[1] ບັດນີ້ພີ່ນ້ອງທັງຫລາຍ^ເອີຍ, ເຮົາຂໍໃຫ້ພວກເຈົ້າຄຳນຶງເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າ ຊຶ່ງພວກເຈົ້າໄດ້ຮັບເອົາໄວ້ ແລະຕັ້ງຢູ່ໃນຂ່າວປະເສີດນັ້ນ.
[2] ແລະຊຶ່ງເປັນເຫດທີ່ກຳລັງເຮັດໃຫ້ເຈົ້າ^ທັງຫລາຍໄດ້ພົ້ນ ຖ້າພວກເຈົ້າຍັງຢຶດຖືຂໍ້ຄວາມທີ່ເຮົາໄດ້ປະກາດເປັນຂ່າວປະເສີດໃຫ້ແກ່ພວກເຈົ້ານັ້ນ, ເວັ້ນເສຍແຕ່ພວກເຈົ້າຫາກເຊື່ອຢ່າງບໍ່ຈິງໃຈ.
[3] ເລື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ມອບໄວ້ແກ່ເຈົ້າ^ທັງຫລາຍເປັນເລື່ອງສຳຄັນທີ່ສຸດຄືວ່າ, ພຣະຄຣິດຊົງສິ້ນພຣະຊົນແທນຄວາມ^ຜິດບາບຂອງ^ເຮົາ^ທັງຫລາຍ ຕາມທີ່ມີຂຽນໄວ້ໃນພຣະຄຳພີ,
[4] ແລະພຣະອົງໄດ້ຖືກຝັງໄວ້ ແລະໃນວັນຖ້ວນສາມ ໄດ້ຖືກຊົງບັນດານໃຫ້ເປັນຄືນມາສູ່ຊີວິດ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ;
[5] ພຣະອົງໄດ້ປາກົດແກ່ເປໂຕ ແລະໄດ້ປາກົດແກ່ອັກຄະສາວົກສິບສອງຄົນດ້ວຍ.
[6] ຕໍ່ມາ ພຣະອົງກໍໄດ້ປາກົດແກ່ພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນໃນຄັ້ງດຽວ ຊຶ່ງສ່ວນຫລາຍຍັງມີຊີວິດຢູ່, ແຕ່ບາງຄົນໄດ້ຕາຍໄປແລ້ວ.
[7] ຕໍ່ມາອີກ ພຣະອົງໄດ້ປາກົດແກ່ຢາໂກໂບ ແລະຫລັງຈາກນັ້ນ ກໍໄດ້ປາກົດແກ່ພວກອັກຄະສາວົກທຸກຄົນ.
[8] ໃນທີ່ສຸດ ພຣະອົງໄດ້ປາກົດແກ່ເຮົາ ຜູ້ເປັນເໝືອນລູກທີ່ເກີດຜິດຍາມ.
[9] ດ້ວຍວ່າ, ເຮົາເປັນຜູ້ນ້ອຍທີ່ສຸດ ໃນບັນດາອັກຄະສາວົກທຸກຄົນ ເຮົາຈຶ່ງບໍ່ສົມຄວນໃຫ້ຄົນເອີ້ນເຮົາວ່າ, ອັກຄະສາວົກ ເພາະເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງ^ພຣະເຈົ້າ.
[10] ແຕ່ໂດຍພຣະຄຸນຂອງ^ພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງ^ພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.
[11] ເຫດສະນັ້ນ^ແຫລະ ບໍ່ວ່າສິ່ງນັ້ນມາຈາກເຮົາ ຫລືມາຈາກພວກເຂົາກໍດີ ພວກເຮົາທຸກຄົນຕ່າງກໍປະກາດຢ່າງນັ້ນ ແລະພວກເຈົ້າກໍເຊື່ອຢ່າງນັ້ນ.
[12] ບັດນີ້ ໃນເມື່ອມີການປະກາດທົ່ວໄປວ່າ, ພຣະຄຣິດຊົງເປັນຄືນມາຈາກຕາຍແລ້ວ, ດ້ວຍເຫດໃດບາງຄົນໃນພວກເຈົ້າຈຶ່ງເວົ້າວ່າ, ບໍ່ມີການເປັນຄືນມາຈາກຕາຍ?
[13] ຖ້າບໍ່ມີການເປັນຄືນມາຈາກຕາຍ ພຣະຄຣິດກໍບໍ່ໄດ້ຖືກຊົງບັນດານໃຫ້ຄືນຂຶ້ນມາ
[14] ຖ້າພຣະຄຣິດບໍ່ໄດ້ຊົງຄືນພຣະຊົນແລ້ວ ການປະກາດຂອງ^ພວກເຮົາກໍບໍ່ມີປະໂຫຍດ ແລະຄວາມເຊື່ອຂອງ^ພວກເຈົ້າ ກໍບໍ່ມີປະໂຫຍດເໝືອນກັນ.
[15] ນອກຈາກນັ້ນກໍສະແດງວ່າ, ພວກເຮົາເວົ້າຕົວະໃນເລື່ອງພຣະເຈົ້າ ເພາະພວກເຮົາໄດ້ກ່າວວ່າ, ພຣະເຈົ້າໄດ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາຈາກຕາຍ ແຕ່ຖ້າຄົນຕາຍບໍ່ຖືກບັນດານໃຫ້ເປັນຄືນມາແລ້ວ ພຣະເຈົ້າກໍບໍ່ໄດ້ບັນດານໃຫ້ພຣະຄຣິດເປັນຄືນມາເໝືອນກັນ.
[16] ດ້ວຍວ່າ, ຖ້າຄົນຕາຍບໍ່ເປັນຄືນມາ ພຣະຄຣິດກໍບໍ່ໄດ້ເປັນຄືນມາ.
[17] ແລະຖ້າພຣະຄຣິດບໍ່ໄດ້ເປັນຄືນມາ ຄວາມເຊື່ອຂອງ^ພວກເຈົ້າກໍໄຮ້ປະໂຫຍດ ແລະພວກເຈົ້າກໍຍັງຈົມຢູ່ໃນການບາບຂອງ^ພວກຕົນ.
[18] ຊໍ້າກວ່ານັ້ນອີກ ພວກຄົນທີ່ເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວນັ້ນ ກໍຈິບຫາຍໄປດ້ວຍ.
[19] ຖ້າຄວາມຫວັງຂອງ^ພວກເຮົາໃນພຣະຄຣິດ ມີຄຸນຄ່າພຽງແຕ່ສຳລັບຊີວິດນີ້ເທົ່ານັ້ນ ພວກເຮົາກໍເປັນຄົນທີ່ໜ້າສັງເວດທີ່ສຸດໃນບັນດາຄົນທັງປວງ.
[20] ແຕ່ທີ່ຈິງ ພຣະຄຣິດໄດ້ຊົງຖືກບັນດານໃຫ້ຄືນພຣະຊົນແລ້ວ ແລະຊົງເປັນຜົນແລກໃນພວກຄົນທີ່ລ່ວງລັບໄປແລ້ວນັ້ນ.
[21] ເພາະວ່າຄວາມ^ຕາຍໄດ້ມີມາທາງມະນຸດສັນໃດ ການຄືນມາຈາກຕາຍກໍມີມາທາງມະນຸດສັນນັ້ນ.
[22] ດ້ວຍວ່າ, ຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະຖືກຊົງບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ.
[23] ແຕ່ຈະເປັນໄປຕາມລຳດັບຂອງ^ແຕ່ລະຄົນ ຄືພຣະຄຣິດເປັນຜົນແລກ ຕໍ່ໄປແມ່ນພວກທີ່ເປັນຂອງ^ພຣະຄຣິດ ໃນເວລາທີ່ພຣະອົງສະເດັດມາປາກົດ.
