Skip to content
Opens in a new window
Listen to this chapter • 4:20

[1] ບັດນີ້ ກ່ຽວກັບ​ຊັບ ຊຶ່ງ​ມີ​ການ​ແຜ່ ເພື່ອ​ສົງເຄາະ​ແກ່​ໄພ່ພົນ​ຂອງ^ພຣະເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ຄາລາເຕຍ​ປະຕິບັດ.

[2] ທຸກໆ​ວັນ​ຕົ້ນ​ອາທິດ​ໃດ ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຈັດ​ຊັບ​ໄວ້​ຕ່າງຫາກ ຕາມ​ຊັດສ່ວນ​ທີ່​ພວກເຈົ້າ​ຫາ​ມາ​ໄດ້ ແລະ​ສະສົມ​ໄວ້​ນັ້ນ ເພື່ອ​ວ່າ ເມື່ອ​ເຮົາ​ມາ​ເຖິງ​ຈະ​ບໍ່​ຕ້ອງ​ມີ​ການ​ແຜ່​ເກັບ​ເອົາ.

[3] ເມື່ອ​ເຮົາ​ມາ​ເຖິງ ເຮົາ​ຈະ​ມອບ​ຈົດໝາຍ​ແນະນຳ​ຕົວ​ໃຫ້​ແກ່​ບັນດາ​ຜູ້​ທີ່​ພວກເຈົ້າ​ເຫັນຊອບ ແລະ​ໃຊ້​ພວກເຂົາ​ນຳ​ຊັບ​ຊຶ່ງ​ພີ່ນ້ອງ​ຖວາຍ​ນັ້ນ ໄປ​ຍັງ​ນະຄອນ​ເຢຣູຊາເລັມ.

[4] ຖ້າ​ເຫັນ​ສົມຄວນ​ໃຫ້​ເຮົາ​ເອງ​ໄປ ຄົນ​ເຫລົ່ານັ້ນ​ກໍ​ຈະ​ໄປ​ກັບ​ເຮົາ.

[5] ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເມື່ອ​ເຮົາ​ໄດ້​ຜ່ານ​ແຂວງ​ມາເກໂດເນຍ ເພາະວ່າ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຜ່ານ​ແຂວງ​ນັ້ນ.

[6] ເຮົາ​ອາດ​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເຫິງເຕີບ​ກໍ​ເປັນ​ໄດ້ ບາງທີ​ຈົນ​ໝົດ​ລະດູ​ໜາວ ແລ້ວ​ເຮົາ​ຈະ​ໄປ​ທາງ​ໃດ ພວກເຈົ້າ​ກໍ​ຈັດສົ່ງ​ເຮົາ​ໄປ​ທາງ​ນັ້ນ.

[7] ເຮົາ​ຢາກ​ພົບ​ພວກເຈົ້າ ບໍ່ແມ່ນ​ພຽງແຕ່​ເມື່ອ​ຜ່ານ​ໄປ​ເທົ່ານັ້ນ ຖ້າ​ອົງພຣະ^ຜູ້^ເປັນເຈົ້າ​ເຫັນຊອບ ເຮົາ​ຫວັງ​ທີ່​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ເຫິງ​ສົມຄວນ.

[8] ແຕ່​ເຮົາ​ຈະ​ພັກ​ຢູ່​ທີ່​ເມືອງ​ເອເຟໂຊ ຈົນເຖິງ​ເທດສະການ​ເພັນເຕຄໍສະເຕ.

[9] ຢູ່​ໃນ​ເມືອງ​ນີ້ ເຮົາ​ມີ​ໂອກາດ​ອັນ​ດີທີ່ສຸດ​ສຳລັບ​ດຳເນີນ​ພາລະກິດ​ອັນ​ຍິ່ງໃຫຍ່, ເຖິງ​ແມ່ນ​ວ່າ ມີ​ຜູ້​ຕໍ່ຕ້ານ​ຈຳນວນ​ຫລວງຫລາຍ​ກໍຕາມ.

[10] ຖ້າ​ຕີໂມທຽວ​ມາ​ຫາ​ພວກເຈົ້າ ກໍ​ໃຫ້​ພວກເຈົ້າ​ຕ້ອນຮັບ​ລາວ​ໄວ້​ນຳ​ພວກເຈົ້າ​ຢ່າງ​ເປັນ​ກັນ​ເອງ ເພາະ​ລາວ​ກໍ​ດຳເນີນ​ພາລະກິດ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.

[11] ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ລາວ, ແຕ່​ໃຫ້​ພວກເຈົ້າ​ຊ່ວຍ​ລາວ​ເດີນທາງ​ໄປ​ຕໍ່​ຢ່າງ​ສັນຕິສຸກ ເພື່ອ​ວ່າ​ລາວ​ຈະ​ກັບ​ມາ​ຮອດ​ເຮົາ ເພາະ​ເຮົາ​ກຳລັງ​ລໍ​ຖ້າ​ລາວ​ຢູ່​ພ້ອມ​ກັບ​ພວກ​ພີ່ນ້ອງ.

