[1] ເມື່ອພຣະເຢຊູເຈົ້າກຳລັງອອກຈາກພຣະວິຫານໄປ ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ອາຈານ^ເອີຍ ເບິ່ງຫັ້ນດູ ກ້ອນຫີນກັບຕົວຕຶກເຫລົ່ານີ້ເກີນວ່າງາມແທ້.”
[2] ພຣະເຢຊູເຈົ້າຕອບວ່າ, “ເຈົ້າເຫັນຕຶກຢຶດແໜ້ນເຫລົ່ານັ້ນບໍ? ກ້ອນຫີນຢອງທັບກັນຢູ່ນີ້ຈະຖືກທຳລາຍລົງ ຈົນບໍ່ເຫລືອຈັກກ້ອນ.”
[3] ຕໍ່ມາ ເມື່ອພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາ^ໝາກກອກເທດ ກົງກັບດ້ານໜ້າຂອງ^ພຣະວິຫານນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາໄດ້ມາຫາພຣະອົງເປັນການສ່ວນຕົວ.
[4] ພວກເພິ່ນຖາມວ່າ, “ບອກພວກຂ້ານ້ອຍແດ່ວ່າ ເຫດການນີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນໝາຍສຳຄັນວ່າ ເຫດການທັງໝົດເຫລົ່ານີ້ຈະສຳເລັດ.”
[5] ແລ້ວພຣະເຢຊູເຈົ້າກໍບອກພວກເພິ່ນວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດ^ຜູ້ໜຶ່ງຫລອກລວງພວກເຈົ້າໃຫ້ຫລົງ.
[6] ດ້ວຍວ່າ, ຈະມີຫລາຍຄົນຈະມາອ້າງນາມຂອງເຮົາວ່າ, ‘ຂ້ອຍນີ້ແຫລະ ເປັນພຣະຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງເສຍໄປ.
[7] ເມື່ອພວກເຈົ້າໄດ້ຍິນເຖິງເລື່ອງການເສິກ ແລະ ຂ່າວເລົ່າລືເລື່ອງການເຮັດເສິກ^ສົງຄາມນັ້ນ ຢ່າສະທ້ານຢ້ານກົວເລີຍ. ດ້ວຍວ່າ, ເຫດການເຊັ່ນນີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ວັນສຸດທ້າຍຍັງບໍ່ໄດ້ມາເຖິງ.
[8] ດ້ວຍວ່າ, ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫລົ່ານີ້ ຈະເປັນເໝືອນຂັ້ນຕົ້ນຂອງ^ຄວາມ^ເຈັບປວດໃນການເກີດລູກ.
[9] “ແຕ່ຈົ່ງລະວັງຕົວໃຫ້ດີ ພວກເຂົາຈະຈັບພວກເຈົ້າຂຶ້ນສານ ແລະຈະຖືກຂ້ຽນຕີໃນທຳມະສາລາ, ພວກເຂົາຈະໃຫ້ພວກເຈົ້າຢືນຢູ່ຕໍ່ໜ້າຜູ້ປົກຄອງ ແລະກະສັດເພາະເຫັນແກ່ເຮົາ ເພື່ອຈະໄດ້ເປັນພະຍານແກ່ພວກເຂົາ.
[10] ຂ່າວປະເສີດຈະຕ້ອງປະກາດໄປທົ່ວປະຊາຊາດທັງໝົດກ່ອນ.
[11] ແຕ່ເມື່ອເຂົາມອບເຈົ້າໄວ້ນັ້ນ ພວກເຈົ້າຢ່າເປັນທຸກ^ຮ້ອນໃຈກ່ອນວ່າ ຈະເວົ້າຢ່າງໃດ, ແຕ່ຈົ່ງເວົ້າຕາມຖ້ອຍຄຳທີ່ພຣະເຈົ້າໂຜດໃຫ້ເຈົ້າເວົ້າ ເພາະວ່າບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ ທີ່ເປັນຜູ້^ນຳພາໃຫ້ເວົ້າ.
