[1] ພໍຮຸ່ງເຊົ້າມາ ບັນດາຫົວໜ້າປະໂຣຫິດ, ພວກເຖົ້າແກ່, ພວກທຳມະຈານ ແລະບັນດາສະມາຊິກສະພາໄດ້ປຶກສາ^ຫາລືກັນແລ້ວ ພວກເຂົາໄດ້ມັດພຣະເຢຊູເຈົ້າ ແລະພາໄປມອບໃຫ້ປີລາດ.
[2] ສ່ວນປີລາດກໍໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງ^ຊາວຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານເວົ້ານັ້ນຖືກແລ້ວ.”
[3] ພວກຫົວໜ້າປະໂຣຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ
[4] ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າບໍ່ຕອບຈັກຄຳບໍ? ເບິ່ງແມ! ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍເລື່ອງ.”
[5] ແຕ່ພຣະເຢຊູເຈົ້າບໍ່ຕອບຈັກຄຳຈົນປີລາດປະຫລາດ^ໃຈ.
[6] ໃນເທດສະການປັດສະຄາທຸກປີ, ປີລາດເຄີຍປ່ອຍນັກໂທດຄົນໜຶ່ງໃຫ້ເປັນອິດສະຫລະ ຕາມທີ່ປະຊາຊົນຂໍຮ້ອງ.
[7] ມີຊາຍຄົນໜຶ່ງຊື່ວ່າ ບາຣາບາ ທີ່ຖືກຂັງຄຸກຮ່ວມກັບພວກກະບົດ ທີ່ໄດ້ຂ້າຄົນເນື່ອງຈາກການກະບົດນັ້ນ.
[8] ປະຊາຊົນໄດ້ຂຶ້ນໄປຫາປີລາດ ຕັ້ງຕົ້ນຂໍໃຫ້ເພິ່ນເຮັດຕາມທີ່ເຄີຍໄດ້ປະຕິບັດມາ
[9] ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຢາກໃຫ້ປ່ອຍກະສັດຂອງ^ຊາວຢິວແກ່ພວກທ່ານບໍ?”
[10] ປີລາດຮູ້ດີວ່າ ການທີ່ພວກຫົວໜ້າປະໂຣຫິດ ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະພວກເຂົາມີໃຈອິດສາ.
[11] ແຕ່ພວກຫົວໜ້າປະໂຣຫິດໄດ້ຍຸຍົງປະຊາຊົນ ເພື່ອຂໍໃຫ້ປີລາດປ່ອຍບາຣາບາແທນພຣະເຢຊູເຈົ້າ.
[12] ປີລາດຖາມພວກເຂົາອີກວ່າ, “ຖ້າດັ່ງນັ້ນ ພວກທ່ານຢາກໃຫ້ເຮົາເຮັດຢ່າງໃດກັບຜູ້ທີ່ພວກທ່ານເອີ້ນວ່າ, ກະສັດຂອງ^ຊາດຢິວ?”
[13] ພວກເຂົາຮ້ອງຕອບຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.”
[14] ປີລາດຈຶ່ງຖາມພວກເຂົາວ່າ, “ເປັນຫຍັງຈຶ່ງຄຶງ ຜູ້ນີ້ໄດ້ເຮັດຜິດຫຍັງ?” ແຕ່ພວກເຂົາຊໍ້າພັດຮ້ອງແຮງຍິ່ງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.”
[15] ປີລາດຕ້ອງການເອົາໃຈປະຊາຊົນ ເພິ່ນຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເມື່ອເພິ່ນໄດ້ສັ່ງໃຫ້ເຂົາຂ້ຽນພຣະເຢຊູເຈົ້າແລ້ວ ກໍມອບພຣະອົງໃຫ້ຖືກຄຶງໄວ້ທີ່ໄມ້ກາງແຂນ.
