[1] ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ມີຄົນໜຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ເປັນບ່ອນບີບຄັ້ນເອົານໍ້າອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້ດ້ວຍ, ຕໍ່ມາ ເພິ່ນເອົາສວນ^ອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍອອກໄປຍັງເມືອງອື່ນ.
[2] ພໍເຖິງລະດູເກັບໝາກອະງຸ່ນມາຮອດ ເພິ່ນກໍໃຫ້ຄົນ^ຮັບໃຊ້ຄົນໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຈາກຜົນລະປູກຂອງຕົນນຳພວກເຂົາ.
[3] ແລະ ຄົນເຊົ່າສວນໄດ້ຈັບຄົນ^ຮັບໃຊ້ຄົນນັ້ນມາຂ້ຽນຕີ ແລະຂັບໄລ່ເຂົາຄືນເມືອມືເປົ່າ.
[4] ແລ້ວເຈົ້າຂອງ^ສວນກໍໃຫ້ຄົນ^ຮັບໃຊ້ຄົນໜຶ່ງໄປອີກ ພວກຄົນເຊົ່າສວນກໍທຸບຕີເຂົາຈົນຫົວມີບາດແຜ ແລະປ້ອຍດ່າດູຖູກເຂົາອີກດ້ວຍ.
[5] ເຈົ້າຂອງ^ສວນໄດ້ໃຫ້ຂ້ອຍໃຊ້ຄົນໜຶ່ງໄປອີກ ແລະພວກເຂົາກໍຂ້າເຂົາເສຍ, ແລ້ວເຈົ້າຂອງ^ສວນກໍຍັງສົ່ງຄົນ^ຮັບໃຊ້ມາອີກຫລາຍໆຄົນ ພວກເຂົາກໍຂ້ຽນຕີບາງຄົນ ແລະຂ້າບາງຄົນເສຍ.
[6] ໃນທີ່ສຸດ ກໍເຫລືອແຕ່ລູກຊາຍຜູ້ເປັນສຸດທີ່ຮັກຂອງ^ເພິ່ນ, ເພິ່ນຈຶ່ງໃຊ້ລູກຄົນນັ້ນໄປ ເປັນຄົນສຸດທ້າຍໂດຍຄິດວ່າ, ‘ພວກເຂົາຄົງຈະໃຫ້ຄວາມ^ເຄົາຣົບ^ນັບຖືລາວ.’
[7] ແຕ່ຄົນເຊົ່າສວນເຫລົ່ານັ້ນເວົ້າກັນວ່າ, ‘ຄົນນີ້ແຫລະ ເປັນເຈົ້າຂອງ^ມໍຣະດົກ, ຈົ່ງຂ້າມັນເສຍ ແລ້ວມໍຣະດົກກໍຈະຕົກເປັນຂອງ^ພວກເຮົາ.’
[8] ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງ^ເຈົ້າຂອງ^ສວນ ແລະຂ້າລາວເສຍ, ແລ້ວພວກເຂົາກໍໂຍນສົບຂອງ^ລາວຖິ້ມອອກໄປນອກສວນ.”
[9] ພຣະເຢຊູເຈົ້າຖາມວ່າ, “ເມື່ອເປັນເຊັ່ນນັ້ນ ເຈົ້າຂອງ^ສວນຈະເຮັດຢ່າງໃດ?ເພິ່ນຈະມາຂ້າຄົນເຊົ່າສວນເຫລົ່ານັ້ນເສຍ ແລະຈະເອົາສວນ^ອະງຸ່ນໃຫ້ຄົນອື່ນເຊົ່າ.
[10] ແນ່ນອນພວກເຈົ້າຍັງບໍ່ໄດ້ອ່ານພຣະຄຳພີຂໍ້ນີ້ບໍວ່າ, ‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວ ຫີນນັ້ນແຫລະ ກໍກາຍເປັນຫີນເສົາເອກ ສຳຄັນກວ່າໝູ່ໝົດ.
[11] ເລື່ອງນີ້ມາຈາກອົງພຣະ^ຜູ້^ເປັນເຈົ້າ ແລະ ເປັນການອັດສະຈັນ ແກ່ຕາຂອງ^ພວກເຮົາ.’”