[12] ອ້າຍເອື້ອຍນ້ອງຕ່າງຄົນກໍຈະມອບກັນແລະກັນໄວ້ ພໍ່ກໍຈະມອບລູກ ແລະລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມ^ຕາຍ.
[13] ຄົນທັງຫລາຍຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຂອງເຮົາ, ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.”
[14] “ແຕ່ເມື່ອໃດເຈົ້າ^ທັງຫລາຍເຫັນ ‘ສິ່ງທີ່ໜ້າກຽດຊັງ’ ຕັ້ງຢູ່ໃນບ່ອນທີ່ບໍ່ຄວນຈະຕັ້ງ, (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍຕ້ອງປົບໜີໄປຍັງພູທັງຫລາຍ.
[15] ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໄດ້ລົງມາ ແລະເຂົ້າໄປໃນເຮືອນເກັບເອົາສິ່ງຂອງ^ອອກໄປ.
[16] ສ່ວນຜູ້ທີ່ຢູ່ໃນທົ່ງນາ ກໍຢ່າກັບຄືນມາເອົາເສື້ອຜ້າຂອງຕົນ.
[17] ແຕ່ໃນວັນເຫລົ່ານັ້ນ ເປັນໜ້າເວດທະນາສົງສານຫລາຍຕໍ່ຜູ້ຍິງຖືພາ ແລະແມ່ກັບລູກອ່ອນກິນນົມຢູ່
[18] ຈົ່ງພາວັນນາ^ອະທິຖານເພື່ອວ່າເຫດການເຫລົ່ານີ້ ຈະບໍ່ເກີດຂຶ້ນໃນລະດູໜາວ.
[19] ດ້ວຍວ່າ, ໃນຄາວນັ້ນຈະມີຄວາມ^ທຸກລຳບາກຢ່າງໜັກໜ່ວງ ຢ່າງບໍ່ເຄີຍມີມາຕັ້ງແຕ່ຕົ້ນເດີມ ເມື່ອພຣະເຈົ້າໄດ້ເນຣະມິດສ້າງໂລກຈົນເຖິງ^ທຸກ^ວັນນີ້ ແລະເມືອໜ້າຈະບໍ່ເກີດຂຶ້ນອີກຈັກເທື່ອ.
[20] ຖ້າອົງພຣະ^ຜູ້^ເປັນເຈົ້າ ບໍ່ໄດ້ເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າແລ້ວ ກໍຈະບໍ່ມີມະນຸດຄົນໃດລອດຊີວິດຢູ່ເລີຍ, ແຕ່ເພາະເຫັນແກ່ພວກທີ່ພຣະອົງໄດ້ເລືອກໄວ້ແລ້ວນັ້ນ ພຣະອົງໄດ້ເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ.
[21] ໃນເວລານັ້ນ ຖ້າຜູ້ໃດ^ຜູ້ໜຶ່ງເວົ້າແກ່ເຈົ້າ^ທັງຫລາຍວ່າ, ‘ເບິ່ງແມ! ພຣະຄຣິດຢູ່ທີ່ນີ້’ ຫລືວ່າ ‘ເບິ່ງດູ ເພິ່ນຢູ່ທີ່ນັ້ນ’ ຢ່າໄດ້ເຊື່ອ.
[22] ດ້ວຍວ່າ, ຈະມີພຣະຄຣິດປອມ ແລະໝໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ພວກເຂົາຈະເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ ຖ້າເປັນໄປໄດ້ຈະຫລອກລວງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ຫລົງເສຍໄປ.
[23] ແຕ່ເຈົ້າ^ທັງຫລາຍຈົ່ງລະວັງໃຫ້ດີ, ເຮົາໄດ້ບອກເຈົ້າ^ທັງຫລາຍໃຫ້ຮູ້ທຸກໆສິ່ງລ່ວງໜ້າກ່ອນແລ້ວ.”