[16] ພວກທະຫານໄດ້ນຳພຣະເຢຊູເຈົ້າ ເຂົ້າໄປໃນເດີ່ນບ້ານຂອງ^ຜູ້ປົກຄອງແລ້ວ ກໍເອີ້ນກອງທັບທະຫານມາເຕົ້າໂຮມກັນໃນທີ່ນັ້ນ.
[17] ພວກເຂົາໄດ້ເອົາເສື້ອສີມ່ວງມານຸ່ງໃຫ້ພຣະອົງ ເອົາເຄືອໜາມຖັກເປັນໂຄ້ງແທນມົງກຸດມາສຸບໃສ່ຫົວຂອງ^ພຣະອົງ.
[18] ແລ້ວພວກເຂົາກໍຕັ້ງຕົ້ນຄຳນັບແບບເຢາະເຢີ້ຍພຣະອົງ ໂດຍກ່າວວ່າ, “ກະສັດແຫ່ງຊາດຢິວ^ເອີຍ ຈົ່ງຊົງພຣະຈະເລີນເທີ້ນ”
[19] ພວກເຂົາໃຊ້ໄມ້ອໍ້ຕີຫົວພຣະອົງ ຖົ່ມນໍ້າລາຍໃສ່ໜ້າພຣະອົງ ແລະຄຸເຂົ່າຂາບລົງທຳທ່າຄຳນັບພຣະອົງ.
[20] ເມື່ອເຢາະເຢີ້ຍພຣະອົງສົມໃຈແລ້ວ ພວກເຂົາຈຶ່ງແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງ^ພຣະອົງມານຸ່ງໃຫ້ຄືນ, ແລ້ວນຳພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ.
[21] ເມື່ອໄປຕາມທາງນັ້ນ ພວກເຂົາໄດ້ພົບຊາຍຄົນໜຶ່ງຊື່ວ່າ ຊີໂມນ (ຊີໂມນໄທກີເຣເນເປັນພໍ່ຂອງ^ອາເລັກຊັນເດີ ແລະ ຣູໂຟ.) ລາວກຳລັງມາແຕ່ບ້ານນອກຜ່ານໄປທາງນັ້ນ ແລະພວກເຂົາໄດ້ບັງຄັບລາວໃຫ້ແບກໄມ້ກາງແຂນຂອງ^ພຣະເຢຊູເຈົ້າ.
[22] ພວກເຂົາໄດ້ພາພຣະເຢຊູເຈົ້າ ໄປຍັງບ່ອນໜຶ່ງທີ່ຄົນເອີ້ນວ່າ, ໂຄລະໂຄທາ ຊຶ່ງແປວ່າ, ‘ບ່ອນກະໂຫລກຫົວ.’
[23] ໃນທີ່ນັ້ນ ພວກເຂົາໄດ້ເອົາເຫລົ້າ^ອະງຸ່ນປົນກັບເຄື່ອງຢາຊະນິດໜຶ່ງ ໃຫ້ພຣະເຢຊູເຈົ້າດື່ມ, ແຕ່ພຣະອົງບໍ່ຍອມດື່ມ.
[24] ເມື່ອພວກເຂົາໄດ້ຄຶງພຣະອົງໃສ່ໄມ້ກາງແຂນໄວ້ແລ້ວ ພວກເຂົາກໍເອົາເຄື່ອງນຸ່ງຂອງ^ພຣະອົງ ມາຈົກສະຫລາກແບ່ງປັນກັນ ເພື່ອຈະຮູ້ວ່າຜູ້ໃດຈະໄດ້ຜືນໃດ.
[25] ເມື່ອພວກເຂົາຄຶງພຣະອົງທີ່ໄມ້ກາງແຂນນັ້ນ ແມ່ນເວລາເກົ້າໂມງເຊົ້າ.
[26] ແຜ່ນປ້າຍທີ່ເຂົາຂຽນຂໍ້ກ່າວຫາ ເພື່ອລົງໂທດພຣະອົງນັ້ນ ມີຂໍ້ຄວາມ^ວ່າ, ‘ກະສັດຂອງ^ຊາດຢິວ.’
