[1] ເຮົາບໍ່ມີເສລີພາບບໍ? ເຮົາບໍ່ໄດ້ເປັນອັກຄະສາວົກບໍ? ເຮົາບໍ່ໄດ້ເຫັນພຣະເຢຊູເຈົ້າ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາບໍ? ແລະພວກເຈົ້າບໍ່ແມ່ນຜົນງານຂອງເຮົາໃນອົງພຣະ^ຜູ້^ເປັນເຈົ້າບໍ?
[2] ຖ້າເຮົາບໍ່ໄດ້ເປັນອັກຄະສາວົກໃນສາຍຕາຂອງ^ຄົນອື່ນ ຢ່າງໜ້ອຍ ເຮົາກໍເປັນອັກຄະສາວົກໃນສາຍຕາຂອງ^ເຈົ້າ^ທັງຫລາຍ ເພາະວ່າເຈົ້າ^ທັງຫລາຍ ຄືກາປະຈຳຕຳແໜ່ງອັກຄະສາວົກຂອງເຮົາ ໃນອົງພຣະ^ຜູ້^ເປັນເຈົ້າ.
[3] ຖ້າຜູ້ໃດສອບສວນເຮົາ ເຮົາກໍກ່າວປ້ອງກັນຕົວດັ່ງນີ້ວ່າ:
[4] ເຮົາບໍ່ມີສິດທີ່ຈະກິນແລະດື່ມບໍ?
[5] ເຮົາບໍ່ມີສິດທີ່ຈະພາເມຍທີ່ເປັນຄຣິສຕຽນເດີນທາງໄປມາດ້ວຍກັນ ເໝືອນດັ່ງອັກຄະສາວົກຄົນອື່ນໆ ແລະເໝືອນດັ່ງນ້ອງຊາຍຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລະເໝືອນດັ່ງເປໂຕນັ້ນບໍ?
[6] ຫລືວ່າມີແຕ່ບາຣະນາບາກັບເຮົາເທົ່ານັ້ນບໍ? ທີ່ຕ້ອງເຮັດວຽກເພື່ອລ້ຽງຊີບ.
[7] ມີທະຫານຄົນໃດແດ່ ທີ່ຮັບໃຊ້ໃນກອງທັບແລ້ວ ຕ້ອງເສຍຄ່າໃຊ້ຈ່າຍຂອງ^ຕົນເອງ? ມີຄົນໃດແດ່ ທີ່ເຮັດສວນ^ອະງຸ່ນແລ້ວ ບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຄົນໃດແດ່ ທີ່ລ້ຽງແກະແລ້ວ ບໍ່ໄດ້ກິນນໍ້ານົມຈາກຝູງແກະນັ້ນ?
[8] ເຮົາກ່າວເຊັ່ນນີ້ ຕາມຄວາມ^ເຫັນຢ່າງມະນຸດເທົ່ານັ້ນບໍ? ກົດບັນຍັດບໍ່ໄດ້ກ່າວຢ່າງນີ້ເໝືອນກັນບໍ?
[9] ພວກເຮົາໄດ້ອ່ານໃນກົດບັນຍັດຂອງ^ໂມເຊວ່າ, “ຢ່າເອົາກະສອບໃສ່ປາກງົວ ເມື່ອມັນຢຽບເຂົ້າ.” ພຣະເຈົ້າຫ່ວງໃຍນຳງົວຊັ້ນບໍ?
[10] ພຣະອົງບໍ່ໄດ້ຊົງກ່າວຢ່າງຈະແຈ້ງ ເພື່ອປະໂຫຍດສຳລັບພວກເຮົາບໍ? ແນ່ນອນຂໍ້ຄວາມ^ເຫລົ່ານັ້ນ ໄດ້ຂຽນໄວ້ເພື່ອປະໂຫຍດສຳລັບພວກເຮົາ ຄົນທີ່ໄຖນາກັບຄົນທີ່ຟາດເຂົ້າ ເຮັດວຽກຂອງ^ເຂົາໂດຍຫວັງວ່າ ເຂົາຈະໄດ້ຮັບສ່ວນແບ່ງແຫ່ງຜົນລະປູກຂອງຕົນ.
