Skip to content
Opens in a new window
Listen to this chapter • 13:53

[1] ຍັງ​ອີກ​ສອງ​ວັນ ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ​ເທດສະການ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຄິດ​ຫາ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ຈະ​ສັງຫານ​ພຣະອົງ.

[2] ຄື​ພວກເຂົາ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ຍາມ​ເທດສະການ ບໍ່​ດັ່ງນັ້ນ, ປະຊາຊົນ​ອາດ​ຈະ​ລຸກຮື້ຂຶ້ນ​ກໍໄດ້.”

[3] ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ^ຊີໂມນ, ຊາຍ​ທີ່​ເປັນ​ໂຣກ​ຂີ້ທູດ​ໃນ​ບ້ານ​ເບັດທານີ, ຂະນະທີ່​ພຣະເຢຊູເຈົ້າ​ຮັບປະທານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ຖື​ເຕົ້າ​ຫີນ​ຂາວ ຊຶ່ງ​ບັນຈຸ​ນໍ້າມັນ​ຫອມ​ຊະນິດ​ໜຶ່ງ ລາຄາ​ແພງ​ຫລາຍ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ຫັກ​ຄໍ​ເຕົ້າ​ນັ້ນ ແລະ​ຖອກ​ນໍ້າມັນ​ຫອມ​ຫົດສົງ​ຫົວ​ພຣະອົງ.

[4] ມີ​ບາງຄົນ​ໃນທີ່ນັ້ນ​ເຄືອງໃຈ ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ ຈຶ່ງ​ເຮັດ​ໃຫ້​ນໍ້າມັນ​ຫອມ​ນີ້​ເສຍ​ໄປ​ລ້າໆ?

[5] ຖ້າ​ຂາຍ​ກໍ​ຄົງ​ໄດ້​ກວ່າ​ສາມຮ້ອຍ​ຫລຽນ​ເງິນ ເພື່ອ​ເອົາ​ໄປ​ແຈກ​ໃຫ້​ຄົນ^ຍາກຈົນ” ແລ້ວ​ພວກເຂົາ​ກໍ​ຕຳໜິ​ຕິຕຽນ​ຍິງ​ຜູ້​ນີ້​ຢ່າງໜັກ.

[6] ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ພວກເຈົ້າ​ກວນ^ໃຈ​ນາງ​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ທີ່​ຈົບງາມ​ແກ່​ເຮົາ​ແລ້ວ.

[7] ພວກເຈົ້າ​ຈະ​ມີ​ຄົນ^ຍາກຈົນ​ຢູ່​ກັບ​ພວກເຈົ້າ​ສະເໝີ ແລະ​ພວກເຈົ້າ​ຊ່ວຍ​ພວກເຂົາ​ຍາມໃດ​ກໍໄດ້, ແຕ່​ພວກເຈົ້າ​ຈະ​ບໍ່ມີ​ເຮົາ​ສະເໝີ​ໄປ.

[8] ນາງ​ເຮັດ​ເທົ່າທີ່​ນາງ​ເຮັດ​ໄດ້, ນາງ​ຖອກ​ນໍ້າມັນ​ຫອມ​ໃສ່​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ​ລ່ວງໜ້າ.

[9] ບັດນີ້ ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ ທຸກ​ບ່ອນ​ທົ່ວ​ໂລກ​ທີ່​ມີ​ການ​ປະກາດ​ຂ່າວປະເສີດ ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ເລື່ອງລື​ກັນ​ໄປ ເພື່ອ​ລະນຶກເຖິງ​ນາງ.”

[10] ແລ້ວ​ຢູດາ​ອິດສະກາຣີອົດ ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ກໍໄດ້​ໜີໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ, ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.

[11] ບັນດາ​ຫົວໜ້າ​ປະໂຣຫິດ​ດີໃຈ​ຫລາຍ​ທີ່​ໄດ້ຍິນ​ເລື່ອງ​ນີ້ ແລະ​ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກ​ຫາ​ໂອກາດ​ອັນ​ດີ ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.

[12] ໃນ​ວັນ​ທີ​ໜຶ່ງ​ຂອງ^ເທດສະການ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ວັນ​ທີ່​ພວກເຂົາ​ຂ້າ​ລູກແກະ ເພື່ອ​ຈັດແຈ່ງ​ອາຫານ​ປັດສະຄາ ບັນດາ​ສາວົກ​ຂອງ^ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ທ່ານ​ຢູ່​ທີ່​ໃດ?”

[13] ສະນັ້ນ ພຣະອົງ​ຈຶ່ງ​ໃຊ້​ສາວົກ​ສອງ​ຄົນ​ໃນ​ພວກເພິ່ນ​ໄປ ໂດຍ​ສັ່ງ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫ​ນໍ້າ​ມາ​ພົບ​ພວກເຈົ້າ, ເຈົ້າ​ຈົ່ງ​ຕາມ​ຜູ້ນັ້ນ​ໄປ

[14] ລາວ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ຈົ່ງ​ເວົ້າ​ກັບ​ເຈົ້າ​ຂອງ^ເຮືອນ​ນັ້ນ​ວ່າ, ‘ອາຈານ​ຖາມ​ວ່າ ຫ້ອງ​ທີ່​ເພິ່ນ​ກັບ​ພວກ​ສາວົກ​ຂອງ^ເພິ່ນ ຈະ​ກິນ​ອາຫານ​ປັດສະຄາ​ຢູ່ໃສ?’

[15] ແລ້ວ​ເຈົ້າ​ຂອງ^ເຮືອນ​ກໍ​ຈະ​ຊີ້​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໂຖງ​ໃຫຍ່ ຢູ່​ຊັ້ນ​ເທິງ​ທີ່​ຕົບແຕ່ງ​ໄວ້​ຮຽບຮ້ອຍ​ແລ້ວ, ທີ່​ນັ້ນ​ແຫລະ ພວກເຈົ້າ​ຈົ່ງ​ຈັດແຈ່ງ​ທຸກສິ່ງ​ຕຽມ​ໄວ້​ສຳລັບ​ພວກເຮົາ.”

[16] ສາວົກ​ສອງ​ຄົນ​ຈຶ່ງ​ໄດ້​ອອກ​ໄປ ແລະ​ໄດ້​ເຂົ້າ​ໄປ​ໃນ​ເມືອງ, ພວກເພິ່ນ​ໄດ້​ພົບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ໄວ້​ທຸກປະການ ແລະ​ພວກເພິ່ນ​ກໍໄດ້​ຈັດແຈ່ງ​ອາຫານ​ສຳລັບ​ປັດສະຄາ.

[17] ເມື່ອ​ເຖິງ​ຕອນ​ຄໍ່າ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ສິບສອງ​ຄົນ​ກໍ​ເຂົ້າ​ມາ.

[18] ເມື່ອ​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ, ຜູ້ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ເຮົາ ຄື​ຜູ້ໜຶ່ງ​ທີ່​ຮ່ວມ​ພາເຂົ້າ​ຢູ່​ນຳ​ເຮົາ​ນີ້​ແຫລະ.”

[19] ພວກ​ສາວົກ​ຕ່າງ​ກໍ​ເປັນທຸກໃຈ​ຫລາຍ ແລະ​ຖາມ​ພຣະອົງ​ເທື່ອລະ​ຄົນ​ວ່າ, “ທ່ານ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ ແມ່ນ​ບໍ່?”

[20] ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ແມ່ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ສິບສອງ​ຄົນ​ນີ້​ແຫລະ ຄື​ຜູ້​ທີ່​ຈໍ້າ​ຮ່ວມ​ຖ້ວຍ​ດຽວກັນ​ກັບ​ເຮົາ.

[21] ດ້ວຍວ່າ, ບຸດ​ມະນຸດ​ຈະ​ຈາກ​ໄປ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ເປັນ​ການ​ດີກວ່າ.”

