[1] ພີ່ນ້ອງທັງຫລາຍ^ເອີຍ, ຕາມຄວາມ^ເປັນຈິງແລ້ວ ຝ່າຍເຮົາຈະເວົ້າກັບພວກເຈົ້າເໝືອນເວົ້າກັບຄົນທີ່ຢູ່ຝ່າຍພຣະວິນຍານກໍບໍ່ໄດ້, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າ ເໝືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດທຳມະດາ ເໝືອນດັ່ງພວກເຈົ້າເປັນເດັກນ້ອຍຝ່າຍຄວາມເຊື່ອໃນພຣະຄຣິດ.
[2] ເຮົາໄດ້ລ້ຽງພວກເຈົ້າດ້ວຍນໍ້ານົມ ບໍ່ແມ່ນດ້ວຍອາຫານແຂງ ເພາະວ່າເມື່ອກ່ອນນັ້ນ ພວກເຈົ້າຍັງບໍ່ສາມາດຮັບໄດ້ເທື່ອ, ຈົນມາບັດນີ້ ພວກເຈົ້າກໍຍັງບໍ່ທັນສາມາດຮັບໄດ້ອີກ,
[3] ເພາະວ່າ ພວກເຈົ້າຍັງຢູ່ຝ່າຍມະນຸດທຳມະດາ, ພວກເຈົ້າຍັງອິດສາກັນ ແລະຜິດຂ້ອງ^ຕ້ອງຖຽງກັນຢູ່ ພວກເຈົ້າຢູ່ຝ່າຍມະນຸດທຳມະດາ ແລະບໍ່ດຳເນີນຊີວິດຕາມມະນຸດທຳມະດາບໍ?
[4] ເພາະເມື່ອຜູ້ໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍອາໂປໂລ” ພວກເຈົ້າບໍ່ໄດ້ເປັນພຽງແຕ່ມະນຸດທຳມະດາບໍ?
[5] ຖ້າດັ່ງນັ້ນ ອາໂປໂລແມ່ນຜູ້ໃດ? ແລະ ໂປໂລແມ່ນຜູ້ໃດ? ກໍເປັນພຽງແຕ່ຜູ້ຮັບໃຊ້ຂອງ^ພຣະເຈົ້າ ທີ່ໄດ້ນຳພວກເຈົ້າໃຫ້ເຊື່ອເທົ່ານັ້ນ, ພວກເຮົາແຕ່ລະຄົນ ຮັບໃຊ້ຕາມທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ມອບໝາຍໃຫ້.
[6] ເຮົາເປັນຜູ້ປູກ, ອາໂປໂລເປັນຜູ້ຫົດນໍ້າ, ແຕ່ແມ່ນພຣະເຈົ້າທີ່ເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ.
[7] ຜູ້ປູກກັບຜູ້ຫົດນໍ້າກໍບໍ່ສຳຄັນຢ່າງໃດ, ແມ່ນພຣະເຈົ້າເທົ່ານັ້ນທີ່ເປັນຜູ້ສຳຄັນ ເພາະພຣະອົງເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ.
[8] ຜູ້ປູກກັບຜູ້ຫົດນໍ້າກໍບໍ່ແຕກຕ່າງກັນຫຍັງເລີຍ, ແຕ່ລະຄົນຈະໄດ້ຮັບລາງວັນຕາມການງານທີ່ຕົນໄດ້ເຮັດນັ້ນ.
[9] ດ້ວຍວ່າ, ພວກເຮົາເປັນຜູ້ຮ່ວມກັນທຳງານຂອງ^ພຣະເຈົ້າ ແລະພວກເຈົ້າເປັນໄຮ່ນາຂອງ^ພຣະເຈົ້າ. ພວກເຈົ້າກໍເປັນຕຶກຂອງ^ພຣະເຈົ້າເໝືອນກັນ.
[10] ໂດຍພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກລົງເໝືອນນາຍຊ່າງຜູ້^ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ, ແຕ່ທຸກຄົນ ຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ.
[11] ດ້ວຍວ່າ, ຜູ້ໃດຈະວາງຮາກອື່ນອີກບໍ່ໄດ້ ນອກຈາກຮາກທີ່ວາງໄວ້ແລ້ວນັ້ນ ຄືພຣະເຢຊູ^ຄຣິດເຈົ້າ.
