[1] ເມື່ອນັ້ນ ພວກຟາຣີຊາຍແລະພວກທຳມະຈານ ບາງຄົນໄດ້ມາແຕ່ນະຄອນເຢຣູຊາເລັມ ແລະເຕົ້າໂຮມກັນອ້ອມພຣະເຢຊູເຈົ້າ.
[2] ພວກເຂົາໄດ້ສັງເກດເຫັນວ່າ ພວກສາວົກຂອງ^ພຣະອົງກິນເຂົ້າໂດຍບໍ່ໄດ້ລ້າງມືຕາມພິທີກ່ອນ. (
[3] ສ່ວນພວກຟາຣີຊາຍແລະຄົນຢິວທົ່ວໄປນັ້ນ ປະຕິບັດຕາມຄຳສອນທີ່ສືບທອດມາຈາກປູ່ຍ່າຕາຍາຍວ່າ ຖ້າບໍ່ລ້າງມືຕາມພິທີ ຄືແຕ່ມືເຖິງຂໍ່ມືຂອງ^ພວກເຂົາ ກໍບໍ່ກິນອາຫານ;
[4] ແລະ ເມື່ອພວກເຂົາມາຈາກຕະຫລາດ ຖ້າບໍ່ໄດ້ຊຳລະຕົວກ່ອນ ພວກເຂົາກໍບໍ່ຍອມກິນ. ນອກຈາກນີ້ ພວກເຂົາຍັງຖືທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຖ້ວຍຊາມ, ໝໍ້, ເຄື່ອງໃຊ້ເປັນທອງແດງ ແລະທອງເຫລືອງ ແລະຕຽງນອນ.)
[5] ສະນັ້ນ ພວກຟາຣີຊາຍແລະພວກທຳມະຈານ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດຕາມຄຳສອນ ທີ່ສືບທອດມາຈາກປູ່ຍ່າຕາຍາຍ, ແຕ່ກິນອາຫານດ້ວຍມືບໍ່ສະອາດ?”
[6] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເອຊາຢາໄດ້ທຳນວາຍຄັກແນ່ ເຖິງພວກເຈົ້າຜູ້ເປັນຄົນ^ໜ້າຊື່^ໃຈຄົດ ຕາມທີ່ເພິ່ນໄດ້ຂຽນໄວ້ວ່າ, ‘ຄົນພວກນີ້ໃຫ້ກຽດເຮົາແຕ່ປາກ ສ່ວນວ່າຈິດໃຈຫ່າງ^ໄກຈາກເຮົາ.
[7] ການທີ່ພວກເຂົານະມັດສະການເຮົານັ້ນ ບໍ່ມີປະໂຫຍດຕໍ່ພວກເຂົາຫຍັງໝົດ ດ້ວຍວ່າ, ພວກເຂົາສັ່ງສອນເອົາທຳນຽມ ຂອງມະນຸດມາຕູ່ຫາວ່າ ເປັນຄຳສັ່ງສອນຂອງ^ພຣະເຈົ້າ.’”
[8] “ພວກເຈົ້າປະຂໍ້ບັນຍັດຂອງ^ພຣະເຈົ້າ ແລະປະຕິບັດຕາມຄຳສອນທີ່ສືບທອດມາຈາກມະນຸດ.”
[9] ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ເກີນວ່າດີແທ້ນໍ ທີ່ເຈົ້າ^ທັງຫລາຍໄດ້ປະຖິ້ມກົດບັນຍັດຂອງ^ພຣະເຈົ້າ ເພື່ອໄປຢຶດຖືຄຳສັ່ງສອນຂອງ^ພວກເຈົ້າເອງ.
[10] ໂມເຊໄດ້ສັ່ງໄວ້ວ່າ, ‘ຈົ່ງເຄົາຣົບ^ນັບຖືພໍ່ແມ່ຂອງຕົນ’ ແລະ ‘ຜູ້ໃດກໍຕາມທີ່ປ້ອຍດ່າ ສາບແຊ່ງພໍ່ແມ່ຂອງຕົນຕ້ອງຖືກລົງໂທດເຖິງຕາຍ.’
