[1] ຫລັງຈາກນັ້ນບໍ່ດົນ ປະຊາຊົນໝູ່ໃຫຍ່ກໍມາເຕົ້າໂຮມກັນອີກ ເມື່ອປະຊາຊົນບໍ່ມີຫຍັງກິນ ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາ ແລະກ່າວວ່າ,
[2] “ເຮົາສົງສານຄົນເຫລົ່ານີ້ ເພາະພວກເຂົາຢູ່ນຳເຮົາເຖິງສາມວັນແລ້ວ ແລະບໍ່ມີອາຫານກິນ.
[3] ຖ້າເຮົາບອກພວກເຂົາກັບເມືອບ້ານເມືອງເມື່ອຍັງຫິວຢູ່, ພວກເຂົາກໍຄົງເມື່ອຍອິດອ່ອນຕາມທາງ ເພາະບາງຄົນມາແຕ່ໄກ.”
[4] ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ຈະຫາອາຫານມາແຕ່ໃສ ພໍໃຫ້ຄົນເຫລົ່ານີ້ກິນອີ່ມທຸກຄົນ?”
[5] ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ເຈັດກ້ອນ”
[6] ສະນັ້ນ ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງຕາມພື້ນດິນ ແລ້ວພຣະອົງກໍຈັບເອົາເຂົ້າຈີ່ເຈັດກ້ອນນັ້ນ ມາໂມທະນາຂອບພຣະຄຸນແລ້ວ ຫັກໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ ແລະພວກສາວົກກໍປະຕິບັດຕາມ.
[7] ພວກເຂົາຍັງມີປານ້ອຍຈຳນວນໜຶ່ງ. ສະນັ້ນ ພຣະເຢຊູເຈົ້າຈຶ່ງຂໍພຣະພອນສຳລັບປານ້ອຍເຫລົ່ານັ້ນ ແລະສັ່ງໃຫ້ພວກສາວົກນຳເອົາໄປແຈກຢາຍໃຫ້ປະຊາຊົນເຊັ່ນກັນ.
[8] ທຸກຄົນຕ່າງກໍກິນອີ່ມ ພວກສາວົກໄດ້ໄປເກັບເອົາຕ່ອນທີ່ເຫລືອໄດ້ເຈັດກະບຸງເຕັມ.
[9] ໃນທີ່ນັ້ນ ມີປະຊາຊົນປະມານສີ່ພັນຄົນ, ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ພວກເຂົາເລີກເມືອ
[10] ໃນທັນໃດນັ້ນ ພຣະອົງຈຶ່ງຂຶ້ນເຮືອກັບພວກສາວົກໄປເຖິງຂົງເຂດດານມານຸທາ.
[11] ພວກຟາຣີຊາຍໄດ້ມາຫາພຣະເຢຊູເຈົ້າ ແລະຕັ້ງຕົ້ນໂຕ້ຖຽງກັບພຣະອົງ, ພວກເຂົາຢາກຈັບຜິດພຣະອົງ. ດັ່ງນັ້ນ ພວກເຂົາຈຶ່ງຂໍໃຫ້ພຣະອົງເຮັດໝາຍສຳຄັນຈາກສະຫວັນ.
[12] ພຣະເຢຊູເຈົ້າຖອນຫາຍໃຈໃຫຍ່ ແລະຖາມວ່າ, “ເປັນຫຍັງຄົນສະໄໝນີ້ຈຶ່ງສະແຫວງຫາໝາຍສຳຄັນ? ເຮົາບອກພວກເຈົ້າວ່າ ຈະບໍ່ໂຜດໝາຍສຳຄັນໃຫ້ຄົນສະໄໝນີ້ໄດ້ເຫັນ.”
[13] ພຣະອົງຈຶ່ງຈາກພວກເຂົາກັບໄປລົງເຮືອ ແລ້ວຂ້າມທະເລສາບໄປຍັງຟາກອື່ນອີກ.
[14] ພວກສາວົກລືມເອົາເຂົ້າຈີ່ມານຳ ແລະພວກເພິ່ນມີເຂົ້າຈີ່ແຕ່ກ້ອນດຽວເທົ່ານັ້ນຢູ່ໃນເຮືອ.