[24] ແລ້ວກໍຈະເປັນຄາວສຸດທ້າຍ ຄືເມື່ອພຣະຄຣິດຈະຊົງມີໄຊເໜືອວິນຍານທຸກດວງທີ່ປົກຄອງໂລກ ເໜືອສິດອຳນາດ ແລະອານຸພາບທັງສິ້ນ ແລະຈະມອບອານາຈັກຖວາຍແກ່ພຣະບິດາເຈົ້າ.
[25] ດ້ວຍວ່າ, ຈຳເປັນທີ່ພຣະຄຣິດຕ້ອງຂຶ້ນປົກຄອງໃນອານາຈັກຂອງ^ພຣະອົງ ຈົນກວ່າພຣະເຈົ້າຊົງປາບສັດຕູທັງປວງ ໃຫ້ຢູ່ໃຕ້ພື້ນຕີນຂອງ^ພຣະອົງ.
[26] ສັດຕູໂຕສຸດທ້າຍທີ່ພຣະເຈົ້າຈະດັບສູນແມ່ນຄວາມ^ຕາຍ.
[27] ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງປາບສິ່ງສາລະພັດລົງໃຕ້ພຣະບາດຂອງ^ພຣະອົງແລ້ວ.” ເປັນທີ່ຈະແຈ້ງຢ່າງຄັກແນ່ແລ້ວ ຄຳວ່າ, “ສິ່ງສາລະພັດ” ບໍ່ລວມເອົາພຣະເຈົ້າເຂົ້ານຳ ຄືອົງທີ່ຊົງປາບທຸກສິ່ງໃຫ້ຢູ່ໃຕ້ພຣະບາດຂອງ^ພຣະຄຣິດ.
[28] ແລະເມື່ອສິ່ງສາລະພັດໄດ້ຖືກຊົງປາບລົງຢູ່ໃຕ້ພຣະອົງແລ້ວ ເມື່ອນັ້ນອົງພຣະບຸດຈະຊົງຍອມລົງຢູ່ໃຕ້ພຣະເຈົ້າ ຜູ້ຊົງປາບສິ່ງສາລະພັດຢູ່ໃຕ້ພຣະອົງນັ້ນ ເພື່ອພຣະເຈົ້າຈະໄດ້ຊົງເປັນເອກ ເປັນໃຫຍ່ໃນສິ່ງສາລະພັດທັງປວງ.
[29] ຖ້າບໍ່ເປັນຢ່າງນັ້ນ ຄົນທັງຫລາຍທີ່ຮັບບັບຕິສະມາເພື່ອຄົນຕາຍນັ້ນ ຈະໝາຍຄວາມວ່າຢ່າງໃດ? ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍຄືນຂຶ້ນມາແທ້ ດ້ວຍເຫດໃດຈຶ່ງມີຄົນຮັບບັບຕິສະມາເພື່ອຄົນຕາຍ?
[30] ສ່ວນພວກເຮົານັ້ນ, ດ້ວຍເຫດໃດຈຶ່ງສ່ຽງຕໍ່ໄພ^ອັນຕະລາຍຢູ່ທຸກເວລາ?
[31] ພີ່ນ້ອງທັງຫລາຍ^ເອີຍ, ເຮົາປະເຊີນໜ້າກັບຄວາມ^ຕາຍທຸກວັນ ຄວາມ^ພູມໃຈທີ່ເຮົາມີໃນພວກເຈົ້າ ຄືຊີວິດທີ່ມີຢູ່ໃນພຣະຄຣິດເຈົ້າ^ເຢຊູ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ.
[32] ຖ້າເຮົາໄດ້ຕໍ່ສູ້ກັບສັດຮ້າຍທີ່ເມືອງເອເຟໂຊ (ຕາມຄວາມ^ເຫັນຂອງ^ມະນຸດ) ຈະເປັນປະໂຫຍດອັນໃດແກ່ເຮົາ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍເປັນຄືນມາອີກ “ກໍໃຫ້ພວກເຮົາພາກັນກິນແລະດື່ມເທີ້ນ ເພາະວ່າມື້ອື່ນພວກເຮົາກໍຈະຕາຍ.”
