[1] ຕໍ່ມາ ພຣະເຢຊູເຈົ້າໄດ້ບອກພວກສາວົກຂອງ^ພຣະອົງວ່າ, “ຢ່າໃຫ້ໃຈຂອງ^ເຈົ້າທັງຫຼາຍວຸ້ນວາຍໄປ ຈົ່ງວາງໃຈເຊື່ອພຣະເຈົ້າ ແລະຈົ່ງວາງໃຈເຊື່ອ ໃນເຮົາເໝືອນກັນ.
[2] ໃນຜາສາດພຣະບິດາເຈົ້າຂອງເຮົາມີທີ່ຢູ່ຫລາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກເຈົ້າແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳລັບເຈົ້າ^ທັງຫລາຍ.
[3] ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າແລ້ວ ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດ ພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ.
[4] ພວກເຈົ້າຮູ້ຈັກທາງທີ່ເຮົາຈະໄປນັ້ນ.”
[5] ໂທມາເວົ້າຕໍ່ພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ພວກຂ້ານ້ອຍບໍ່ຮູ້ວ່າ ທ່ານຈະໄປໃສ? ພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?”
[6] ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົານີ້ແຫລະ ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ ນອກຈາກມາທາງເຮົາ.
[7] ບັດນີ້ ເຈົ້າ^ທັງຫລາຍຮູ້ຈັກເຮົາແລ້ວ ແລະພວກເຈົ້າກໍຈະຮູ້ຈັກ ພຣະບິດາເຈົ້າຂອງເຮົາເໝືອນກັນ ຕັ້ງແຕ່ນີ້ໄປພວກເຈົ້າຮູ້ຈັກພຣະອົງ ແລະໄດ້ເຫັນພຣະອົງແລ້ວ.”
[8] ຟີລິບເວົ້າຕໍ່ພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ໂຜດໃຫ້ພວກຂ້ານ້ອຍໄດ້ເຫັນພຣະບິດາເຈົ້າແດ່ທ້ອນ ແລ້ວພວກຂ້ານ້ອຍກໍພໍໃຈແລ້ວ.”
[9] ພຣະເຢຊູເຈົ້າຕອບວ່າ, “ຟີລິບ^ເອີຍ ເຮົາໄດ້ຢູ່ກັບພວກເຈົ້າຕັ້ງດົນນານ ແລະເຈົ້າຍັງບໍ່ຮູ້ຈັກເຮົາບໍ? ຜູ້ທີ່ໄດ້ເຫັນເຮົາ ກໍໄດ້ເຫັນພຣະບິດາເຈົ້າ ເປັນຫຍັງເຈົ້າຈຶ່ງເວົ້າວ່າ, ‘ໂຜດໃຫ້ພວກຂ້ານ້ອຍໄດ້ເຫັນພຣະບິດາເຈົ້າແດ່ທ້ອນ?’
[10] ຟີລິບ^ເອີຍ ເຈົ້າຍັງບໍ່ເຊື່ອຫລືວ່າ ເຮົາຢູ່ໃນພຣະບິດາເຈົ້າ ແລະພຣະບິດາເຈົ້າຢູ່ໃນເຮົາ? ຖ້ອຍຄຳທີ່ເຮົາກ່າວແກ່ພວກເຈົ້ານັ້ນ ບໍ່ໄດ້ມາຈາກເຮົາເອງ ແຕ່ພຣະບິດາເຈົ້າ ຜູ້ທີ່ສະຖິດຢູ່ໃນເຮົາກະທຳການຂອງ^ພຣະອົງເອງ.
[11] ຈົ່ງເຊື່ອເຮົາວ່າ ເຮົາຢູ່ໃນພຣະບິດາເຈົ້າ ແລະພຣະບິດາເຈົ້າຢູ່ໃນເຮົາ ຖ້າພວກເຈົ້າບໍ່ເຊື່ອເຮົາ ກໍໃຫ້ເຊື່ອໃນພາລະກິດທີ່ເຮົາໄດ້ເຮັດນັ້ນ.
