[1] ຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາອີກເທື່ອໜຶ່ງ ໃນທີ່ນີ້ມີຊາຍຜູ້ໜຶ່ງມືລີບ.
[2] ຄົນໃນທີ່ນັ້ນຕ່າງກໍຊອມເບິ່ງວ່າ ພຣະເຢຊູເຈົ້າຈະຊົງໂຜດຮັກສາຄົນນີ້ໃນວັນ^ຊະບາໂຕຫລືບໍ່ ເພາະພວກເຂົາຢາກຫາຂໍ້ຟ້ອງພຣະອົງວ່າເຮັດຜິດ.
[3] ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງລຸກຂຶ້ນມາຢືນຢູ່ທາງໜ້າພີ້.”
[4] ແລ້ວພຣະອົງກໍຊົງຖາມວ່າ, “ໃນວັນ^ຊະບາໂຕ ເຮົາຄວນຈະເຮັດຢ່າງໃດ? ຈະເຮັດການດີ ຫລືຈະເຮັດການຮ້າຍ? ຈະຊ່ວຍຊີວິດຄົນໄວ້ ຫລືທຳລາຍຊີວິດຄົນຖິ້ມ?” ແຕ່ພວກເຂົາໄດ້ມິດຢູ່.
[5] ພຣະອົງຫລຽວເບິ່ງອ້ອມຮອບພວກເຂົາດ້ວຍຄວາມ^ເຄືອງໃຈ ພຣະອົງເປັນທຸກໃຈຫລາຍ ເພາະພວກເຂົາມີໃຈແຂງກະດ້າງ. ສະນັ້ນ ພຣະອົງຈຶ່ງກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງຢຽດມືຂອງ^ເຈົ້າອອກ.” ລາວຈຶ່ງຢຽດມືອອກ ແລະ ມືຂອງ^ລາວກໍດີເປັນປົກກະຕິ.
[6] ຝ່າຍພວກຟາຣີຊາຍຈຶ່ງໄດ້ຈາກໄປ ແລະໄດ້ເລີ່ມວາງແຜນກັບພວກເຮໂຣດ ເພື່ອຊອກຫາຊ່ອງທາງຂ້າພຣະອົງ.
[7] ພຣະເຢຊູເຈົ້າໄດ້ນຳພາພວກສາວົກຂອງ^ພຣະອົງອອກໄປສູ່ຝັ່ງທະເລສາບຄາລີເລ ແລະ ມີປະຊາຊົນໝູ່ໃຫຍ່ມາຈາກແຂວງຄາລີເລ, ໄດ້ຕິດຕາມພຣະອົງໄປ ທັງຈາກແຂວງຢູດາຍ.
[8] ຈາກນະຄອນເຢຣູຊາເລັມ, ຈາກເຂດແດນອີດູມາຍ, ຈາກເຂດແດນຟາກຕາເວັນອອກຂອງ^ແມ່ນໍ້າ^ຈໍແດນ ແລະຂົງເຂດອ້ອມແອ້ມເມືອງຕີເຣແລະຊີໂດນ ປະຊາຊົນໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ.
[9] ສະນັ້ນ ພຣະອົງຈຶ່ງບອກພວກສາວົກໃຫ້ຕຽມເຮືອນ້ອຍລຳໜຶ່ງໄວ້ ເພື່ອປະຊາຊົນຈະບໍ່ໄດ້ບຽດສຽດພຣະອົງ.
[10] ພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ຫາຍດີພະຍາດໂຣຄາ, ບັນດາຄົນເຈັບດ້ວຍພະຍາດຕ່າງໆ ຈຶ່ງບຽດກັນເຂົ້າມາຫາພຣະອົງ ເພື່ອຈະຈັບບາຍພຣະອົງ.
[11] ພວກຜີຊົ່ວຮ້າຍສິງຢູ່ໃນຫລາຍຄົນໄດ້ເຫັນພຣະອົງ ພວກມັນກໍຂາບລົງທີ່ຕີນຂອງ^ພຣະເຢຊູເຈົ້າ ແລະຮ້ອງຂຶ້ນວ່າ, “ທ່ານເປັນພຣະບຸດຂອງ^ພຣະເຈົ້າ”
[12] ແຕ່ພຣະເຢຊູເຈົ້າສັ່ງຫ້າມຢ່າງເດັດຂາດ ບໍ່ໃຫ້ພວກມັນປະກາດພຣະນາມຂອງ^ພຣະອົງ.
[13] ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູເຂົາແຫ່ງໜຶ່ງ ແລະເອີ້ນເອົາຜູ້ທີ່ພຣະອົງຕ້ອງການມາຫາພຣະອົງ ພວກເຂົາໄດ້ມາຫາພຣະອົງ
[14] ແລ້ວພຣະອົງກໍເລືອກເອົາສິບສອງຄົນ ແລະເອີ້ນພວກເພິ່ນວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າກ່າວແກ່ພວກອັກຄະສາວົກນີ້ວ່າ, “ເຮົາໄດ້ເລືອກເອົາພວກເຈົ້າໄວ້ໃຫ້ຢູ່ກັບເຮົາ ແລະເຮົາຈະໃຊ້ພວກເຈົ້າອອກໄປປະກາດ,
[15] ແລະ ພວກເຈົ້າຈະມີສິດອຳນາດຂັບໄລ່ຜີມານຮ້າຍອອກໄດ້.”
