[1] ຖ້າຜູ້ໃດໃນພວກເຈົ້າເປັນຄວາມ^ກັນ ຈະກ້າໄປສູ້^ຄວາມ^ກັນຕໍ່ໜ້າຄົນທີ່ບໍ່ເຊື່ອພຣະເຈົ້າ ແລະບໍ່ແມ່ນຕໍ່ໜ້າໄພ່ພົນຂອງ^ພຣະເຈົ້າບໍ?
[2] ພວກເຈົ້າບໍ່ຮູ້ບໍວ່າ ໄພ່ພົນຂອງ^ພຣະເຈົ້າຈະຕັດສິນໂລກ? ຖ້າພວກເຈົ້າຈະຕັດສິນໂລກ ພວກເຈົ້າຈະບໍ່ສາມາດຕັດສິນເລື່ອງເລັກນ້ອຍເຊັ່ນນີ້ບໍ?
[3] ພວກເຈົ້າບໍ່ຮູ້ບໍວ່າ ພວກເຮົາຈະຕັດສິນບັນດາເທວະດາ? ຫລາຍກວ່ານັ້ນອີກເທົ່າໃດ ເຮົາສົມຄວນທີ່ຈະຕັດສິນເລື່ອງໃນຊີວິດນີ້.
[4] ເມື່ອພວກເຈົ້າເປັນຄວາມ^ກັນໃນເລື່ອງຊີວິດນີ້, ເປັນຫຍັງພວກເຈົ້າຈຶ່ງເອົາຄົນທີ່ຄຣິສຕະຈັກບໍ່ນັບຖືມາຕັ້ງໄວ້ໃຫ້ເປັນຜູ້ຕັດສິນ?
[5] ເຮົາກ່າວດັ່ງນີ້ ກໍເພື່ອໃຫ້ພວກເຈົ້າເກີດຄວາມ^ລະອາຍໃຈ ໃນພວກເຈົ້າບໍ່ມີຈັກຄົນໜຶ່ງບໍ ທີ່ມີປັນຍາພໍທີ່ຈະສາມາດຕັດສິນ^ຄວາມລະຫວ່າງພີ່ນ້ອງ?
[6] ແຕ່ພີ່ນ້ອງກັບພີ່ນ້ອງດ້ວຍກັນ ຕ້ອງໄປສູ້ຄວາມ^ກັນ ໃຫ້ຄົນທີ່ບໍ່ເຊື່ອຕັດສິນຊັ້ນບໍ?
[7] ທີ່ເຈົ້າ^ທັງຫລາຍມີຄະດີກ່ຽວຂ້ອງກັນແລະກັນນັ້ນ ກໍເປັນການຂາດສິນທຳແທ້. ເປັນຫຍັງພວກເຈົ້າຈຶ່ງບໍ່ທົນເອົາ ເມື່ອພວກເຂົາເຮັດຮ້າຍແກ່ຕົນ ເປັນຫຍັງຈຶ່ງບໍ່ຍອມໃຫ້ພວກເຂົາໂກງຕົນເອງກໍດີກວ່າ?
[8] ແຕ່ພວກເຈົ້າຍັງເຮັດຮ້າຍຕໍ່ກັນແລະກັນ ແລະສໍ້ໂກງກັນ ໃນລະຫວ່າງພວກພີ່ນ້ອງຂອງຕົນ.
[9] ພວກເຈົ້າບໍ່ຮູ້ບໍວ່າ ຄົນຊົ່ວຊ້າອະທຳຈະບໍ່ມີສ່ວນໃນຣາຊອານາຈັກຂອງ^ພຣະເຈົ້າ, ຢ່າເຂົ້າໃຈຜິດວ່າ ຄົນຜິດ^ຊາຍຍິງ ຄົນຂາບໄຫວ້ຮູບເຄົາຣົບ ຄົນຫລິ້ນຊູ້ສູ່ຜົວເມຍ ໂສເພນີຊາຍແລະຍິງ ພວກຮັກຮ່ວມເພດ,
[10] ຄົນຂີ້ລັກ ຄົນຂີ້ໂລບ ຄົນຂີ້ເຫລົ້າ ຄົນເວົ້າໃສ່ຮ້າຍປ້າຍສີ ຫລືຄົນສໍ້ໂກງກໍດີ ຄົນເຫລົ່ານັ້ນ ຈະບໍ່ມີສ່ວນໃນຣາຊອານາຈັກຂອງ^ພຣະເຈົ້າ.
