Skip to content
Opens in a new window
Listen to this chapter • 10:15

[1] ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.

[2] ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຖາມ​ວ່າ, “ຕາມ​ກົດບັນຍັດ​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ​ໄດ້​ບໍ?”

[3] ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໂດຍ​ຢ້ອນ​ຖາມ​ຄືນ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້ຄຳສັ່ງ​ໄວ້​ຢ່າງ​ໃດ?”

[4] ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ເຮັດ​ໜັງສື​ຢ່າຮ້າງ​ແລ້ວ​ໃຫ້​ປະ​ໄດ້.”

[5] ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ຂຽນ​ຂໍ້ຄຳສັ່ງ​ໄວ້​ຢ່າງ​ນັ້ນ ເພາະ​ໃຈ​ຂອງ^ພວກເຈົ້າ​ແຂງ^ກະດ້າງ.

[6] ຕັ້ງແຕ່​ຕົ້ນເດີມ ‘ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຊາຍ​ແລະ​ຍິງ

[7] ດ້ວຍເຫດນັ້ນ ຜູ້ຊາຍ​ຈຶ່ງ​ລະ​ຈາກ​ພໍ່​ແມ່​ຂອງຕົນ ແລະ​ໄປ​ຕິດພັນ​ຢູ່​ກັບ​ເມຍ​ຂອງຕົນ,

[8] ແລະ​ທັງສອງ​ກໍ​ຈະ​ເປັນ​ກາຍ​ອັນ​ດຽວ.’ ເພາະ​ສະນັ້ນ ເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ໜຶ່ງ​ດຽວກັນ.

[9] ດັ່ງນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າ​ຮ່ວມ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພັດພາກ​ຈາກ​ກັນ.”

[10] ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ໄດ້​ຖາມ​ພຣະເຢຊູເຈົ້າ​ເຖິງ​ເລື່ອງ​ການ​ຢ່າຮ້າງ​ນີ້​ອີກ.

[11] ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຊາຍ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຊາຍ​ຜູ້ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້.

[12] ໃນທຳນອງ^ດຽວກັນ ຍິງ​ໃດ​ທີ່​ຢ່າຮ້າງ​ຜົວ​ຂອງຕົນ ແລະ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ ຍິງ​ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”

[13] ພວກເຂົາ​ໄດ້​ພາ​ພວກ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ພຣະອົງ​ຈະ​ໄດ້​ວາງ​ມື​ໃສ່​ພວກເຂົາ, ແຕ່​ພວກ​ສາວົກ​ໄດ້​ຫ້າມ​ໄວ້.

[14] ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ປ່ອຍ​ເດັກນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ພຣະເຈົ້າ​ເປັນ​ຂອງ^ຜູ້​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ.

[15] ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ຮັບ​ຣາຊອານາຈັກ​ຂອງ^ພຣະເຈົ້າ​ເໝືອນ​ເດັກນ້ອຍ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ນັ້ນ​ຈັກເທື່ອ.”

[16] ແລ້ວ​ພຣະອົງ​ກໍໄດ້​ອູ້ມ​ເດັກນ້ອຍ​ນັ້ນ ວາງ​ມື​ໃສ່​ແລະ​ອວຍພອນ​ໃຫ້​ພວກເຂົາ.

[17] ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່ໄປ ກໍ​ມີ​ຊາຍ​ຄົນ​ໜຶ່ງ ແລ່ນ​ມາ​ຫາ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ​ຖາມ​ວ່າ, “ພຣະອາຈານ​ຜູ້​ປະເສີດ^ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”

[18] ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ ຜູ້​ປະເສີດ? ບໍ່ມີ​ຜູ້ໃດ​ປະເສີດ​ດອກ ນອກຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.

[19] ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ^ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.’”

[20] ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ອາຈານ^ເອີຍ ກົດບັນຍັດ​ທັງໝົດ​ເຫລົ່ານີ້​ຂ້ານ້ອຍ​ໄດ້​ຖື​ຮັກສາ ຕັ້ງແຕ່​ເປັນ​ເດັກນ້ອຍ​ພຸ້ນ​ມາ.”

[21] ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ຊາຍ​ຜູ້​ນັ້ນ​ດ້ວຍ​ຄວາມຮັກ ແລະ​ກ່າວ​ວ່າ, “ທ່ານ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ທ່ານ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ^ຍາກຈົນ ແລະ​ທ່ານ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”

[22] ເມື່ອ​ໄດ້ຍິນ​ຄຳ​ເວົ້າ​ນີ້ ລາວ​ກໍ​ໜ້າ​ເສົ້າ​ລົງ ແລະ​ອອກ​ໄປ​ເປັນທຸກໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ.

[23] ພຣະເຢຊູເຈົ້າ​ແນມ​ເບິ່ງ​ອ້ອມຮອບ​ແລ້ວ ກ່າວ​ແກ່​ພວກ​ສາວົກ​ວ່າ, “ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ^ພຣະເຈົ້າ ກໍ​ຍາກ​ແທ້​ໜໍ.”

[24] ພວກ​ສາວົກ​ຕ່າງ​ກໍ​ປະຫລາດ^ໃຈ​ໃນ​ຄຳ​ເວົ້າ​ຂອງ^ພຣະອົງ ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ລູກ​ທັງຫລາຍ^ເອີຍ, ທີ່​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ^ພຣະເຈົ້າ​ກໍ​ຍາກ​ແທ້

[25] ອູດ​ໂຕໜຶ່ງ​ຈະ​ລອດ​ຮູ^ເຂັມ​ກໍ​ງ່າຍ​ກວ່າ, ຄົນ​ຮັ່ງມີ​ຜູ້ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ^ພຣະເຈົ້າ.”

[26] ພວກ​ສາວົກ​ປະຫລາດ^ໃຈ​ຫລາຍ ຈຶ່ງ​ຖາມ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ຈະ​ລອດພົ້ນ​ໄດ້?”

[27] ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ພວກເພິ່ນ ແລະ​ກ່າວ​ວ່າ, “ຝ່າຍ​ມະນຸດ​ກໍ​ເຫລືອ​ກຳລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ບໍ່​ເຫລືອ​ກຳລັງ​ຂອງ^ພຣະເຈົ້າ ເພາະ​ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້​ທຸກສິ່ງ.”

[28] ແລ້ວ​ເປໂຕ​ກໍ​ກ່າວ​ຂຶ້ນ​ວ່າ, “ເບິ່ງດູ ພວກ​ຂ້ານ້ອຍ​ໄດ້​ສະຫລະ​ທຸກສິ່ງ ແລະ​ໄດ້​ຕິດຕາມ​ພຣະອົງ​ມາ.”

[29] ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ເຈົ້າ^ທັງຫລາຍ​ຕາມ^ຄວາມຈິງ​ວ່າ ຜູ້ໃດ​ໄດ້​ສະຫລະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່ແມ່ ຫລື​ລູກ ຫລື​ໄຮ່​ນາ​ຂອງຕົນ ເພາະ​ເຫັນ​ແກ່​ເຮົາ​ແລະ​ເຫັນ​ແກ່​ຂ່າວປະເສີດ.

[30] ໃນ​ໂລກນີ້ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຕອບ​ແທນ​ຮ້ອຍ​ເທົ່າ​ຄື: ບ້ານ​ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ ແລະ​ໄຮ່​ນາ ແລະ​ທັງ​ຈະ​ໄດ້​ຮັບ​ການ​ຂົ່ມເຫັງ​ດ້ວຍ ແລະ​ໃນ​ໂລກ​ໜ້າ​ເຂົາ​ຈະ​ໄດ້​ຊີວິດ​ນິຣັນດອນ.

[31] ແຕ່​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ ແລະ​ຜູ້​ທີ່​ເປັນ​ປາຍ​ໃນ​ເວລາ​ນີ້ ກໍ​ຈະ​ເປັນ​ຜູ້ຕົ້ນ.”

[32] ເມື່ອ​ກຳລັງ​ເດີນທາງ​ຂຶ້ນ​ເມືອ​ຍັງ​ນະຄອນ​ເຢຣູຊາເລັມ, ພຣະເຢຊູເຈົ້າ​ໄດ້​ຍ່າງ​ນຳ​ໜ້າ​ພວກເຂົາ​ໄປ ພວກ​ສາວົກ​ໄດ້​ວຸ້ນວາຍ​ໃຈ ແລະ​ພວກ​ອື່ນ​ທີ່​ຍ່າງ​ມາ​ຕາມ​ຫລັງ​ຕ່າງ​ກໍ​ມີ​ຄວາມ^ຢ້ານ ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ທາງ​ຂ້າງ​ອີກເທື່ອໜຶ່ງ ແລະ​ກ່າວ​ເຖິງ​ເຫດການ​ທີ່​ຈຳ​ຕ້ອງ​ເກີດຂຶ້ນ​ກັບ​ພຣະອົງ.

[33] ພຣະອົງ​ບອກ​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້ ໃນ​ກຳມື​ຂອງ^ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກ​ເຫລົ່ານີ້​ຈະ​ຕັດສິນ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ ແລະ​ຈະ​ມອບ​ເພິ່ນ​ໄວ້​ກັບ​ຄົນ^ຕ່າງຊາດ.

[34] ຄົນ​ພວກ​ນີ້ ຈະ​ເຢາະເຢີ້ຍ​ເພິ່ນ, ຈະ​ຖົ່ມ​ນໍ້າລາຍ​ໃສ່​ເພິ່ນ, ຈະ​ຂ້ຽນຕີ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຄວາມ^ຕາຍ.”

[35] ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ^ເຊເບດາຍ ໄດ້​ເຂົ້າ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ^ເອີຍ, ພວກ​ຂ້ານ້ອຍ​ທັງສອງ ປາຖະໜາ​ຈະ​ໃຫ້​ທ່ານ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງ^ພວກ​ຂ້ານ້ອຍ.”

[36] ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ເຈົ້າ​ທັງສອງ​ຕ້ອງການ​ຫຍັງ?”

[37] ພວກເພິ່ນ​ຕອບ​ວ່າ, “ເມື່ອ​ທ່ານ​ຢູ່​ໃນ​ສະຫງ່າຣາສີ​ແລ້ວ ຂໍ​ໃຫ້​ພວກ​ຂ້ານ້ອຍ​ທັງສອງ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງທ່ານ​ຄົນ​ໜຶ່ງ ແລະ​ທີ່​ເບື້ອງ​ຊ້າຍ​ຄົນ​ໜຶ່ງ.”

[38] ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ທີ່​ພວກເຈົ້າ​ຂໍຮ້ອງ​ນັ້ນ​ພວກເຈົ້າ​ບໍ່​ຮູ້ຈັກ, ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”

[39] ພວກເພິ່ນ​ຕອບ​ວ່າ, “ໄດ້​ຢູ່​ຂ້ານ້ອຍ.” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ຮັບ​ແທ້.

[40] ແຕ່​ຈະ​ເລືອກ​ວ່າ ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງ​ຂວາ ຫລື​ທີ່​ເບື້ອງ​ຊ້າຍ​ຂອງເຮົາ​ນັ້ນ ບໍ່ແມ່ນ​ໜ້າທີ່​ເຮົາ​ຈະ​ຈັດໃຫ້, ແຕ່​ພຣະເຈົ້າ​ໄດ້​ຈັດໄວ້​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ^ຜູ້ນັ້ນ.”

[41] ເມື່ອ​ສາວົກ​ຄົນອື່ນໆ​ອີກ​ສິບ​ຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ, ພວກເພິ່ນ​ກໍ​ເຄືອງໃຈ​ໃຫ້​ຢາໂກໂບ ແລະ ໂຢຮັນ.

[42] ແຕ່​ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ແລ້ວ​ກ່າວ​ວ່າ, “ພວກເຈົ້າ​ຕ່າງ​ກໍ​ຮູ້​ວ່າ ຜູ້​ທີ່​ມະນຸດ​ຖື​ວ່າ ເປັນ​ຜູ້​ປົກຄອງ​ປະຊາຊົນ ກໍ​ມີ​ອຳນາດ​ເໜືອ​ປະຊາຊົນ​ທີ່​ເຂົາ​ປົກຄອງ ແລະ​ຜູ້​ໃຫຍ່​ກໍ​ໃຊ້​ສິດ​ອຳນາດ​ເໜືອ​ພວກເຂົາ.