[11] ຖ້າພວກເຮົາໄດ້ຫວ່ານແນວປູກຝ່າຍຈິດວິນຍານໃຫ້ພວກເຈົ້າແລ້ວ ພວກເຮົາຈະເກັບກ່ຽວຝ່າຍເນື້ອກາຍຈາກພວກເຈົ້າ ເປັນການໜັກໜາເກີນໄປບໍ?
[12] ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດຈາກພວກເຈົ້າ ພວກເຮົາກໍມີສິດຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງປານນັ້ນ ພວກເຮົາກໍບໍ່ໄດ້ໃຊ້ສິດນັ້ນ ແຕ່ພວກເຮົາກັບຍອມທົນຕໍ່ທຸກສິ່ງ ເພື່ອຈະບໍ່ເປັນເຫດຂັດຂວາງການປະກາດຂ່າວປະເສີດ.
[13] ແນ່ນອນພວກເຈົ້າກໍຮູ້ວ່າ ຜູ້ທີ່ເຮັດວຽກໃນພຣະວິຫານ ກໍໄດ້ອາຫານຈາກພຣະວິຫານ ແລະຜູ້ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ຮັບສ່ວນແບ່ງຂອງ^ເຄື່ອງຖວາຍນັ້ນ.
[14] ໃນທຳນອງ^ດຽວກັນ ອົງພຣະ^ຜູ້^ເປັນເຈົ້າໄດ້ສັ່ງວ່າ, ຜູ້ທີ່ປະກາດຂ່າວປະເສີດ ກໍຄວນໄດ້ຮັບການລ້ຽງດູ ຈາກການປະກາດຂ່າວປະເສີດນັ້ນ.
[15] ແຕ່ເຮົາບໍ່ໄດ້ໃຊ້ສິດເຫລົ່ານັ້ນຈັກຢ່າງ ທີ່ເຮົາຂຽນເຖິງເລື່ອງນີ້ ບໍ່ແມ່ນເພື່ອຈະໃຫ້ເຂົາເຮັດຢ່າງນັ້ນແກ່ເຮົາ. ດ້ວຍວ່າ, ເຮົາຍອມຕາຍເສຍກໍດີກວ່າ ທີ່ຈະເຮັດຢ່າງນັ້ນ ຢ່າໃຫ້ຜູ້ໃດທຳລາຍເຫດແຫ່ງການອວດອ້າງຂອງເຮົາ.
[16] ເພາະການທີ່ເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ມີເຫດທີ່ຈະອວດອ້າງໄດ້ ເພາະຄວາມ^ຈຳເປັນໄດ້ຕົກໃສ່ເຮົາ ວິບັດຈະເກີດມີແກ່ເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ.
[17] ຖ້າເຮົາເຮັດການນັ້ນດ້ວຍໃຈສະໝັກ ເຮົາກໍຈະໄດ້ບຳເໜັດ, ແຕ່ຖ້າເຮົາບໍ່ສະໝັກໃຈ ກໍຍັງເປັນການທີ່ມອບໄວ້ໃຫ້ເຮົາເຮັດຢູ່.
[18] ແລ້ວບຳເໜັດຂອງເຮົານັ້ນຄືອັນໃດ? ຄື ເມື່ອເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ໄດ້ຄິດຄ່າ ແລະບໍ່ໄດ້ໃຊ້ສິດຂອງເຮົາໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ.
[19] ເຖິງແມ່ນວ່າ, ເຮົາບໍ່ໄດ້ຢູ່ໃຕ້ບັງຄັບຂອງ^ຜູ້ໃດ ເຮົາກໍຍັງຍອມຕົວເປັນຜູ້ຮັບໃຊ້ຂອງ^ຄົນທັງປວງ ເພື່ອຈະໄດ້ນຳຄົນຈຳນວນຫລວງຫລາຍມາເປັນສິດ.