[12] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຜູ້ທີ່ເຊື່ອໃນເຮົາ ກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະຜູ້ນັ້ນຈະເຮັດການໃຫຍ່ກວ່າອີກ ເພາະວ່າຝ່າຍເຮົາໄປເຖິງພຣະບິດາເຈົ້າ.
[13] ສິ່ງໃດໆທີ່ພວກເຈົ້າຈະຂໍໃນນາມຂອງເຮົາ ຝ່າຍເຮົາກໍຈະເຮັດສິ່ງນັ້ນ ເພື່ອວ່າພຣະບິດາເຈົ້າຈະໄດ້ຮັບກຽດຕິຍົດແຫ່ງສະຫງ່າຣາສີໂດຍທາງພຣະບຸດ.
[14] ຖ້າພວກເຈົ້າຂໍສິ່ງໃດຈາກເຮົາ ໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນ.”
[15] “ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.
[16] ຝ່າຍເຮົາຈະທູນຂໍພຣະບິດາເຈົ້າ ແລະພຣະອົງຈະຊົງປະທານຜູ້ຊ່ວຍອີກອົງໜຶ່ງແກ່ພວກເຈົ້າ ເພື່ອຈະຢູ່ກັບພວກເຈົ້າຕະຫລອດໄປ^ເປັນນິດ.
[17] ຄືພຣະວິນຍານແຫ່ງຄວາມຈິງ ຊຶ່ງໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນແລະບໍ່ຮູ້ຈັກພຣະອົງ, ແຕ່ພວກເຈົ້າຮູ້ຈັກພຣະອົງ ເພາະພຣະອົງສະຖິດຢູ່ກັບພວກເຈົ້າ ແລະຢູ່ໃນ ພວກເຈົ້າ.”
[18] “ເຮົາຈະບໍ່ປະຖິ້ມເຈົ້າ^ທັງຫລາຍໄວ້ໃຫ້ເປັນກຳພ້າ ເຮົາຈະມາຫາພວກເຈົ້າ.
[19] ອີກໜ້ອຍໜຶ່ງໂລກຈະບໍ່ເຫັນເຮົາ ແຕ່ພວກເຈົ້າຈະເຫັນເຮົາ ເພາະເຮົາມີຊີວິດຢູ່ ພວກເຈົ້າກໍຈະມີຊີວິດຢູ່ເໝືອນກັນ.
[20] ເມື່ອວັນນັ້ນມາເຖິງ ພວກເຈົ້າຈະຮູ້ວ່າເຮົາຢູ່ໃນພຣະບິດາເຈົ້າຂອງເຮົາ ພວກເຈົ້າຢູ່ໃນເຮົາ ແລະເຮົາກໍຢູ່ໃນພວກເຈົ້າ.”
[21] “ຜູ້ທີ່ມີກົດບັນຍັດຂອງເຮົາ ແລະເຊື່ອຟັງກົດບັນຍັດນັ້ນ ແມ່ນຜູ້ນັ້ນແຫລະ ທີ່ຮັກເຮົາ ພຣະບິດາເຈົ້າຂອງເຮົາຈະຮັກຜູ້ທີ່ຮັກເຮົາ ແລະເຮົາຈະຮັກເຂົາເໝືອນກັນ ທັງຈະປາກົດຕົວເຮົາໃຫ້ແກ່ເຂົາ.”
[22] ຢູດາຜູ້ທີ່ບໍ່ແມ່ນຢູດາອິດສະກາຣີອົດ ຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ເປັນຫຍັງພຣະອົງຈຶ່ງສຳແດງຕົວແກ່ພວກຂ້ານ້ອຍ ແຕ່ບໍ່ສຳແດງຕົວແກ່ໂລກ?”
[23] ພຣະເຢຊູເຈົ້າຕອບເພິ່ນວ່າ, “ຖ້າຜູ້ໃດຮັກເຮົາ ກໍຈະປະຕິບັດຕາມຖ້ອຍຄຳຂອງເຮົາ ແລະພຣະບິດາເຈົ້າຂອງເຮົາຈະຮັກຜູ້ນັ້ນ ແລະເຮົາທັງສອງຈະມາຫາຜູ້ນັ້ນ ແລະເຮົາຈະຕັ້ງຢູ່ກັບຜູ້ນັ້ນ.
[24] ຜູ້ໃດທີ່ບໍ່ຮັກເຮົາ ກໍບໍ່ປະຕິບັດຕາມຖ້ອຍຄຳຂອງເຮົາ ຖ້ອຍຄຳທີ່ພວກເຈົ້າໄດ້ຍິນນັ້ນບໍ່ແມ່ນຂອງເຮົາ ແຕ່ມາຈາກພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ.”
[25] “ເຮົາບອກຖ້ອຍຄຳເຫລົ່ານີ້ແກ່ພວກເຈົ້າ ເມື່ອເຮົາຍັງຢູ່ກັບພວກເຈົ້າ.
[26] ແຕ່ພຣະຜູ້^ຊ່ວຍຄືພຣະວິນຍານບໍຣິສຸດເຈົ້າ ຜູ້ທີ່ພຣະບິດາເຈົ້າຈະໃຊ້ມາໃນນາມຂອງເຮົາ ອົງນັ້ນແຫລະ ຈະສັ່ງສອນພວກເຈົ້າທຸກສິ່ງ ແລະຈະເຕືອນໃຫ້ພວກເຈົ້າລະນຶກເຖິງທຸກສິ່ງ ຊຶ່ງເຮົາໄດ້ບອກພວກເຈົ້າແລ້ວນັ້ນ.”
[27] “ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ ເປັນສັນຕິສຸກຂອງເຮົາ ທີ່ເຮົາມອບໃຫ້ພວກເຈົ້າ, ສັນຕິສຸກທີ່ເຮົາໃຫ້^ນັ້ນ ບໍ່ເໝືອນສັນຕິສຸກທີ່ໂລກໃຫ້, ຢ່າວຸ້ນວາຍເປັນທຸກໃຈ ແລະຢ່າສູ່ຢ້ານ.
[28] ພວກເຈົ້າໄດ້ຍິນເຮົາບອກພວກເຈົ້າແລ້ວວ່າ ເຮົາກຳລັງຈະຈາກໄປ ແຕ່ເຮົາຈະກັບມາຫາພວກເຈົ້າ, ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະຊົມຊື່ນ^ຍິນດີ ທີ່ເຮົາໄປຫາພຣະບິດາເຈົ້າ ເພາະພຣະອົງກໍຍິ່ງໃຫຍ່ກວ່າເຮົາ.
[29] ບັດນີ້ ເຮົາໄດ້ບອກເລື່ອງນີ້ແກ່ພວກເຈົ້າ ກ່ອນເຫດການນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອເຫດການນັ້ນເກີດຂຶ້ນແລ້ວ ພວກເຈົ້າຈະໄດ້ເຊື່ອ.
[30] ແຕ່ນີ້ໄປ ເຮົາຈະບໍ່ສົນທະນາຫລາຍຄຳກັບພວກເຈົ້າ ເພາະຜູ້ປົກຄອງໂລກນີ້ກຳລັງມາ ຜູ້ນັ້ນບໍ່ມີສິດອຳນາດເໜືອເຮົາ
[31] ແຕ່ເຮົາໄດ້ເຮັດຕາມທີ່ພຣະບິດາເຈົ້າໄດ້ຊົງບັນຊາ ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະບິດາເຈົ້າ. ຈົ່ງລຸກຂຶ້ນ ເຮົາທັງຫລາຍພາກັນຈາກທີ່ນີ້ໄປເທາະ.”