[1] ເມື່ອພຣະເຢຊູເຈົ້າກຳລັງຍ່າງອອກໄປນັ້ນ ພຣະອົງເຫັນຊາຍຄົນໜຶ່ງຕາບອດມາແຕ່ເກີດ.
[2] ພວກສາວົກຖາມພຣະອົງວ່າ, “ພຣະອາຈານ^ເອີຍ ບາບກຳຂອງ^ຜູ້ໃດ ຈຶ່ງເປັນເຫດໃຫ້ຊາຍຄົນນີ້ເກີດມາຕາບອດ? ບາບກຳຂອງ^ລາວເອງ ຫລືຂອງ^ພໍ່ແມ່ລາວ?”
[3] ພຣະເຢຊູເຈົ້າຊົງຕອບວ່າ, “ບໍ່ແມ່ນຍ້ອນການບາບຂອງ^ລາວ ຫລືບາບກຳຂອງ^ພໍ່ແມ່ລາວ ລາວຕາບອດເພື່ອໃຫ້ພາລະກິດຂອງ^ພຣະເຈົ້າສຳແດງໃນຕົວລາວ.
[4] ເມື່ອຍັງເວັນຢູ່ ເຮົາທັງຫລາຍຕ້ອງເຮັດພາລະກິດຂອງ^ພຣະອົງ ຜູ້ທີ່ໄດ້ໃຊ້ເຮົາມາ ເວລາກາງຄືນກໍໃກ້ຈະມາເຖິງແລ້ວ ຄືເວລາທີ່ບໍ່ມີຜູ້ໃດເຮັດການໄດ້.
[5] ຕາບໃດທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມ^ສະຫວ່າງຂອງ^ໂລກ.”
[6] ຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍຖົ່ມນໍ້າລາຍລົງໃສ່ດິນໃຫ້ເປັນຂີ້ຕົມ ພຣະອົງເອົາຂີ້ຕົມນັ້ນທາໃສ່ຕາຂອງ^ຄົນຕາບອດ
[7] ທັງບອກລາວວ່າ, “ໃຫ້ເຈົ້າໄປລ້າງທີ່ສະນໍ້າຊີໂລອາມ” (ຊື່ນີ້ແປວ່າ ໃຊ້ໄປ). ດັ່ງນັ້ນ ຊາຍຄົນນີ້ຈຶ່ງໄປລ້າງ ແລະກັບຄືນມາກໍເຫັນຮຸ່ງ.
[8] ພວກຄົນໃກ້ຄຽງ ແລະຄົນທີ່ເຄີຍເຫັນລາວຂໍທານມາແຕ່ກ່ອນ ໄດ້ຖາມກັນວ່າ, “ຄົນນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍທານນັ້ນບໍ?”
[9] ບາງຄົນເວົ້າວ່າ, “ແມ່ນລາວຫັ້ນແຫລະ” ແຕ່ຄົນອື່ນຊໍ້າພັດເວົ້າວ່າ, “ບໍ່ແມ່ນ ຄົນຄືຄົນ.” ດັ່ງນັ້ນ ລາວຈຶ່ງເວົ້າວ່າ, “ຂ້ອຍນີ້ແຫລະ ເປັນຊາຍຄົນນັ້ນ.”
[10] ພວກເຂົາຈຶ່ງຖາມລາວວ່າ, “ເຫດໃດຕາຂອງ^ເຈົ້າຈຶ່ງເຫັນຮຸ່ງໄດ້?”
[11] ລາວຕອບວ່າ, “ມີຊາຍຄົນໜຶ່ງຊື່ວ່າ ເຢຊູ ໄດ້ເຮັດຂີ້ຕົມທາໃສ່ຕາຂອງຂ້ອຍ, ແລ້ວເພິ່ນບອກຂ້ອຍໃຫ້ໄປລ້າງທີ່ສະນໍ້າຊີໂລອາມ. ດັ່ງນັ້ນ ຂ້ອຍຈຶ່ງໄປລ້າງ ແລ້ວຂ້ອຍກໍເລີຍເຫັນຮຸ່ງໄດ້.”