[33] ຢ່າສູ່ໃຫ້ພວກເຈົ້າຫລົງຜິດໄປ “ການຄົບກັບຄົນຊົ່ວຍ່ອມເຮັດໃຫ້ເສຍນິໄສ.”
[34] ຈົ່ງກັບຄືນມາສູ່ນິໄສອັນຖືກຕ້ອງ ແລະເຊົາເຮັດບາບສາ, ການທີ່ເຮົາເວົ້າດັ່ງນີ້ ກໍເພື່ອພວກເຈົ້າຈະລະອາຍໃຈ ເພາະມີບາງຄົນໃນພວກເຈົ້າຍັງບໍ່ຮູ້ພຣະເຈົ້າ.
[35] ບາງຄົນອາດຈະຖາມວ່າ, “ຄົນທີ່ຕາຍໄປ ຈະເປັນຄືນມາໄດ້ຢ່າງໃດ? ເມື່ອເຂົາຄືນມາຈະມີຮ່າງກາຍຊະນິດໃດ?”
[36] ໂອ ຄົນທີ່ໄຮ້ຄວາມ^ຄິດ^ເອີຍ, ເມື່ອເຈົ້າຫວ່ານເມັດພືດລົງໃນດິນນັ້ນ ຖ້າມັນບໍ່ຕາຍເສຍກ່ອນ ຈະງອກຂຶ້ນມາໃໝ່ໄດ້ຢ່າງໃດ.
[37] ສິ່ງທີ່ເຈົ້າຫວ່ານລົງໃນດິນນັ້ນ ເປັນພຽງແຕ່ເມັດພືດລ້າໆ ອາດເປັນເມັດເຂົ້າ ຫລືເມັດອື່ນໆກໍໄດ້ ເຈົ້າບໍ່ໄດ້ຫວ່ານຕົ້ນພືດທີ່ຈະໃຫຍ່ຂຶ້ນນັ້ນ.
[38] ພຣະເຈົ້າປະທານຮູບຮ່າງຂອງ^ຕົ້ນພືດໃຫ້ເມັດພືດນັ້ນ ຕາມທີ່ພຣະອົງຕ້ອງການ ພຣະອົງໃຫ້ເມັດພືດແຕ່ລະຊະນິດມີຮູບຮ່າງຂອງ^ຕົ້ນພືດຕາມແບບສະເພາະຂອງ^ມັນເອງ.
[39] ເນື້ອຂອງ^ສິ່ງທີ່ມີຊີວິດຢູ່ທັງສິ້ນ ກໍບໍ່ແມ່ນເນື້ອຊະນິດດຽວກັນ ເນື້ອຂອງ^ມະນຸດກໍຢ່າງໜຶ່ງ, ເນື້ອຂອງ^ສັດກໍຢ່າງໜຶ່ງ ເນື້ອຂອງ^ນົກກໍຢ່າງໜຶ່ງ ແລະເນື້ອຂອງ^ປາກໍຢ່າງໜຶ່ງ.
[40] ຮ່າງກາຍສຳລັບສະຫວັນກໍມີ ແລະຮ່າງກາຍສຳລັບແຜ່ນດິນ^ໂລກກໍມີ, ແຕ່ວ່າສະຫງ່າຣາສີຂອງ^ຮ່າງກາຍສຳລັບສະຫວັນກໍຢ່າງໜຶ່ງ ແລະສະຫງ່າຣາສີຂອງ^ຮ່າງກາຍສຳລັບໂລກກໍຢ່າງໜຶ່ງ.
[41] ສະຫງ່າຣາສີຂອງ^ດວງອາທິດກໍຢ່າງໜຶ່ງ ສະຫງ່າຣາສີຂອງ^ດວງຈັນກໍຢ່າງໜຶ່ງ ສະຫງ່າຣາສີຂອງ^ດວງດາວກໍຢ່າງໜຶ່ງ ແລະດວງດາວແຕ່ລະດວງກໍຍັງມີສະຫງ່າຣາສີແຕກຕ່າງກັນ.
