[1] ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກຂອງ^ພຣະອົງ ໄດ້ມາຮອດຝັ່ງອີກດ້ານໜຶ່ງ ຂອງທະເລສາບຄາລີເລໃກ້ເມືອງເຄຣາຊາ.
[2] ພໍພຣະເຢຊູເຈົ້າອອກຈາກເຮືອໄປ ກໍມີຊາຍຜູ້ໜຶ່ງມີຜີຊົ່ວຮ້າຍສິງຢູ່ ໄດ້ອອກຈາກປ່າຊ້າມາພົບພຣະອົງ.
[3] ຊາຍຜູ້ນີ້ເຄີຍອາໄສຢູ່ຕາມປ່າຊ້າ ບໍ່ມີຜູ້ໃດສາມາດມັດຫລືແມ່ນແຕ່ລ່າມໂສ້ມັນໄວ້ໄດ້,
[4] ເຂົາເຄີຍລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະຫັກໃຫ້ໝຸ່ນໄປໄດ້ທຸກເທື່ອ ມັນແຂງແຮງຫລາຍ ຈົນບໍ່ມີຜູ້ໃດປາບມັນໄດ້.
[5] ມັນທ່ອງທ່ຽວໄປມາຢູ່ຕາມປ່າຊ້າ ແລະຕາມເນີນ^ພູເຂົາທັງເວັນ^ທັງຄືນ ໂດຍແຜດສຽງຮ້ອງ ແລະເອົາຫີນປາດຕາມເນື້ອຕົວຂອງ^ຕົນເອງ.
[6] ເມື່ອມັນຫລຽວເຫັນພຣະເຢຊູເຈົ້າແຕ່ໄກໆ ມັນໄດ້ແລ່ນມາຫາ ແລະຂາບລົງຕໍ່ໜ້າພຣະອົງ,
[7] ແລະ ຮ້ອງດ້ວຍສຽງດັງວ່າ, “ເຢຊູບຸດພຣະເຈົ້າຜູ້ສູງສຸດ^ເອີຍ, ທ່ານມາຫຍຸ້ງກ່ຽວຫຍັງກັບຂ້ານ້ອຍ? ຂ້ານ້ອຍຂໍຮ້ອງທ່ານສັນຍາໃນພຣະນາມພຣະເຈົ້າວ່າ ຈະບໍ່ທໍລະມານຂ້ານ້ອຍ” (
[8] ມັນເວົ້າເຊັ່ນນີ້ກໍເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, ‘ຜີຊົ່ວຮ້າຍອອກຈາກຊາຍຄົນນີ້ແມ’)
[9] ພຣະເຢຊູເຈົ້າໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ ເພາະພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.”
[10] ມັນຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ຂັບໄລ່ພວກມັນອອກໄປຈາກເຂດແດນນີ້.
[11] ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ທີ່ກຳລັງຊອກຫາກິນຢູ່ຕາມເນີນພູ.
[12] ດັ່ງນັ້ນ ຜີຊົ່ວຮ້າຍທີ່ສິງຢູ່ນັ້ນ ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງໝູສາ.”
[13] ພຣະອົງອະນຸຍາດໃຫ້ພວກມັນ ແລ້ວຜີຊົ່ວຮ້າຍຈຶ່ງອອກຈາກຊາຍຄົນນັ້ນ ແລະເຂົ້າໄປໃນຝູງໝູ, ໝູທັງໝົດປະມານສອງພັນໂຕ ກໍຟ້າວແລ່ນລົງຕະລິ່ງ^ຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ.
[14] ສ່ວນພວກລ້ຽງໝູຕ່າງກໍແລ່ນໜີ ແລະໄປບອກເລື່ອງທີ່ໄດ້ເກີດຂຶ້ນນັ້ນຕາມໃນເມືອງ ແລະຕາມນອກເມືອງ. ດັ່ງນັ້ນ ປະຊາຊົນຈຶ່ງອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ.
[15] ພວກເຂົາມາຫາພຣະເຢຊູເຈົ້າ ແລະເຫັນຊາຍທີ່ຜີມານຮ້າຍເປັນກອງທັບເຄີຍສິງຢູ່ ເຫັນລາວນຸ່ງເຄື່ອງ ແລະນັ່ງຮຽບຮ້ອຍ ໂດຍມີສະຕິອາຣົມເປັນປົກກະຕິດີ ແລະປະຊາຊົນເຫລົ່ານີ້ຕ່າງກໍສະທ້ານຢ້ານກົວຫລາຍ.