[12] ພວກເຂົາຖາມວ່າ, “ລາວຢູ່ໃສ?” ລາວຕອບພວກເຂົາວ່າ, “ຂ້ອຍບໍ່ຮູ້.”
[13] ແລ້ວພວກເຂົາກໍພາຊາຍທີ່ເຄີຍເປັນຄົນຕາບອດນັ້ນ ມາຫາພວກຟາຣີຊາຍ.
[14] ວັນທີ່ພຣະເຢຊູເຈົ້າເຮັດຂີ້ຕົມຮັກສາຊາຍຕາບອດຜູ້ນັ້ນ ເປັນວັນ^ຊະບາໂຕ.
[15] ສະນັ້ນ ພວກຟາຣີຊາຍຈຶ່ງຖາມຊາຍຄົນນັ້ນອີກວ່າ, ລາວເຫັນຮຸ່ງໄດ້ຢ່າງໃດ ລາວຕອບພວກເຂົາວ່າ, “ເພິ່ນໄດ້ເອົາຂີ້ຕົມທາຕາຂອງ^ຂ້ານ້ອຍ ເມື່ອຂ້ານ້ອຍໄປລ້າງແລ້ວກໍເລີຍເຫັນຮຸ່ງ.”
[16] ພວກຟາຣີຊາຍບາງຄົນຈຶ່ງເວົ້າວ່າ, “ຜູ້ທີ່ເຮັດການເຊັ່ນນີ້ບໍ່ໄດ້ມາຈາກພຣະເຈົ້າ ເພາະລາວບໍ່ໄດ້ຖືຮັກສາກົດຂອງ^ວັນ^ຊະບາໂຕ.” ແຕ່ຄົນອື່ນເວົ້າວ່າ, “ຄົນບາບຈະເຮັດການອັດສະຈັນແນວນີ້ໄດ້ຢ່າງໃດ?” ແລ້ວພວກເຂົາກໍເກີດມີການແຕກແຍກກັນ.
[17] ສະນັ້ນ ພວກຟາຣີຊາຍຈຶ່ງຖາມຄົນນັ້ນອີກວ່າ, “ເຈົ້າເດ ເຈົ້າວ່າຊາຍທີ່ໄດ້ເຮັດໃຫ້ຕາເຈົ້າເຫັນຮຸ່ງນັ້ນເປັນຜູ້ໃດ?” ລາວຕອບວ່າ, “ເພິ່ນເປັນຜູ້ທຳນວາຍ.”
[18] ພວກເຈົ້າໜ້າທີ່ຢິວບໍ່ເຊື່ອວ່າ ຊາຍຜູ້ນີ້ຕາບອດ ແລະເຫັນຮຸ່ງໄດ້. ສະນັ້ນ ພວກເຂົາຈຶ່ງໄດ້ເອີ້ນເອົາພໍ່ແມ່ຂອງ^ລາວມາ
[19] ແລ້ວຖາມວ່າ, “ຄົນນີ້ເປັນລູກຊາຍຂອງ^ພວກເຈົ້າບໍ? ພວກເຈົ້າເວົ້າວ່າລາວຕາບອດມາແຕ່ເກີດ ບັດນີ້ ເປັນຫຍັງລາວຈຶ່ງເຫັນຮຸ່ງໄດ້?”
[20] ຜູ້ເປັນພໍ່ແມ່ຕອບວ່າ, “ພວກຂ້ານ້ອຍຮູ້ວ່າ ລູກຊາຍຂອງ^ພວກຂ້ານ້ອຍຕາບອດມາແຕ່ເກີດ.
[21] ບັດນີ້ ພວກຂ້ານ້ອຍບໍ່ຮູ້ວ່າ ລາວເຫັນຮຸ່ງໄດ້ຢ່າງໃດ ແລະບໍ່ຮູ້ວ່າແມ່ນຜູ້ໃດປິ່ນປົວຕາຂອງ^ລາວໃຫ້ຫາຍດີ ໃຫ້ພວກທ່ານຖາມລາວເອງ ເພາະລາວພົ້ນກະສຽນອາຍຸແລ້ວ ແລະຄົງເວົ້າເລື່ອງຂອງ^ຕົນເອງໄດ້.”