[12] ຝ່າຍພວກເຂົາຈຶ່ງພະຍາຍາມຈະຈັບພຣະອົງ ເພາະພວກເຂົາຮູ້ວ່າ ພຣະອົງໄດ້ກ່າວຄຳອຸປະມານີ້ຕໍ່ສູ້ພວກຕົນ, ແຕ່ຍ້ອນຢ້ານປະຊາຊົນ ພວກເຂົາຈຶ່ງໜີໄປຈາກພຣະອົງ.
[13] ແລ້ວພວກຟາຣີຊາຍກັບພວກເຮໂຣດ ກໍໃຊ້ບາງຄົນອອກໄປຫາພຣະເຢຊູເຈົ້າ ເພື່ອຄອຍຈັບຜິດໃນຄຳເວົ້າຂອງ^ພຣະອົງ.
[14] ພວກເຂົາໄດ້ມາຫາພຣະອົງ ແລະໄດ້ເວົ້າວ່າ, “ອາຈານ^ເອີຍ ພວກຂ້ານ້ອຍຮູ້ວ່າທ່ານເປັນຜູ້ສັດຊື່ ແລະບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ທ່ານສັ່ງສອນຄວາມຈິງໃນທາງຂອງ^ພຣະເຈົ້າ ປະສົງໃຫ້ມະນຸດປະຕິບັດຕາມ ການທີ່ເສຍພາສີອາກອນໃຫ້ແກ່ກາຍຊານັ້ນ ຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສຍຫລືບໍ່?”
[15] ພຣະເຢຊູເຈົ້າຮູ້ເຖິງອຸບາຍຂອງ^ພວກເຂົາ ຈຶ່ງຕອບວ່າ, “ພວກເຈົ້າມາທົດລອງເຮົາເຮັດຫຍັງ? ຈົ່ງນຳເງິນຫລຽນໜຶ່ງມາໃຫ້ເຮົາເບິ່ງດູ.”
[16] ພວກເຂົາກໍເອົາມາໃຫ້ ແລະພຣະເຢຊູເຈົ້າຈຶ່ງຖາມວ່າ, “ຮູບແລະຄຳຈາລຶກນີ້ເປັນຂອງ^ຜູ້ໃດ?” ພວກເຂົາຕອບວ່າ, “ເປັນຂອງ^ກາຍຊາ.”
[17] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ສິ່ງທີ່ເປັນຂອງ^ກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງ^ພຣະເຈົ້າ ຈົ່ງຄືນຖວາຍແກ່ພຣະເຈົ້າ.” ເມື່ອທຸກຄົນໄດ້ຍິນຄຳຕອບຂອງ^ພຣະເຢຊູເຈົ້າແລ້ວ ຕ່າງກໍປະຫລາດ^ໃຈໃນພຣະອົງ.
[18] ແລ້ວພວກຊາດູກາຍບາງຄົນ ກໍມາຫາພຣະເຢຊູເຈົ້າ (ພວກນີ້ເຄີຍເວົ້າວ່າການຄືນມາຈາກຕາຍນັ້ນບໍ່ມີ.) ພວກເຂົາຖາມພຣະອົງວ່າ,
[19] “ອາຈານ^ເອີຍ ໂມເຊໄດ້ຂຽນເປັນຄຳສັ່ງສຳລັບພວກເຮົາວ່າ, ‘ຖ້າຊາຍຄົນໜຶ່ງຕາຍໄປ ແຕ່ເມຍຂອງ^ຜູ້ຕາຍຍັງຢູ່ໂດຍບໍ່ທັນ^ມີລູກ ກໍໃຫ້ນ້ອງຊາຍຂອງ^ຜູ້ນັ້ນເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.’
[20] ຍັງມີເຈັດຊາຍອ້າຍນ້ອງນຳກັນ, ອ້າຍກົກໄດ້ເອົາເມຍແລ້ວຕາຍໄປໂດຍບໍ່ມີລູກ.
[21] ແລ້ວນ້ອງຊາຍລາວຜູ້ທີໜຶ່ງ ກໍໄດ້ຮັບເອົາຍິງນັ້ນມາເປັນເມຍ ແລະລາວກໍຕາຍໄປອີກໂດຍບໍ່ມີລູກ ນ້ອງຊາຍລາວຜູ້ທີສອງ ກໍເຮັດເໝືອນກັບອ້າຍຂອງ^ລາວ,
[22] ອ້າຍນ້ອງທັງເຈັດໄດ້ເອົາຍິງນັ້ນມາເປັນເມຍ ແລະພວກເຂົາກໍຕາຍໄປໂດຍບໍ່ມີລູກ, ແລ້ວໃນທີ່ສຸດ ຍິງນັ້ນກໍຕາຍໄປເໝືອນກັນ.