[22] ໃນ​ລະຫວ່າງ​ອາຫານ​ແລງ​ຄາບ​ສຸດທ້າຍ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ແກ່​ພວກ​ສາວົກ ແລະ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ເທີ້ນ ນີ້​ແຫລະ ຄື​ກາຍ​ຂອງເຮົາ.”

[23] ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ​ໂມທະນາ​ຂອບພຣະຄຸນ ແລະ​ຍື່ນໃຫ້​ພວກເພິ່ນ ແລະ​ພວກເພິ່ນ​ກໍ​ຮັບ​ດື່ມ​ທຸກຄົນ.

[24] ພຣະເຢຊູເຈົ້າ​ກ່າວ​ວ່າ, “ນີ້​ແຫລະ ຄື​ເລືອດ​ຂອງເຮົາ ແມ່ນ​ເລືອດ​ຂອງ^ພັນທະສັນຍາ​ໃໝ່ ທີ່​ຫລັ່ງໄຫລ​ອອກ​ສຳລັບ​ຄົນ​ທັງຫລາຍ.

[25] ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ​ຈັກເທື່ອ ຈົນກວ່າ​ເຖິງ​ວັນ​ນັ້ນ ຄື​ເຮົາ​ຈະ​ດື່ມ​ອັນ​ໃໝ່​ໃນ​ອານາຈັກ​ຂອງ^ພຣະເຈົ້າ.”

[26] ເມື່ອ​ໄດ້​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກ​ເພີ່ນ​ກໍ​ພາກັນ​ອອກ​ໄປ​ຍັງ​ພູເຂົາ^ໝາກກອກເທດ.

[27] ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ປະຫານ​ຜູ້​ລ້ຽງ​ແກະ ແລະ ຝູງແກະ​ຈະ​ແຕກ​ຊະ​ກັນ​ໄປ.’

[28] ແຕ່​ເມື່ອ​ເຮົາ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ ເຮົາ​ຈະ​ໄປ​ຍັງ​ແຂວງ​ຄາລີເລ​ກ່ອນ​ໜ້າ​ພວກເຈົ້າ.”

[29] ເປໂຕ​ເວົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ປະຖິ້ມ​ທ່ານ​ໄປ​ກໍຕາມ ຂ້ານ້ອຍ​ຈະ​ບໍ່​ປະຖິ້ມ​ທ່ານ​ໄປ​ຈັກເທື່ອ.”

[30] ພຣະເຢຊູເຈົ້າ​ຊົງ​ກ່າວ​ຕອບ​ເປໂຕ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ^ຄວາມຈິງ​ວ່າ ໃນ​ຄືນ​ນີ້​ແຫລະ ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”

[31] ເປໂຕ​ຕອບ​ຢ່າງ​ໜັກແໜ້ນ​ຫລາຍ​ຍິ່ງ​ຂຶ້ນ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ ຂ້ານ້ອຍ​ຈະ​ບໍ່​ປະຕິເສດ​ທ່ານ​ຈັກເທື່ອ.” ຝ່າຍ​ສາວົກ​ທຸກຄົນ ຕ່າງ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.

[32] ແລ້ວ​ພຣະເຢຊູເຈົ້າ​ກໍ​ໄປ​ກັບ​ສາວົກ​ຮອດ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ ເຄັດເຊມາເນ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ໃນ​ຂະນະທີ່​ເຮົາ​ໄປ​ພາວັນນາ^ອະທິຖານ.”

[33] ພຣະອົງ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ໂສກເສົ້າ ແລະ​ເປັນ​ທຸກ​ໜັກ​ໃນ​ໃຈ​ຫລາຍ

[34] ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງເຮົາ​ເປັນທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າ​ຄອຍ​ຢູ່​ທີ່​ນີ້​ເທີ້ນ.”

