[1] ເມື່ອພຣະເຢຊູເຈົ້າກັບພວກສາວົກ ເຂົ້າໄປໃກ້ນະຄອນເຢຣູຊາເລັມ ຄືໃກ້ບ້ານເບັດຟາເຄ ແລະບ້ານເບັດທານີ ກໍມາເຖິງພູເຂົາ^ໝາກກອກເທດ, ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ ແລະສັ່ງພວກເພິ່ນວ່າ,
[2] “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ ພໍໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບລໍນ້ອຍໂຕໜຶ່ງທີ່ເຂົາຜູກໄວ້ ລໍນ້ອຍໂຕນີ້ຍັງບໍ່ມີຜູ້ໃດເຄີຍຂີ່ຈັກເທື່ອ. ຈົ່ງແກ້ເຊືອກນັ້ນອອກ ແລະຈູງມັນມາທີ່ນີ້.”
[3] ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້?’ ໃຫ້ບອກວ່າ, ‘ອົງພຣະ^ຜູ້^ເປັນເຈົ້າ ຕ້ອງການ ແລະບຶດໜຶ່ງຈະສົ່ງມັນຄືນມາໃຫ້ທີ່ນີ້.’”
[4] ແລ້ວສາວົກທັງສອງຈຶ່ງຈາກໄປ ແລະກໍພົບລໍນ້ອຍໂຕໜຶ່ງ ທີ່ເຂົາຜູກໄວ້ຢູ່ໃກ້ປະຕູເຮືອນທີ່ແຄມຖະໜົນ ຂະນະທີ່ພວກເພິ່ນກຳລັງແກ້ເຊືອກຢູ່ນັ້ນ,
[5] ບາງຄົນທີ່ຢືນຢູ່ໃນທີ່ນັ້ນກໍຖາມວ່າ, “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?”
[6] ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ບອກ ແລ້ວຄົນເຫລົ່ານັ້ນກໍຍອມໃຫ້ພວກເພິ່ນເອົາໄປ.
[7] ສາວົກໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລ້ວພວກເພິ່ນກໍເອົາເຄື່ອງນຸ່ງຂອງຕົນປູຫລັງຂອງ^ມັນ ແລະໃຫ້ພຣະເຢຊູເຈົ້າຂຶ້ນຂີ່.
[8] ມີຫລາຍຄົນໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງຍ່າງ ແລະບາງຄົນກໍໄດ້ຕັດເອົາຟົດໄມ້ຕາມທົ່ງນາມາປູຕາມຫົນທາງ.
[9] ຄົນທີ່ຍ່າງໄປກ່ອນກັບຄົນທີ່ຕາມຫລັງພຣະເຢຊູເຈົ້າໄປ ຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ ຂໍພຣະເຈົ້າອວຍພອນທ່ານ ທີ່ສະເດັດມາໃນນາມຂອງ^ອົງພຣະ^ຜູ້^ເປັນເຈົ້າ
[10] ຂໍພຣະເຈົ້າອວຍພອນອານາຈັກທີ່ກຳລັງຈະມາ ຄືອານາຈັກຂອງ^ດາວິດບັນພະບຸລຸດຂອງ^ພວກເຮົາ ໂຮຊັນນາໃນສະຫວັນສູງສຸດ.”
[11] ພຣະເຢຊູເຈົ້າໄດ້ເຂົ້າໄປຍັງນະຄອນເຢຣູຊາເລັມ ແລ້ວເຂົ້າໄປໃນພຣະວິຫານ ແລະລຽບເບິ່ງທົ່ວໄປ ເມື່ອຄໍ່າຫລາຍແລ້ວ ພຣະອົງຈຶ່ງກັບໄປຍັງບ້ານເບັດທານີກັບສາວົກສິບສອງຄົນ.
[12] ໃນຕອນເຊົ້າວັນຕໍ່ມາ ເມື່ອພຣະເຢຊູເຈົ້າກັບພວກສາວົກອອກຈາກບ້ານເບັດທານີໄປ ພຣະອົງກໍຫິວເຂົ້າ.
