[1] ພຣະອົງຍັງກ່າວແກ່ພວກເພິ່ນອີກວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ‘ໃນພວກຄົນທີ່ຢືນຢູ່ໃນທີ່ນີ້ ຈະບໍ່ຮູ້ຣົດຄວາມ^ຕາຍ ຈົນກວ່າຈະໄດ້ເຫັນຣາຊອານາຈັກຂອງ^ພຣະເຈົ້າມາຕັ້ງຢູ່ດ້ວຍຣິດອຳນາດ.’”
[2] ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ, ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູເຂົາສູງໜ່ວຍໜຶ່ງ ແລະຢູ່ໃນທີ່ນັ້ນສະເພາະແຕ່ສາວົກກັບພຣະອົງ, ພວກເພິ່ນເຫັນຮ່າງກາຍຂອງ^ພຣະເຢຊູເຈົ້າປ່ຽນແປງໄປຕໍ່ໜ້າພວກເພິ່ນ
[3] ແລະ ເຄື່ອງນຸ່ງຂອງ^ພຣະອົງກໍເກີດຮຸ່ງເຮືອງຂາວເຫຼື້ອມໃສ ຈົນບໍ່ມີຜູ້ໃດໃນໂລກນີ້ຊັກໃຫ້ຂາວເຊັ່ນນັ້ນໄດ້.
[4] ແລ້ວເອລີຢາ ແລະ ໂມເຊກໍປາກົດແກ່ສາວົກພວກນັ້ນ ກຳລັງເວົ້າກັນຢູ່ກັບພຣະເຢຊູເຈົ້າ.
[5] ດັ່ງນັ້ນ ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ພຣະອາຈານ^ເອີຍ ຊ່າງເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້, ໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບທ່ານ, ຫລັງໜຶ່ງສຳລັບໂມເຊ ແລະຫລັງໜຶ່ງສຳລັບເອລີຢາ.”
[6] ເປໂຕກັບສາວົກຄົນອື່ນໆຢ້ານຈົນຕົວສັ່ນ ທີ່ລາວເວົ້າເຊັ່ນນັ້ນ ເພາະບໍ່ຮູ້ວ່າຈະເວົ້າຢ່າງໃດ.
[7] ແລ້ວກໍມີກ້ອນເມກລອຍມາເປັນເງົາປົກຫຸ້ມພວກເພິ່ນໄວ້ ແລະມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.”
[8] ໃນທັນໃດນັ້ນ ພໍພວກສາວົກຫລຽວເບິ່ງລອບໆຕົວກໍບໍ່ເຫັນຜູ້ໃດ ນອກຈາກພຣະເຢຊູເຈົ້າເທົ່ານັ້ນທີ່ຢູ່ກັບພວກເພິ່ນ.
[9] ຂະນະທີ່ລົງມາແຕ່ພູນັ້ນ ພຣະເຢຊູເຈົ້າກໍສັ່ງຫ້າມພວກເພິ່ນວ່າ, “ຢ່າບອກສິ່ງທີ່ພວກເຈົ້າໄດ້ເຫັນນີ້ແກ່ຜູ້ໃດ ຈົນກວ່າບຸດມະນຸດໄດ້ເປັນຄືນມາຈາກຕາຍ.”
[10] ພວກສາວົກທັງສາມໄດ້ຖືຮັກສາຂໍ້ຄຳສັ່ງນັ້ນ, ແຕ່ກໍປຶກສາ^ຫາລືກັນໃນພວກເພິ່ນເອງວ່າ, “ການເປັນຄືນມາຈາກຕາຍນັ້ນໝາຍຄວາມວ່າແນວໃດ?”
[11] ພວກເພິ່ນຈຶ່ງຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກທຳມະຈານຈຶ່ງເວົ້າວ່າ ເອລີຢາຈະຕ້ອງມາກ່ອນ?”
[12] ພຣະອົງຕອບພວກເພິ່ນວ່າ, “ຈິງຢູ່ ເອລີຢາຕ້ອງມາກ່ອນ ເພື່ອຈັດແຈງທຸກສິ່ງຄືນສູ່ສະພາບເດີມ ແລະເປັນດ້ວຍເຫດໃດພຣະທຳພຣະເຈົ້າ ຂຽນໄວ້ວ່າ ບຸດມະນຸດຈະຖືກທົນທຸກທໍລະມານຢ່າງໜັກໜ່ວງຫລາຍປະການ ແລະເພິ່ນຈະຖືກປະຖິ້ມ ແລະຖືກໝິ່ນປະໝາດ?
[13] ແຕ່ເຮົາບອກພວກເຈົ້າວ່າ ເອລີຢາໄດ້ມາແລ້ວ ແລະຄົນທັງຫລາຍໄດ້ເຮັດກັບເພິ່ນຕາມໃຈມັກ ດັ່ງທີ່ມີຄຳຂຽນໄວ້ເຖິງເພິ່ນໃນພຣະຄຳພີ.”
[14] ເມື່ອພຣະເຢຊູເຈົ້າ ແລະສາວົກສາມຄົນກັບມາຮອດບ່ອນທີ່ສາວົກຄົນອື່ນໆຢູ່ນັ້ນ ກໍເຫັນຄົນໝູ່ໃຫຍ່ອ້ອມພວກເຂົາ ແລະມີພວກທຳມະຈານກຳລັງໂຕ້ຖຽງກັບພວກເຂົາຢູ່.
[15] ເມື່ອປະຊາຊົນເຫັນພຣະເຢຊູເຈົ້າ ພວກເຂົາກໍປະຫລາດ^ໃຈຢ່າງບໍ່ຄາດຄິດມາກ່ອນ ແລະພາກັນຟ້າວໄປຄຳນັບພຣະອົງ.
[16] ພຣະເຢຊູເຈົ້າຖາມພວກສາວົກຂອງ^ພຣະອົງວ່າ, “ພວກເຈົ້າກຳລັງໂຕ້ຖຽງກັນເຖິງເລື່ອງຫຍັງ?”
[17] ຊາຍຜູ້ໜຶ່ງໃນໝູ່ປະຊາຊົນນັ້ນຕອບວ່າ, “ອາຈານ^ເອີຍ ຂ້ານ້ອຍໄດ້ນຳລູກຊາຍຂອງ^ຂ້ານ້ອຍມາຫາທ່ານ ເພາະຜີປາກກືກສິງລາວຈົນລາວປາກບໍ່ໄດ້.
[18] ເມື່ອມັນເຂົ້າສິງລາວເທື່ອໃດ ມັນກໍເຮັດໃຫ້ລາວລົ້ມຊັກດິ້ນເທື່ອນັ້ນ ແລະມີນໍ້າລາຍຟູມປາກທັງຂົບແຂ້ວ ແລະຕົວແຂງໄປໝົດທັງຮ່າງກາຍ ຂ້ານ້ອຍຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີຮ້າຍນັ້ນອອກ ແຕ່ພວກເພິ່ນເຮັດບໍ່ໄດ້.”
[19] ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ໂອ ພວກເຈົ້າຄົນທີ່ຂາດຄວາມເຊື່ອ^ເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.”
[20] ພວກເຂົາກໍໄດ້ພາເດັກນ້ອຍມາຫາພຣະອົງ. ພໍຜີຮ້າຍທີ່ສິງຢູ່ໃນຕົວເດັກນ້ອຍໄດ້ເຫັນພຣະເຢຊູເຈົ້າ ທັນໃດນັ້ນ ມັນກໍເຮັດໃຫ້ເດັກນ້ອຍນັ້ນຊັກດິ້ນລົ້ມລົງກັບພື້ນດິນ, ກິ້ງເກືອກໄປມາ ນໍ້າລາຍຟູມປາກ.
[21] ພຣະເຢຊູເຈົ້າໄດ້ຖາມພໍ່ຂອງ^ເດັກນ້ອຍວ່າ, “ລູກຂອງ^ເຈົ້າເປັນແນວນີ້ມາໄດ້ດົນປານໃດແລ້ວ?” ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ
[22] ຫລາຍເທື່ອແລ້ວ ທີ່ຜີຊົ່ວຮ້າຍພະຍາຍາມຂ້າລູກຂອງ^ຂ້ານ້ອຍ ໂດຍຊຸກລາວໃສ່ໄຟ ແລະຊຸກລາວໃຫ້ຕົກນໍ້າ, ແຕ່ຖ້າທ່ານສາມາດຊ່ວຍໄດ້ຂໍໂຜດສົງສານຂ້ານ້ອຍແດ່ທ້ອນ.”
[23] ພຣະເຢຊູເຈົ້າກ່າວຕອບວ່າ, “ຖ້າສາມາດຊ່ວຍໄດ້ ຢາກເວົ້າຢ່າງນັ້ນບໍ? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.”
[24] ໃນທັນໃດນັ້ນ ພໍ່ຂອງ^ເດັກນ້ອຍນັ້ນໄດ້ຮ້ອງໄຫ້ທັງນໍ້າຕາໄຫລ ກ່າວວ່າ, “ໂຜດຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ.”
[25] ເມື່ອພຣະເຢຊູເຈົ້າເຫັນໝູ່^ປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້ ພຣະອົງຈຶ່ງສັ່ງຜີຊົ່ວຮ້າຍນັ້ນວ່າ, “ບັກຜີ^ປາກກືກ ຫູໜວກ ກູສັ່ງມຶງອອກຈາກເດັກນ້ອຍ ແລະຢ່າກັບເຂົ້າມາອີກຈັກເທື່ອ.”
[26] ຜີຊົ່ວຮ້າຍນັ້ນຮ້ອງແຜດສຽງຂຶ້ນ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ຈົນເຕັມກຳລັງແລ້ວກໍອອກໜີໄປ ເດັກນັ້ນກາຍເປັນເໝືອນຄົນຕາຍ ຈົນຫລາຍຄົນເວົ້າອອກມາວ່າ, “ມັນຕາຍແລ້ວ.”
[27] ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍແລະດຶງໃຫ້ລຸກຂຶ້ນ ແລ້ວເດັກນັ້ນກໍລຸກຢືນຂຶ້ນ.
[28] ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ ພວກສາວົກຂອງ^ພຣະອົງກໍຖາມພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍຈຶ່ງຂັບໄລ່ມັນອອກບໍ່ໄດ້?”
[29] ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການພາວັນນາ^ອະທິຖານເທົ່ານັ້ນ.”
[30] ພຣະເຢຊູເຈົ້າ ແລະພວກສາວົກໄດ້ຈາກທີ່ນັ້ນ ຜ່ານແຂວງຄາລີເລໄປ ພຣະເຢຊູເຈົ້າບໍ່ຢາກໃຫ້ຜູ້ໃດຮູ້ວ່າ ພຣະອົງຢູ່ທີ່ໃດ
[31] ເພາະພຣະອົງກຳລັງສັ່ງສອນພວກສາວົກຢູ່ ພຣະອົງກ່າວແກ່ພວກເພິ່ນວ່າ, “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງ^ຄົນທັງຫລາຍ ແລະເຂົາຈະຂ້າເພິ່ນ, ແຕ່ຫລັງຈາກຖືກຂ້າແລ້ວໄດ້ສາມວັນ ເພິ່ນຈະຖືກບັນດານໃຫ້ເປັນຄືນມາສູ່ຊີວິດ.”
[32] ພວກສາວົກບໍ່ເຂົ້າໃຈຄວາມໝາຍຂອງ^ຖ້ອຍຄຳເຫລົ່ານີ້ ແລະ ພວກເພິ່ນກໍບໍ່ກ້າຈະຖາມພຣະອົງ.
[33] ພຣະເຢຊູເຈົ້າກັບພວກສາວົກໄດ້ມາຮອດເມືອງກາເປນາອູມ ເມື່ອເຂົ້າໄປໃນເຮືອນແລ້ວ ພຣະອົງກໍຖາມພວກ^ສາວົກຂອງ^ພຣະອົງວ່າ, “ເມື່ອມາຕາມທາງນັ້ນ ພວກເຈົ້າໄດ້ຖົກຖຽງກັນເຖິງເລື່ອງຫຍັງ?”
[34] ພວກເພິ່ນມິດຢູ່ ເພາະເມື່ອມາຕາມທາງນັ້ນ ພວກເພິ່ນໄດ້ຖົກຖຽງກັນວ່າ ຜູ້ໃດຈະເປັນໃຫຍ່ທີ່ສຸດໃນທ່າມກາງພວກເພິ່ນ.
[35] ສະນັ້ນ ພຣະເຢຊູເຈົ້າຈຶ່ງນັ່ງລົງ ແລະເອີ້ນພວກສາວົກສິບສອງຄົນມາ ພຣະອົງກ່າວແກ່ພວກເພິ່ນວ່າ, “ຖ້າຜູ້ໃດທີ່ຢາກເປັນຜູ້ຕົ້ນ ກໍໃຫ້ຜູ້ນັ້ນເປັນຜູ້ປາຍ ແລະເປັນຜູ້ຮັບໃຊ້ຄົນທັງປວງ.”
[36] ແລ້ວພຣະອົງກໍເອົາເດັກນ້ອຍຜູ້ໜຶ່ງມາ ຢືນຢູ່ຕໍ່ໜ້າພວກເພິ່ນ ແລ້ວກໍອຸ້ມເອົາເດັກນ້ອຍນັ້ນ ແລະກ່າວແກ່ພວກສາວົກວ່າ,
[37] “ຖ້າຜູ້ໃດກໍຕາມ ທີ່ຕ້ອນຮັບເດັກນ້ອຍຄົນໜຶ່ງຢ່າງນີ້ ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ ແລະຜູ້ໃດທີ່ຕ້ອນຮັບເຮົາ ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ ແຕ່ຍັງຕ້ອນຮັບພຣະອົງ ຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ.”
[38] ໂຢຮັນເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານ^ເອີຍ ພວກຂ້ານ້ອຍໄດ້ເຫັນຊາຍຄົນໜຶ່ງ ຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະພວກຂ້ານ້ອຍບອກໃຫ້ເຊົາ ເພາະເຂົາບໍ່ເປັນຝ່າຍຂອງ^ພວກເຮົາ.”
[39] ພຣະເຢຊູເຈົ້າໄດ້ຕອບວ່າ, “ຢ່າຫ້າມເຂົາເທາະ ເພາະວ່າບໍ່ມີຜູ້ໃດທີ່ກະທຳການອັດສະຈັນໃນນາມຂອງເຮົາ ແລະພາຍຫລັງມາຈະກັບມາເວົ້າໝິ່ນປະໝາດເຮົາ.
[40] ດ້ວຍວ່າ, ຜູ້ໃດທີ່ບໍ່ຕໍ່ສູ້ພວກເຮົາກໍເປັນຝ່າຍພວກເຮົາ.
[41] ເຮົາບອກເຈົ້າຕາມ^ຄວາມຈິງວ່າ ຜູ້ໃດທີ່ເອົານໍ້າຈອກໜຶ່ງໃຫ້ພວກເຈົ້າດື່ມ ເພາະເປັນຝ່າຍເຮົາ ຜູ້ນັ້ນກໍຈະບໍ່ຂາດບຳເໜັດຂອງຕົນ.”
[42] “ຖ້າຜູ້ໃດເປັນເຫດພາໃຫ້ເດັກນ້ອຍຄົນໜຶ່ງ ໃນບັນດາເດັກນ້ອຍເຫລົ່ານີ້ ທີ່ເຊື່ອໃນເຮົາຕົກໃນບາບ ກໍໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະຖິ້ມເຂົາລົງໃນທະເລເລິກເສຍກໍດີກວ່າ.
[43] ຖ້າມືຂອງ^ເຈົ້າ ເປັນຕົ້ນເຫດພາໃຫ້ຫລົງເຮັດບາບ ກໍໃຫ້ຕັດມືນັ້ນອອກ ແລະໂຍນຖິ້ມເສຍ ທີ່ຈະເຂົ້າສູ່ຊີວິດດ້ວຍມືເບື້ອງດຽວ ກໍດີກວ່າມີມືສອງເບື້ອງ ແຕ່ຕ້ອງຕົກນະຣົກຢູ່ໃນໄຟ ຊຶ່ງມອດບໍ່ເປັນຈັກເທື່ອ. [
[44] ຢູ່ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ”]
[45] ຖ້າຕີນຂອງ^ເຈົ້າ ເປັນຕົ້ນເຫດພາໃຫ້ເຮັດບາບ ກໍໃຫ້ຕັດຕີນນັ້ນອອກຖິ້ມເສຍ ທີ່ຈະເຂົ້າສູ່ຊີວິດດ້ວຍຕີນກຸດເບື້ອງໜຶ່ງ ກໍດີກວ່າມີຕີນສອງເບື້ອງ ແຕ່ຕ້ອງຖືກໂຍນຖິ້ມລົງໃນໄຟນະຣົກ. [
[46] ຢູ່ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ”]
[47] ຖ້າຕາຂອງ^ເຈົ້າ ເປັນຕົ້ນເຫດພາໃຫ້ເຮັດບາບ ກໍໃຫ້ຄວັດຕານັ້ນອອກຖິ້ມເສຍ ທີ່ຈະເຂົ້າໃນຣາຊອານາຈັກຂອງ^ພຣະເຈົ້າດ້ວຍຕາເບື້ອງດຽວ ກໍດີກວ່າມີຕາສອງເບື້ອງ ແຕ່ຕ້ອງຖືກຖິ້ມລົງໃນໄຟນະຣົກ.
[48] ໃນບ່ອນນັ້ນ ‘ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ.’
[49] ດ້ວຍວ່າ, ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອແລ້ວຊຳລະດ້ວຍໄຟ.
[50] ເກືອເປັນຂອງ^ດີ ແຕ່ຖ້າເກືອໝົດຣົດເຄັມແລ້ວຈະກັບເຮັດໃຫ້ເຄັມອີກໄດ້ຢ່າງໃດ? ເຈົ້າ^ທັງຫລາຍຈົ່ງມີເກືອໃນຕົວ ແລະຈົ່ງຖືກຕ້ອງປອງດອງກັນເທີ້ນ.”