[15] ພຣະອົງໄດ້ເຕືອນເພິ່ນວ່າ, “ຈົ່ງລະວັງເຊື້ອແປ້ງຂອງ^ພວກຟາຣີຊາຍ ແລະຂອງ^ເຮໂຣດໃຫ້ດີ.”
[16] ສາວົກເວົ້າກັນໃນພວກເພິ່ນເອງວ່າ, “ທີ່ເພິ່ນເວົ້າຢ່າງນີ້ຍ້ອນພວກເຮົາບໍ່ມີເຂົ້າຈີ່.”
[17] ພຣະເຢຊູເຈົ້າຮູ້ເລື່ອງພວກເພິ່ນເວົ້າເຊັ່ນນັ້ນ ຈຶ່ງຖາມວ່າ, “ດ້ວຍເຫດໃດ ພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ເຂົ້າໃຈບໍ? ໃຈຂອງ^ພວກເຈົ້າຍັງປຶກຕັນຢູ່ຫລື?
[18] ພວກເຈົ້າມີຕາແລ້ວເບິ່ງບໍ່ເຫັນບໍ? ພວກເຈົ້າມີຫູແລ້ວຟັງບໍ່ໄດ້ຍິນບໍ? ພວກເຈົ້າຈື່ໄດ້ບໍວ່າ:
[19] ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຫ້າພັນຄົນນັ້ນ ພວກເຈົ້າເກັບສ່ວນທີ່ເຫລືອນັ້ນໄດ້ເຕັມຈັກກະບຸງ?” ພວກເພິ່ນຕອບວ່າ, “ສິບສອງກະບຸງ”
[20] “ແລະ ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນລ້ຽງສີ່ພັນຄົນນັ້ນ ພວກເຈົ້າເກັບສ່ວນທີ່ເຫລືອໄດ້ຈັກກະບຸງ?” ພວກເພິ່ນຕອບວ່າ, “ເຈັດກະບຸງ”
[21] ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”
[22] ແລ້ວພຣະເຢຊູເຈົ້າກັບພວກສາວົກກໍເຂົ້າໄປເບັດຊາອີດາ ຊາວເມືອງນັ້ນໄດ້ພາຄົນຕາບອດຜູ້ໜຶ່ງມາຫາພຣະເຢຊູເຈົ້າ ແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
[23] ພຣະເຢຊູເຈົ້າຈູງຄົນຕາບອດອອກໄປນອກ, ເມື່ອຖົ່ມນໍ້າລາຍໃສ່ຕາຄົນນີ້ແລ້ວພຣະອົງກໍວາງມືໃສ່ລາວ ແລະຖາມວ່າ, “ເຈົ້າເຫັນຫຍັງແດ່ບໍ?”
[24] ຊາຍຄົນນີ້ເງີຍໜ້າຂຶ້ນເບິ່ງ ແລະຕອບວ່າ, “ຂ້ານ້ອຍເຫັນຄົນ ແຕ່ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.”
[25] ພຣະເຢຊູເຈົ້າວາງມືໃສ່ຕາຊາຍຄົນນີ້ອີກ ເທື່ອນີ້ລາວມືນຕາເຕັມໜ່ວຍ ແລະສາຍຕາຂອງ^ລາວກໍດີເປັນປົກກະຕິ ຈຶ່ງເຫັນທຸກຢ່າງໄດ້ຈະແຈ້ງດີ.
[26] ແລ້ວພຣະເຢຊູເຈົ້າກໍບອກລາວກັບເມືອ ພ້ອມທັງສັ່ງວ່າ, “ຢ່າເຂົ້າໄປໃນເມືອງເດີ.”
[27] ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກ ໄດ້ໄປຍັງໝູ່ບ້ານໃກ້ເຂດເມືອງກາຍຊາເຣຍຟີລິບປອຍ, ເມື່ອເດີນທາງໄປນັ້ນ ພຣະອົງໄດ້ຖາມພວກເພິ່ນວ່າ, “ຄົນທັງຫລາຍເວົ້າກັນວ່າ ເຮົາເປັນຜູ້ໃດ?”
[28] ພວກສາວົກຈຶ່ງຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນບັບຕິສະໂຕ ແຕ່ຄົນອື່ນເວົ້າວ່າທ່ານແມ່ນເອລີຢາ ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຜູ້ໜຶ່ງໃນບັນດາຜູ້ທຳນວາຍ.”