[35] ພຣະອົງ​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ ກໍໄດ້​ຄຸເຂົ່າ​ລົງ​ກັບ​ພື້ນດິນ ແລ້ວ​ພາວັນນາ^ອະທິຖານ​ວ່າ, ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ໂມງ​ເວລາ​ແຫ່ງ​ຄວາມ^ທົນທຸກ​ທໍລະມານ​ນີ້ ຜ່ານ​ພົ້ນ​ໄປ​ຈາກ​ພຣະອົງ.

[36] ພຣະອົງ​ພາວັນນາ^ອະທິຖານ​ວ່າ, “ພຣະບິດາເຈົ້າ^ເອີຍ ພຣະບິດາ​ຂອງ^ລູກ ພຣະອົງ​ເຮັດ​ໄດ້​ທຸກສິ່ງ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ^ທົນທຸກ​ທໍລະມານ​ນີ້ ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາຖະໜາ​ຂອງ^ລູກ, ແຕ່​ໃຫ້​ເປັນ​ໄປ​ຕາມ​ພຣະປະສົງ​ຂອງ^ພຣະອົງ​ເທີ້ນ.”

[37] ແລ້ວ​ພຣະອົງ​ກໍ​ກັບຄືນ​ມາ ແລະ​ເຫັນ​ພວກ​ສາວົກ​ນອນ​ຫລັບ​ຢູ່, ພຣະອົງ​ກ່າວ​ແກ່​ເປໂຕ​ວ່າ, “ຊີໂມນ^ເອີຍ ເຈົ້າ​ຍັງ​ນອນ​ຫລັບ​ຢູ່​ບໍ? ເຈົ້າ​ບໍ່​ສາມາດ​ເຝົ້າ​ຢູ່​ຈັກ​ຊົ່ວໂມງ^ດຽວ​ບໍ?”

[38] ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ^ອະທິຖານ​ຢູ່ ເພື່ອ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”

[39] ພຣະອົງ​ກັບ​ໄປ​ພາວັນນາ^ອະທິຖານ​ອີກເທື່ອໜຶ່ງ ໂດຍ​ກ່າວ​ຖ້ອຍຄຳ​ເໝືອນ​ຢ່າງ​ເທື່ອ​ກ່ອນ.

[40] ເມື່ອ​ພຣະອົງ​ກັບຄືນ​ມາ​ຫາ​ພວກ​ສາວົກ ກໍ​ພົບ​ພວກເພິ່ນ​ນອນ​ຫລັບ​ຢູ່, ພວກເພິ່ນ​ບໍ່​ອາດ​ມືນ​ຕາ​ຂຶ້ນ​ໄດ້​ເລີຍ ແລະ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຢ່າງ​ໃດ.

[41] ເມື່ອ​ພຣະອົງ​ກັບຄືນ​ມາ​ເທື່ອ​ທີ​ສາມ ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ພັກຜ່ອນ​ຫລັບ​ນອນ​ຢູ່​ບໍ? ພໍ​ສາ ເວລາ​ມາ​ເຖິງ​ແລ້ວ ເບິ່ງແມ! ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ^ຄົນ​ບາບ​ທັງຫລາຍ.

[42] ຈົ່ງ​ລຸກ​ຂຶ້ນ ພາກັນ​ໄປ​ເທາະ ເບິ່ງແມ! ຄົນ​ທີ່​ມອບ​ເຮົາ​ໄວ້​ກໍ​ມາ​ທີ່​ນີ້​ແລ້ວ.”

[43] ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ຂາດ​ຄຳ ໃນ​ທັນໃດນັ້ນ ຢູດາ​ຜູ້​ເປັນ​ສາວົກ​ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ກໍ​ມາ​ພ້ອມ​ກັບ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທັງ​ຖື​ດາບ​ທັງ​ຖື​ໄມ້ຄ້ອນ, ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ ແລະ​ພວກ​ເຖົ້າແກ່​ໄດ້​ໃຊ້​ຄົນ​ເຫລົ່ານີ້​ມາ.

