[1] ໃນເຊົ້າວັນອາທິດຂະນະທີ່ຍັງມືດຢູ່ ນາງມາຣີໄທມັກດາລາໄດ້ມາເຖິງອຸບມຸງ ແລະນາງກໍເຫັນວ່າ ກ້ອນຫີນຖືກກຶ່ງອອກຈາກປາກອຸບມຸງແລ້ວ.
[2] ນາງຈຶ່ງໄປຫາຊີໂມນເປໂຕ ແລະສາວົກຄົນອື່ນທີ່ພຣະເຢຊູເຈົ້າຮັກນັ້ນ, ແລ້ວບອກວ່າ, “ພວກເຂົາໄດ້ເອົາພຣະສົບຂອງ^ພຣະອົງເຈົ້າອອກຈາກອຸບມຸງແລ້ວ ແລະພວກເຮົາບໍ່ຮູ້ວ່າ ພວກເຂົາເອົາໄປໄວ້ໃສ.”
[3] ແລ້ວເປໂຕກັບສາວົກຄົນອື່ນນັ້ນກໍອອກໄປຍັງອຸບມຸງ.
[4] ທ່ານທັງສອງແລ່ນໄປ, ແຕ່ສາວົກຄົນອື່ນແລ່ນໄວກວ່າເປໂຕ ມາຮອດອຸບມຸງກ່ອນ.
[5] ລາວກົ້ມລົງເຫັນຜ້າປ່ານກອງໄວ້, ແຕ່ລາວບໍ່ໄດ້ເຂົ້າໄປທາງໃນ.
[6] ສ່ວນຊີໂມນເປໂຕແລ່ນມາຕາມຫລັງ ຈຶ່ງເຂົ້າໄປໃນອຸບມຸງ, ລາວເຫັນຜ້າປ່ານກອງໄວ້
[7] ແລະ ຜ້າພັນຫົວຂອງ^ພຣະອົງທີ່ບໍ່ໄດ້ກອງໃສ່ກັບຜ້າອື່ນໆ ແຕ່ພັບໄວ້ຕ່າງຫາກ.
[8] ແລ້ວສາວົກຄົນອື່ນ ຜູ້ທີ່ມາຮອດກ່ອນນັ້ນກໍເຂົ້າໄປທາງໃນເໝືອນກັນ ລາວໄດ້ເຫັນແລະໄດ້ເຊື່ອ.
[9] ໃນຂະນະນັ້ນ ພວກເພິ່ນບໍ່ເຂົ້າໃຈໃນຂໍ້ພຣະຄຳພີ ທີ່ມີຂຽນໄວ້ວ່າ, ພຣະອົງຈະຕ້ອງເປັນຄືນມາຈາກຕາຍ.
[10] ແລ້ວສາວົກທັງສອງກໍກັບຄືນເມືອບ້ານຂອງຕົນ.
[11] ຝ່າຍນາງມາຣີໄດ້ຢືນຮ້ອງໄຫ້ຢູ່ຂ້າງນອກອຸບມຸງ ໃນຂະນະທີ່ນາງກຳລັງຮ້ອງໄຫ້ຢູ່ນັ້ນ, ນາງໄດ້ກົ້ມຫລຽວໄປທາງອຸບມຸງ
[12] ແລະໄດ້ເຫັນເທວະດາສອງຕົນໃສ່ເຄື່ອງຂາວ ນັ່ງຢູ່ບ່ອນທີ່ພວກເຂົາວາງພຣະສົບຂອງ^ພຣະເຢຊູເຈົ້າ ຕົນໜຶ່ງຢູ່ເບື້ອງຫົວ ແລະຕົນໜຶ່ງຢູ່ເບື້ອງຕີນ.
[13] ເທວະດາທັງສອງໄດ້ຖາມນາງມາຣີວ່າ, “ນາງ^ເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້?” ນາງຕອບວ່າ, “ເພາະພວກເຂົາໄດ້ເອົາພຣະສົບຂອງ^ພຣະອົງເຈົ້າຂອງ^ຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າພວກເຂົາເອົາໄປໄວ້ໃສ?”
[14] ເມື່ອເວົ້າດັ່ງນັ້ນແລ້ວ ນາງໄດ້ຫລຽວຫລັງມາເຫັນພຣະເຢຊູເຈົ້າຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ວ່າແມ່ນພຣະເຢຊູເຈົ້າ.
[15] ພຣະເຢຊູເຈົ້າຈຶ່ງຖາມນາງວ່າ, “ນາງ^ເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເຈົ້າຊອກຫາຜູ້ໃດ?” ນາງຄິດວ່າເປັນຄົນຮັກສາສວນ ນາງຈຶ່ງຕອບວ່າ, “ທ່ານເອີຍ ຖ້າທ່ານໄດ້ເອົາພຣະສົບຂອງ^ເພິ່ນໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າ ທ່ານເອົາໄປໄວ້ໃສ? ແລ້ວຂ້ານ້ອຍກໍຈະໄປນຳເອົາພຣະສົບຂອງ^ພຣະອົງອອກໄປ.”
[16] ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ມາຣີ.” ນາງປິ່ນໜ້າມາຫາພຣະອົງ ແລະເວົ້າເປັນພາສາເຮັບເຣີວ່າ, “ຣັບໂບນີ” (ແປວ່າ, “ພຣະອາຈານ.”)
[17] ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງ^ພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງ^ພວກເຈົ້າ.”
[18] ດັ່ງນັ້ນ ນາງມາຣີໄທມັກດາລາຈຶ່ງໄປບອກຂ່າວນີ້ ແກ່ພວກສາວົກວ່າ ຕົນໄດ້ເຫັນອົງພຣະ^ຜູ້^ເປັນເຈົ້າ ແລະບອກພວກເພິ່ນຕາມທີ່ພຣະອົງໄດ້ບອກແກ່ນາງ.
[19] ໃນຄໍ່າວັນດຽວກັນນັ້ນຄືວັນອາທິດ ຊຶ່ງເປັນວັນທີ່ພວກສາວົກຮ່ວມກັນຢູ່ໃນຫ້ອງ ແລະປິດປະຕູໃສ່ໄລໄວ້ເພາະຢ້ານພວກຢິວ ແລ້ວພຣະເຢຊູເຈົ້າກໍສະເດັດເຂົ້າມາຢືນຢູ່ທ່າມກາງພວກເພິ່ນ, ພຣະອົງກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າ^ທັງຫລາຍ.”
[20] ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງກໍເດ່ມື ແລະປິ່ນຂ້າງຂອງ^ພຣະອົງໃຫ້ພວກເພິ່ນເບິ່ງ, ພວກສາວົກຈຶ່ງເຕັມໄປດ້ວຍຄວາມ^ຊົມຊື່ນ^ຍິນດີ ທີ່ເຫັນພຣະອົງເຈົ້າ.
[21] ພຣະເຢຊູເຈົ້າກ່າວແກ່ພວກເພິ່ນອີກວ່າ, “ສັນຕິສຸກ ຈົ່ງຢູ່ກັບເຈົ້າ^ທັງຫລາຍ ພຣະບິດາເຈົ້າໄດ້ໃຊ້ເຮົາມາຢ່າງໃດ ເຮົາກໍໃຊ້ພວກເຈົ້າໄປຢ່າງນັ້ນ.”
[22] ເມື່ອກ່າວຈົບແລ້ວ ພຣະອົງໄດ້ລະບາຍລົມຫາຍໃຈອອກໃສ່ພວກເພິ່ນ ແລະບອກວ່າ, “ຈົ່ງຮັບເອົາພຣະວິນຍານບໍຣິສຸດເຈົ້າເຖີດ.