[22] ການທີ່ພໍ່ແມ່ລາວເວົ້າຢ່າງນີ້ ກໍຍ້ອນຢ້ານພວກເຈົ້າໜ້າທີ່ຢິວ ເພາະພວກເຂົາໄດ້ຕົກລົງກັນໄວ້ແລ້ວວ່າ, ຜູ້ໃດທີ່ຮັບວ່າພຣະເຢຊູເຈົ້າເປັນພຣະຄຣິດ ຜູ້ນັ້ນຈະຕ້ອງຖືກໄລ່ອອກຈາກທຳມະສາລາ.
[23] ດັ່ງນັ້ນ ພໍ່ແມ່ຂອງ^ລາວຈຶ່ງເວົ້າວ່າ, “ລາວພົ້ນກະສຽນອາຍຸແລ້ວ ຈົ່ງຖາມລາວເອງສາ.”
[24] ພວກເຂົາເອີ້ນຊາຍຕາບອດມາເປັນເທື່ອທີສອງ ແລະເວົ້າຕໍ່ລາວວ່າ, “ຈົ່ງສັນຍາຊ້ອງໜ້າພຣະເຈົ້າວ່າ ເຈົ້າຈະເວົ້າຄວາມຈິງ ພວກເຮົາຮູ້ວ່າຊາຍຄົນນັ້ນເປັນຄົນບາບ.”
[25] ລາວຕອບພວກເຂົາວ່າ, “ເພິ່ນເປັນຄົນບາບ ຫລືບໍ່ນັ້ນຂ້ານ້ອຍບໍ່ຮູ້ ຂ້ານ້ອຍຮູ້ພຽງແຕ່ວ່າ ເມື່ອກ່ອນນັ້ນຂ້ານ້ອຍຕາບອດ ແລະດຽວນີ້ໄດ້ເຫັນຮຸ່ງແລ້ວ.”
[26] ພວກເຂົາຖາມລາວຕື່ມວ່າ, “ເພິ່ນໄດ້ເຮັດຢ່າງໃດຕໍ່ເຈົ້າ ແລະເຮັດໃຫ້ຕາຂອງ^ເຈົ້າເຫັນຮຸ່ງໄດ້ຢ່າງໃດ?”
[27] ລາວຕອບພວກເຂົາວ່າ, “ຂ້ານ້ອຍໄດ້ບອກພວກທ່ານແລ້ວ ແຕ່ພວກທ່ານບໍ່ຟັງ ເປັນຫຍັງຈຶ່ງຢາກຟັງອີກ? ບໍ່ແມ່ນພວກທ່ານຢາກເປັນສາວົກຂອງ^ເພິ່ນເໝືອນກັນບໍ?”
[28] ພວກເຂົາເວົ້າໝິ່ນປະໝາດລາວວ່າ, “ມຶງຫັ້ນແຫລະ ເປັນສາວົກຂອງ^ຄົນນັ້ນ, ແຕ່ສຳລັບພວກເຮົາແລ້ວເປັນສາວົກຂອງ^ໂມເຊ.
[29] ພວກເຮົາຮູ້ວ່າພຣະເຈົ້າໄດ້ກ່າວແກ່ໂມເຊ ແຕ່ສຳລັບຄົນນັ້ນແລ້ວພວກເຮົາບໍ່ຮູ້ວ່າລາວມາຈາກໃສ.”
[30] ຊາຍຄົນນັ້ນຕອບພວກເຂົາວ່າ, “ເປັນໜ້າແປກ^ປະຫລາດແທ້ໆ ພວກທ່ານບໍ່ຮູ້ວ່າເພິ່ນມາຈາກໃສ, ແຕ່ເພິ່ນໄດ້ຮັກສາຕາຂອງ^ຂ້ານ້ອຍໃຫ້ຫາຍດີ
[31] ພວກເຮົາຮູ້ຢູ່ວ່າ ພຣະເຈົ້າບໍ່ຊົງຟັງຄົນ^ບາບ ແຕ່ຖ້າຜູ້ໃດຢຳເກງພຣະເຈົ້າ ແລະເຮັດໄປຕາມນໍ້າພຣະໄທຂອງ^ພຣະອົງ ພຣະອົງກໍຊົງຟັງຜູ້ນັ້ນ.
