[1] ເລື່ອງອາຫານທີ່ມາຈາກການຖວາຍບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພວກເຮົາທຸກຄົນຕ່າງກໍມີຄວາມ^ຮູ້.” ຄວາມ^ຮູ້ເຮັດໃຫ້ເຮົາອວດຕົວ ແຕ່ຄວາມຮັກເຮັດໃຫ້ຈະເລີນຂຶ້ນ.
[2] ຖ້າຜູ້ໃດ ຖືວ່າຕົນຮູ້ສິ່ງໃດແລ້ວ ຜູ້ນັ້ນຍັງບໍ່ຮູ້ຕາມທີ່ຕົນຄວນຈະຮູ້.
[3] ແຕ່ຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ.
[4] ເລື່ອງການກິນອາຫານ ທີ່ເຂົາເອົາບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພະທຽມນັ້ນ ບໍ່ເປັນຂອງ^ແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ.”
[5] ເຖິງແມ່ນວ່າມີພະຫລາຍໃນສະຫວັນ ແລະເທິງແຜ່ນດິນ^ໂລກກໍດີ ທີ່ເຂົາເອີ້ນວ່າ, “ພຣະເຈົ້າ” (ພະກໍມີຫລາຍ ເຈົ້າກໍມີຫລາຍແທ້).
[6] ແຕ່ສຳລັບພວກເຮົານັ້ນ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ ແລະສິ່ງສາລະພັດທັງປວງເກີດມາຈາກພຣະອົງ ແລະພວກເຮົາເປັນມາເພື່ອພຣະອົງ ແລະມີອົງພຣະ^ຜູ້^ເປັນເຈົ້າອົງດຽວ ຄືພຣະເຢຊູ^ຄຣິດເຈົ້າ ແລະ ສິ່ງສາລະພັດກໍເກີດຂຶ້ນໂດຍພຣະອົງ ແລະເຮົາກໍເປັນມາໂດຍພຣະອົງ.
[7] ແຕ່ບໍ່ແມ່ນທຸກຄົນທີ່ຮູ້ຄວາມ^ຢ່າງນີ້ ມີບາງຄົນເຄີຍນັບຖືຮູບເຄົາຣົບແຕ່ໃດໆມາຈົນເຖິງບັດນີ້ ເມື່ອກິນອາຫານຢ່າງນັ້ນ ເຂົາກໍຍັງຖືວ່າເປັນຂອງ^ຖວາຍບູຊາແກ່ພະທຽມນັ້ນ ໃຈສຳນຶກຜິດແລະຊອບຂອງ^ເຂົາຍັງອ່ອນ ແລະເຂົາກໍຮູ້ສຶກເປັນມົນທິນຍ້ອນອາຫານນັ້ນ.
[8] ອາຫານບໍ່ແມ່ນສິ່ງທີ່ຊ່ວຍເຮົາ ໃຫ້ມີຄວາມ^ສຳພັນກັບພຣະເຈົ້າດີຂຶ້ນ ຖ້າເຮົາບໍ່ກິນ ເຮົາກໍບໍ່ໄດ້ຊົ່ວລົງ ຖ້າເຮົາກິນ ເຮົາກໍບໍ່ໄດ້ດີຂຶ້ນ.
[9] ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສລີພາບຂອງ^ພວກເຈົ້າ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອອ່ອນສະດຸດໃຈ.
[10] ຖ້າມີຄົນໜຶ່ງ ທີ່ມີໃຈສຳນຶກຜິດແລະຊອບຍັງອ່ອນໃນເລື່ອງນີ້, ເຫັນເຈົ້າຜູ້ທີ່ມີຄວາມ^ຮູ້ ກຳລັງນັ່ງກິນຢູ່ໃນວິຫານຂອງ^ພະທຽມ ເລື່ອງນີ້ຈະບໍ່ເປັນການຊຸກຍູ້ລາວ ໃຫ້ກິນອາຫານທີ່ຖວາຍບູຊາແກ່ພະທຽມນັ້ນບໍ?
[11] ດັ່ງນັ້ນ ຄວາມຮູ້ຂອງ^ເຈົ້າຈະເຮັດໃຫ້ພີ່ນ້ອງຜູ້ທີ່ມີຄວາມເຊື່ອອ່ອນ ຊຶ່ງພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອນັ້ນຕ້ອງຈິບຫາຍໄປ.
[12] ດັ່ງນັ້ນ ເມື່ອເຈົ້າເຮັດຜິດຕໍ່ພີ່ນ້ອງ ຄືທຳຮ້າຍແກ່ໃຈສຳນຶກຜິດແລະຊອບອັນອ່ອນຂອງ^ເຂົາ ເຈົ້າກໍເຮັດຜິດຕໍ່ພຣະຄຣິດດ້ວຍ.
[13] ເພາະສະນັ້ນແຫລະ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ.