Skip to content
Opens in a new window
Listen to this chapter • 5:42

[1] ພີ່ນ້ອງ​ທັງຫລາຍ^ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ຂອງ^ປະທານ ຊຶ່ງ​ມາ​ຈາກ​ພຣະວິນຍານ​ນັ້ນ.

[2] ເຈົ້າ^ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ແຕ່​ກ່ອນ ເມື່ອ​ພວກເຈົ້າ​ຍັງ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຖືກ​ຊັກນຳ​ໃຫ້​ຫລົງ​ໄປ​ຫາ​ຮູບເຄົາຣົບ​ທີ່​ປາກ​ບໍ່​ເປັນ ຕາມ​ທີ່​ມີ​ຜູ້​ຊັກນຳ​ໄປ​ນັ້ນ.

[3] ເຫດສະນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ດອກ ທີ່​ມີ​ພຣະວິນຍານ​ຂອງ^ພຣະເຈົ້າ ຈະ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ດ່າ” ແລະ​ບໍ່ມີ​ຜູ້ໃດ​ດອກ​ອາດ​ເວົ້າ​ໄດ້​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ^ຜູ້^ເປັນເຈົ້າ” ເວັ້ນ​ໄວ້​ແຕ່​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.

[4] ຂອງ​ປະທານ​ຈາກ​ພຣະວິນຍານ​ນັ້ນ ມີ​ຢູ່​ຫລາຍ​ຢ່າງ​ດ້ວຍ​ກັນ, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.

[5] ງານ​ຮັບໃຊ້​ມີ​ຫລາຍ​ຢ່າງ​ຕ່າງ​ກັນ ແຕ່​ມີ​ອົງພຣະ^ຜູ້^ເປັນເຈົ້າ​ອົງ​ດຽວກັນ.

[6] ຄວາມ^ສາມາດ​ໃນ​ການ​ດຳເນີນ​ງານ​ມີ​ຫລາຍ​ຢ່າງ​ຕ່າງ​ກັນ, ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວກັນ ທີ່​ໃຫ້​ຄວາມ^ສາມາດ​ແກ່​ທຸກຄົນ ສຳລັບ​ງານ​ທີ່​ເຂົາ​ຮັບໃຊ້​ນັ້ນ.

[7] ການ​ສຳແດງ​ຂອງ^ພຣະວິນຍານ​ມີ​ຢູ່​ໃນ​ແຕ່ລະຄົນ ເພື່ອ​ປະໂຫຍດ​ຮ່ວມ​ກັນ.

[8] ພຣະເຈົ້າ​ຊົງ​ປະທານ​ໂດຍ​ທາງ​ພຣະວິນຍານ ໃຫ້​ຄົນ​ໜຶ່ງ​ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ວິຊາ​ຄວາມຮູ້, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.

[9] ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມເຊື່ອ ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຣິດອຳນາດ​ໃຫ້​ຄົນ​ດີ​ພະຍາດ ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວ.

[10] ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ^ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ^ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ^ສາມາດ​ແປ​ພາສາ​ແປກໆ.

[11] ສິ່ງສາລະພັດ​ເຫລົ່ານີ້ ແມ່ນ​ພຣະວິນຍານ​ອົງ​ດຽວກັນ​ຊົງ​ບັນດານ ແລະ​ປະທານ​ແກ່​ທຸກຄົນ​ຕາມ​ນໍ້າພຣະໄທ​ຂອງ^ພຣະອົງ.

[12] ເຖິງ​ວ່າ​ຮ່າງກາຍ​ເປັນ​ອັນ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ ແລະ​ອະໄວຍະວະ​ເຫລົ່ານັ້ນ ແມ່ນ​ຈະ​ມີ​ຫລາຍ​ສ່ວນ ກໍ​ຍັງ​ເປັນ​ກາຍ​ດຽວກັນ​ສັນໃດ ພຣະຄຣິດ​ກໍ​ຊົງ​ເປັນ​ສັນນັ້ນ.

[13] ເພາະວ່າ ເຖິງ​ແມ່ນ​ພວກເຮົາ​ຈະ​ເປັນ​ຊາດ​ຢິວ ຫລື​ຄົນຕ່າງຊາດ​ກໍດີ ເປັນ​ຂ້ອຍຂ້າ ຫລື​ເປັນ​ອິດສະຫລະ​ກໍດີ, ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິສະມາ ໂດຍ​ພຣະວິນຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວກັນ ແລະ​ພຣະວິນຍານ​ອົງ​ດຽວ ເປັນ​ເໝືອນ​ນໍ້າ​ທີ່​ປະທານ​ໃຫ້​ເຮົາ​ທຸກຄົນ​ໄດ້​ດື່ມ.

[14] ດ້ວຍວ່າ, ຮ່າງກາຍ​ບໍ່ໄດ້​ປະກອບ​ດ້ວຍ​ອະໄວຍະວະ​ອັນ​ດຽວ ແຕ່​ໄດ້​ປະກອບ​ດ້ວຍ​ອະໄວຍະວະ​ຫລາຍ​ອັນ.

[15] ຖ້າ​ຕີນ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່ໄດ້​ເປັນ​ມື ຂ້ອຍ​ຈຶ່ງ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ^ຮ່າງກາຍ​ນັ້ນ.” ແລ້ວ​ຕີນ​ຈະ​ບໍ່​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ^ຮ່າງກາຍ ເພາະ​ເຫດ​ທີ່​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່ໄດ້.

[16] ຖ້າ​ຫູ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່ແມ່ນ​ຕາ ຂ້ອຍ​ຈຶ່ງ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ^ຮ່າງກາຍ​ນັ້ນ.” ຫູ​ຈະ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ^ຮ່າງກາຍ ເພາະ​ເຫດ​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່ໄດ້.