[42] ເມື່ອຄົນຕາຍເປັນຄືນມາສູ່ຊີວິດກໍຈະເປັນດັ່ງນັ້ນແຫລະ, ເມື່ອຮ່າງກາຍໄດ້ຖືກຫວ່ານລົງ ກໍເປື່ອຍເນົ່າໄປ ເມື່ອເປັນຄືນມາ ຮ່າງກາຍນັ້ນ ກໍບໍ່ເປື່ອຍເນົ່າອີກ.
[43] ເມື່ອຫວ່ານລົງນັ້ນບໍ່ມີຍົດ ເມື່ອຄືນຂຶ້ນມາກໍມີສະຫງ່າຣາສີ ເມື່ອຫວ່ານລົງກໍອ່ອນກຳລັງ ເມື່ອຄືນຂຶ້ນມາກໍມີຣິດອຳນາດ.
[44] ເມື່ອຫວ່ານລົງກໍເປັນກາຍທຳມະດາ ເມື່ອຄືນຂຶ້ນມາກໍເປັນກາຍຝ່າຍວິນຍານ, ຖ້າມີກາຍທຳມະດາ ກໍຄົງມີກາຍຝ່າຍວິນຍານດ້ວຍ.
[45] ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າໄດ້ສ້າງມະນຸດຜູ້ທຳອິດ ຄືອາດາມໃຫ້ເປັນຜູ້ທີ່ມີຊີວິດ, ແຕ່ອາດາມຄົນສຸດທ້າຍເປັນພຣະວິນຍານ ຜູ້ທີ່ປະທານຊີວິດ.”
[46] ແຕ່ກາຍທີ່ເກີດມາກ່ອນນັ້ນ ບໍ່ແມ່ນເປັນກາຍຝ່າຍວິນຍານ, ແຕ່ເປັນກາຍທຳມະດາ ແລະຕໍ່ມາຈຶ່ງເກີດມີກາຍຝ່າຍວິນຍານ.
[47] ມະນຸດຜູ້ທຳອິດເກີດມາຈາກດິນ ຈຶ່ງກາຍເປັນຂີ້ຝຸ່ນດິນ, ມະນຸດຖ້ວນສອງມາຈາກສະຫວັນ.
[48] ຜູ້ທີ່ເກີດມາຈາກດິນເປັນຢ່າງໃດ ຄົນທັງຫລາຍທີ່ເກີດມາຈາກດິນກໍເປັນຢ່າງນັ້ນ ແລະຜູ້ທີ່ສະເດັດມາຈາກສະຫວັນເປັນຢ່າງໃດ ຄົນທັງຫລາຍທີ່ເປັນຝ່າຍສະຫວັນກໍເປັນຢ່າງນັ້ນ.
[49] ພວກເຮົາມີລັກສະນະເໝືອນກັບມະນຸດທີ່ຖືກສ້າງມາຈາກດິນສັນໃດ ພວກເຮົາກໍຄົງຈະມີລັກສະນະເໝືອນກັບຜູ້ທີ່ໄດ້ສະເດັດມາຈາກສະຫວັນສັນນັ້ນ.
[50] ພີ່ນ້ອງທັງຫລາຍ^ເອີຍ ສິ່ງທີ່ເຮົາໄດ້ກ່າວມານັ້ນ ໝາຍຄວາມວ່າສິ່ງທີ່ເປັນເນື້ອໜັງແລະເລືອດ ຈະມີສ່ວນໃນອານາຈັກຂອງ^ພຣະເຈົ້າບໍ່ໄດ້ ແລະກາຍທີ່ເປື່ອຍເນົ່າຈະມີສ່ວນໃນກາຍທີ່ບໍ່ເປື່ອຍເນົ່າກໍບໍ່ໄດ້.