[20] ເມື່ອເຮັດກັບຄົນຢິວເຮົາກໍໃຊ້ຊີວິດດັ່ງຄົນຢິວ ເພື່ອຈະໄດ້ໃຈຄົນຢິວ ເຖິງແມ່ນເຮົາເອງບໍ່ຢູ່ໃຕ້ກົດບັນຍັດກໍຕາມ ເຮົາກໍໃຊ້ຊີວິດດັ່ງຄົນທີ່ຢູ່ໃຕ້ກົດບັນຍັດ ເພື່ອຈະໄດ້ໃຈຄົນເຫລົ່ານີ້.
[21] ຕໍ່ຄົນທີ່ຢູ່ນອກກົດບັນຍັດ ເຮົາກໍເຮັດເໝືອນຄົນທີ່ຢູ່ນອກກົດບັນຍັດ (ເຖິງແມ່ນເຮົາບໍ່ຢູ່ນອກກົດບັນຍັດຂອງ^ພຣະເຈົ້າກໍດີ ແຕ່ເຮົາຢູ່ໃຕ້ກົດບັນຍັດຂອງ^ພຣະຄຣິດ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ນອກກົດບັນຍັດນັ້ນ.
[22] ຕໍ່ຄົນທີ່ອ່ອນໃນຄວາມເຊື່ອ ເຮົາກໍເຮັດເໝືອນຄົນອ່ອນແອ ດັ່ງຜູ້ໜຶ່ງໃນພວກເຂົາ ເພື່ອຈະໄດ້ໃຈຄົນອ່ອນແອ ດັ່ງນັ້ນ ເຮົາຈຶ່ງຍອມເປັນຄົນທຸກຊະນິດ ເພື່ອຈະໄດ້ຊ່ວຍບາງຄົນໃຫ້ພົ້ນ ດ້ວຍທຸກວິທີທາງທີ່ເຮົາອາດເຮັດໄດ້.
[23] ເຮົາເຮັດສິ່ງທັງໝົດທີ່ໄດ້ກ່າວມານັ້ນ ເພາະເຫັນແກ່ຂ່າວປະເສີດ ເພື່ອເຮົາຈະໄດ້ຮັບສ່ວນໃນຂ່າວປະເສີດນັ້ນ.
[24] ເຈົ້າ^ທັງຫລາຍບໍ່ຮູ້ບໍວ່າ, ໃນການແລ່ນແຂ່ງຂັນກັນນັ້ນ ກໍແລ່ນດ້ວຍກັນທຸກຄົນ, ແຕ່ມີຄົນດຽວເທົ່ານັ້ນ ທີ່ໄດ້ຮັບລາງວັນ. ດັ່ງນັ້ນ ຈົ່ງແລ່ນເພື່ອຊີງເອົາລາງວັນໃຫ້ໄດ້.
[25] ຝ່າຍນັກກິລາທຸກຄົນທີ່ຝຶກຊ້ອມ ຕ່າງກໍຢູ່ໃນລະບຽບວິໄນຢ່າງເຄັ່ງຄັດ ເພື່ອພວກເຂົາຈະໄດ້ມົງກຸດທີ່ຫ່ຽວແຫ້ງໄປ ແຕ່ພວກເຮົາເຮັດການນັ້ນ ເພື່ອຈະໄດ້ມົງກຸດທີ່ບໍ່ມີວັນຫ່ຽວແຫ້ງ.
[26] ດ້ວຍເຫດນັ້ນ ເຮົາຈຶ່ງແລ່ນແຂ່ງຂັນກັນໂດຍມີເປົ້າໝາຍ, ເຮົາບໍ່ໄດ້ຕໍ່ສູ້ເໝືອນດັ່ງນັກມວຍທີ່ຊົກລົມ.
[27] ແຕ່ເຮົາທຸບຕີຮ່າງກາຍຂອງເຮົາໃຫ້ມັນແຂງຢູ່ຄາມື ເພາະຢ້ານວ່າເມື່ອເຮົາໄດ້ປະກາດແກ່ຄົນອື່ນແລ້ວ ເຮົາເອງຈະຖືກຂ້າຊື່ອອກຈາກການແຂ່ງຂັນນັ້ນ.