[29] ພຣະອົງຖາມພວກເພິ່ນວ່າ, “ແລ້ວພວກເຈົ້າເດວ່າ ເຮົາເປັນຜູ້ໃດ?” ເປໂຕຕອບວ່າ, “ທ່ານເປັນພຣະຄຣິດ.”
[30] ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກສາວົກ ບໍ່ໃຫ້ບອກຜູ້ໃດເດັດຂາດກ່ຽວກັບເລື່ອງຂອງ^ພຣະອົງ.
[31] ແລ້ວພຣະເຢຊູເຈົ້າກໍໄດ້ຕັ້ງຕົ້ນສັ່ງສອນພວກສາວົກ ໃນສິ່ງທີ່ຈະເກີດຂຶ້ນກັບພຣະອົງວ່າ, “ບຸດມະນຸດຈະຕ້ອງຖືກທົນທຸກທໍລະມານຫລາຍປະການ, ພວກເຖົ້າແກ່ ພວກຫົວໜ້າປະໂຣຫິດ ແລະພວກທຳມະຈານຈະບໍ່ຍອມຮັບເພິ່ນ ແລະຈະຂ້າເພິ່ນເສຍ, ແຕ່ໃນວັນຖ້ວນສາມເພິ່ນຈະຖືກບັນດານໃຫ້ເປັນຄືນມາ.”
[32] ພຣະອົງໄດ້ກ່າວເລື່ອງນີ້ສູ່ພວກເພິ່ນຟັງຢ່າງຈະແຈ້ງ. ດັ່ງນັ້ນ ເປໂຕຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະເລີ່ມຕໍ່ວ່າ^ຕໍ່ຂານພຣະອົງບໍ່ໃຫ້ເວົ້າເລື່ອງນີ້.
[33] ແຕ່ພຣະເຢຊູເຈົ້າຫັນໜ້າມາເບິ່ງພວກສາວົກ ແລະຕຳໜິເປໂຕວ່າ, “ອ້າຍຊາຕານ ຈົ່ງຖອຍໜີຈາກເຮົາເສຍ ເພາະເຈົ້າຄິດຢ່າງມະນຸດ ບໍ່ໄດ້ຄິດຢ່າງພຣະເຈົ້າ.”
[34] ແລ້ວພຣະເຢຊູເຈົ້າກໍເອີ້ນປະຊາຊົນກັບພວກສາວົກມາ ແລະກ່າວວ່າ, “ຖ້າຜູ້ໃດ^ຜູ້ໜຶ່ງ ຢາກຕາມເຮົາມາ ຜູ້ນັ້ນຕ້ອງຕັດສິດຂອງຕົນເສຍ ແລະຮັບແບກໄມ້ກາງແຂນຂອງຕົນ ແລະຕາມເຮົາມາ.
[35] ເພາະຜູ້ໃດທີ່ຢາກຊ່ວຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ແຕ່ຜູ້ໃດທີ່ສະລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ແລະແກ່ຂ່າວປະເສີດ ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້.
[36] ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ເສຍຊີວິດນິຣັນດອນຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ?
[37] ບໍ່ມີສິ່ງໃດທີ່ມະນຸດນຳມາແລກເອົາຊີວິດນິຣັນດອນຂອງຕົນຄືນໄດ້
[38] ດັ່ງນັ້ນແຫລະ, ຖ້າຜູ້ໃດມີຄວາມ^ລະອາຍໃນເລື່ອງເຮົາ ແລະໃນເລື່ອງຖ້ອຍຄຳຂອງເຮົາໃນທ່າມກາງຊົນຊາດນີ້ ແລະໃນທ່າມກາງຄົນທີ່ຫີ້ຼນຊູ້ ແລະຄົນທີ່ມີບາບກຳ ບຸດມະນຸດກໍຈະມີຄວາມ^ລະອາຍໃນເລື່ອງຄົນນັ້ນ ເມື່ອພຣະອົງມາປາກົດໃນສະຫງ່າຣາສີແຫ່ງພຣະບິດາເຈົ້າ ແລະພ້ອມດ້ວຍຝູງເທວະດາຕົນບໍຣິສຸດ.”