[44] ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ນັ້ນ ໄດ້​ໃຊ້​ສັນຍານ​ບອກ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຈູບ​ຄຳນັບ​ຜູ້ໃດ ແມ່ນ​ຜູ້​ນັ້ນ​ແຫລະ ຈົ່ງ​ຈັບກຸມ​ຕົວ​ເອົາ​ໄປ​ຮັກສາ​ໄວ້​ໃຫ້​ດີ.”

[45] ພໍ​ຢູດາ​ມາ​ຮອດ ເຂົາ​ກໍ​ຫຍັບ​ເຂົ້າ​ໄປ​ໃກ້​ພຣະເຢຊູເຈົ້າ​ທັນທີ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ^ເອີຍ” ແລ້ວ​ລາວ​ກໍ​ຈູບ​ພຣະອົງ​ຢ່າງ​ຮັກແພງ.

[46] ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄວ້າຈັບ​ພຣະອົງ ແລະ​ຈັບກຸມ​ພຣະອົງ​ໄວ້.

[47] ແຕ່​ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຢືນ​ຢູ່​ໃນທີ່ນັ້ນ ຊັກ​ດາບ​ອອກ​ຟັນ​ຄົນ^ຮັບໃຊ້​ຄົນ​ໜຶ່ງ ຂອງ​ມະຫາ​ປະໂຣຫິດ​ຖືກ​ຫູ​ຂາດ​ເບື້ອງ​ໜຶ່ງ.

[48] ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຖື​ດາບ​ຖື​ໄມ້ຄ້ອນ​ອອກ​ມາ​ຈັບ​ເຮົາ ເໝືອນ​ດັ່ງ​ຈັບ​ໂຈນ​ຊັ້ນບໍ?

[49] ທຸກໆ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ໄດ້​ສັ່ງສອນ​ໃນ​ພຣະວິຫານ ແລະ​ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ ແຕ່​ກ່ຽວກັບ​ເລື່ອງ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ກ່າວ​ໄວ້​ໃນ​ພຣະຄຳພີ.”

[50] ແລ້ວ​ພວກ​ສາວົກ​ທັງໝົດ​ກໍ​ປະຖິ້ມ ແລະ​ແລ່ນ​ປົບໜີ​ຈາກ​ພຣະອົງ​ໄປ.

[51] ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນຸ່ງ​ຜ້າປ່ານ​ແຕ່​ຜືນ​ດຽວ ຕາມ​ພຣະເຢຊູເຈົ້າ​ໄປ ພວກເຂົາ​ໄດ້​ຄວ້າຈັບ​ບາຍ​ຊາຍໜຸ່ມ​ນັ້ນ,

[52] ແຕ່​ຊາຍ​ນັ້ນ​ໄດ້​ປະ​ຜ້າປ່ານ​ຜືນ​ທີ່​ນຸ່ງ​ຢູ່​ນັ້ນ​ຖິ້ມ​ເສຍ ແລະ​ແລ່ນ​ປົບໜີໄປ​ຕົວເປົ່າ.

[53] ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຫາ​ມະຫາ​ປະໂຣຫິດ ບ່ອນ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ທັງໝົດ ໄດ້​ປະຊຸມ​ກັນ​ຢູ່​ທີ່​ນັ້ນ.

[54] ສ່ວນ​ເປໂຕ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ​ໃນ​ໄລຍະ​ຫ່າງໄກ​ພໍສົມຄວນ ແລະ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ^ມະຫາ​ປະໂຣຫິດ ແລ້ວ​ນັ່ງ​ຝີງ​ໄຟ​ຢູ່​ກັບ​ພວກ​ຄົນ​ຍາມ.

[55] ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ສະມາຊິກ​ສະພາ​ໄດ້​ຫາ​ຫລັກຖານ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ຈະ​ຂ້າ​ພຣະອົງ​ເສຍ ແຕ່​ຫາ​ຫລັກຖານ​ບໍ່ໄດ້.