[32] ຕັ້ງແຕ່ໂລກນີ້ມີມາ ບໍ່ເຄີຍໄດ້ຍິນວ່າມີຜູ້ໃດຮັກສາຄົນຕາບອດຕັ້ງແຕ່ເກີດໄດ້ຈັກເທື່ອ.
[33] ຖ້າຊາຍຄົນນີ້ບໍ່ມາຈາກພຣະເຈົ້າແລ້ວ ເພິ່ນເຮັດສິ່ງໃດບໍ່ໄດ້ດອກ.”
[34] ພວກເຂົາຕອບຄົນນັ້ນວ່າ, “ມຶງເກີດ ແລະໃຫຍ່ມາໃນບາບກຳທັງນັ້ນ ແລ້ວມຶງຈະມາສັ່ງສອນພວກເຮົາຊັ້ນບໍ?” ແລ້ວພວກເຂົາກໍໄລ່ຊາຍຄົນນັ້ນອອກຈາກທຳມະສາລາ.
[35] ພຣະເຢຊູເຈົ້າໄດ້ຍິນວ່າ ພວກເຂົາໄດ້ໄລ່ລາວອອກໜີໄປແລ້ວ ແລະເມື່ອພຣະອົງໄດ້ພົບລາວ ຈຶ່ງຖາມວ່າ, “ເຈົ້າເຊື່ອໃນບຸດມະນຸດບໍ?”
[36] ຊາຍຄົນນັ້ນຕອບພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ບຸດມະນຸດນັ້ນແມ່ນຜູ້ໃດ? ເພື່ອຂ້ານ້ອຍຈະໄດ້ເຊື່ອໃນເພິ່ນ”
[37] ພຣະເຢຊູເຈົ້າຊົງກ່າວແກ່ລາວວ່າ, “ເຈົ້າໄດ້ເຫັນເພິ່ນແລ້ວ ແລະດຽວນີ້ເພິ່ນກຳລັງເວົ້າກັບເຈົ້າຢູ່.”
[38] ລາວຕອບວ່າ, “ຂ້ານ້ອຍວາງໃຈເຊື່ອແລ້ວ ພຣະອົງເຈົ້າ^ເອີຍ.” ຊາຍຜູ້ນັ້ນຈຶ່ງຄຸເຂົ່າລົງຂາບໄຫວ້ພຣະເຢຊູເຈົ້າ.
[39] ພຣະເຢຊູເຈົ້າຊົງກ່າວວ່າ, “ເຮົາໄດ້ມາໃນໂລກນີ້ເພື່ອການຕັດສິນ ເພື່ອວ່າຄົນຕາບອດຈະເຫັນຮຸ່ງ ແລະເພື່ອວ່າຜູ້ທີ່ເຫັນຮຸ່ງຈະກາຍເປັນຄົນຕາບອດ.”
[40] ພວກຟາຣີຊາຍບາງຄົນຢູ່ໃກ້ພຣະອົງໃນທີ່ນັ້ນ ໄດ້ຍິນພຣະອົງກ່າວດັ່ງນີ້ ຈຶ່ງຖາມວ່າ, “ທ່ານຄົງບໍ່ໝາຍຄວາມວ່າພວກເຮົາຕາບອດເໝືອນກັນຕີ້?”
[41] ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າພວກເຈົ້າເປັນຄົນຕາບອດ ພວກເຈົ້າຈະບໍ່ມີບາບກຳ, ແຕ່ບັດນີ້ພວກເຈົ້າເວົ້າວ່າ, ‘ເຮົາເຫັນຢູ່.’ ເຫດສະນັ້ນ ຄວາມ^ຜິດບາບຂອງ^ພວກເຈົ້າຈຶ່ງຍັງມີຢູ່.”