[1] ເມື່ອຕົ້ນເດີມນັ້ນ ພຣະທຳຊົງເປັນຢູ່ແລ້ວ ພຣະທຳນັ້ນຊົງສະຖິດຢູ່ກັບພຣະເຈົ້າ ແລະພຣະທຳນັ້ນແຫລະ ຊົງເປັນພຣະເຈົ້າ.
[2] ແຕ່ຕົ້ນເດີມນັ້ນ ພຣະທຳຊົງສະຖິດຢູ່ກັບພຣະເຈົ້າ.
[3] ພຣະເຈົ້າໄດ້ຊົງສ້າງທຸກສິ່ງຂຶ້ນໂດຍທາງພຣະທຳ ໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີສິ່ງໜຶ່ງສິ່ງໃດທີ່ເປັນມາໂດຍນອກຈາກພຣະທຳ.
[4] ພຣະທຳນັ້ນ ຊົງມີຊີວິດຢູ່ໃນພຣະອົງເອງ ແລະຊີວິດນັ້ນເປັນຄວາມ^ສະຫວ່າງຂອງ^ມະນຸດ.
[5] ຄວາມ^ສະຫວ່າງສ່ອງເຂົ້າມາໃນຄວາມມືດ ແລະຄວາມມືດນັ້ນ ກໍເອົາຊະນະຄວາມ^ສະຫວ່າງບໍ່ໄດ້ຈັກເທື່ອ.
[6] ພຣະເຈົ້າໄດ້ໃຊ້ຜູ້ໜຶ່ງມາ ຊື່ວ່າ, “ໂຢຮັນ”
[7] ເພິ່ນໄດ້ມາເພື່ອເປັນພະຍານເຖິງຄວາມ^ສະຫວ່າງ ເພື່ອວ່າຄົນທັງປວງຈະໄດ້ເຊື່ອຍ້ອນຖ້ອຍຄຳທີ່ເພິ່ນກ່າວນັ້ນ.
[8] ເພິ່ນເອງບໍ່ແມ່ນຄວາມ^ສະຫວ່າງ ເພິ່ນໄດ້ມາເພື່ອເປັນພະຍານເລື່ອງຄວາມ^ສະຫວ່າງ.
[9] ນີ້ແມ່ນຄວາມ^ສະຫວ່າງອັນແທ້ຈິງ ຄືຄວາມ^ສະຫວ່າງທີ່ເຂົ້າມາໃນໂລກ ແລະສ່ອງແກ່ຄົນທັງປວງ.
[10] ພຣະອົງໄດ້ສະຖິດຢູ່ໃນໂລກ, ຊຶ່ງພຣະເຈົ້າໄດ້ສ້າງຂຶ້ນໂດຍທາງພຣະອົງ ແຕ່ໂລກບໍ່ໄດ້ຮູ້ຈັກພຣະອົງ.
[11] ພຣະອົງໄດ້ມາຍັງບ້ານເມືອງທີ່ເປັນຂອງ^ພຣະອົງເອງ ແຕ່ຄົນໃນບ້ານເມືອງຂອງ^ພຣະອົງບໍ່ໄດ້ຕ້ອນຮັບພຣະອົງ.
[12] ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນພຣະນາມຂອງ^ພຣະອົງ ພຣະອົງກໍຊົງປະທານສິດໃຫ້ກາຍເປັນບຸດຂອງ^ພຣະເຈົ້າ.
[13] ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອ ຫລືກາມ ຫລືຄວາມ^ຕ້ອງການຂອງ^ມະນຸດ ແຕ່ເກີດຈາກພຣະເຈົ້າ.
[14] ພຣະທຳໄດ້ຊົງບັງເກີດເປັນມະນຸດ ແລະອາໄສຢູ່ທ່າມກາງເຮົາທັງຫລາຍ ບໍຣິບູນດ້ວຍພຣະຄຸນແລະຄວາມຈິງ ເຮົາທັງຫລາຍໄດ້ເຫັນສະຫງ່າຣາສີຂອງ^ພຣະອົງ ຄືສະຫງ່າຣາສີທີ່ພຣະອົງໄດ້ຮັບ ໃນຖານະທີ່ເປັນພຣະບຸດອົງດຽວຂອງ^ພຣະບິດາເຈົ້າ.
[15] ໂຢຮັນໄດ້ເປັນພະຍານເຖິງເລື່ອງຂອງ^ພຣະອົງ ເພິ່ນໄດ້ຮ້ອງປະກາດວ່າ, “ຜູ້ນີ້ແຫລະ ຄືຜູ້ທີ່ເຮົາໄດ້ກ່າວເຖິງວ່າ ຜູ້ທີ່ມາພາຍຫລັງເຮົາກໍຍິ່ງໃຫຍ່ກວ່າເຮົາ ເພາະພຣະອົງເປັນຢູ່ກ່ອນເຮົາແລ້ວ.”
