[1] ຕໍ່ມາ ພຣະເຢຊູເຈົ້າໄດ້ສັ່ງສອນອີກທີ່ແຄມທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ມາເຕົ້າໂຮມກັນ ແລ້ວມາຫາພຣະອົງ ຈົນພຣະອົງຂຶ້ນໄປນັ່ງຢູ່ໃນເຮືອຫ່າງຈາກຝັ່ງ, ສ່ວນປະຊາຊົນນັ້ນຢູ່ເທິງບົກຕາມແຄມຝັ່ງ.
[2] ພຣະອົງໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະໃນຕອນນີ້ພຣະອົງໄດ້ສອນໂດຍກ່າວວ່າ,
[3] “ຈົ່ງຟັງໃຫ້ດີ ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
[4] ຂະນະທີ່ເຂົາຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດຕົກຕາມຫົນທາງ ແລະຝູງນົກໄດ້ມາສັບກິນເມັດນັ້ນເສຍ.
[5] ບາງເມັດຕົກໃສ່ດິນທີ່ມີຫີນ ຄືບ່ອນທີ່ມີດິນໜ້ອຍຫີນຫລາຍ ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວ ເພາະພື້ນດິນບໍ່ເລິກ.
[6] ແລະເມື່ອແສງແດດກ້າ ພືດທີ່ຮາກບໍ່ເລິກນັ້ນ ກໍແຫ້ມແດດ ແລະຫ່ຽວແຫ້ງໄປ.
[7] ບາງເມັດຕົກໃສ່ກາງພຸ່ມໜາມ ແລ້ວພຸ່ມໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະຫຸ້ມຮັດພືດເຫລົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້.
[8] ແຕ່ບາງເມັດຕົກໃສ່ດິນດີ, ພືດກໍງອກງາມແລະຈະເລີນຂຶ້ນ ຈຶ່ງເກີດຜົນ: ສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
[9] ພຣະເຢຊູເຈົ້າຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ”
[10] ເມື່ອພຣະເຢຊູເຈົ້າຢູ່ຕາມ^ລຳພັງແລ້ວ ພວກຕິດຕາມພຣະອົງບາງຄົນ ແລະສາວົກສິບສອງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ.
[11] ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພຣະເຈົ້າໄດ້ເປີດເຜີຍໃຫ້ພວກເຈົ້າໄດ້ຮູ້ຈັກຄວາມ^ເລິກລັບແຫ່ງອານາຈັກຂອງ^ພຣະເຈົ້າ ສຳລັບຄົນຜູ້ທີ່ຢູ່ນອກ ພວກເຂົາຟັງຮູ້ທຸກຢ່າງໄດ້ໂດຍອາໄສຄຳອຸປະມາ
[12] ເພື່ອວ່າ ‘ພວກເຂົາເບິ່ງແລ້ວເບິ່ງອີກກໍຈະບໍ່ເຫັນ ຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈ ຖ້າພວກເຂົາຮູ້ ຄົງຫັນກັບຄືນ ມາຫາພຣະເຈົ້າ ແລະ ຮັບການອະໄພ.’”
[13] ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ຖ້າພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ແລ້ວ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ?
[14] ຜູ້ຫວ່ານນັ້ນ ໄດ້ແກ່ຜູ້ຫວ່ານພຣະທຳຂອງ^ພຣະເຈົ້າ.
[15] ເມັດທີ່ຕົກຕາມຖະໜົນຫົນທາງ ຄືຄົນທີ່ໄດ້ຍິນພຣະທຳນັ້ນແລ້ວ ທັນໃດນັ້ນ ມານຊາຕານກໍມາຍາດຊີງເອົາພຣະທຳທີ່ຫວ່ານໃນໃຈເຂົານັ້ນໄປເສຍ.
[16] ສ່ວນເມັດທີ່ຕົກໃສ່ດິນທີ່ມີຫີນ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳແລ້ວ ກໍຮັບເອົາໄວ້ທັນທີ ດ້ວຍຄວາມ^ຍິນດີ.
[17] ຍ້ອນບໍ່ມີຮາກໃນຕົນເອງຈຶ່ງທົນຢູ່ບໍ່ໄດ້ດົນ. ດັ່ງນັ້ນ ເມື່ອໄດ້ຮັບຄວາມ^ຍາກລຳບາກ ຫລືຖືກຂົ່ມເຫັງເພາະພຣະທຳນັ້ນ ເຂົາຈຶ່ງທໍ້ຖອຍໃຈທັນທີ.
[18] ເມັດພືດທີ່ຕົກໃສ່ກາງພຸ່ມໜາມ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳ,
[19] ແຕ່ເຂົາມີຄວາມ^ກັງວົນເຖິງຊີວິດນີ້, ການຢາກຮັ່ງ^ຢາກມີ, ຕະຫລອດທັງຄວາມ^ຕ້ອງການທຸກສິ່ງ^ທຸກຢ່າງ ໄດ້ເຂົ້າມາຫຸ້ມຮັດພຣະທຳໄວ້ ພຣະທຳຈຶ່ງບໍ່ເກີດຜົນ
[20] ສ່ວນເມັດພືດທີ່ຕົກໃສ່ດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳແລ້ວ ຕ້ອນຮັບເອົາໄວ້ຈຶ່ງເກີດຜົນສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
[21] ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ມີຜູ້ໃດທີ່ໄຕ້ໂຄມໄຟໄວ້ ແລ້ວເອົາເຂົ້າໄວ້ໃນຖັງ ຫລືເອົາວາງໄວ້ຢູ່ກ້ອງຕຽງນອນ? ບໍ່ແມ່ນເຂົາຕັ້ງໄວ້ເທິງທີ່ສູງບໍ?
