[1] ໃນວັນຕໍ່ມາ ພຣະເຢຊູເຈົ້າສະເດັດກັບຄືນມາໃນເມືອງກາເປນາອູມອີກ ແລະ ຄົນທັງຫລາຍຕ່າງກໍໄດ້^ຍິນວ່າພຣະອົງພັກຢູ່ທີ່ເຮືອນ.
[2] ດັ່ງນັ້ນ ປະຊາຊົນຢ່າງຫລວງຫລາຍຈຶ່ງມາເຕົ້າໂຮມກັນອັ່ງອໍຢູ່ເຕັມເຮືອນ ຈົນບໍ່ມີບ່ອນຫວ່າງແມ່ນແຕ່ທີ່ປະຕູທາງເຂົ້າ ພຣະອົງກຳລັງສອນພຣະທຳສູ່ພວກເຂົາຟັງ
[3] ມີຄົນຈຳພວກໜຶ່ງສີ່ຄົນຫາມຄົນເປ້ຍມາຫາພຣະເຢຊູເຈົ້າ.
[4] ແຕ່ພວກເຂົາເຂົ້າໄປຫາພຣະອົງບໍ່ໄດ້ ເພາະປະຊາຊົນໜາແໜ້ນຫລາຍ. ສະນັ້ນ ພວກເຂົາຈຶ່ງຮື້ຫລັງຄາ ຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນອອກ ຄັນຮື້ເປັນປ່ອງແລ້ວ ພວກເຂົາກໍຢ່ອນຄົນເປ້ຍຢູ່ເທິງບ່ອນນອນຂອງ^ລາວລົງມາ.
[5] ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງ^ຄົນເຫລົ່ານີ້ ພຣະອົງກໍຊົງກ່າວແກ່ຄົນເປ້ຍວ່າ, “ລູກ^ເອີຍ ຄວາມ^ຜິດບາບຂອງ^ເຈົ້າໄດ້ຮັບການອະໄພແລ້ວ.”
[6] ແຕ່ມີທຳມະຈານບາງຄົນທີ່ນັ່ງໃນທີ່ນັ້ນ ຄິດໃນໃຈວ່າ,
[7] “ເປັນຫຍັງຄົນນີ້ຈຶ່ງບັງອາດເວົ້າໝິ່ນປະໝາດພຣະເຈົ້າເຊັ່ນນີ້ ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.”
[8] ພຣະເຢຊູເຈົ້າຮູ້ຄວາມ^ຄິດໃນໃຈຂອງ^ພວກເຂົາທັນທີ. ສະນັ້ນ ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດເຊັ່ນນັ້ນ?
[9] ອັນໃດງ່າຍກວ່າກັນ ທີ່ຈະກ່າວແກ່ຄົນເປ້ຍວ່າ, ‘ຄວາມ^ຜິດບາບທັງຫລາຍຂອງ^ເຈົ້າໄດ້ຮັບການອະໄພແລ້ວ’ ຫລືກ່າວວ່າ, ‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງ^ເຈົ້າ ແລະ ຍ່າງເມືອ?’
[10] ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນ^ໂລກ ອະໄພຜິດບາບຂອງ^ມະນຸດໄດ້.” ສະນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ,
[11] “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນຍົກເອົາບ່ອນນອນ ແລະເມືອເຮືອນສາ.”
[12] ໃນຂະນະທີ່ທຸກຄົນກຳລັງຄອຍເບິ່ງຢູ່ນັ້ນ ຄົນເປ້ຍກໍລຸກຂຶ້ນ ຍົກເອົາບ່ອນນອນຂອງຕົນ ແລະ ອອກຈາກເຮືອນໄປໃນທັນທີ ປະຊາຊົນທຸກຄົນຕ່າງກໍງຶດປະຫລາດ^ໃຈ ແລະສັນລະເສີນພຣະເຈົ້າ ແລະເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ຈັກເທື່ອ.”
[13] ພຣະເຢຊູເຈົ້າໄດ້ກັບໄປອີກທີ່ແຄມຝັ່ງທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ໄດ້ມາຫາພຣະອົງ ແລະພຣະອົງໄດ້ສັ່ງສອນພວກເຂົາ.
[14] ຕໍ່ມາ ເມື່ອກຳລັງຍ່າງຜ່ານໄປນັ້ນ ພຣະອົງກໍເຫັນເລວີກຳລັງນັ່ງຢູ່ທີ່ດ່ານພາສີ, ເລວີເປັນລູກຊາຍຂອງ^ອາລະຟາຍ ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຈົ່ງຕິດຕາມເຮົາມາ” ແລ້ວເພິ່ນກໍລຸກຂຶ້ນ ແລະ ຕາມພຣະອົງໄປ.
[15] ຕໍ່ມາ ພຣະເຢຊູເຈົ້າໄດ້ໄປຮ່ວມຮັບປະທານອາຫານຄໍ່າທີ່ເຮືອນຂອງ^ເລວີ. ມີຄົນເກັບພາສີ ແລະຄົນນອກສິນທຳຫລາຍຄົນໄດ້ຕິດຕາມພຣະເຢຊູເຈົ້າໄປ ແລະມີບາງຄົນໃນພວກນີ້ໄດ້ຮ່ວມກິນເຂົ້າແລງກັບພຣະອົງ ແລະພວກສາວົກຂອງ^ພຣະອົງ.
[16] ແຕ່ທຳມະຈານບາງຄົນທີ່ເປັນຝ່າຍຟາຣີຊາຍ ໄດ້ເຫັນພຣະເຢຊູເຈົ້າກຳລັງກິນເຂົ້າກັບຄົນນອກສິນທຳແລະຄົນເກັບພາສີ. ດັ່ງນັ້ນ ພວກເຂົາຈຶ່ງຖາມພວກສາວົກຂອງ^ພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນເຂົ້າກັບຄົນ^ເກັບພາສີແລະຄົນນອກສິນທຳ?”
[17] ເມື່ອພຣະເຢຊູເຈົ້າໄດ້ຍິນພວກເຂົາເວົ້າແລ້ວ ຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີສຸຂະພາບ^ດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເອີ້ນເອົາຄົນທີ່ມີບາບກຳທັງຫລາຍ.”
[18] ພວກທີ່ຕິດຕາມໂຢຮັນບັບຕິສະໂຕແລະພວກຟາຣີຊາຍ ກຳລັງຖືສິນອົດອາຫານ ແລ້ວມີບາງຄົນມາຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກຕິດຕາມໂຢຮັນບັບຕິສະໂຕ ແລະພວກຕິດຕາມພວກຟາຣີຊາຍຈຶ່ງຖືສິນອົດອາຫານ ສ່ວນສາວົກຂອງທ່ານບໍ່ຖື?”
[19] ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງ^ເຈົ້າບ່າວບໍ່ຕ້ອງຖືສິນອົດອາຫານ ໃນຂະນະທີ່ເຈົ້າບ່າວຍັງຢູ່ນຳພວກເຂົາ.
[20] ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫລະ ທີ່ພວກເຂົາຈະຖືສິນອົດອາຫານ.”
[21] “ບໍ່ມີຜູ້ໃດທີ່ໃຊ້ຜ້າໃໝ່ຕາບເສື້ອເກົ່າ ຖ້າເຮັດຢ່າງນັ້ນຜ້າໃໝ່ຈະຫົດ ແລະ ເຮັດໃຫ້ເສື້ອເກົ່າຂາດເປັນຮູໃຫຍ່ຕື່ມອີກ.
[22] ບໍ່ມີຜູ້ໃດທີ່ຖອກເຫລົ້າ^ອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ ຖ້າເຮັດຢ່າງນັ້ນ ເຫລົ້າ^ອະງຸ່ນຈະເຮັດໃຫ້ຖົງໜັງນັ້ນຂາດ ແລະເຫລົ້າ^ອະງຸ່ນກັບທັງຖົງກໍຈະເສຍໄປ, ແຕ່ເຫລົ້າ^ອະງຸ່ນໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່.”
[23] ໃນວັນ^ຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າ ແລະສາວົກໄດ້ຍ່າງຜ່ານທົ່ງນາ ເມື່ອຍ່າງໄປຕາມທາງນັ້ນ ພວກສາວົກໄດ້ເດັດເອົາຮວງເຂົ້າ.
[24] ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ພຣະອົງວ່າ, “ເປັນຫຍັງ ພວກສາວົກຂອງທ່ານ ຈຶ່ງເຮັດໃນສິ່ງທີ່ກົດບັນຍັດຂອງ^ພວກເຮົາບໍ່ອະນຸຍາດໃຫ້ເຮັດໃນວັນ^ຊະບາໂຕ.”
[25] ພຣະອົງຊົງຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານບໍສິ່ງທີ່ດາວິດ ແລະພວກຂອງຕົນໄດ້ເຮັດ ເມື່ອລາວຫິວເຂົ້າແລະຂັດສົນ.
[26] ໃນສະໄໝນັ້ນ ແມ່ນອາບີອາທາເປັນມະຫາປະໂຣຫິດ ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງ^ພຣະເຈົ້າ ແລະກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງຕາມກົດບັນຍັດແລ້ວ ມີແຕ່ປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນີ້ໄດ້; ນອກນັ້ນຍັງປັນໃຫ້ຄົນຂອງຕົນກິນນຳດ້ວຍ.”
[27] ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ວັນ^ຊະບາໂຕຖືກຕັ້ງໄວ້ເພື່ອປະໂຫຍດອັນນຳຄວາມສຸກມາສູ່ມະນຸດ ບໍ່ແມ່ນສ້າງມະນຸດໄວ້ເພື່ອວັນ^ຊະບາໂຕ.
[28] ສະນັ້ນແຫລະ ບຸດມະນຸດຈຶ່ງເປັນອົງພຣະ^ຜູ້^ເປັນເຈົ້າ^ເໜືອວັນ^ຊະບາໂຕ.”