[27] ພວກເຂົາຍັງໄດ້ຄຶງໂຈນສອງຄົນໄວ້ພ້ອມກັບພຣະອົງ ເບື້ອງຂວາຄົນໜຶ່ງ ແລະ ເບື້ອງຊ້າຍຄົນໜຶ່ງ. [
[28] ຕ້ອງສຳເລັດຕາມພຣະຄຳພີ ທີ່ຂຽນໄວ້ວ່າ, ‘ເພິ່ນຖືກນັບເຂົ້າກັບຄາດຕະກອນ.’”]
[29] ແລ້ວປະຊາຊົນທີ່ຜ່ານໄປມາ ຕ່າງກໍເວົ້າໝິ່ນປະໝາດດູຖູກພຣະເຢຊູເຈົ້າ ແລະສັ່ນຫົວໂດຍກ່າວວ່າ, “ເຮີຍ ເຈົ້າຜູ້ທີ່ມ້າງພຣະວິຫານ ແລະສ້າງຂຶ້ນໃໝ່ໃນສາມວັນ
[30] ຈົ່ງຊ່ວຍຕົນເອງໃຫ້ພົ້ນແມ ຈົ່ງລົງມາຈາກໄມ້ກາງແຂນສາ”
[31] ໃນທຳນອງ^ດຽວກັນ ພວກຫົວໜ້າປະໂຣຫິດກັບພວກທຳມະຈານ ກໍໄດ້ພາກັນເຢາະເຢີ້ຍພຣະອົງ ໃນລະຫວ່າງພວກເຂົາເອງເໝືອນກັນໂດຍເວົ້າວ່າ, “ມັນຊ່ວຍຜູ້ອື່ນໃຫ້ພົ້ນໄດ້ ແຕ່ຊ່ວຍຕົນເອງບໍ່ໄດ້
[32] ຂໍໃຫ້ພຣະຄຣິດ ກະສັດຂອງ^ຊາດອິດສະຣາເອນ ລົງມາຈາກໄມ້ກາງແຂນດຽວນີ້ເທາະ ເພື່ອພວກເຮົາຈະໄດ້ເຫັນແລະໄດ້ເຊື່ອ.” ສ່ວນສອງຄົນນັ້ນ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ ພ້ອມກັບພຣະເຢຊູເຈົ້າ ກໍເວົ້າໝິ່ນປະໝາດພຣະອົງເໝືອນກັນ.
[33] ເມື່ອເຖິງເວລາທ່ຽງ ທົ່ວແຜ່ນດິນກໍບັງເກີດຄວາມມືດ ຈົນເຖິງບ່າຍສາມໂມງ.
[34] ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າກໍຮ້ອງດ້ວຍສຽງອັນດັງວ່າ, “ເອໂລອີ ເອໂລອີ ແລມາ ຊາບັກທານີ?” ຊຶ່ງແປວ່າ, ‘ພຣະເຈົ້າຂອງ^ຂ້ານ້ອຍ ພຣະເຈົ້າຂອງ^ຂ້ານ້ອຍ^ເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ?’
[35] ບາງຄົນໃນປະຊາຊົນທີ່ຢືນຢູ່ໃນທີ່ນັ້ນ ໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ເບິ່ງແມ! ມັນຮ້ອງຫາ ເອລີຢາ.”
[36] ມີຄົນໜຶ່ງໃນພວກເຂົາ ແລ່ນໄປເອົາຟອງນໍ້າຈຸ່ມເຫລົ້າ^ອະງຸ່ນສົ້ມ ແລະສຽບໃສ່ປາຍໄມ້ອໍ້ ແລ້ວຍື່ນຂຶ້ນໃສ່ຮິມສົບຂອງ^ພຣະເຢຊູເຈົ້າ ແລະເວົ້າວ່າ, “ຟ້າວກ່ອນ ຖ້າເບິ່ງເອລີຢາຈະມາຊ່ວຍມັນລົງຈາກໄມ້ກາງແຂນຫລືບໍ່.”