[56] ດ້ວຍວ່າ, ມີ​ຫລາຍ​ຄົນ​ກ່າວ​ຄຳ​ພະຍານ​ຕົວະ​ຕໍ່ສູ້​ພຣະອົງ, ແຕ່​ຄຳ​ເວົ້າ​ຂອງ^ພວກເຂົາ​ຂັດແຍ້ງ​ກັນ​ເອງ.

[57] ຕໍ່ມາ ມີ​ບາງຄົນ​ຢືນ​ຂຶ້ນ​ກ່າວ​ຄຳ​ພະຍານ​ຕົວະ​ຕໍ່ສູ້​ພຣະອົງ​ວ່າ,

[58] “ພວກເຮົາ​ໄດ້ຍິນ​ລາວ​ເວົ້າ​ວ່າ, ‘ເຮົາ​ຈະ​ມ້າງ​ພຣະວິຫານ​ຫລັງ​ນີ້ ທີ່​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຫລັງຈາກ​ສາມ​ວັນ ເຮົາ​ຈະ​ສ້າງ​ຫລັງ​ໜຶ່ງ​ຂຶ້ນ​ໃໝ່ ທີ່​ບໍ່ໄດ້​ເຮັດ​ດ້ວຍ​ມື​ມະນຸດ.’”

[59] ເຖິງປານນັ້ນ ຄຳ​ພະຍານ​ຂອງ^ພວກເຂົາ​ກໍ​ຍັງ​ບໍ່​ຖືກຕ້ອງ​ກັນ.

[60] ມະຫາ​ປະໂຣຫິດ​ຈຶ່ງ​ໄດ້​ລຸກ​ຢືນ​ຂຶ້ນ​ໃນ​ທ່າມກາງ​ທີ່​ປະຊຸມ ແລະ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ບໍ່ມີ​ຫຍັງ​ບໍ ທີ່​ຈະ​ແກ້​ຄຳ​ກ່າວຫາ ທີ່​ຄົນ​ເຫລົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ?”

[61] ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລະ​ບໍ່​ຕອບ​ຫຍັງ​ຈັກ​ຄຳ, ມະຫາ​ປະໂຣຫິດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ເປັນ​ພຣະຄຣິດ ພຣະບຸດ​ຂອງ^ພຣະເຈົ້າ ຜູ້​ຊົງ​ກຽດຕິຍົດ​ບໍ?”

[62] ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ​ຜູ້​ນັ້ນ​ແຫລະ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດ​ມະນຸດ ນັ່ງ​ທີ່​ເບື້ອງ​ຂວາ​ຂອງ^ພຣະ​ຜູ້​ຊົງຣິດ^ອຳນາດ^ຍິ່ງໃຫຍ່ ແລະ​ກຳລັງ​ລົງ​ມາ​ໃນ​ເມກ​ແຫ່ງ​ຟ້າ​ສະຫວັນ.”

[63] ມະຫາ​ປະໂຣຫິດ​ຜູ້ນັ້ນ​ໄດ້​ຈີກ​ເສື້ອລ່າມ​ຂອງຕົນ ແລະ ກ່າວ​ສຽງດັງ​ວ່າ, “ພວກເຮົາ​ຍັງ​ຈະ​ຕ້ອງການ​ພະຍານ​ອັນ​ໃດ​ອີກ

[64] ເຈົ້າ^ທັງຫລາຍ​ກໍ​ໄດ້^ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ເຈົ້າ^ທັງຫລາຍ​ຈະ​ຕັດສິນໃຈ​ຢ່າງ​ໃດ?” ທີ່​ປະຊຸມ​ທັງໝົດ​ຈຶ່ງ​ລົງ​ມະຕິ​ວ່າ, ພຣະເຢຊູເຈົ້າ​ຕ້ອງ​ຖືກ​ໂທດ​ປະຫານ​ຊີວິດ.