[16] ພວກເຮົາທຸກຄົນໄດ້ຮັບຄວາມ^ຄົບ^ບໍຣິບູນຈາກພຣະອົງ ເປັນພຣະຄຸນຊ້ອນພຣະຄຸນ.
[17] ພຣະເຈົ້າໄດ້ໃຫ້ກົດບັນຍັດໂດຍທາງໂມເຊ ສ່ວນພຣະຄຸນແລະຄວາມຈິງນັ້ນ ໄດ້ມາໂດຍທາງພຣະເຢຊູ^ຄຣິດເຈົ້າ.
[18] ບໍ່ມີຜູ້ໃດໄດ້ເຫັນພຣະເຈົ້າຈັກເທື່ອ, ແຕ່ພຣະບຸດອົງດຽວທີ່ເປັນພຣະເຈົ້າ ຊຶ່ງຢູ່ໃນຊວງເອິກຂອງ^ພຣະບິດາເຈົ້າ ພຣະອົງນັ້ນແຫລະ ໄດ້ເຮັດໃຫ້ພວກເຮົາຮູ້ຈັກພຣະເຈົ້າ.
[19] ນີ້ແມ່ນຄຳພະຍານຂອງ^ໂຢຮັນ ໃນເວລາພວກເຈົ້າໜ້າທີ່ຢິວໄດ້ໃຊ້ພວກປະໂຣຫິດ ແລະພວກເລວີບາງຄົນຈາກນະຄອນເຢຣູຊາເລັມ ມາຖາມເພິ່ນວ່າ, “ທ່ານແມ່ນຜູ້ໃດ?”
[20] ໂຢຮັນກໍບໍ່ໄດ້ປະຕິເສດ ຄືຍອມຮັບວ່າ, “ເຮົາບໍ່ແມ່ນພຣະຄຣິດ.”
[21] ພວກເຂົາຈຶ່ງຖາມອີກວ່າ, “ຖ້າດັ່ງນັ້ນ ທ່ານແມ່ນຜູ້ໃດ? ທ່ານແມ່ນເອລີຢາບໍ?” ໂຢຮັນຕອບວ່າ, “ເຮົາບໍ່ແມ່ນເອລີຢາ.” ພວກເຂົາຖາມວ່າ, “ທ່ານເປັນຜູ້ທຳນວາຍບໍ”? ໂຢຮັນຕອບວ່າ, “ບໍ່ແມ່ນ.”
[22] ພວກເຂົາຈຶ່ງຖາມຕື່ມອີກວ່າ, “ຖ້າດັ່ງນັ້ນ ບອກພວກເຮົາແດ່ວ່າ ທ່ານແມ່ນຜູ້ໃດແທ້? ເພື່ອພວກເຮົາຈະໄດ້ນຳເອົາຄຳຕອບໄປບອກຄົນທີ່ໄດ້ໃຊ້ພວກເຮົາມາ, ທ່ານວ່າ ທ່ານເອງເປັນຜູ້ໃດ?”
[23] ໂຢຮັນຈຶ່ງຕອບວ່າ, “ຝ່າຍເຮົາເປັນສຽງຂອງ^ຜູ້ທີ່ຮ້ອງປະກາດໃນຖິ່ນ^ແຫ້ງແລ້ງ^ກັນດານວ່າ, ຈົ່ງເຮັດຫົນທາງຂອງ^ອົງພຣະ^ຜູ້^ເປັນເຈົ້າໃຫ້ຊື່ໄປ ຕາມທີ່ເອຊາຢາຜູ້ທຳນວາຍໄດ້ກ່າວໄວ້.”
[24] ພວກທີ່ຖືກໃຊ້ມານັ້ນແມ່ນຄົນໃນພວກຟາຣີຊາຍ
[25] ພວກເຂົາຖາມໂຢຮັນວ່າ, “ຖ້າທ່ານບໍ່ແມ່ນພຣະຄຣິດ, ບໍ່ແມ່ນເອລີຢາ ແລະບໍ່ແມ່ນຜູ້ທຳນວາຍແລ້ວ, ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ?”
[26] ໂຢຮັນຕອບພວກເຂົາວ່າ, “ເຮົາໃຫ້ຮັບບັບຕິສະມາດ້ວຍນໍ້າ ແຕ່ມີຜູ້ໜຶ່ງຢືນຢູ່ທ່າມກາງພວກທ່ານ ທີ່ພວກທ່ານບໍ່ຮູ້ຈັກ.