[22] ສິ່ງໃດທີ່ຖືກເຊື່ອງໄວ້ຈະຖືກນຳອອກມາປາກົດໃຫ້ເຫັນ ແລະສິ່ງໃດທີ່ເປັນຄວາມ^ລັບກໍຈະຖືກນຳມາເປີດເຜີຍໃຫ້ຮູ້.
[23] ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
[24] ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງລະວັງໃນສິ່ງທີ່ພວກເຈົ້າໄດ້ຟັງ ພວກເຈົ້າຈະຕວງໃຫ້ຄົນອື່ນດ້ວຍເຄື່ອງຜອງຢ່າງໃດ, ພຣະເຈົ້າກໍຈະຕວງໃຫ້ກັບພວກເຈົ້າດ້ວຍເຄື່ອງຜອງຢ່າງນັ້ນ ທັງຈະຊົງເພີ່ມເຕີມໃຫ້ອີກ.
[25] ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວກໍຈະໄດ້ຮັບຕື່ມອີກ, ແຕ່ຜູ້ທີ່ບໍ່ມີແມ່ນແຕ່ສິ່ງທີ່ມີຢູ່ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ.”
[26] ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງ^ພຣະເຈົ້າກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ.
[27] ເຂົານອນຫລັບໃນເວລາກາງຄືນ ແລະຕື່ນຂຶ້ນໃນເວລາກາງເວັນ ພໍດີເມັດພືດນັ້ນກໍງອກ ແລະຈະເລີນເຕີບໃຫຍ່ຂຶ້ນ ແລະເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄປໄດ້ຢ່າງໃດ.
[28] ແມ່ນຜືນແຜ່ນດິນເອງທີ່ເຮັດໃຫ້ເມັດພືດງອກງາມຈົນເກີດຜົນຄື: ທຳອິດເປັນຕົ້ນອ່ອນແຕກອອກ ຕໍ່ມາ ເປັນຮວງເຂົ້າຂຽວ ແລະໃນທີ່ສຸດກໍມີເມັດຕຶ່ງເຕັມຮວງ.
[29] ຄັນເມັດເຂົ້າສຸກແລ້ວ ລາວກໍໃຊ້ຄົນໄປກ່ຽວ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ.”
[30] ພຣະເຢຊູເຈົ້າກ່າວວ່າ, “ອານາຈັກຂອງ^ພຣະເຈົ້າຈະປຽບຄືຫຍັງ? ຫລືຈະໃຊ້ຄຳອຸປະມາຢ່າງໃດເພື່ອອະທິບາຍເຖິງອານາຈັກນີ້?
[31] ກໍປຽບເໝືອນແກ່ນຜັກ^ກາດເມັດໜຶ່ງ, ເມື່ອຫວ່ານລົງໄປໃນດິນມັນກໍນ້ອຍກວ່າເມັດໃດໆທັງໝົດໃນໂລກ.
[32] ເມື່ອຫວ່ານລົງໄປແລ້ວມັນກໍປົ່ງຂຶ້ນ ແລະກາຍເປັນຕົ້ນທີ່ໃຫຍ່ກວ່າຜັກທັງປວງ ແລະແຕກກິ່ງກ້ານໃຫຍ່ອອກ ພໍທີ່ພວກນົກປ່າມາເຮັດຮັງຢູ່ໄດ້.”
[33] ພຣະເຢຊູເຈົ້າໄດ້ກ່າວພຣະທຳ ເປັນຄຳອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.
[34] ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄຳອຸປະມາເທົ່ານັ້ນ, ແຕ່ເມື່ອພຣະອົງຢູ່ຕາມ^ລຳພັງກັບສາວົກແລ້ວ, ພຣະອົງກໍອະທິບາຍທຸກໆສິ່ງສູ່ພວກເພິ່ນຟັງໂດຍ^ສະເພາະ.
[35] ຕອນຄໍ່າໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກຂອງ^ພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.”
[36] ສະນັ້ນ ພວກເພິ່ນຈຶ່ງລາປະຊາຊົນ ແລ້ວລົງໄປໃນເຮືອທີ່ພຣະເຢຊູເຈົ້ານັ່ງຢູ່ແລ້ວ ແລະພາກັນຂີ່ໄປ, ນອກນີ້ຍັງມີເຮືອລຳອື່ນອີກຫລາຍລຳໄປນຳດ້ວຍ.
[37] ແລ້ວລົມພະຍຸກໍເລີ່ມພັດມາແຮງ ແລະຟອງນໍ້າຊັດເຂົ້າເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ.
[38] ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານ^ເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຈົມນໍ້າຕາຍຢູ່ແລ້ວ.”
[39] ພຣະອົງຈຶ່ງຕື່ນຂຶ້ນມາ ແລະກ່າວແກ່ທະເລວ່າ, “ງຽບສະຫງົບແມ” ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ.
[40] ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກຂອງ^ພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?”
[41] ແຕ່ພວກເພິ່ນຕົກໃຈຢ້ານຫລາຍທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ແມ່ນແຕ່ລົມ ແລະຟອງທະເລກໍຍອມຟັງຄວາມ^ເພິ່ນ.”