[65] ມີ​ບາງຄົນ​ໃນ​ພວກເຂົາ ໄດ້​ຕັ້ງຕົ້ນ​ຖົ່ມ​ນໍ້າລາຍ​ໃສ່​ພຣະເຢຊູເຈົ້າ ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ທຸບຕີ​ພຣະອົງ ພວກເຂົາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ!”ແລ້ວ​ພວກ​ທະຫານ​ຍາມ​ກໍ​ຮັບ​ເອົາ​ພຣະອົງ​ໄປ​ຕົບຕີ ແລະ​ເອົາ​ໄມ້ແສ້​ຂ້ຽນ​ພຣະອົງ.

[66] ຂະນະທີ່​ເປໂຕ​ຍັງ​ຢູ່​ທາງ​ລຸ່ມ​ທີ່​ເດີ່ນ​ບ້ານ​ນັ້ນ ມີ​ສາວ​ໃຊ້​ຄົນ​ໜຶ່ງ​ຂອງ^ມະຫາ​ປະໂຣຫິດ​ຍ່າງ​ມາ.

[67] ເມື່ອ​ນາງ​ເຫັນ​ເປໂຕ​ນັ່ງ​ຝີງ​ໄຟ​ຢູ່ ນາງ​ກໍ​ຈ້ອງ​ຕາ​ເບິ່ງ​ເພິ່ນ ແລະ​ທ້ວງ​ວ່າ, “ເຈົ້າ​ກໍ​ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ນາຊາເຣັດ​ເໝືອນກັນ.”

[68] ແຕ່​ລາວ​ໄດ້​ຕອບ​ປະຕິເສດ​ວ່າ, “ຂ້ອຍ​ບໍ່​ຮູ້... ຂ້ອຍ​ບໍ່​ເຂົ້າໃຈ​ຄຳ​ທີ່​ເຈົ້າ​ໄດ້​ເວົ້າ​ນັ້ນ,” ແລ້ວ​ເປໂຕ​ກໍ​ຍ່າງ​ອອກ​ໄປ​ທາງ​ປະຕູ​ບ້ານ ແລະ ໄກ່​ກໍ​ຂັນ.

[69] ສ່ວນ​ສາວ​ໃຊ້​ຜູ້​ນັ້ນ ເຫັນ​ເປໂຕ​ຈຶ່ງ​ຕັ້ງຕົ້ນ​ເວົ້າ​ຕໍ່​ຄົນ​ທີ່​ຢືນ​ຢູ່​ໃນທີ່ນັ້ນ​ອີກ​ວ່າ, “ຄົນ​ນີ້​ແຫລະ ເປັນ​ຜູ້ໜຶ່ງ​ໃນ​ພວກເຂົາ.”

[70] ແຕ່​ເປໂຕ​ໄດ້​ປະຕິເສດ​ອີກ. ຫລັງຈາກ​ນັ້ນ​ໜ້ອຍໜຶ່ງ ຄົນ​ທີ່​ຢືນ​ຢູ່​ໃນທີ່ນັ້ນ ກໍ​ເວົ້າ​ຕໍ່​ເປໂຕ​ວ່າ, “ແມ່ນ​ແທ້​ແຫລະ ໂຕ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ນັ້ນ ເພາະ​ໂຕ​ເປັນ​ຄົນ​ຄາລີເລ​ເໝືອນກັນ.”

[71] ແລ້ວ​ເປໂຕ​ກໍ​ປ້ອຍດ່າ ແລະ​ສາບານ​ວ່າ, “ຄົນ​ທີ່​ພວກ​ມຶງ​ເວົ້າ​ນັ້ນ​ກູ​ບໍ່​ຮູ້ຈັກ.”

[72] ໃນ​ທັນໃດນັ້ນ ໄກ່​ກໍ​ຂັນ​ເປັນ​ເທື່ອ​ທີ​ສອງ ແລະ​ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຕົນ​ວ່າ, ‘ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ’. ເມື່ອ​ຫວນ​ຄິດໄດ້ ເປໂຕ​ຈຶ່ງ​ຮ້ອງໄຫ້​ຂຶ້ນ.

ມາຣະໂກ — Chapters