[1] ເລື່ອງທີ່ພວກເຈົ້າໄດ້ຂຽນຈົດໝາຍມານັ້ນ ຂໍຕອບວ່າ, ການທີ່ຜູ້ຊາຍບໍ່ແຕະຕ້ອງກັບແມ່ຍິງນັ້ນ ກໍເປັນການດີ.
[2] ແຕ່ເພື່ອປ້ອງກັນການຫລິ້ນຊູ້ ຊາຍທຸກຄົນຄວນມີເມຍຂອງຕົນ ແລະຍິງທຸກຄົນກໍຄວນມີຜົວຂອງຕົນ.
[3] ຜົວຕ້ອງຢູ່ຮ່ວມກັບເມຍຕາມສົມຄວນ ແລະເມຍກໍຄວນຢູ່ຮ່ວມກັບຜົວເໝືອນກັນ.
[4] ເມຍບໍ່ມີອຳນາດເໜືອຮ່າງກາຍຂອງ^ຕົນເອງ ແຕ່ອຳນາດນັ້ນຢູ່ນຳຜົວ ໃນທຳນອງ^ດຽວກັນ ຜົວບໍ່ມີອຳນາດເໜືອຮ່າງກາຍຂອງຕົນ ແຕ່ອຳນາດນັ້ນຢູ່ນຳເມຍ.
[5] ຢ່າປະຕິເສດການຢູ່ຮ່ວມກັນ ນອກຈາກໄດ້ຕົກລົງກັນກ່ອນເປັນການຊົ່ວຄາວ ເພື່ອອຸທິດຕົນໃນການພາວັນນາ^ອະທິຖານ ແຕ່ຫລັງຈາກນັ້ນແລ້ວ ຈົ່ງມາຢູ່ຮ່ວມກັນອີກ. ເພື່ອພວກເຈົ້າຈະຮັກສາຕົວໄວ້ ບໍ່ໃຫ້ມານຊາຕານຊັກຈູງໃຫ້ຫລົງເຮັດຜິດ ເພາະຄວບຄຸມຕົນເອງບໍ່ໄດ້.
[6] ເຮົາບອກຢ່າງນີ້ເປັນການອະນຸຍາດ ບໍ່ແມ່ນເປັນຄຳສັ່ງ.
[7] ເຮົາປາຖະໜາໃຫ້ທຸກຄົນເປັນເໝືອນຕົວເຮົາ ແຕ່ທຸກຄົນກໍໄດ້ຮັບຂອງ^ປະທານຈາກພຣະເຈົ້າອັນເໝາະສົມກັບຕົນ ຜູ້ໜຶ່ງໄດ້ຮັບຢ່າງນັ້ນ ແລະອີກຜູ້ໜຶ່ງໄດ້ຮັບຢ່າງນີ້.
[8] ເຮົາຂໍກ່າວແກ່ຄົນທີ່ຍັງເປັນໂສດ ແລະບັນດາຍິງໝ້າຍວ່າ ຖ້າພວກເຂົາຈະຢູ່ເໝືອນຢ່າງເຮົາກໍດີແລ້ວ.
[9] ແຕ່ຖ້າພວກເຂົາຄວບຄຸມຕົນເອງບໍ່ໄດ້ ກໍຈົ່ງໃຫ້ພວກເຂົາແຕ່ງງານເສຍ ເພາະວ່າການທີ່ແຕ່ງງານນັ້ນ ກໍດີກວ່າມີຕັນຫາເຜົາໄໝ້ຢູ່ໃນໃຈ.
[10] ສຳລັບຄົນທີ່ແຕ່ງງານແລ້ວນັ້ນ ເຮົາຂໍສັ່ງ ຊຶ່ງບໍ່ແມ່ນເຮົາສັ່ງເອງ ແຕ່ແມ່ນອົງພຣະ^ຜູ້^ເປັນເຈົ້າເປັນຜູ້ສັ່ງ ຢ່າໃຫ້ເມຍປະຜົວຂອງຕົນ.
[11] ແຕ່ຖ້ານາງປະຜົວຂອງຕົນໄປ ນາງຕ້ອງຢູ່ເປັນໂສດ ຫລືບໍ່ດັ່ງນັ້ນ ໃຫ້ນາງຄືນດີກັບຜົວອີກ ແລະຜົວກໍຢ່າປະຮ້າງເມຍຂອງຕົນ.
