Skip to content
Opens in a new window
Listen to this chapter • 8:15

[1] ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ ພຣະອົງ​ກໍໄດ້​ອອກ​ໄປ​ກັບ​ພວກ​ສາວົກ​ຂອງ^ພຣະອົງ ແລະ ຂ້າມ​ຫ້ວຍ​ກິດໂຣນ ໃນ​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ສວນ​ນັ້ນ​ກັບ​ພວກ​ສາວົກ.

[2] ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ກໍ​ຮູ້​ບ່ອນ​ນີ້​ເໝືອນກັນ, ເພາະ​ພຣະເຢຊູເຈົ້າ​ໄດ້​ປະຊຸມ​ກັບ​ພວກ​ສາວົກ​ຂອງ^ພຣະອົງ ໃນ​ບ່ອນ​ນັ້ນ​ຫລາຍ​ເທື່ອ​ແລ້ວ.

[3] ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກ​ທະຫານ​ແລະ​ເຈົ້າໜ້າທີ່ ຄື​ຄົນ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ຟາຣີຊາຍ​ໃຊ້​ມາ​ນັ້ນ​ໄປ​ນຳ ພວກເຂົາ​ມີ​ອາວຸດ ຖື​ໂຄມໄຟ​ແລະ​ກະ​ບອງ​ມາ​ພ້ອມ.

[4] ພຣະເຢຊູເຈົ້າ​ຮູ້​ດີ​ເຖິງ​ທຸກສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພຣະອົງ ຈຶ່ງ​ຍ່າງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຊອກ​ຫາ​ຜູ້ໃດ?”

[5] ພວກເຂົາ​ຕອບ​ວ່າ, “ເຢຊູ​ໄທ​ນາຊາເຣັດ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຜູ້ນັ້ນ.” ຝ່າຍ​ຢູດາ​ອິດສະກາຣີອົດ ຜູ້​ທໍລະຍົດ​ຕໍ່​ພຣະອົງ ກໍ​ຢືນ​ຢູ່​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ.

[6] ພໍ​ພຣະອົງ​ບອກ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຜູ້ນັ້ນ.” ພວກເຂົາ​ກໍ​ຍ່າງ​ຖອຍ​ຄືນ​ຫລັງ ແລະ​ລົ້ມ​ລົງ​ດິນ.

[7] ພຣະອົງ​ຖາມ​ອີກ​ວ່າ, “ພວກເຈົ້າ​ຊອກ​ຫາ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເຢຊູ​ໄທ​ນາຊາເຣັດ.”

[8] ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ ‘ເຮົາ​ນີ້​ແຫລະ ແມ່ນ​ຜູ້ນັ້ນ’ ຖ້າ​ພວກເຈົ້າ​ຊອກ​ຫາ​ເຮົາ ຈົ່ງ​ປ່ອຍ​ຄົນ​ເຫລົ່ານີ້​ໃຫ້​ໜີໄປ​ສາ.”

[9] ທີ່​ເວົ້າ​ດັ່ງນີ້ ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ພວກ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ບໍ່ໄດ້​ເສຍ​ໄປ​ຈັກ​ຄົນ.”

[10] ຊີໂມນ​ເປໂຕ​ມີ​ດາບ​ດວງ​ໜຶ່ງ ລາວ​ຈຶ່ງ​ຖອດ​ດາບ​ອອກ​ຟັນ​ຄົນ^ຮັບໃຊ້​ຜູ້ໜຶ່ງ​ຂອງ^ມະຫາ​ປະໂຣຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ ຄົນ^ຮັບໃຊ້​ຜູ້​ນີ້​ຊື່​ວ່າ, “ມາລະໂຂ.”

[11] ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຄືນ​ໃສ່​ຝັກ​ໄວ້​ເສຍ ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ຈອກ​ແຫ່ງ​ຄວາມ^ທົນທຸກ​ທໍລະມານ ທີ່​ພຣະບິດາເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ນັ້ນ​ບໍ?”

[12] ພວກ​ທະຫານ​ໂຣມ​ພ້ອມ​ທັງ​ນາຍ​ພັນ ແລະ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ຫຸ້ມ​ຈັບ​ພຣະເຢຊູເຈົ້າ ແລ້ວ​ມັດ​ພຣະອົງ​ໄວ້

[13] ພວກເຂົາ​ໄດ້​ນຳ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ^ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ.

[14] ແມ່ນ​ກາຢະຟາ​ຜູ້​ນີ້​ແຫລະ ທີ່​ແນະນຳ​ພວກ​ເຈົ້າໜ້າທີ່​ຢິວ​ວ່າ ໃຫ້​ຄົນ​ດຽວ​ຕາຍ​ແທນ​ປະຊາຊົນ​ທັງໝົດ​ກໍດີກວ່າ.

[15] ຊີໂມນ​ເປໂຕ​ກັບ​ສາວົກ​ອີກ​ຄົນ​ໜຶ່ງ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ ສາວົກ​ຄົນ​ນັ້ນ​ໄດ້​ຮູ້ຈັກ​ກັບ​ມະຫາ​ປະໂຣຫິດ, ລາວ​ໄດ້​ເຂົ້າ​ໄປ​ກັບ​ພຣະເຢຊູເຈົ້າ ໃນ​ເດີ່ນ​ບ້ານ​ຂອງ^ມະຫາ​ປະໂຣຫິດ.

[16] ແຕ່​ເປໂຕ​ໄດ້​ຢືນ​ຢູ່​ແຄມ​ປະຕູ​ຂ້າງ​ນອກ, ສາວົກ​ຄົນ​ທີ່​ຮູ້ຈັກ​ກັບ​ມະຫາ​ປະໂຣຫິດ ໄດ້​ອອກ​ມາ​ເວົ້າ​ກັບ​ຜູ້ຍິງ​ທີ່​ເຝົ້າ​ປະຕູ ແລະ​ພາ​ເປໂຕ​ເຂົ້າ​ໄປ​ຂ້າງ​ໃນ.

[17] ຜູ້ຍິງ​ທີ່​ເຝົ້າ​ປະຕູ​ຖາມ​ເປໂຕ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ^ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?” ເປໂຕ​ຕອບ​ວ່າ, “ບໍ່ແມ່ນ.”

[18] ພວກ​ຄົນ^ຮັບໃຊ້​ແລະ​ພວກ​ເຝົ້າ​ຍາມ ໄດ້​ເອົາ​ຖ່ານ​ມາ​ດັງ​ໄຟ ແລະ​ພວກເຂົາ​ໄດ້​ຢືນ​ຝີງ​ໄຟ​ຢູ່​ເພາະ​ອາກາດ​ໜາວ ສ່ວນ​ເປໂຕ​ກໍ​ຢືນ​ຝີງ​ໄຟ​ນຳ​ພວກເຂົາ​ເໝືອນກັນ.

[19] ຝ່າຍ​ມະຫາ​ປະໂຣຫິດ​ໄດ້​ສອບ​ຖາມ​ພຣະເຢຊູເຈົ້າ ເຖິງ​ພວກ​ສາວົກ​ຂອງ^ພຣະອົງ ແລະ​ຖາມ​ເຖິງ​ຄຳສັ່ງສອນ​ຂອງ^ພຣະອົງ.

[20] ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ^ສິ່ງໜຶ່ງ​ໃນ​ທີ່​ລັບລີ້.

[21] ທ່ານ​ຖາມ​ເຮົາ​ເຮັດ​ຫຍັງ? ຈົ່ງ​ຖາມ​ພວກ​ທີ່​ໄດ້ຍິນ​ເຮົາ​ໄດ້​ກ່າວ ວ່າ​ເຮົາ​ໄດ້​ເວົ້າ​ຫຍັງ​ແດ່​ກັບ​ພວກເຂົາ ພວກເຂົາ​ຮູ້​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ.”

[22] ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ທະຫານ​ຍາມ​ຄົນ​ໜຶ່ງ​ກໍ​ຕົບ​ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ວ່າ, “ເຈົ້າ​ກ້າ​ເວົ້າ​ກັບ​ມະຫາ​ປະໂຣຫິດ​ແບບ​ນີ້​ບໍ?”

[23] ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຮົາ​ໄດ້​ເວົ້າ​ຜິດ ໃຫ້​ບອກ​ທຸກຄົນ​ໃນ​ທີ່​ນີ້​ວ່າ ເຮົາ​ເວົ້າ​ຜິດ​ອັນໃດ? ແຕ່​ຖ້າ​ເຮົາ​ເວົ້າ​ຖືກ ເປັນຫຍັງ​ເຈົ້າ​ຈຶ່ງ​ຕົບ​ໜ້າ​ເຮົາ?”

[24] ດັ່ງນັ້ນ ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຖືກ​ລ່າມໂສ້​ຢູ່​ນັ້ນ ໄປ​ຫາ​ມະຫາ​ປະໂຣຫິດ​ກາຢະຟາ.

[25] ໃນ​ຂະນະ​ນັ້ນ ຊີໂມນ​ເປໂຕ​ກຳລັງ​ຢືນ​ຝີງ​ໄຟ​ຢູ່ ຄົນ​ເຫລົ່ານັ້ນ​ຖາມ​ລາວ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ^ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?” ເປໂຕ​ປະຕິເສດ​ວ່າ, “ບໍ່ແມ່ນ.”

[26] ຄົນ^ຮັບໃຊ້​ຜູ້ໜຶ່ງ​ຂອງ^ມະຫາ​ປະໂຣຫິດ ທີ່​ເປັນ​ພີ່ນ້ອງ​ກັບ​ຜູ້​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ​ນັ້ນ ກໍໄດ້​ຖາມ​ວ່າ, “ຂ້ອຍ​ເຫັນ​ເຈົ້າ​ຢູ່​ໃນ​ສວນ​ນັ້ນ​ກັບ​ລາວ​ບໍ່ແມ່ນ​ບໍ?”

[27] ເປໂຕ​ປະຕິເສດ​ອີກ​ວ່າ, “ບໍ່ແມ່ນ.” ແລະ​ທັນໃດນັ້ນ​ໄກ່​ກໍ​ຂັນ.

[28] ຕອນເຊົ້າ​ມືດ​ຢູ່ ພວກເຂົາ​ໄດ້​ນຳ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອນ​ຂອງ^ກາຢະຟາ ໄປ​ຍັງ​ສຳນັກ​ຂອງ^ຜູ້ປົກຄອງ (ສານ​ປະໄຣໂຕຣຽນ), ແຕ່​ພວກ​ຢິວ​ບໍ່ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ພວກເຂົາ​ຢາກ​ຮັກສາ​ຕົວ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ທຳນຽມ ເພື່ອ​ຈະ​ກິນ​ອາຫານ​ໄດ້​ໃນ​ເທດສະການ​ປັດສະຄາ.

[29] ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງ​ໃດ?”

[30] ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ເປັນ​ຜູ້ຮ້າຍ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ນຳ​ລາວ​ມາ​ມອບ​ໃຫ້​ທ່ານ​ດອກ.”

[31] ປີລາດ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກທ່ານ​ເອົາ​ຊາຍ​ຄົນ​ນີ້ ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ^ພວກທ່ານ​ເອງ​ສາ.” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ປະຫານ​ຊີວິດ​ຜູ້ໃດ.”

[32] ການ​ນີ້ ກໍ​ເພື່ອ​ໃຫ້​ເປັນຈິງ​ຕາມ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້ ຄື​ຖ້ອຍຄຳ​ທີ່​ພຣະອົງ​ເຄີຍ​ກ່າວ​ວ່າ ພຣະອົງ​ຈະ​ຕາຍ​ຢ່າງ​ໃດ.

[33] ປີລາດ​ໄດ້​ກັບ​ເຂົ້າ​ໄປ​ໃນ​ສານ ແລະ​ເອີ້ນ​ພຣະເຢຊູເຈົ້າ​ອອກ​ມາ, ເພິ່ນ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ^ຊາດ​ຢິວ​ບໍ?”

[34] ພຣະເຢຊູເຈົ້າ​ຕອບ​ວ່າ, “ຄຳ​ຖາມ​ນີ້​ມາ​ຈາກ​ທ່ານ​ເອງ ຫລື​ມີ​ຄົນ​ບອກ​ທ່ານ​ເຖິງ​ເລື່ອງ​ຂອງເຮົາ?”

[35] ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຊາດ​ຢິວ​ຊັ້ນບໍ? ແມ່ນ​ຄົນ​ຂອງ^ຊາດ​ເຈົ້າ​ເອງ ແລະ​ພວກ​ມະຫາ^ປະໂຣຫິດ​ໄດ້​ມອບ​ເຈົ້າ​ໃຫ້​ຂ້ອຍ ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”

[36] ພຣະເຢຊູເຈົ້າ​ຕອບ​ວ່າ, “ອານາຈັກ​ຂອງເຮົາ​ບໍ່​ເປັນ​ຂອງ^ໂລກນີ້ ຖ້າ​ອານາຈັກ​ຂອງເຮົາ​ເປັນ​ຂອງ^ໂລກນີ້​ແລ້ວ ພວກ​ຜູ້ຮັບໃຊ້​ຂອງເຮົາ​ຄົງ​ຈະ​ໄດ້​ຕໍ່ສູ້​ເອົາ​ເຮົາ​ໄວ້ ຈາກ​ການ​ຖືກ​ມອບ​ໃຫ້​ພວກ​ເຈົ້າໜ້າທີ່​ຢິວ, ແຕ່​ອານາຈັກ​ຂອງເຮົາ​ບໍ່​ເປັນ​ຂອງ^ໂລກນີ້.”

[37] ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ເຈົ້າ​ເປັນ​ກະສັດ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ ເຮົາ​ເປັນ​ກະສັດ ເຮົາ​ເກີດ​ແລະ​ເຂົ້າ​ມາ​ໃນ​ໂລກນີ້ ກໍ​ເພື່ອ​ຈຸດປະສົງ​ອັນ​ດຽວ​ນີ້​ແຫລະ ຄື​ເປັນ​ພະຍານ​ເຖິງ​ຄວາມຈິງ, ທຸກຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ ກໍ​ຍ່ອມ​ຟັງ​ສຽງ​ຂອງເຮົາ.”

[38] ປີລາດ​ຖາມ​ວ່າ, “ຄວາມຈິງ​ນັ້ນ​ແມ່ນ​ຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ ເພິ່ນ​ກໍ​ອອກ​ໄປ​ຫາ​ພວກ​ຢິວ​ອີກ ແລະ​ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.

[39] ຕາມ​ທຳນຽມ​ຂອງ^ພວກທ່ານ​ແລ້ວ ເຮົາ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ ໃຫ້​ພວກທ່ານ​ໃນ​ເທດສະການ​ປັດສະຄາ ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະສັດ​ຂອງ^ຊາດ​ຢິວ​ແກ່​ພວກທ່ານ​ບໍ?”

[40] ຄົນ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ປ່ອຍ​ຊາຍ​ຄົນ​ນີ້​ເລີຍ ໃຫ້​ປ່ອຍ​ບາຣາບາ.” (ບາຣາບາ​ເປັນ​ໂຈນ.)

ໂຢຮັນ — Chapters