[11] ແຕ່ກ່ອນ ມີບາງຄົນໃນພວກເຈົ້າໄດ້ເປັນຢ່າງນັ້ນ, ແຕ່ພວກເຈົ້າໄດ້ຖືກຊຳລະຈາກບາບກຳແລ້ວ, ພວກເຈົ້າໄດ້ຖືກຊຳລະໃຫ້ບໍຣິສຸດແລ້ວ, ພວກເຈົ້າໄດ້ເປັນຄົນຊອບທຳແລ້ວ ໂດຍພຣະນາມຂອງ^ອົງພຣະເຢຊູ^ຄຣິດເຈົ້າ ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງ^ພວກເຮົາ.
[12] “ເຮົາເຮັດທຸກສິ່ງໄດ້ບໍ່ມີຜູ້ໃດຫ້າມ,” ແຕ່ບໍ່ແມ່ນທຸກສິ່ງທີ່ເຮົາເຮັດນັ້ນຈະໃຫ້ປະໂຫຍດ, “ເຮົາເຮັດທຸກສິ່ງໄດ້ບໍ່ມີຜູ້ໃດຫ້າມ” ແຕ່ເຮົາຈະບໍ່ຍອມຢູ່ໃຕ້ອຳນາດສິ່ງໃດໝົດ.
[13] ອາຫານມີໄວ້ສຳລັບທ້ອງ ແລະທ້ອງກໍມີໄວ້ສຳລັບອາຫານ, ແຕ່ພຣະເຈົ້າຈະໃຫ້ທັງສອງ ຄືທ້ອງແລະອາຫານສູນສິ້ນໄປ ຮ່າງກາຍບໍ່ໄດ້ມີໄວ້ສຳລັບການຫລິ້ນຊູ້, ແຕ່ມີໄວ້ສຳລັບອົງພຣະ^ຜູ້^ເປັນເຈົ້າ ແລະອົງພຣະ^ຜູ້^ເປັນເຈົ້າມີໄວ້ສຳລັບຮ່າງກາຍ.
[14] ພຣະເຈົ້າໄດ້ບັນດານໃຫ້ອົງພຣະ^ຜູ້^ເປັນເຈົ້າ ເປັນຄືນມາຈາກຕາຍຢ່າງໃດ ພຣະອົງກໍຈະບັນດານໃຫ້ພວກເຮົາເປັນຄືນມາຢ່າງນັ້ນ ໂດຍຣິດອຳນາດຂອງ^ພຣະອົງ.
[15] ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງ^ພວກເຈົ້ານັ້ນເປັນອະໄວຍະວະຂອງ^ພຣະຄຣິດ. ຖ້າເປັນດັ່ງນັ້ນ ເຮົາຈະເອົາອະໄວຍະວະຂອງ^ພຣະຄຣິດ ໄປເຂົ້າສ່ວນໃນອະໄວຍະວະຂອງ^ຍິງ^ແມ່ຈ້າງບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ.
[16] ພວກເຈົ້າບໍ່ຮູ້ບໍວ່າ ຄົນທີ່ຜູກພັນກັບຍິງ^ແມ່ຈ້າງ ກໍເປັນຮ່າງກາຍດຽວກັບນາງ? ເພາະພຣະເຈົ້າຊົງກ່າວວ່າ, “ເຂົາທັງສອງຈະເປັນກາຍອັນດຽວ.”
[17] ແຕ່ຜູ້ທີ່ຕິດພັນເຂົ້າກັບອົງພຣະ^ຜູ້^ເປັນເຈົ້າ ກໍເປັນຈິດໜຶ່ງ^ໃຈດຽວກັບພຣະອົງ.
[18] ຈົ່ງຫລີກເວັ້ນເສຍຈາກການຫລິ້ນຊູ້ ຜິດບາບທຸກຢ່າງທີ່ມະນຸດເຮັດນັ້ນ ເປັນບາບນອກກາຍ, ແຕ່ຄົນທີ່ຫລິ້ນຊູ້ນັ້ນ ກໍເຮັດຜິດບາບຕໍ່ຮ່າງກາຍຂອງ^ຕົນເອງ.
[19] ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງ^ພວກເຈົ້າເປັນວິຫານຂອງ^ພຣະວິນຍານບໍຣິສຸດເຈົ້າ ອົງຊົງສະຖິດຢູ່ໃນພວກເຈົ້າ ຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ ເຈົ້າ^ທັງຫລາຍບໍ່ໄດ້ເປັນເຈົ້າຂອງຕົວເຈົ້າເອງ.
[20] ພຣະເຈົ້າໄດ້ຊົງຊື້ພວກເຈົ້າມາດ້ວຍລາຄາສູງ. ສະນັ້ນ ຈົ່ງຖວາຍພຣະກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ.