Skip to content
Opens in a new window
Listen to this chapter • 3:49

[1] ເມື່ອ​ວັນ^ຊະບາໂຕ​ຜ່ານ​ພົ້ນ​ໄປ​ແລ້ວ ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ^ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ ເພື່ອ​ເອົາ​ໄປ​ຫົດສົງ​ພຣະສົບ​ຂອງ^ພຣະເຢຊູເຈົ້າ.

[2] ໃນ​ວັນ​ອາທິດ​ແຕ່​ເຊົ້າ​ພໍ​ຕາເວັນ​ກຳລັງ​ຂຶ້ນ ພວກ​ນາງ​ກໍ​ໄປ​ເຖິງ​ອຸບມຸງ​ນັ້ນ.

[3] ພວກ​ນາງ​ຖາມ​ກັນ​ວ່າ, “ຜູ້ໃດ​ໜໍ ຈະ​ກື່ງ​ກ້ອນຫີນ​ນັ້ນ ອອກ​ຈາກ​ປາກ​ອຸບມຸງ​ໃຫ້​ພວກເຮົາ?”

[4] ແຕ່​ພໍ​ເມື່ອ​ພວກ​ນາງ​ແນມ​ເບິ່ງ ກໍ​ເຫັນ​ວ່າ​ຫີນ​ກ້ອນ​ໃຫຍ່​ນັ້ນ ຖືກ​ກຶ່ງ​ອອກ​ໄປ​ໄວ້​ທາງ​ຂ້າງ​ແລ້ວ (ເພາະ​ເປັນ​ຫີນ​ກ້ອນ​ໃຫຍ່​ຫລາຍ).

[5] ເມື່ອ​ພວກ​ນາງ​ເຂົ້າ​ໄປ​ໃນ​ອຸບມຸງ​ແລ້ວ ກໍໄດ້​ເຫັນ​ຊາຍ​ໜຸ່ມ​ຜູ້ໜຶ່ງ ນຸ່ງ​ເສື້ອລ່າມ​ສີຂາວ​ນັ່ງ​ຢູ່​ເບື້ອງຂວາ ພວກ​ນາງ​ກໍ​ມີ​ຄວາມ^ສະທ້ານ​ຢ້ານກົວ ຕົກໃຈ​ຫລາຍ.

[6] ຊາຍໜຸ່ມ​ກ່າວ​ແກ່​ພວກ​ນາງ​ວ່າ, “ຢ່າ​ສູ່​ຕົກໃຈ​ເລີຍ ພວກ​ນາງ​ມາ​ຊອກ​ຫາ​ເຢຊູ​ໄທ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພຣະອົງ​ເປັນ​ຄືນ​ມາ​ແລ້ວ ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ເພາະ​ນີ້​ແຫລະ ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ^ພຣະອົງ​ໄວ້

[7] ບັດນີ້ ຈົ່ງ​ໄປ​ບອກ​ພວກ​ສາວົກ​ຂອງ^ພຣະອົງ​ພ້ອມ​ທັງ​ເປໂຕ​ດ້ວຍ ວ່າ, ‘ພຣະອົງ​ຈະ​ໄປ​ຍັງ​ແຂວງ​ຄາລີເລ​ກ່ອນ​ເຈົ້າ^ທັງຫລາຍ. ເຈົ້າ^ທັງຫລາຍ​ຈະ​ເຫັນ​ພຣະອົງ​ໃນທີ່ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.’”

[8] ສະນັ້ນ ພວກ​ນາງ​ຈຶ່ງ​ຟ້າວ​ແລ່ນ​ອອກ​ໄປ​ຈາກ​ອຸບມຸງ ທັງ​ວຸ້ນວາຍ​ສັບສົນ ຈົນ​ຕົວ​ສັ່ນເຊັນ ແລະ​ຫວາດກົວ. ພວກ​ນາງ​ບໍ່ໄດ້​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເພາະ​ຢ້ານ. [

[9] ເມື່ອ​ຮຸ່ງ​ເຊົ້າ​ຂອງ^ວັນ​ອາທິດ ຫລັງຈາກ​ພຣະເຢຊູເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ໄທ​ມັກດາລາ​ເປັນ​ຜູ້​ທຳອິດ ຄື​ຜູ້​ທີ່​ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.

[10] ນາງ​ຈຶ່ງ​ໄປ​ບອກ​ພວກ​ທີ່​ເຄີຍ​ຢູ່​ກັບ​ພຣະອົງ ພວກເຂົາ​ກຳລັງ​ໄວ້ທຸກ ແລະ​ຮ້ອງໄຫ້​ຢູ່,

[11] ເມື່ອ​ພວກເຂົາ​ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ມີ​ຊີວິດ​ຢູ່ ແລະ​ທັງ​ໄດ້ຍິນ​ນາງ​ເວົ້າ​ວ່າ ຕົນ​ໄດ້​ເຫັນ​ພຣະອົງ​ດ້ວຍ ພວກເຂົາ​ກໍ​ບໍ່ໄດ້​ເຊື່ອ.

[12] ຫລັງຈາກ​ນັ້ນ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ປາກົດ​ໃນ​ລັກສະນະ​ໜຶ່ງ​ອີກ ແກ່​ສາວົກ​ສອງ​ຄົນ ໃນ​ຂະນະທີ່​ພວກເພິ່ນ​ເດີນທາງ​ອອກ​ໄປ​ບ້ານ​ນອກ.

[13] ທັງສອງ​ໄດ້​ກັບຄືນ​ມາ​ບອກ​ສາວົກ​ຄົນອື່ນໆ, ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່​ເຊື່ອ.

[14] ພາຍ​ຫລັງ​ນັ້ນ ພຣະເຢຊູເຈົ້າ​ກໍໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ ໃນ​ຂະນະທີ່​ພວກເພິ່ນ​ກຳລັງ​ກິນ​ເຂົ້າ​ຢູ່ ພຣະອົງ​ໄດ້​ຕຳໜິ​ຕິຕຽນ​ພວກເພິ່ນ​ທີ່​ສົງໄສ ແລະ​ດື້ດ້ານ​ທັງ​ບໍ່​ເຊື່ອ​ພວກ​ຄົນ​ທີ່​ໄດ້​ເຫັນ​ພຣະອົງ​ມີ​ຊີວິດ​ຢູ່.

[15] ແລ້ວ​ພຣະອົງ​ກໍໄດ້​ສັ່ງ​ພວກເພິ່ນ​ວ່າ, “ເຈົ້າ^ທັງຫລາຍ​ຈົ່ງ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດສະໂລກ​ທັງໝົດ.

[16] ຜູ້​ທີ່​ເຊື່ອ ແລະ​ຮັບ​ບັບຕິສະມາ​ຈະ​ໄດ້​ພົ້ນ ຜູ້​ທີ່​ບໍ່​ເຊື່ອ​ຈະ​ຖືກ​ໂທດ.

[17] ແລະ​ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງເຮົາ ພວກເຂົາ​ຈະ​ເວົ້າ​ພາສາ​ແປກໆ​ໄດ້,

[18] ພວກເຂົາ​ຈະ​ຈັບ​ງູ ຫລື​ດື່ມ​ຂອງ^ມີ​ພິດ​ຢ່າງ​ໜຶ່ງ​ຢ່າງ​ໃດ ສິ່ງ​ເຫລົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ ເມື່ອ​ພວກເຂົາ​ວາງ​ມື​ໃສ່​ຄົນ​ປ່ວຍ ແລະ​ຄົນ​ປ່ວຍ​ນັ້ນ​ກໍ​ຈະ​ຫາຍ​ດີ.”

[19] ເມື່ອ​ອົງ^ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ຟ້າ​ສະຫວັນ ນັ່ງ​ທີ່​ເບື້ອງຂວາ​ພຣະຫັດ​ຂອງ^ພຣະເຈົ້າ.

[20] ແລ້ວ​ພວກ​ສາວົກ​ເຫລົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ^ຜູ້^ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ^ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.] 23-Apr-2008@14:39, Backup Description=24-Apr-2008@02:36, Bounthanh -Bounveune 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

ມາຣະໂກ — Chapters