[13] ເມື່ອເຫັນຕົ້ນໝາກ^ເດື່ອເທດຕົ້ນໜຶ່ງແຕ່ໄກ ຊຶ່ງມີໃບດົກໜາດີ ແລະພຣະອົງກໍໄປເບິ່ງວ່າມັນມີໝາກຫລືບໍ່, ແຕ່ເມື່ອພຣະອົງໄປເຖິງຕົ້ນໄມ້ແລ້ວ ກໍບໍ່ເຫັນໝາກມີແຕ່ໃບເທົ່ານັ້ນ ເພາະບໍ່ແມ່ນລະດູເກີດໝາກ.
[14] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຕໍ່ຕົ້ນໝາກ^ເດື່ອເທດວ່າ, “ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງ^ມຶງອີກຈັກເທື່ອ.” ຝ່າຍສາວົກກໍໄດ້^ຍິນຄຳທີ່ພຣະອົງໄດ້ກ່າວນັ້ນ.
[15] ເມື່ອພຣະເຢຊູເຈົ້າແລະພວກສາວົກຂອງ^ພຣະອົງ ມາເຖິງນະຄອນເຢຣູຊາເລັມ, ແລ້ວພຣະເຢຊູເຈົ້າໄດ້ເຂົ້າໄປໃນບໍລິເວນພຣະວິຫານ ພຣະອົງໄດ້ຕັ້ງຕົ້ນຂັບໄລ່ບັນດາພວກຄົນຊື້ຂາຍໃນບໍລິເວນພຣະວິຫານອອກໄປ, ພຣະອົງຂວໍ້າໂຕະຂອງ^ພວກຮັບແລກປ່ຽນເງິນຕາ ແລະຂວໍ້າບ່ອນນັ່ງຂອງ^ຄົນຂາຍນົກເຂົາ.
[16] ແລະ ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດ ຂົນສິ່ງຂອງຜ່ານພຣະວິຫານໄປ.
[17] ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເອີ້ນວ່າ ເປັນສະຖານທີ່ພາວັນນາ^ອະທິຖານສຳລັບຄົນທຸກຊາດ’, ແຕ່ພວກເຈົ້າເຮັດໃຫ້ເປັນຖໍ້າຂອງ^ໂຈນ.”
[18] ເມື່ອພວກຫົວໜ້າປະໂຣຫິດແລະພວກທຳມະຈານ ໄດ້ຍິນເຊັ່ນນີ້ ພວກເຂົາຈຶ່ງຊອກຫາວິທີທາງຈະຂ້າພຣະເຢຊູເຈົ້າເສຍ, ພວກເຂົາຢ້ານພຣະອົງ ເພາະປະຊາຊົນທັງໝົດໄດ້ປະຫລາດ^ໃຈໃນຄຳສັ່ງສອນຂອງ^ພຣະອົງ.
[19] ພໍຕອນຄໍ່າມາ ພຣະເຢຊູເຈົ້າແລະພວກສາວົກກໍພາກັນອອກໄປຈາກເມືອງ.
[20] ວັນໃໝ່ຕໍ່ມາ ໃນເວລາເຊົ້າໆ ພຣະເຢຊູເຈົ້າກັບພວກສາວົກຍ່າງຜ່ານຕົ້ນ^ເດື່ອເທດອີກ ພວກເພິ່ນໄດ້ສັງເກດເຫັນຕົ້ນ^ເດື່ອເທດນັ້ນ ມັນຫ່ຽວແຫ້ງ ແລະຕາຍໄປຈົນເຖິງຮາກ.