[27] ຜູ້ນັ້ນແຫລະ ມາພາຍຫລັງເຮົາ ເຮົາບໍ່ສົມຄວນຈະແກ້ແມ່ນແຕ່ສາຍຮັດເກີບຂອງ^ເພິ່ນ.”
[28] ເຫດການເຫລົ່ານີ້ໄດ້ເກີດຂຶ້ນທີ່ບ້ານເບັດທານີ ຟາກແມ່ນໍ້າ^ຈໍແດນທາງທິດ^ຕາເວັນອອກ ບ່ອນທີ່ໂຢຮັນກຳລັງໃຫ້ຮັບບັບຕິສະມາຢູ່.
[29] ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງ^ພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງ^ມະນຸດ^ສະໂລກໄປເສຍ
[30] ຜູ້ນີ້ແຫລະ ທີ່ເຮົາໄດ້ບອກວ່າ, ‘ຜູ້ທີ່ມາພາຍຫລັງເຮົາ ກໍຍິ່ງໃຫຍ່ກວ່າເຮົາ ເພາະທ່ານເປັນຢູ່ກ່ອນເຮົາ.’
[31] ເຮົາເອງກໍບໍ່ຮູ້ຈັກພຣະອົງ ແຕ່ເພື່ອໃຫ້ທ່ານເປັນທີ່ຮູ້ຈັກແກ່ປະຊາຊົນອິດສະຣາເອນ ເຮົາຈຶ່ງໄດ້ມາໃຫ້ຮັບບັບຕິສະມາໃນນໍ້າ.”
[32] ຝ່າຍໂຢຮັນໄດ້ໃຫ້ຄຳພະຍານນີ້ວ່າ, “ເຮົາໄດ້ເຫັນພຣະວິນຍານເໝືອນດັ່ງນົກເຂົາລົງມາຈາກທ້ອງຟ້າ ແລະສະຖິດຢູ່ເທິງທ່ານ.
[33] ເຮົາເອງຍັງບໍ່ຮູ້ຈັກ ແຕ່ຜູ້ທີ່ໄດ້ໃຊ້ເຮົາມາໃຫ້ຮັບບັບຕິສະມາໃນນໍ້າ ໄດ້ກ່າວແກ່ເຮົາວ່າ, ‘ເຈົ້າຈະເຫັນພຣະວິນຍານລົງມາຢູ່ເທິງຄົນໃດ ຄົນນັ້ນແຫລະ ເປັນຜູ້ໃຫ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ’
[34] ແລະເຮົາກໍໄດ້ເຫັນແລ້ວຈຶ່ງຂໍເປັນພະຍານວ່າ ທ່ານຜູ້ນີ້ແຫລະ ເປັນພຣະບຸດຂອງ^ພຣະເຈົ້າ.”
[35] ວັນຕໍ່ມາອີກ ໂຢຮັນໄດ້ຢືນຢູ່ກັບພວກລູກສິດສອງຄົນຂອງຕົນ
[36] ເມື່ອເພິ່ນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງຜ່ານໄປ ຈຶ່ງກ່າວວ່າ, “ຫັ້ນເດ ລູກແກະຂອງ^ພຣະເຈົ້າ.”
[37] ເມື່ອສິດທັງສອງໄດ້ຍິນໂຢຮັນເວົ້າດັ່ງນັ້ນ ຈຶ່ງໄດ້ຍ່າງຕາມພຣະເຢຊູເຈົ້າໄປ.
[38] ພຣະເຢຊູເຈົ້າຫລຽວຄືນຫລັງເຫັນສອງຄົນຕິດຕາມມາ ພຣະອົງຈຶ່ງຖາມພວກເພິ່ນວ່າ, “ພວກເຈົ້າຊອກຫາຫຍັງ?” ພວກເພິ່ນຕອບວ່າ, “ຣັບບີ (ຄຳນີ້ແປວ່າ, ‘ອາຈານ’) ທ່ານພັກຢູ່ທີ່ໃດ?”
[39] ພຣະອົງຈຶ່ງຕອບພວກເພິ່ນວ່າ, “ເຊີນມາ ແລະເບິງເອົາ.” ພວກເພິ່ນກໍໄປກັບພຣະອົງ ແລະເຫັນບ່ອນທີ່ພຣະອົງພັກໃນວັນນັ້ນ ພວກເພິ່ນກໍໄດ້ພັກຢູ່ກັບພຣະອົງ (ເພາະໃນຂະນະນັ້ນເປັນເວລາສີ່ໂມງແລງແລ້ວ).
[40] ອັນເດອາ ນ້ອງຊາຍຂອງ^ຊີໂມນເປໂຕເປັນຜູ້ໜຶ່ງໃນສອງຄົນນີ້ ທີ່ໄດ້ຍິນໂຢຮັນເວົ້າ ແລະຍ່າງຕິດຕາມພຣະເຢຊູເຈົ້າໄປ.