[16] ພວກອັກຄະສາວົກສິບສອງຄົນທີ່ພຣະເຢຊູເຈົ້າໄດ້ເລືອກມີດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າໄດ້ຕັ້ງຊື່ໃໝ່ໃຫ້ວ່າ ເປໂຕ),
[17] ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ລູກຊາຍຂອງ^ເຊເບດາຍ (ພຣະເຢຊູເຈົ້າຕັ້ງຊື່ໃຫ້ວ່າ ໂບອະເນເຄ ຊຶ່ງມີຄວາມໝາຍວ່າ ‘ລູກຟ້າຮ້ອງ’ ຫລືຄົນໃຈຮຸນແຮງ),
[18] ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງ^ອາລະຟາຍ, ທາດາຍ, ຊີໂມນຜູ້ຮັກຊາດ,
[19] ແລະ ຢູດາອິດສະກາຣີອົດຜູ້ທີ່ທໍລະຍົດຕໍ່ພຣະອົງ.
[20] ແລ້ວພຣະເຢຊູເຈົ້າໄດ້ກັບມາເຮືອນອີກ ໃນທີ່ນັ້ນມີປະຊາຊົນໝູ່ໃຫຍ່ ມາເຕົ້າໂຮມກັນຢູ່ຢ່າງໜາແໜ້ນ ຈົນພຣະເຢຊູເຈົ້າ ແລະພວກສາວົກຂອງ^ພຣະອົງບໍ່ມີເວລາກິນເຂົ້າ.
[21] ເມື່ອຄົນໃນຄອບຄົວຂອງ^ພຣະອົງໄດ້ຍິນວ່າ ພຣະອົງກຳລັງກະທຳເຊັ່ນນັ້ນ ພວກເຂົາກໍອອກໄປຮັບພຣະອົງ ເພາະພວກເຂົາຄິດວ່າ, “ພຣະອົງເສຍຈິດ”
[22] ພວກທຳມະຈານ ຊຶ່ງລົງມາຈາກນະຄອນເຢຣູຊາເລັມ ໄດ້ກ່າວວ່າ, “ຜູ້ນີ້ມີຜີມານຮ້າຍເບເອນເຊບູນສິງຢູ່. ທີ່ເພິ່ນຂັບໄລ່ຜີມານຮ້າຍອອກໄດ້ ກໍເພາະໃຊ້ອຳນາດຂອງ^ນາຍຜີມານຮ້າຍນັ້ນ.”
[23] ສະນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນຄົນເຫລົ່ານີ້ມາ ແລ້ວພຣະອົງກໍກ່າວເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ຕົວມັນເອງໃຫ້ອອກໄປໄດ້ຢ່າງໃດ?
[24] ຖ້າອານາຈັກໃດເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍຈະຕັ້ງໝັ້ນຢູ່ຕໍ່ໄປບໍ່ໄດ້,
[25] ແລະຖ້າຄົນໃນຄອບຄົວໃດເກີດແຕກແຍກກັນ ຄອບຄົວນັ້ນກໍຈະຕັ້ງໝັ້ນຢູ່ບໍ່ໄດ້.
[26] ແລະຖ້າມານຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະແຕກແຍກກັນ ມັນກໍຕັ້ງຢູ່ບໍ່ໄດ້ ມີແຕ່ຈະສູນຫາຍໄປ.”
[27] “ບໍ່ມີຜູ້ໃດບຸກເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງ^ຄົນແຂງແຮງໄດ້ ເວັ້ນໄວ້ແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ ແລ້ວຈຶ່ງປຸ້ນເຮືອນໄດ້.”
[28] “ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ການບາບທຸກປະການ ຄຳໝິ່ນປະໝາດທຸກຢ່າງທີ່ມະນຸດກ່າວ ຈະໄດ້ຮັບການອະໄພ.
[29] ແຕ່ຜູ້ໃດກໍຕາມທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພຈັກເທື່ອ, ແຕ່ລາວຈະມີໂທດຕະຫລອດໄປ.” (
[30] ພຣະເຢຊູເຈົ້າກ່າວເຊັ່ນນີ້ກໍເພາະປະຊາຊົນບາງຄົນໄດ້ເວົ້າວ່າ, ‘ເພິ່ນມີຜີຊົ່ວຮ້າຍເຂົ້າສິງຢູ່.’)
[31] ແລ້ວແມ່ແລະນ້ອງຊາຍຂອງ^ພຣະເຢຊູເຈົ້າໄດ້ຢືນຢູ່ຂ້າງນອກ, ໃຊ້ຄົນເຂົ້າໄປເອີ້ນພຣະອົງ.
[32] ປະຊາຊົນໝູ່ໃຫຍ່ໄດ້ນັ່ງອ້ອມພຣະເຢຊູເຈົ້າຢູ່ ແລະພວກເຂົາເວົ້າກັບພຣະອົງວ່າ, “ທ່ານເອີຍ, ແມ່ກັບນ້ອງຊາຍຂອງທ່ານ ຢູ່ຂ້າງນອກຕ້ອງການພົບທ່ານ.”
[33] ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະຜູ້ໃດເປັນນ້ອງຊາຍຂອງເຮົາ?”
[34] ແລ້ວພຣະເຢຊູເຈົ້າກໍຫລຽວເບິ່ງປະຊາຊົນ ທີ່ນັ່ງອ້ອມພຣະອົງຢູ່ນັ້ນ ແລະໄດ້ກ່າວວ່າ, “ນີ້ຄືແມ່ແລະນ້ອງຊາຍຂອງເຮົາ.
[35] ດ້ວຍວ່າ, ຜູ້ໃດກໍຕາມທີ່ຍອມປະຕິບັດຕາມພຣະປະສົງຂອງ^ພຣະເຈົ້າ ຜູ້ນັ້ນແຫລະ ເປັນນ້ອງຊາຍ ແລະນ້ອງສາວ ແລະແມ່ຂອງເຮົາ.”