[21] ເປໂຕຈື່ເຫດການທີ່ພຣະເຢຊູເຈົ້າໄດ້ເວົ້າແກ່ຕົ້ນໄມ້ນັ້ນ ຈຶ່ງເວົ້າກັບພຣະອົງວ່າ, “ພຣະອາຈານ^ເອີຍ ເບິ່ງແມ! ຕົ້ນ^ເດື່ອເທດທີ່ທ່ານໄດ້ສາບແຊ່ງນັ້ນຕາຍເສຍແລ້ວ.”
[22] ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ.
[23] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ແລະບໍ່ມີຄວາມ^ສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມຄຳສັ່ງນັ້ນ ແລ້ວກໍເປັນໄປຕາມນັ້ນ.
[24] ດ້ວຍເຫດນັ້ນ ເຮົາບອກເຈົ້າ^ທັງຫລາຍວ່າ, ສິ່ງໃດທີ່ພວກເຈົ້າພາວັນນາ^ອະທິຖານຂໍນັ້ນ ຈົ່ງເຊື່ອວ່າໄດ້ຮັບແລ້ວ ແລະຄົງຈະເປັນແກ່ເຈົ້າ^ທັງຫລາຍ.
[25] ແລະເມື່ອເຈົ້າຢືນພາວັນນາ^ອະທິຖານຢູ່ ຖ້າເຈົ້າມີເລື່ອງກັບຜູ້ໃດ^ຜູ້ໜຶ່ງຈົ່ງຍົກໂທດໃຫ້ເຂົາ ເພື່ອພຣະບິດາເຈົ້າຂອງ^ພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ຈະຍົກຄວາມ^ຜິດບາບຂອງ^ພວກເຈົ້າດ້ວຍ, [
[26] ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງ^ເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງ^ເຈົ້າເໝືອນກັນ.”]
[27] ອີກເທື່ອໜຶ່ງ ພຣະເຢຊູເຈົ້າແລະສາວົກຂອງ^ພຣະອົງ ໄດ້ກັບຄືນເຂົ້າໄປໃນນະຄອນເຢຣູຊາເລັມ, ເມື່ອພຣະອົງຍ່າງເຂົ້າໄປໃນພຣະວິຫານ ພວກຫົວໜ້າປະໂຣຫິດ, ພວກທຳມະຈານແລະພວກເຖົ້າແກ່ ກໍມາຫາພຣະອົງ.
[28] ພວກເຂົາໄດ້ຖາມວ່າ, “ເຈົ້າມີສິດອຳນາດຫຍັງ ຈຶ່ງເຮັດການເຫລົ່ານີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”
[29] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາມີຄຳຖາມຂໍ້ໜຶ່ງຈະຖາມພວກເຈົ້າ ແລະຈົ່ງໃຫ້ຄຳຕອບແກ່ເຮົາ ແລະເຮົາຈະບອກພວກເຈົ້າວ່າ, ‘ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ.’
[30] ຄືບອກເຮົາມາເບິ່ງດູວ່າ, ‘ຜູ້ໃດໃຫ້ສິດແກ່ໂຢຮັນເພື່ອໃຫ້ຮັບບັບຕິສະມາ ພຣະເຈົ້າໃຫ້ ຫລືວ່າມະນຸດໃຫ້?’”
[31] ພວກເຂົາໄດ້ປຶກສາກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ, ‘ພຣະເຈົ້າໃຫ້’ ມັນກໍຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າ ຈຶ່ງບໍ່ເຊື່ອໂຢຮັນ?’
[32] ຫລືວ່າ ພວກເຮົາຈະຕອບວ່າ, ‘ມະນຸດໃຫ້...’” (ພວກເຂົາກໍຢ້ານປະຊາຊົນ ເພາະທຸກຄົນຖືວ່າ ໂຢຮັນເປັນຜູ້ທຳນວາຍ.)
[33] ສະນັ້ນ ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.” ແລ້ວພຣະເຢຊູເຈົ້າກໍຕອບພວກເຂົາວ່າ, “ດັ່ງນັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າ ຂ້ອຍເຮັດການເຫລົ່ານີ້ດ້ວຍສິດອັນໃດ.”