[17] ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍເປັນ​ຕາ ການ​ໄດ້ຍິນ​ຈະ​ຢູ່​ໃສ? ຖ້າ​ຮ່າງກາຍ​ທັງໝົດ​ເປັນ​ຫູ ການ​ດົມ​ກິ່ນ​ຈະ​ຢູ່​ໃສ?

[18] ທີ່​ຈິງ​ແລ້ວ ພຣະເຈົ້າ​ໄດ້​ຕັ້ງ​ອະໄວຍະວະ​ແຕ່ລະ​ພາກ​ສ່ວນ​ໄວ້​ຢູ່​ໃນ​ຮ່າງກາຍ ຕາມ​ທີ່​ພຣະອົງ​ຊົງ​ພໍພຣະໄທ.

[19] ຖ້າ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ເປັນ​ອັນ​ດຽວກັນ ຮ່າງກາຍ​ຈະ​ມີ​ຢູ່​ໃສ?

[20] ທີ່​ຈິງ ມີ​ອະໄວຍະວະ​ຫລາຍ​ພາກ​ສ່ວນ ແຕ່​ຍັງ​ເປັນ​ຮ່າງກາຍ​ອັນ​ດຽວກັນ.

[21] ຕາ​ຈະ​ເວົ້າ​ແກ່​ມື​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ” ກໍ​ບໍ່ໄດ້ ຫລື​ຫົວ​ຈະ​ເວົ້າ​ແກ່​ຕີນ​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ.” ກໍ​ບໍ່ໄດ້.

[22] ທີ່​ຈິງ ອະໄວຍະວະ​ສ່ວນ​ທີ່​ເຮົາ​ເຫັນ​ວ່າ​ອ່ອນແອ ເຮົາ​ກໍ​ຂາດ​ເສຍ​ບໍ່ໄດ້.

[23] ແລະ​ອະໄວຍະວະ​ສ່ວນ​ທີ່​ເຮົາ​ຖື​ວ່າ​ມີ​ກຽດ​ນ້ອຍ ເຮົາ​ກໍ​ຍັງ​ເຮັດ​ໃຫ້​ມີ​ກຽດ​ຫລາຍ​ຂຶ້ນ ແລະ​ອະໄວຍະວະ​ສ່ວນ​ທີ່​ບໍ່​ໜ້າເບິ່ງ​ນັ້ນ ເຮົາ​ກໍ​ເຮັດ​ໃຫ້​ເປັນ​ໜ້າເບິ່ງ​ຫລາຍ​ຂຶ້ນ.

[24] ແລະ​ອະໄວຍະວະ​ສ່ວນ​ທີ່​ໜ້າຊົມ​ຢູ່​ແລ້ວ ກໍ​ບໍ່​ຈຳເປັນ​ຕ້ອງ​ຕົບແຕ່ງ​ອະໄວຍະວະ​ສ່ວນ​ນັ້ນ​ອີກ ພຣະເຈົ້າ​ເອງ​ເປັນ​ຜູ້​ຈັດວາງ​ຮ່າງກາຍ​ເຂົ້າ​ກັນ​ຢ່າງ​ນັ້ນ ຊົງ​ໃຫ້​ອະໄວຍະວະ​ທີ່​ຕໍ່າຕ້ອຍ ໄດ້​ຮັບ​ຄວາມນັບຖື​ຫລາຍ​ຂຶ້ນ.

[25] ເພື່ອ​ບໍ່​ໃຫ້​ມີ​ການ​ຍາດແຍ່ງ​ກັນ​ໃນ​ຮ່າງກາຍ ແຕ່​ໃຫ້​ທຸກ​ພາກສ່ວນ​ຫ່ວງໃຍ​ຊຶ່ງກັນແລະກັນ.

[26] ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ເຈັບ ອະໄວຍະວະ​ທັງໝົດ​ກໍ​ເຈັບ​ດ້ວຍກັນ ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ ອະໄວຍະວະ​ທັງໝົດ​ກໍ​ຊົມຊື່ນ^ຍິນດີ​ດ້ວຍ​ກັນ.

[27] ຝ່າຍ​ເຈົ້າ^ທັງຫລາຍ​ເປັນ​ພຣະກາຍ​ຂອງ^ພຣະຄຣິດ ແລະ​ທຸກຄົນ​ເປັນ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ^ພຣະກາຍ​ນັ້ນ.

[28] ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້^ປະກາດ^ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ^ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.

[29] ບໍ່ແມ່ນ​ທຸກຄົນ​ທີ່​ເປັນ​ອັກຄະສາວົກ ຫລື​ເປັນ​ຜູ້^ປະກາດ^ພຣະທຳ ຫລື​ເປັນ​ຄູ ອາຈານ ບໍ່ແມ່ນ​ທຸກຄົນ​ທີ່​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ໄດ້

[30] ຫລື​ເຮັດ​ໃຫ້​ດີ​ພະຍາດ​ໄດ້ ຫລື​ເວົ້າ​ພາສາ​ແປກໆ​ໄດ້ ຫລື​ແປ​ພາສາ​ນັ້ນ​ໄດ້.

[31] ແຕ່​ເຈົ້າ^ທັງຫລາຍ ຈົ່ງ​ຮ້ອນໃຈ​ສະແຫວງ​ຫາ​ຂອງ^ພຣະຣາຊທານ​ອັນ​ສຳຄັນ​ກວ່າ​ນັ້ນ. ແລະ​ເຮົາ​ຈະ​ສຳແດງ​ທາງ​ອັນ​ດີ​ຫລາຍກວ່າ​ນັ້ນ​ອີກ ແກ່​ພວກເຈົ້າ.

1 ໂກຣິນໂທ — Chapters