[12] ສຳລັບພວກອື່ນນັ້ນ ເຮົາກ່າວດັ່ງນີ້ວ່າ, (ບໍ່ແມ່ນອົງພຣະ^ຜູ້^ເປັນເຈົ້າກ່າວ) “ຖ້າພີ່ນ້ອງຄົນໃດທີ່ມີເມຍເປັນຄົນທີ່ບໍ່ເຊື່ອ ແລະນາງພໍໃຈທີ່ຈະຢູ່ກັບຜົວນັ້ນຕໍ່ໄປ ຜົວກໍບໍ່ຄວນປະຮ້າງເມຍ,”
[13] ໃນທຳນອງ^ດຽວກັນ “ຖ້າຍິງໃດ ທີ່ມີຜົວເປັນຄົນທີ່ບໍ່ເຊື່ອ ແລະລາວພໍໃຈທີ່ຈະຢູ່ກັບເມຍນັ້ນຕໍ່ໄປ ເມຍກໍບໍ່ຄວນປະຮ້າງຜົວນັ້ນ.”
[14] ເພາະວ່າ ຜົວທີ່ບໍ່ເຊື່ອ ກໍໄດ້ຮັບການຊຳລະຍ້ອນເມຍຂອງຕົນ ແລະເມຍທີ່ບໍ່ເຊື່ອກໍໄດ້ຮັບການຊຳລະຍ້ອນຜົວຂອງຕົນ ຖ້າບໍ່^ດັ່ງນັ້ນ ລູກຂອງ^ພວກເຂົາ ກໍຄົງຈະເປັນດັ່ງລູກຂອງ^ຄົນທີ່ບໍ່ບໍຣິສຸດ ແຕ່ບັດນີ້ ລູກນັ້ນບໍຣິສຸດແລ້ວ.
[15] ແຕ່ຖ້າຜູ້ທີ່ບໍ່ເຊື່ອນັ້ນ ຈະແຍກຕົວອອກໄປ ກໍຈົ່ງໃຫ້ຜູ້ກ່ຽວແຍກຕົວໄປໄດ້ ເລື່ອງຢ່າງນີ້ ບໍ່ຈຳເປັນທີ່ພີ່ນ້ອງຊາຍຍິງຈະຜູກມັດຈຳໃຈໃຫ້ຢູ່ນຳກັນ ເພາະວ່າ ພຣະເຈົ້າຊົງເອີ້ນເອົາພວກເຈົ້າໃຫ້ໃຊ້ຊີວິດຢູ່ຢ່າງສະຫງົບສຸກ.
[16] ຝ່າຍເຈົ້າຜູ້ເປັນເມຍ ເຈົ້າຮູ້ໄດ້ຢ່າງໃດວ່າ ເຈົ້າຈະຊ່ວຍຜົວຂອງຕົນໃຫ້ພົ້ນໄດ້ຫລືບໍ່? ຫລືຝ່າຍເຈົ້າຜູ້ເປັນຜົວ ເຈົ້າຮູ້ໄດ້ຢ່າງໃດວ່າ ເຈົ້າຈະຊ່ວຍເມຍຂອງຕົນໃຫ້ພົ້ນໄດ້ຫລືບໍ່?
[17] ແຕ່ຂໍໃຫ້ທຸກຄົນຈົ່ງດຳເນີນຊີວິດຕາມທີ່ອົງພຣະ^ຜູ້^ເປັນເຈົ້າຊົງໂຜດປະທານໃຫ້ແກ່ຕົນ ແລະຕາມທີ່ຕົນເປັນຢູ່ ເມື່ອພຣະເຈົ້າຊົງເອີ້ນເອົານັ້ນ ນີ້ແຫລະ ຄືລະບຽບທີ່ເຮົາວາງໄວ້ໃຫ້ຄຣິສຕະຈັກທຸກແຫ່ງ,
[18] ຖ້າມີຜູ້ໃດ ທີ່ພຣະເຈົ້າຊົງເອີ້ນເອົາ ເມື່ອຮັບພິທີຕັດແລ້ວ ກໍຢ່າໃຫ້ຄົນນັ້ນພະຍາຍາມລົ້ມເລີກຈາກຖານະນັ້ນເສຍ ຖ້າຜູ້ໃດຖືກຊົງເອີ້ນເອົາ ໂດຍຍັງບໍ່ໄດ້ຮັບພິທີຕັດ ກໍຢ່າໃຫ້ຄົນນັ້ນຮັບ.