[11] ແຕ່ຝ່າຍພວກເຈົ້າກັບເວົ້າວ່າ, ‘ຖ້າຜູ້ໃດຈະເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ ສິ່ງນັ້ນເປັນ ໂກຣະບານ’ (ຄື ເປັນຂອງ^ຖວາຍໄຫວ້ແລ້ວ),
[12] ເຈົ້າ^ທັງຫລາຍກໍບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍເຫລືອພໍ່ແມ່ຂອງຕົນ.
[13] ດ້ວຍວິທີນີ້ແຫລະ ຄຳສັ່ງສອນທີ່ສືບທອດຕໍ່ກັນມາ ຈຶ່ງໄດ້ລຶບລ້າງພຣະທຳຂອງ^ພຣະເຈົ້າ, ນອກນັ້ນຍັງມີອີກຫລາຍຢ່າງທີ່ພວກເຈົ້າເຮັດຜິດແບບນີ້.”
[14] ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນມາຫາພຣະອົງອີກເທື່ອໜຶ່ງ ແລະກ່າວແກ່ພວກເຂົາວ່າ, “ເຈົ້າ^ທັງຫລາຍ ຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ.
[15] ບໍ່ມີສິ່ງໃດທີ່ຢູ່ພາຍນອກ ທີ່ມະນຸດກິນເຂົ້າໄປພາຍໃນແລ້ວ ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກໃຈມະນຸດນັ້ນແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. [
[16] ຜູ້ໃດມີຫູຟັງ ຈົ່ງຟັງເອົາ”]
[17] ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນໄປ ແລະເຂົ້າໃນເຮືອນແລ້ວ ພວກສາວົກໄດ້ຖາມພຣະອົງເຖິງຄຳອຸປະມານັ້ນ.
[18] ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ? ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ບໍ່ອາດເຮັດໃຫ້ມະນຸດຊົ່ວມົວໝອງໄດ້,
[19] ເພາະສິ່ງນັ້ນບໍ່ໄດ້ເຂົ້າໄປໃນຈິດໃຈ ແຕ່ເຂົ້າໄປໃນທ້ອງແລ້ວກໍຖ່າຍອອກມາ.” (ການເວົ້າເຊັ່ນນີ້ ພຣະເຢຊູເຈົ້າໝາຍຄວາມວ່າ ອາຫານທຸກຊະນິດເປັນຂອງ^ກິນໄດ້.)
[20] ແລ້ວພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກພາຍໃນມະນຸດນັ້ນແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.
[21] ເພາະແມ່ນຄວາມ^ຄິດຊົ່ວຮ້າຍຈາກພາຍໃນຄື: ການຜິດຊາຍຍິງ, ການລັກ, ການຂ້າຄົນ,
[22] ການຫລິ້ນຊູ້ສູ່ຜົວເມຍ, ການໂລບມາກໂລພາ, ການຊົ່ວນາໆປະການເປັນຕົ້ນ: ການຫລອກລວງ, ການຫຍາບຊ້າ, ການອິດສາບັງບຽດ, ການດູໝິ່ນນິນທາ, ການຈອງຫອງພອງຕົວ ແລະການກະທຳໃນສິ່ງທີ່ໂງ່ຈ້າ,
[23] ສິ່ງເຫລົ່ານີ້ ລ້ວນແຕ່ອອກມາຈາກພາຍໃນມະນຸດ ແລະເຮັດໃຫ້ມະນຸດຊົ່ວມົວໝອງ.”
[24] ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ໄປຍັງຂົງເຂດໜຶ່ງທີ່ຢູ່ໃກ້ກັບເມືອງຕີເຣ, ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງ ແລະບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ອາດຫລົບຫລີກໄດ້.