[51] ນີ້ແຫລະ ເຮົາມີຂໍ້ລັບເລິກບອກພວກເຈົ້າວ່າ, ເຮົາທັງຫລາຍຈະບໍ່ລ່ວງລັບໄປໝົດທຸກຄົນ, ແຕ່ເຮົາທັງຫລາຍຈະຖືກຊົງປ່ຽນແປງໃໝ່ໝົດທຸກຄົນ,
[52] ໃນຊົ່ວຂະນະດຽວ ໃນຊົ່ວພັບຕາດຽວ ເມື່ອເປົ່າແກຄັ້ງສຸດທ້າຍນັ້ນ. ດ້ວຍວ່າ, ຈະມີສຽງແກ ແລະຄົນທີ່ຕາຍແລ້ວຈະຖືກຊົງບັນດານໃຫ້ເປັນຄືນຂຶ້ນມາໂດຍບໍ່ເປື່ອຍເນົ່າ ແລະຝ່າຍພວກເຮົາກໍຈະຖືກຊົງປ່ຽນແປງໃໝ່.
[53] ດ້ວຍວ່າ, ສະພາບ ຊຶ່ງຕ້ອງເປື່ອຍເນົ່າຂອງ^ພວກເຮົານີ້ ຕ້ອງຖືກປ່ຽນແປງສູ່ສະພາບທີ່ບໍ່ເປື່ອຍເນົ່າຈັກເທື່ອ ສິ່ງທີ່ຕາຍເປັນ ຕ້ອງຖືກປ່ຽນແປງສູ່ສິ່ງທີ່ຕາຍບໍ່ເປັນ.
[54] ດັ່ງນັ້ນ ເມື່ອໃດສະພາບທີ່ເປື່ອຍເນົ່າໄດ້ສວມສະພາບທີ່ບໍ່ເປື່ອຍເນົ່າ ແລະກາຍທີ່ຕາຍເປັນໄດ້ສວມກາຍທີ່ຕາຍບໍ່ເປັນ ເມື່ອນັ້ນແຫລະ ຂໍ້ຄວາມທີ່ມີຄຳຂຽນໄວ້ໃນພຣະຄຳພີກໍຈະສຳເລັດ ຄືຄວາມ^ຕາຍໄດ້ຖືກທຳລາຍສາແລ້ວ ແລະຄວາມ^ມີໄຊກໍຄົບຖ້ວນສາແລ້ວ
[55] ໂອ ຄວາມ^ຕາຍ^ເອີຍ ໄຊຊະນະຂອງ^ມຶງຢູ່ໃສ? ໂອ ຄວາມ^ຕາຍ^ເອີຍ ໄລພິດຂອງ^ມຶງຢູ່ໃສ?
[56] ໄລພິດຂອງ^ຄວາມ^ຕາຍຄືຄວາມ^ບາບ ແລະຣິດອຳນາດຂອງ^ຄວາມ^ບາບແມ່ນກົດບັນຍັດ.
[57] ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງປະທານໄຊຊະນະໃຫ້ແກ່ເຮົາທັງຫລາຍ ໂດຍທາງອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ.
[58] ດັ່ງນີ້ແຫລະ ພີ່ນ້ອງທີ່ຮັກຂອງເຮົາ^ເອີຍ, ເຈົ້າ^ທັງຫລາຍຈົ່ງຕັ້ງໝັ້ນຢູ່ ຢ່າຫວັ່ນໄຫວ ຈົ່ງປະຕິບັດງານຂອງ^ອົງພຣະ^ຜູ້^ເປັນເຈົ້າໃຫ້ຄົບ^ບໍຣິບູນທຸກເວລາ ດ້ວຍຮູ້ວ່າ ໃນອົງພຣະ^ຜູ້^ເປັນເຈົ້າ ການຂອງ^ພວກເຈົ້ານັ້ນຈະບໍ່ໄຮ້ປະໂຫຍດ.