[24] “ໃນວັນເຫຼົ່ານັ້ນ ຫລັງຈາກເວລາແຫ່ງຄວາມ^ທຸກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງ,
[25] ດວງດາວທັງຫລາຍຈະຕົກລົງຈາກທ້ອງຟ້າ ແລະ ບັນດາສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ.
[26] ເມື່ອນັ້ນເຂົາຈະເຫັນ ‘ບຸດມະນຸດມາປາກົດໃນເມກ’ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະດ້ວຍສະຫງ່າຣາສີອັນຮຸ່ງເຮືອງ.
[27] ເພິ່ນຈະໃຊ້ພວກເທວະດາຂອງ^ເພິ່ນອອກໄປ ເພື່ອຮວບຮວມເອົາຄົນທັງຫລາຍທີ່ພຣະອົງໄດ້ເລືອກໄວ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ.”
[28] “ເຈົ້າ^ທັງຫລາຍຈົ່ງເອົາບົດຮຽນຄຳອຸປະມາຈາກຕົ້ນ^ເດື່ອເທດ ເມື່ອກິ່ງມັນແຕກໃບອ່ອນອອກ ເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງ.
[29] ໃນທຳນອງ^ດຽວກັນ, ເມື່ອພວກເຈົ້າເຫັນເຫດການເຫລົ່ານັ້ນກຳລັງເກີດຂຶ້ນ ຈົ່ງຮູ້ວ່າພຣະອົງມາໃກ້ຈະເຖິງປະຕູແລ້ວ.
[30] ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ຄົນສະໄໝນີ້ຈະບໍ່ລ່ວງລັບໄປ ກ່ອນເຫດການທັງໝົດເຫລົ່ານີ້ຈະເກີດຂຶ້ນ.
[31] ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
[32] “ແຕ່ເລື່ອງວັນກຳນົດ ຫລືເວລາກຳນົດນັ້ນບໍ່ມີຜູ້ໃດຮູ້ ແມ່ນແຕ່ເທວະດາໃນສະຫວັນ ແລະພຣະບຸດກໍບໍ່ຮູ້, ຮູ້ແຕ່ພຣະບິດາເຈົ້າອົງດຽວເທົ່ານັ້ນ.
[33] ຈົ່ງເຝົ້າລະວັງຢູ່ ແລະພາວັນນາ^ອະທິຖານຢູ່ສະເໝີ ເພາະເຈົ້າ^ທັງຫລາຍບໍ່ຮູ້ວ່າ ເວລານັ້ນຈະມາເຖິງເມື່ອໃດ.
[34] ປຽບເໝືອນກັບຊາຍຄົນໜຶ່ງທີ່ອອກເດີນທາງໄກ ເພິ່ນອອກຈາກເຮືອນຂອງ^ເພິ່ນ ແລະໄດ້ມອບອຳນາດປ່ອຍໃຫ້ບັນດາຄົນ^ຮັບໃຊ້ ຮັບຜິດຊອບເຮັດວຽກຂອງ^ໃຜລາວ ແລະສັ່ງຄົນ^ເຝົ້າຍາມເຮືອນໄວ້ໃຫ້ດີ.
[35] ດັ່ງນັ້ນ ຈົ່ງເຝົ້າລະວັງຕຽມພ້ອມຢູ່ ເພາະເຈົ້າ^ທັງຫລາຍບໍ່ຮູ້ວ່າ ເຈົ້າຂອງ^ເຮືອນຈະກັບມາຍາມໃດ ຈະມາຫົວຄໍ່າ ຫລືທ່ຽງຄືນ ຫລືເວລາໄກ່ຂັນ ຫລືໃນຕອນເຊົ້າ.
[36] ຢ້ານວ່າຈະມາໃນທັນທີ ແລະພົບເຈົ້າ^ທັງຫລາຍນອນຫລັບຢູ່.
[37] ຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານີ້ ເຮົາກໍກ່າວເຕືອນແກ່ທຸກຄົນເໝືອນກັນວ່າ ຈົ່ງເຝົ້າລະວັງຢູ່.”