[23] ຖ້າເຈົ້າ^ທັງຫລາຍຈະຍົກຄວາມ^ຜິດບາບຂອງ^ຜູ້ໃດ ຄວາມ^ຜິດບາບຂອງ^ຜູ້ນັ້ນ ພຣະເຈົ້າໄດ້ຊົງຍົກເສຍແລ້ວ ແລະຖ້າພວກເຈົ້າ^ທັງຫລາຍກັກຄວາມ^ຜິດບາບໃຫ້ຢູ່ກັບຜູ້ໃດ ພຣະເຈົ້າໄດ້ຊົງກັກຄວາມ^ຜິດບາບໃຫ້ຢູ່ກັບຜູ້ນັ້ນແລ້ວ.”
[24] ໂທມາທີ່ເອີ້ນວ່າຝາແຝດເປັນສາວົກຄົນໜຶ່ງໃນສິບສອງຄົນ, ລາວບໍ່ໄດ້ຢູ່ກັບພວກເພິ່ນເມື່ອພຣະເຢຊູເຈົ້າມາປາກົດນັ້ນ.
[25] ສາວົກຄົນອື່ນຈຶ່ງບອກໂທມາວ່າ, “ພວກເຮົາໄດ້^ເຫັນພຣະອົງເຈົ້າແລ້ວ.” ແຕ່ໂທມາຕອບພວກເພິ່ນວ່າ, “ຂ້ອຍຈະບໍ່ເຊື່ອ ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝາມືຂອງ^ເພິ່ນ ແລະເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູ^ນັ້ນ ແລະຈັບບາຍຂ້າງຂອງ^ເພິ່ນ.”
[26] ຫລັງຈາກນັ້ນແປດວັນຕໍ່ມາ ພວກສາວົກຂອງ^ພຣະອົງໄດ້ຢູ່ພ້ອມພຽງກັນໃນເຮືອນນັ້ນອີກ ໂທມາກໍຢູ່ນຳພວກເພິ່ນດ້ວຍ, ປະຕູກໍປິດແລະໃສ່ໄລກອນໄວ້ ແຕ່ພຣະເຢຊູເຈົ້າສະເດັດເຂົ້າມາຢືນຢູ່ທ່າມກາງພວກເພິ່ນ ແລະກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າ^ທັງຫລາຍ.”
[27] ແລ້ວພຣະອົງກໍກ່າວຕໍ່ໂທມາວ່າ, “ຈົ່ງເອົານິ້ວມືຂອງ^ເຈົ້າມານີ້ ແລະລູບເບິ່ງຝາມືຂອງເຮົາ ແລະເອົາມືຂອງ^ເຈົ້າແປະຂ້າງຂອງເຮົາດ້ວຍ ຢ່າຂາດຄວາມເຊື່ອ ແຕ່ຈົ່ງເຊື່ອ.”
[28] ໂທມາຕອບພຣະອົງວ່າ, “ພຣະອົງເຈົ້າຂອງ^ຂ້ານ້ອຍ ແລະພຣະເຈົ້າຂອງ^ຂ້ານ້ອຍ.”
[29] ພຣະເຢຊູເຈົ້າກ່າວຕໍ່ໂທມາວ່າ, “ເພາະເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອບໍ? ຜູ້ທີ່ບໍ່ເຫັນເຮົາ ແຕ່ໄດ້ເຊື່ອກໍເປັນສຸກ.”
[30] ພຣະເຢຊູເຈົ້າເຮັດການອັດສະຈັນອື່ນໆອີກຫລາຍປະການ ຕໍ່ໜ້າພວກສາວົກຂອງ^ພຣະອົງ ແຕ່ບໍ່ໄດ້ຈົດໄວ້ໃນໜັງສືເຫລັ້ມນີ້.
[31] ການທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ເພື່ອເຈົ້າ^ທັງຫລາຍຈະໄດ້ເຊື່ອ ວ່າພຣະເຢຊູເຈົ້າເປັນພຣະຄຣິດພຣະບຸດຂອງ^ພຣະເຈົ້າ ແລະໂດຍທາງຄວາມເຊື່ອໃນພຣະນາມຂອງ^ພຣະອົງນັ້ນ ພວກເຈົ້າຈະມີຊີວິດ.