[12] ຖ້າຜູ້ໃດຈະເອົາຄຳ ຫລືເງິນ ຫລືເພັດພອຍ ຫລືໄມ້ ຫລືຫຍ້າແຫ້ງ ຫລືເຟືອງກໍດີ ມາກໍ່ຂຶ້ນເທິງຮາກຖານນັ້ນ.
[13] ການງານຂອງ^ແຕ່ລະຄົນ ກໍຈະປາກົດໃຫ້ເຫັນແຈ່ມແຈ້ງໃນວັນນັ້ນ. ດ້ວຍວ່າ, ໃນວັນນັ້ນ ໄຟຈະເປີດເຜີຍການງານຂອງ^ທຸກຄົນ ໄຟນັ້ນຈະທົດລອງເບິ່ງວ່າ ການງານຂອງ^ທຸກຄົນເປັນຢ່າງໃດ.
[14] ຖ້າການງານຂອງ^ຜູ້ໃດ ກໍ່ຂຶ້ນເທິງຮາກຖານນັ້ນທົນຢູ່ໄດ້ ຜູ້ນັ້ນກໍຈະໄດ້ຮັບບຳເໜັດ.
[15] ແຕ່ຖ້າການງານຂອງ^ຜູ້ໃດ ຖືກເຜົາໄໝ້ເສຍ ຜູ້ນັ້ນກໍຈະຂາດບຳເໜັດ, ແຕ່ຕົນເອງກໍຈະໄດ້ພົ້ນ ແຕ່ເໝືອນຜ່ານພົ້ນໄຟ.
[16] ພວກເຈົ້າບໍ່ຮູ້ບໍວ່າ, ພວກເຈົ້າເປັນວິຫານຂອງ^ພຣະເຈົ້າ ແລະພຣະວິນຍານຂອງ^ພຣະເຈົ້າ ກໍສະຖິດຢູ່ໃນພວກເຈົ້າ.
[17] ຖ້າຜູ້ໃດທຳລາຍວິຫານຂອງ^ພຣະເຈົ້າ ພຣະອົງກໍຈະທຳລາຍຜູ້ນັ້ນ. ດ້ວຍວ່າ, ວິຫານຂອງ^ພຣະເຈົ້າເປັນທີ່ບໍຣິສຸດສັກສິດ ແລະພວກເຈົ້ານັ້ນແຫລະ ເປັນວິຫານຂອງ^ພຣະອົງ.
[18] ຢ່າມົວແຕ່ຫລອກລວງຕົນເອງຢູ່ເລີຍ, ຖ້າຜູ້ໃດໃນທ່າມກາງຂອງ^ພວກເຈົ້າ ຄິດວ່າຕົນມີປັນຍາໃນສະໄໝນີ້ ຈົ່ງໃຫ້ຜູ້ນັ້ນຍອມເປັນຄົນໂງ່ ເພື່ອຈະໄດ້ເປັນຜູ້ມີປັນຍາຢ່າງແທ້ຈິງ.
[19] ດ້ວຍວ່າ, ປັນຍາຂອງ^ໂລກນີ້ ກໍເປັນຄວາມ^ໂງ່ຕໍ່ສາຍຕາຂອງ^ພຣະເຈົ້າ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຈັບຄົນມີປັນຍາດ້ວຍອຸບາຍຂອງ^ເຂົາເອງ.”
[20] ແລະຍັງມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, “ອົງພຣະ^ຜູ້^ເປັນເຈົ້າຮູ້ຄວາມ^ຄິດຂອງ^ຄົນມີປັນຍານັ້ນວ່າ ເປັນຂອງ^ໄຮ້ປະໂຫຍດ.”
[21] ດັ່ງນັ້ນແຫລະ, ຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນມາອວດ. ດ້ວຍວ່າ, ສິ່ງສາລະພັດກໍເປັນຂອງ^ພວກເຈົ້າແລ້ວ,
[22] ເຖິງວ່າໂປໂລ ຫລືອາໂປໂລ ຫລືເປໂຕ ຫລືໂລກ ຫລືຊີວິດ ຫລືຄວາມ^ຕາຍ ຫລືປະຈຸບັນ ຫລືອະນາຄົດກໍດີ ສິ່ງສາລະພັດເຫລົ່ານັ້ນ ກໍເປັນຂອງ^ພວກເຈົ້າ,
[23] ແລະພວກເຈົ້າເປັນຂອງ^ພຣະຄຣິດ ແລະພຣະຄຣິດຊົງເປັນຂອງ^ພຣະເຈົ້າ.