[41] ອັນເດອາໄດ້ໄປຫາຊີໂມນອ້າຍຂອງຕົນກ່ອນ ຈຶ່ງບອກລາວວ່າ, “ເຮົາໄດ້ພົບພຣະເມຊີອາແລ້ວ.” (ແປວ່າ, “ພຣະຄຣິດ”)
[42] ແລ້ວລາວກໍພາຊີໂມນໄປຫາພຣະເຢຊູເຈົ້າ. ເມື່ອພຣະເຢຊູເຈົ້າເບິ່ງລາວແລ້ວ ຈຶ່ງກ່າວວ່າ, “ເຈົ້າຊື່ ຊີໂມນລູກຂອງ^ໂຢຮັນ ແຕ່ເຈົ້າຈະໄດ້ຊື່ໃໝ່ວ່າ ເກຟາ.” (ທີ່ແປວ່າ ‘ເປໂຕ’ ແລະໝາຍຄວາມວ່າ, ‘ຫີນ’).
[43] ວັນຕໍ່ມາອີກ ພຣະເຢຊູເຈົ້າໄດ້ຕັດສິນໃຈໄປແຂວງຄາລີເລ ພຣະອົງໄດ້ພົບຟີລິບ ແລະກ່າວແກ່ລາວວ່າ, “ຈົ່ງຕາມເຮົາມາ.” (
[44] ຟີລິບເປັນຄົນມາຈາກເບັດຊາອີດາເປັນເມືອງທີ່ອັນເດອາ ແລະ ເປໂຕຢູ່).
[45] ຟີລິບໄດ້ໄປຫານະທານາເອັນ ແລະບອກລາວວ່າ, “ຂ້ອຍໄດ້ພົບຜູ້ທີ່ໂມເຊໄດ້ຂຽນເລື່ອງຂອງ^ເພິ່ນ ໃນໜັງສືກົດບັນຍັດແລ້ວ ແລະທັງພວກຜູ້ທຳນວາຍກໍໄດ້ຂຽນໄວ້ເໝືອນກັນ ເພິ່ນແມ່ນເຢຊູ ລູກຂອງ^ໂຢເຊັບໄທນາຊາເຣັດ.”
[46] ນະທານາເອັນຖາມຟີລິບວ່າ, “ມີສິ່ງດີອັນໃດ ມາຈາກນາຊາເຣັດບໍ?” ຟີລິບຕອບວ່າ, “ໃຫ້ມາເບິ່ງເອົາ.”
[47] ເມື່ອພຣະເຢຊູເຈົ້າຫລຽວເຫັນນະທານາເອັນ ກຳລັງມາຫາພຣະອົງ ຈຶ່ງເວົ້າຕໍ່ລາວວ່າ, “ຜູ້ນີ້ແຫລະ ເປັນຄົນອິດສະຣາເອນແທ້ ໃນຕົວລາວບໍ່ມີກົນອຸບາຍເລີຍ.”
[48] ນະທານາເອັນ ຈຶ່ງຖາມພຣະອົງວ່າ, “ທ່ານຮູ້ຈັກຂ້ານ້ອຍໄດ້ຢ່າງໃດ?” ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ເຫັນເຈົ້າແລ້ວ ຕອນທີ່ເຈົ້າຢູ່ກ້ອງຕົ້ນເດື່ອ ກ່ອນທີ່ຟີລິບເອີ້ນເຈົ້າ.”
[49] ນະທານາເອັນ ຕອບພຣະອົງວ່າ, “ພຣະອາຈານເຈົ້າ^ເອີຍ, ທ່ານເປັນພຣະບຸດຂອງ^ພຣະເຈົ້າ ທ່ານເປັນກະສັດຂອງ^ຊາດອິດສະຣາເອນ.”
[50] ພຣະເຢຊູເຈົ້າໄດ້ຕອບລາວວ່າ, “ເຈົ້າໄດ້ເຊື່ອເພາະເຮົາບອກເຈົ້າວ່າ ເຮົາໄດ້ເຫັນເຈົ້າຢູ່ກ້ອງຕົ້ນເດື່ອນັ້ນບໍ? ເຈົ້າຍັງຈະໄດ້ເຫັນເຫດການອັນຍິ່ງໃຫຍ່ກວ່ານີ້ອີກ.”
[51] ພຣະເຢຊູເຈົ້າກ່າວຕື່ມວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ພວກເຈົ້າຈະເຫັນທ້ອງຟ້າໄຂອອກ ແລະຝູງເທວະດາຂອງ^ພຣະເຈົ້າ ກໍຂຶ້ນໆລົງໆເທິງບຸດມະນຸດ.”