[16] ແລ້ວພວກທີ່ໄດ້ເຫັນເຫດການ ກໍເລົ່າເຖິງສິ່ງທີ່ໄດ້ເກີດຂຶ້ນກັບຄົນຜີມານຮ້າຍສິງ ແລະກັບຝູງໝູນັ້ນສູ່ປະຊາຊົນຟັງ.
[17] ສະນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກເຂດແດນຂອງ^ພວກຕົນ.
[18] ເມື່ອພຣະເຢຊູເຈົ້າກຳລັງລົງເຮືອ ຊາຍທີ່ຜີມານຮ້າຍເຄີຍສິງນັ້ນ ກໍອ້ອນວອນຂໍຢູ່ກັບພຣະອົງ.
[19] ແຕ່ພຣະເຢຊູເຈົ້າບໍ່ໃຫ້ລາວໄປນຳ ໂດຍກ່າວແກ່ລາວວ່າ, “ຈົ່ງກັບເມືອບ້ານ ຫາຍາດຕິພີ່ນ້ອງຂອງ^ເຈົ້າ ແລະບອກພວກເຂົາເຖິງເຫດການອັນຍິ່ງໃຫຍ່ ທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະພຣະເມດຕາທີ່ມີຕໍ່ເຈົ້າ.”
[20] ສະນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະຕັ້ງຕົ້ນປະກາດເລື່ອງທີ່ພຣະເຢຊູເຈົ້າ ໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລ້ວຄົນທັງຫລາຍທີ່ໄດ້ຍິນເລື່ອງນີ້ ຕ່າງກໍງຶດປະຫລາດ^ໃຈ.
[21] ເມື່ອພຣະເຢຊູເຈົ້າຂີ່ເຮືອຂ້າມທະເລສາບກັບໄປແລ້ວ ທີ່ແຄມທະເລສາບນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາເຕົ້າໂຮມກັນອ້ອມພຣະອົງ.
[22] ມີຊາຍຄົນໜຶ່ງຊື່ວ່າຢາອີໂຣໄດ້ມາຫາພຣະເຢຊູເຈົ້າ ເຂົາເປັນຫົວໜ້າທຳມະສາລາໃນທ້ອງຖິ່ນນັ້ນ ເມື່ອເຂົາເຫັນພຣະເຢຊູເຈົ້າຈຶ່ງກົ້ມຂາບລົງທີ່ຕີນຂອງ^ພຣະອົງ
[23] ແລະຂໍຮ້ອງຄວາມ^ຊ່ວຍເຫລືອນຳພຣະເຢຊູເຈົ້າວ່າ, “ລູກສາວຂ້ານ້ອຍເຈັບໜັກໃກ້ຈະຕາຍແລ້ວ ຂໍທ່ານກະຣຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອລາວຈະຫາຍດີ ແລະມີຊີວິດຢູ່.”
[24] ພຣະເຢຊູເຈົ້າກໍໄປກັບລາວ ມີປະຊາຊົນຢ່າງໜາແໜ້ນບຸບຽດພຣະອົງໄປ.
[25] ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ,
[26] ເຖິງວ່ານາງໄດ້ໄປໃຫ້ໝໍຫລາຍຄົນປິ່ນປົວ ແລະເສຍເງິນໄປຢ່າງຫລວງຫລາຍແລ້ວກໍຕາມ, ແຕ່ພະຍາດນີ້ກໍບໍ່ໄດ້ທຸເລົາລົງເລີຍ ກັບຮຸນແຮງຂຶ້ນກວ່າເກົ່າອີກ.
[27] ເມື່ອນາງໄດ້ຍິນຄົນເວົ້າເຖິງພຣະເຢຊູເຈົ້າ ນາງຈຶ່ງຍ່າງມາທາງຫລັງພຣະອົງປົນກັບປະຊາຊົນ ແລະບາຍເຄື່ອງນຸ່ງຂອງ^ພຣະອົງ
[28] ໂດຍຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງ^ເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດ.”
[29] ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງ^ພຣະອົງ ແລະພະຍາດເລືອດຕົກນັ້ນ ກໍຢຸດທັນທີ, ນາງຮູ້ສຶກໃນຕົວວ່າຕົນດີພະຍາດແລ້ວ.
[30] ຝ່າຍພຣະເຢຊູເຈົ້າກໍຮູ້ໄດ້ໃນທັນທີວ່າ ຣິດໄດ້ອອກຈາກພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງອວ່າຍໜ້າມາທາງປະຊາຊົນ ແລະຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງເຮົາ?”
[31] ພວກສາວົກຂອງ^ພຣະອົງຕອບວ່າ, “ທ່ານກໍເຫັນແລ້ວວ່າ ປະຊາຊົນບຸບຽດທ່ານສໍ່າໃດ? ເປັນຫຍັງທ່ານຈຶ່ງຖາມວ່າ ຜູ້ໃດບາຍທ່ານ?”
[32] ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆພຣະອົງ ເພື່ອຊອກເບິ່ງວ່າຜູ້ໃດເປັນຜູ້ເຮັດ.
[33] ສ່ວນຍິງຜູ້ນັ້ນກໍຢ້ານກົວຈົນຕົວສັ່ນ ເພາະຮູ້ດີເຖິງສິ່ງທີ່ໄດ້ເກີດຂຶ້ນກັບຕົນ. ສະນັ້ນ ນາງຈຶ່ງມາຂາບລົງທີ່ຕີນຂອງ^ພຣະເຢຊູເຈົ້າ ແລະເວົ້າຄວາມຈິງທັງໝົດສູ່ພຣະອົງຟັງ.
[34] ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກ^ຍິງ^ເອີຍ ຄວາມເຊື່ອຂອງ^ເຈົ້າເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກ ແລະດີພະຍາດສາ.”
[35] ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຜູ້ນຳຂ່າວບາງຄົນແຕ່ເຮືອນຢາອິໂຣມາບອກວ່າ, “ລູກສາວຂອງ^ເຈົ້າຕາຍແລ້ວ ຍັງລົບກວນອາຈານເຮັດຫຍັງ?”
[36] ແຕ່ພຣະເຢຊູເຈົ້າບໍ່ສົນໃຈນຳ ສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແລະກ່າວແກ່ຢາອິໂຣວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ.”
[37] ພຣະອົງກໍບໍ່ຊົງອະນຸຍາດໃຫ້ຜູ້ໃດໄປນຳພຣະອົງ ນອກຈາກເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງ^ຢາໂກໂບ.
[38] ເມື່ອມາຮອດເຮືອນຂອງ^ຫົວໜ້າທຳມະສາລາແລ້ວ ພຣະອົງກໍເຫັນຄົນວຸ້ນວາຍຢູ່ ຄືຮ້ອງໄຫ້ແລະສົ່ງສຽງຄໍ່າຄວນ.
[39] ພຣະເຢຊູເຈົ້າເຂົ້າໄປໃນເຮືອນ ແລະກ່າວແກ່ພວກເຂົາວ່າ, “ພວກເຈົ້າວຸ້ນວາຍ ແລະຮ້ອງໄຫ້ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.”
[40] ພວກເຂົາພາກັນຫົວຂວັນພຣະອົງ. ສະນັ້ນ ພຣະອົງຈຶ່ງໄລ່ທຸກຄົນໃຫ້ອອກໄປໝົດ ແລະເອົາແຕ່ພໍ່ແມ່ເດັກນ້ອຍກັບສາວົກສາມຄົນເທົ່ານັ້ນ ເຂົ້າໄປໃນຫ້ອງທີ່ເດັກນ້ອຍນອນຢູ່.
[41] ພຣະອົງຈັບມືເດັກນ້ອຍນັ້ນ ແລະກ່າວແກ່ນາງວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງນ້ອຍ^ເອີຍ ຈົ່ງລຸກຂຶ້ນ
[42] ໃນທັນໃດນັ້ນ ເດັກຍິງກໍລຸກຂຶ້ນ ແລະຍ່າງໄປມາ. (ນາງອາຍຸໄດ້ສິບສອງປີແລ້ວ) ພວກເຂົາໄດ້ງຶດປະຫລາດ^ໃຈຫລາຍ.
[43] ແຕ່ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເຂົາ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເປັນເດັດຂາດ ແລ້ວພຣະອົງກໍກ່າວວ່າ, “ຈົ່ງເອົາອາຫານມາໃຫ້ນາງກິນ.”