[25] ແລ້ວກໍມີຍິງຄົນໜຶ່ງທີ່ລູກສາວຖືກຜີຊົ່ວຮ້າຍສິງ ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ແລະໃນທັນໃດນັ້ນ ນາງຈຶ່ງມາຫາພຣະເຢຊູເຈົ້າ ແລະຂາບລົງທີ່ຕີນຂອງ^ພຣະອົງ.
[26] ຍິງຜູ້ນີ້ເປັນຊາວກຣີກເກີດຢູ່ໃນເຟນີເຊຍ ປະເທດຊີເຣຍ, ນາງອ້ອນວອນຂໍພຣະເຢຊູເຈົ້າໃຫ້ຂັບໄລ່ຜີຊົ່ວຮ້າຍອອກຈາກລູກສາວຂອງ^ນາງ.
[27] ແຕ່ພຣະເຢຊູເຈົ້າຕອບວ່າ, “ໃຫ້ເດັກນ້ອຍທັງຫລາຍຂອງເຮົາກິນອີ່ມກ່ອນ, ບໍ່ເປັນການສົມຄວນທີ່ຈະໂຍນອາຫານຂອງ^ລູກໃຫ້ໝາ.”
[28] ນາງຕອບວ່າ, “ແມ່ນແລ້ວທ່ານເອີຍ ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງກິນເສດອາຫານຂອງ^ເດັກນ້ອຍ.”
[29] ສະນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ເພາະຄຳເວົ້າດັ່ງກ່າວນີ້ ເຈົ້າຈົ່ງກັບເມືອເຮືອນສາ, ຜີມານຮ້າຍໄດ້ອອກຈາກລູກສາວຂອງ^ເຈົ້າແລ້ວ.”
[30] ນາງຈຶ່ງກັບເມືອເຮືອນ ແລະເຫັນລູກສາວຂອງຕົນນອນຢູ່ເທິງຕຽງ, ຜີມານຮ້າຍໄດ້ອອກຈາກນາງແລ້ວ.
[31] ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດຕີເຣ ແລະຜ່ານໄປທາງເມືອງຊີໂດນສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ.
[32] ປະຊາຊົນບາງຄົນໄດ້ນຳຄົນຫູໜວກປາກກືກຜູ້ໜຶ່ງ ມາຫາພຣະເຢຊູເຈົ້າ ແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
[33] ດັ່ງນັ້ນ ພຣະອົງຈຶ່ງພາຄົນນີ້ອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້ທັງສອງເບື້ອງ ແລະບ້ວນນໍ້າລາຍໃສ່ມືແປະໃສ່ລີ້ນຂອງ^ຄົນນີ້.
[34] ແລ້ວພຣະອົງກໍເງີຍໜ້າຂຶ້ນສູ່ທ້ອງຟ້າສະຫວັນ ຖອນຫາຍໃຈ ແລະກ່າວແກ່ຄົນນີ້ວ່າ, “ເອຟາທາ” ຊຶ່ງໝາຍຄວາມວ່າ, “ຈົ່ງໄຂອອກ”
[35] ໃນທັນໃດນັ້ນ ຫູຂອງ^ຊາຍຄົນນີ້ກໍໄດ້^ຍິນ ແລະສິ່ງທີ່ຂັດລີ້ນຂອງ^ລາວກໍຫລຸດອອກທັງເວົ້າໄດ້ສະດວກດີ.
[36] ແລ້ວພຣະເຢຊູເຈົ້າກໍສັ່ງປະຊາຊົນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ, ແຕ່ຍິ່ງສັ່ງຫ້າມກໍຍິ່ງຊ່າລືກັນໄປຫລາຍ.
[37] ປະຊາຊົນຕ່າງກໍງຶດປະຫລາດ^ໃຈຫລາຍຈຶ່ງເວົ້າກັນວ່າ, “ທຸກສິ່ງທີ່ທ່ານໄດ້ເຮັດ ລ້ວນແຕ່ເປັນການດີທັງສິ້ນ ແມ່ນແຕ່ຄົນຫູໜວກທ່ານກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ປາກໄດ້”