[23] ໃນວັນທີ່ຄົນຕາຍທຸກຄົນເປັນຄືນມາສູ່ຊີວິດນັ້ນ ຍິງນີ້ຈະເປັນເມຍຂອງ^ຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນໄດ້ເປັນຜົວຂອງ^ນາງແລ້ວ.”
[24] ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເພາະຂໍ້ນີ້ແຫລະ ພວກເຈົ້າເຂົ້າໃຈຜິດສາແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດອຳນາດຂອງ^ພຣະເຈົ້າ.
[25] ດ້ວຍວ່າ, ເມື່ອຄົນຕາຍຄືນສູ່ຊີວິດນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກກັນໃຫ້ເປັນຜົວເມຍອີກ ແຕ່ພວກເຂົາຈະເປັນດັ່ງເທວະດາໃນສະຫວັນ.
[26] ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີຂອງ^ໂມເຊຈັກເທື່ອບໍ? ໃນຕອນທີ່ກ່າວເຖິງເລື່ອງພຸ່ມໄມ້ທີ່ມີໄຟລຸກໄໝ້ນັ້ນ, ມີຄຳຂຽນໄວ້ໃນພຣະຄຳພີວ່າ, ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າຂອງ^ອັບຣາຮາມ, ອີຊາກ ແລະ ຢາໂຄບ.’
[27] ພຣະອົງບໍ່ແມ່ນພຣະເຈົ້າຂອງ^ຄົນຕາຍ ແຕ່ແມ່ນພຣະເຈົ້າຂອງ^ຄົນເປັນ, ພວກເຈົ້າຫລົງຜິດໄປແລ້ວ”
[28] ມີທຳມະຈານຄົນໜຶ່ງ ໄດ້ເຂົ້າມາເຖິງໃນຂະນະທີ່ພຣະເຢຊູເຈົ້າ ແລະພວກຊາດູກາຍກຳລັງຖົກຖຽງກັນຢູ່ ລາວໄດ້ຍິນພຣະອົງຕອບພວກເຂົາໄດ້ດີ. ສະນັ້ນ ລາວຈຶ່ງຖາມພຣະອົງວ່າ, “ກົດບັນຍັດຂໍ້ໃດສຳຄັນທີ່ສຸດ ກວ່າຂໍ້ບັນຍັດທັງໝົດ?”
[29] ພຣະເຢຊູເຈົ້າຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດ ຄືດັ່ງນີ້ ‘ຊາວອິດສະຣາເອນ^ເອີຍ ຈົ່ງຟັງເທີ້ນ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ ແມ່ນພຣະເຈົ້າແຕ່ອົງດຽວ.
[30] ‘ຈົ່ງຮັກອົງພຣະ^ຜູ້^ເປັນເຈົ້າ ອົງເປັນພຣະເຈົ້າຂອງ^ເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງ^ເຈົ້າ.’
[31] ກົດບັນຍັດຂໍ້ທີສອງນັ້ນ ຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ ບໍ່ມີກົດບັນຍັດຂໍ້ໃດທີ່ສຳຄັນກວ່າສອງຂໍ້ນີ້.”
[32] ທຳມະຈານຄົນນີ້ຈຶ່ງເວົ້າຕໍ່ພຣະເຢຊູເຈົ້າວ່າ, “ດີແລ້ວອາຈານ^ເອີຍ ທີ່ທ່ານໄດ້ກ່າວນັ້ນຖືກແລ້ວທີ່ວ່າ, ແມ່ນພຣະເຈົ້າແຕ່ອົງດຽວ ແລະນອກຈາກພຣະອົງແລ້ວບໍ່ມີພຣະເຈົ້າອົງອື່ນອີກ.
[33] ແລະ ທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງຕົນ ແລະຮັກເພື່ອນບ້ານເໝືອນຮັກຕົນເອງນັ້ນ ກໍປະເສີດຫລາຍກວ່າຂອງ^ຖວາຍ ແລະເຄື່ອງເຜົາບູຊາທັງປວງ.”
[34] ເມື່ອພຣະເຢຊູເຈົ້າເຫັນວ່າ ລາວຕອບດ້ວຍຄວາມ^ສະຫລາດ ພຣະອົງຈຶ່ງບອກລາວວ່າ, “ເຈົ້າບໍ່ໄດ້ໄກຈາກອານາຈັກຂອງ^ພຣະເຈົ້າ.” ຕັ້ງແຕ່ນັ້ນມາ ບໍ່ມີຜູ້ໃດກ້າຖາມພຣະອົງອີກຕໍ່ໄປ.
[35] ເມື່ອພຣະເຢຊູເຈົ້າກຳລັງສັ່ງສອນໃນພຣະວິຫານຢູ່ນັ້ນ ພຣະອົງໄດ້ຖາມວ່າ, “ດ້ວຍເຫດໃດ ພວກທຳມະຈານຈຶ່ງເວົ້າໄດ້ວ່າ ພຣະຄຣິດເປັນເຊື້ອວົງຂອງ^ດາວິດ?
[36] ເພາະວ່າດາວິດເອງໄດ້ກ່າວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າວ່າ, ‘ອົງພຣະ^ຜູ້^ເປັນເຈົ້າກ່າວແກ່ ພຣະອົງເຈົ້າຂອງ^ຂ້ານ້ອຍວ່າ, ຈົ່ງນັ່ງເບື້ອງຂວາຂອງເຮົາ ຈົນກວ່າເຮົາໄດ້ປາບສັດຕູທັງຫລາຍຂອງ^ເຈົ້າ ໃຫ້ລົງຢູ່ໃຕ້ຕີນຂອງ^ເຈົ້າ.’
[37] ເມື່ອກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ, ‘ພຣະອົງເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງ^ດາວິດໄດ້ຢ່າງໃດ?” ປະຊາຊົນຢ່າງໜາແໜ້ນກຳລັງຟັງພຣະເຢຊູເຈົ້າສອນດ້ວຍຄວາມ^ຍິນດີ.
[38] ໃນຄຳສັ່ງສອນຂອງ^ພຣະອົງໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງລະວັງພວກທຳມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອລ່າມຍ່າງໄປມາ ແລະມັກໃຫ້ຄົນຄຳນັບໃນທີ່ຊຸມນຸມຊົນ,
[39] ພວກເຂົາມັກບ່ອນນັ່ງອັນມີກຽດໃນທຳມະສາລາ ແລະນັ່ງບ່ອນດີໆໃນງານກິນລ້ຽງ.
[40] ພວກເຂົາສໍ້ໂກງເອົາສິ່ງຂອງ ຂອງບັນດາແມ່ໝ້າຍ ແລະເຮັດທຳທ່າພາວັນນາ^ອະທິຖານໃຫ້ຍືດຍາວ ຄົນພວກນີ້ຈະຖືກໂທດໜັກທີ່ສຸດ.”
[41] ພຣະເຢຊູເຈົ້ານັ່ງຢູ່ໃກ້ຫີບຖວາຍເງິນໃນພຣະວິຫານນັ້ນ ພຣະອົງກໍສັງເກດເບິ່ງປະຊາຊົນປ່ອນເງິນລົງໃນຫີບ ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຢ່າງຫລວງຫລາຍ,
[42] ແລ້ວແມ່ໝ້າຍທີ່ຍາກຈົນຄົນໜຶ່ງ ໄດ້ເອົາຫລຽນທອງແດງສອງຫລຽນ ທີ່ມີຄ່າໜ້ອຍທີ່ສຸດມາປ່ອນລົງໃນຫີບເໝືອນກັນ.
[43] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງ^ພຣະອົງມາ ແລະກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ‘ແມ່ໝ້າຍຍາກຈົນຄົນນີ້ ໄດ້ປ່ອນເງິນລົງໃນຫີບຖວາຍ ຫລາຍກວ່າຄົນອື່ນທັງໝົດທີ່ປ່ອນໃສ່ນັ້ນ.
[44] ເພາະຄົນອື່ນນັ້ນໄດ້ເອົາເງິນທີ່ເຂົາເຫລືອໃຊ້ມາປ່ອນລົງ, ແຕ່ສ່ວນຍິງຜູ້ນີ້ຍາກຈົນທີ່ສຸດ ກໍຍັງເອົາເງິນທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ ມາປ່ອນລົງຈົນໝົດ ຄືນາງໄດ້ຖວາຍທຸກສິ່ງທີ່ນາງມີສຳລັບລ້ຽງຊີບ.’”