[12] ບັດນີ້ ກ່ຽວກັບ​ອາໂປໂລ ຜູ້​ເປັນ​ພີ່ນ້ອງ​ນັ້ນ ເຮົາ​ໄດ້​ຊູໃຈ​ລາວ​ຢູ່​ສະເໝີ ໃຫ້​ມາ​ຢ້ຽມຢາມ​ພວກເຈົ້າ​ກັບ​ພີ່ນ້ອງ​ຄົນອື່ນໆ, ແຕ່​ລາວ​ຍັງ​ບໍ່​ໃຫ້​ຄຳ​ໝັ້ນໃຈ​ຢ່າງ​ຄັກແນ່ ວ່າ​ຈະ​ໄປ​ໃນ​ເວລາ​ນີ້, ເມື່ອ​ລາວ​ມີ​ໂອກາດ​ແລ້ວ​ຈຶ່ງ​ຈະ​ໄປ.

[13] ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.

[14] ຈົ່ງ​ເຮັດ​ທຸກສິ່ງ​ທຸກຢ່າງ​ດ້ວຍ​ຄວາມຮັກ.

[15] ພວກເຈົ້າ​ກໍ​ຮູ້​ສະເຕຟານາ​ກັບ​ຄອບຄົວ​ຂອງ^ລາວ ພວກເຂົາ​ເປັນ​ຊາວ​ຄຣິສຕຽນ​ພວກ​ທຳອິດ​ຢູ່​ໃນ​ແຂວງ​ອະຂາຢາ ແລະ​ໄດ້​ອຸທິດ​ຕົວ​ພວກເຂົາ​ເອງ​ໃນ​ການ​ບົວລະບັດ​ຮັບໃຊ້​ໄພ່ພົນ​ຂອງ^ພຣະເຈົ້າ,

[16] ພີ່ນ້ອງ​ທັງຫລາຍ^ເອີຍ ເຮົາ​ຂໍ​ຕັກເຕືອນ​ພວກເຈົ້າ ໃຫ້​ຢູ່​ໃຕ້​ການນຳພາ​ຂອງ^ຄົນ​ເຫລົ່ານີ້ ແລະ​ຂອງ^ທຸກຄົນ​ທີ່​ຮ່ວມ​ງານ ແລະ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ^ລຳບາກ​ຮ່ວມ​ກັບ​ພວກເຂົາ.

[17] ເຮົາ​ດີໃຈ​ທີ່​ສະເຕຟານາ ຟອກຕູນາໂຕ ແລະ ອະຂາອີໂກ​ໄດ້​ມາ​ຍັງ​ທີ່​ນີ້ ພວກເຂົາ​ໄດ້​ເຮັດ​ແທນ​ໃຫ້​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ຂາດ​ຢູ່.

[18] ແລະ​ພວກເຂົາ​ໄດ້​ຊູໃຈ​ເຮົາ​ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຊູໃຈ​ພວກເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ຮັບ​ຮູ້​ຄຸນຄ່າ​ຂອງ^ຄົນ​ເຫລົ່ານັ້ນ.

[19] ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ ສົ່ງ​ຄວາມ^ຄິດເຖິງ​ຂອງ^ພວກເຂົາ​ມາ​ຍັງ​ພວກເຈົ້າ, ອາກີລາ​ກັບ​ປີຊະກີລາ​ພ້ອມ​ດ້ວຍ​ຄຣິສຕະຈັກ ທີ່​ປະຊຸມ​ກັນ​ຢູ່​ໃນ​ເຮືອນ​ຂອງ^ພວກເຂົາ ກໍ​ສົ່ງ​ຄວາມ^ຄິດເຖິງ​ອັນ​ອົບອຸ່ນ​ໃນ​ອົງພຣະ^ຜູ້^ເປັນເຈົ້າ ມາ​ເຖິງ​ພວກເຈົ້າ​ດ້ວຍ.

[20] ພີ່ນ້ອງ​ທຸກຄົນ​ໃນ​ທີ່​ນີ້ ກໍ​ຝາກ​ຄວາມ^ຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ປາໄສ​ກັນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.

[21] ເຮົາ​ຂຽນ​ຂໍ້ຄວາມ^ຕໍ່ໄປນີ້​ດ້ວຍ​ມື​ຂອງເຮົາ​ເອງ ດ້ວຍ​ຄວາມ^ຄິດເຖິງ ຈາກ​ໂປໂລ.

[22] ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ^ຜູ້^ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ^ຜູ້^ເປັນເຈົ້າ​ຂອງ^ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.

[23] ຂໍ​ໃຫ້​ພຣະຄຸນ​ຂອງ^ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.

[24] ຂໍ​ໃຫ້​ຄວາມຮັກ​ຂອງເຮົາ ຈົ່ງ​ດຳລົງ​ຢູ່​ໃນ​ພວກເຈົ້າ​ທຸກຄົນ​ໃນ​ພຣະຄຣິດເຈົ້າ^ເຢຊູ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

1 ໂກຣິນໂທ — Chapters