນເຈົ້າບ່າວມາ
[10] ແລະກ່າວວ່າ, “ທຸກຄົນເຄີຍເອົາເຫລົ້າ^ອະງຸ່ນອັນດີມາໃຫ້ດື່ມກ່ອນ ແລະເມື່ອພວກເຂົາດື່ມຫລາຍແລ້ວ ຈຶ່ງເອົາອັນບໍ່ດີອອກມາ, ແຕ່ເຈົ້າພັດກັກເອົາເຫລົ້າ^ອະງຸ່ນອັນດີໄວ້ຈົນເຖິງດຽວນີ້ນໍ.”
[11] ພຣະເຢຊູເຈົ້າໄດ້ເຮັດການອັດສະຈັນເທື່ອທຳອິດ ທີ່ບ້ານການາ ແຂວງຄາລີເລ, ໃນທີ່ນັ້ນ ພຣະອົງໄດ້ເປີດເຜີຍສະຫງ່າຣາສີຂອງ^ພຣະອົງໃຫ້ປາກົດ ແລະພວກສາວົກກໍໄດ້ເຊື່ອໃນພຣະອົງ.
[12] ພາຍຫລັງເຫດການນີ້ແລ້ວ ພຣະເຢຊູເຈົ້າໄດ້ລົງໄປຍັງເມືອງກາເປນາອູມ ພ້ອມທັງແມ່, ພວກນ້ອງຊາຍ ແລະພວກສາວົກຂອງ^ພຣະອົງ ພວກເພິ່ນໄດ້ຢູ່ທີ່ນັ້ນບໍ່ຫລາຍວັນ.
[13] ພໍເທດສະການປັດສະຄາຂອງ^ພວກຢິວໃກ້ຈະມາເຖິງ ພຣະເຢຊູເຈົ້າໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມ.
[14] ໃນພຣະວິຫານ ພຣະອົງໄດ້ພົບຄົນຂາຍງົວ, ຂາຍແກະ, ຂາຍນົກເຂົາ ແລະພວກຮັບແລກປ່ຽນເງິນຕາ ກໍນັ່ງຢູ່ທີ່ນັ້ນດ້ວຍ.
[15] ພຣະອົງຈຶ່ງເອົາເຊືອກເຮັດເປັນແສ້ ໄລ່ຄົນເຫລົ່ານັ້ນພ້ອມກັບແກະ ແລະງົວທັງໝົດໃຫ້ອອກໄປຈາກພຣະວິຫານ ແລ້ວພຣະອົງກໍຂວໍ້າໂຕະຂອງ^ຄົນຮັບແລກປ່ຽນເງິນຕາ ແລະຖອກເງິນອັດຖິ້ມ,
[16] ພຣະອົງສັ່ງພວກທີ່ຂາຍນົກເຂົາວ່າ, “ຈົ່ງເອົາສິ່ງເຫລົ່ານີ້ອອກໄປ ຢ່າເຮັດໃຫ້ວິຫານແຫ່ງພຣະບິດາເຈົ້າຂອງເຮົາເປັນບ່ອນຄ້າຂາຍ.”
[17] ພວກສາວົກຂອງ^ພຣະອົງ ຈຶ່ງລະນຶກເຖິງຖ້ອຍຄຳທີ່ໄດ້ຂຽນໄວ້ວ່າ, “ຄວາມ^ຮ້ອນໃຈສຳລັບວິຫານຂອງ^ພຣະອົງ ກໍເປັນດັ່ງໄຟທີ່ໄໝ້ຢູ່ພາຍໃນຂ້ານ້ອຍ.”
[18] ພວກຜູ້ນຳຢິວໄດ້ຖາມພຣະອົງວ່າ, “ເຈົ້າຈະສະແດງການອັດສະຈັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການນີ້?”
[19] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຖ້າມ້າງພຣະວິຫານນີ້ລົງເສຍ ແລະເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.”
[20] ພວກຜູ້ນຳຢິວຈຶ່ງເວົ້າວ່າ, “ເຂົາໄດ້ສ້າງພຣະວິຫານນີ້ຂຶ້ນ ໃຊ້ເວລາເຖິງສີ່ສິບຫົກປີຈຶ່ງສຳເລັດ ສ່ວນເຈົ້າຈະສ້າງຂຶ້ນໃໝ່ໃນສາມວັນຊັ້ນບໍ?”
[21] ພຣະວິຫານທີ່ພຣະເຢຊູເຈົ້າກ່າວເຖິງນັ້ນ ແມ່ນຮ່າງກາຍຂອງ^ພຣະອົງເອງ.
[22] ດັ່ງນັ້ນ ຫລັງຈາກທີ່ພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ ພວກສາວົກຈຶ່ງລະນຶກເຖິງຄຳເວົ້າ ທີ່ພຣະອົງເຄີຍໄດ້ກ່າວ ແລະພວກເພິ່ນກໍໄດ້ເຊື່ອພຣະຄຳພີກັບທັງຖ້ອຍຄຳ ທີ່ພຣະເຢຊູເຈົ້າໄດ້ກ່າວນັ້ນ.
[23] ຂະນະທີ່ພຣະເຢຊູເຈົ້າຍັງຢູ່ໃນນະຄອນເຢຣູຊາເລັມ ຍາມເທດສະການສະຫລອງປັດສະຄານັ້ນ ໄດ້ມີຫລາຍຄົນຮັບເຊື່ອໃນພຣະນາມຂອງ^ພຣະອົງ ເພາະພວກເຂົາເຫັນການອັດສະຈັນທີ່ພຣະອົງໄດ້ກະທຳ.
[24] ແຕ່ພຣະເຢຊູເຈົ້າບໍ່ໄດ້ໄວ້ວາງໃຈໃນຄົນເຫລົ່ານັ້ນ ເພາະພຣະອົງຮູ້ຈັກມະນຸດທຸກຄົນ.
[25] ພຣະອົງບໍ່ຕ້ອງການໃຫ້ຜູ້ໃດບອກພຣະອົງເຖິງເລື່ອງຂອງ^ມະນຸດ ເພາະພຣະອົງເອງຮູ້ດີວ່າ ມີຫຍັງແດ່ຢູ່ໃນໃຈຂອງ^ມະນຸດ.