[37] ເມື່ອພຣະເຢຊູເຈົ້າຮ້ອງສຽງດັງແລ້ວກໍສິ້ນລົມຫາຍໃຈ.
[38] ໃນຂະນະນັ້ນ ຜ້າກັ້ງໃນພຣະວິຫານໄດ້ຈີກອອກເປັນສອງຕ່ອນ ຕັ້ງແຕ່ເທິງຮອດລຸ່ມ.
[39] ນາຍທະຫານຜູ້ທີ່ຢືນຢູ່ຕໍ່ໜ້າພຣະເຢຊູເຈົ້າ ໄດ້ເຫັນພຣະອົງຕາຍໄປຢ່າງໃດ ລາວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ ເປັນພຣະບຸດຂອງ^ພຣະເຈົ້າ”
[40] ໃນທີ່ນັ້ນ ມີພວກແມ່ຍິງບາງຄົນທີ່ຄອຍເບິ່ງຢູ່ຫ່າງໆ ໃນພວກເຂົານັ້ນມີ: ມາຣີໄທມັກດາລາ ມາຣີແມ່ຂອງ^ຢາໂກໂບຜູ້ນ້ອງ ແລະ ຂອງໂຢເຊກັບນາງຊາໂລເມ.
[41] ຍິງເຫລົ່ານີ້ໄດ້ຕິດຕາມ ແລະບົວລະບັດພຣະເຢຊູເຈົ້າ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລ ແລະກໍຍັງມີຍິງຄົນອື່ນອີກຫລາຍຄົນ ທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ.
[42] ເມື່ອເຖິງເວລາຄໍ່າແລ້ວ ເນື່ອງຈາກວ່າວັນນັ້ນເປັນວັນຈັດຕຽມ ໝາຍຄວາມວ່າ ເປັນວັນກ່ອນເຖິງວັນ^ຊະບາໂຕ
[43] ໂຢເຊັບໄທອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດທີ່ມີກຽດຄົນໜຶ່ງ ເພິ່ນເປັນຜູ້ທີ່ຄອງຄອຍຖ້າ ການມາປາກົດແຫ່ງອານາຈັກຂອງ^ພຣະເຈົ້າ ເພິ່ນກ້າເຂົ້າໄປພົບປີລາດເພື່ອຂໍພຣະສົບຂອງ^ພຣະເຢຊູເຈົ້າ.
[44] ແຕ່ປີລາດປະຫລາດ^ໃຈຫລາຍ ທີ່ໄດ້ຍິນວ່າພຣະອົງໄດ້ຕາຍແລ້ວ. ສະນັ້ນ ເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຫາ ແລະຖາມວ່າ, ພຣະອົງຕາຍດົນນານປານໃດແລ້ວ.
[45] ຫລັງຈາກໄດ້ຮັບຄຳຕອບຈາກນາຍທະຫານແລ້ວ ເພິ່ນກໍອະນຸຍາດໃຫ້ໂຢເຊັບເອົາພຣະສົບຂອງ^ພຣະເຢຊູເຈົ້າໄປ.
[46] ໂຢເຊັບໄດ້ຊື້ຜ້າປ່ານ ແລ້ວໄດ້ເອົາພຣະສົບລົງມາຈາກໄມ້ກາງແຂນ ໃຊ້ຜ້າປ່ານນັ້ນຫໍ່ພຣະສົບ ແລະນຳໄປວາງໄວ້ໃນອຸບມຸງຫີນທີ່ສະກັດແລ້ວ ແລະເພິ່ນກໍກື່ງກ້ອນຫີນໃຫຍ່ອັດປາກອຸບມຸງໄວ້.
[47] ສ່ວນມາຣີໄທມັກດາລາ ກັບມາຣີແມ່ຂອງ^ໂຢເຊກໍຢູ່ທີ່ນັ້ນ ໄດ້ເຫັນບ່ອນທີ່ໄວ້ພຣະສົບຂອງ^ພຣະເຢຊູເຈົ້າ.