[43] ແຕ່​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ ບໍ່​ເປັນ​ດັ່ງນັ້ນ​ເລີຍ, ຖ້າ​ຜູ້ໜຶ່ງ​ໃນ​ພວກເຈົ້າ ຢາກ​ເປັນ​ໃຫຍ່ ເຂົາ​ຕ້ອງ​ເປັນ​ຜູ້ຮັບໃຊ້​ເຈົ້າ^ທັງຫລາຍ;

[44] ແລະ ຖ້າ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ເຂົາ​ກໍ​ຕ້ອງ​ເປັນ​ຂ້ອຍໃຊ້​ຂອງ^ທຸກຄົນ.

[45] ເພາະ​ບຸດ​ມະນຸດ​ບໍ່ໄດ້​ມາ ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້​ເຂົາ ແລະ​ປະທານ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”

[46] ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ^ພຣະອົງ ເດີນທາງ​ມາ​ເຖິງ​ເມືອງ​ເຢຣີໂກ, ເມື່ອ​ພຣະອົງ​ກຳລັງ​ອອກ​ຈາກ​ເມືອງ​ໄປ​ກັບ​ພວກ​ສາວົກ ແລະ​ປະຊາຊົນ​ໝູ່ໃຫຍ່​ທີ່​ຕິດຕາມ​ຈຳນວນ​ຫລວງຫລາຍ ກໍ​ມີ​ຊາຍ​ຕາບອດ​ຜູ້ໜຶ່ງ​ຊື່​ວ່າ ບາຣະຕີມາຍ​ເປັນ​ລູກຊາຍ​ຂອງ^ຕີມາຍ ນັ່ງ​ຂໍທານ​ທີ່​ແຄມ​ທາງ.

[47] ເມື່ອ​ລາວ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ​ກຳລັງ​ມາ​ໃກ້ ລາວ​ກໍ​ຮ້ອງ​ຂຶ້ນ​ວ່າ, ‘ເຢຊູ ບຸດ​ດາວິດ^ເອີຍ, ຂໍ​ຊົງ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.’

[48] ມີ​ຫລາຍ​ຄົນ​ໄດ້​ຫ້າມ​ລາວ​ໃຫ້​ມິດ​ຢູ່ ແຕ່​ລາວ​ຍິ່ງ​ຮ້ອງ​ໃຫ້​ດັງ​ຂຶ້ນ​ຕື່ມ​ວ່າ, “ເຢຊູ ບຸດ​ດາວິດ^ເອີຍ ຂໍໂຜດ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”

[49] ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ​ສັ່ງ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ລາວ​ມາ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລ້ວ​ເວົ້າ​ວ່າ, “ຈົ່ງ​ຊື່ນ​ໃຈ​ແລະ​ລຸກ​ຂຶ້ນ ເພິ່ນ​ກຳລັງ​ເອີ້ນ​ເອົາ​ເຈົ້າ.”

[50] ຊາຍ​ຕາບອດ​ຖິ້ມ​ຜ້າຕູ້ມ​ຂອງຕົນ ແລະ​ຮີບ​ລຸກ​ຂຶ້ນ​ມາ​ຫາ​ພຣະເຢຊູເຈົ້າ.

[51] ພຣະເຢຊູເຈົ້າ​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ແກ່​ເຈົ້າ?” ຊາຍ​ຕາບອດ​ຕອບ​ວ່າ, “ພຣະອາຈານ^ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ຮຸ່ງ​ແດ່ທ້ອນ.”

[52] ພຣະເຢຊູເຈົ້າ​ຕອບ​ວ່າ, “ໄປ​ສາ ຄວາມເຊື່ອ​ຂອງ^ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ທັນໃດນັ້ນ ລາວ​ກໍ​ເຫັນ​ຮຸ່ງ​ໄດ້ ແລະ​ເດີນທາງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.

ມາຣະໂກ — Chapters