[19] ການທີ່ຮັບພິທີຕັດ ຫລືບໍ່ຮັບ ກໍບໍ່ເປັນສິ່ງສຳຄັນຫຍັງ ສິ່ງສຳຄັນ ຄືການປະຕິບັດຕາມຂໍ້ຄຳສັ່ງຂອງ^ພຣະເຈົ້າ.
[20] ໃຫ້ທຸກຄົນຢູ່ຕາມຖານະທີ່ຕົນເປັນຢູ່ ເມື່ອພຣະເຈົ້າຊົງເອີ້ນເອົານັ້ນ.
[21] ເຈົ້າຖືກພຣະເຈົ້າຊົງເອີ້ນເອົາເມື່ອຍັງເປັນທາດຢູ່ບໍ? ຢ່າກະວົນ^ກະວາຍ, ແຕ່ຖ້າເຈົ້າມີໂອກາດທີ່ຈະໄຖ່ຕົນໄດ້ ກໍຈົ່ງໃຫ້ໂອກາດນັ້ນ.
[22] ດ້ວຍວ່າ, ຜູ້ທີ່ພຣະເຈົ້າຊົງເອີ້ນເອົາ ເມື່ອຍັງເປັນທາດຮັບໃຊ້ຢູ່ກໍເປັນອິດສະຫລະໃນອົງພຣະ^ຜູ້^ເປັນເຈົ້າ ໃນທຳນອງ^ດຽວກັນ ຜູ້ທີ່ພຣະເຈົ້າຊົງເອີ້ນເອົາ ເມື່ອເປັນອິດສະຫລະ ກໍເປັນທາດຮັບໃຊ້ຂອງ^ພຣະຄຣິດ.
[23] ພຣະເຈົ້າໄດ້ຊື້ພວກເຈົ້າດ້ວຍລາຄາສູງ. ດັ່ງນັ້ນ ຢ່າກັບໄປເປັນທາດຮັບໃຊ້ຂອງ^ມະນຸດອີກ.
[24] ພີ່ນ້ອງທັງຫລາຍ^ເອີຍ, ເຈົ້າທຸກຄົນຢູ່ໃນຖານະໃດ ເມື່ອພຣະເຈົ້າຊົງເອີ້ນ ກໍໃຫ້ຕັ້ງຢູ່ກັບພຣະອົງໃນຖານະນັ້ນ.
[25] ເລື່ອງຄົນໂສດນັ້ນ ເຮົາບໍ່ໄດ້ຮັບຄຳສັ່ງຈາກອົງພຣະ^ຜູ້^ເປັນເຈົ້າ, ແຕ່ເຮົາຂໍໃຫ້ຄວາມ^ຄິດເຫັນໃນຖານະທີ່ສົມກັບເປັນຜູ້ໄດ້ຮັບພຣະຄຸນຂອງ^ອົງພຣະ^ຜູ້^ເປັນເຈົ້າ ໃຫ້ເປັນຜູ້ທີ່ໄວ້ໃຈໄດ້.
[26] ໂດຍພິຈາລະນາເຖິງຄວາມ^ລຳບາກທີ່ມີຢູ່ດຽວນີ້ ເຮົາຈຶ່ງເຫັນວ່າ ເປັນການດີກວ່າທີ່ທຸກຄົນຈະຢູ່ຕາມຖານະທີ່ຕົນເປັນຢູ່.
[27] ຖ້າເຈົ້າມີເມຍແລ້ວ ຢ່າສູ່ຊອກຫາທາງແຍກຈາກນາງ ຖ້າເຈົ້າແຍກຈາກເມຍແລ້ວ ຢ່າສູ່ຊອກຫາແຕ່ງງານໃໝ່.
[28] ແຕ່ຖ້າເຈົ້າແຕ່ງງານ ເຈົ້າກໍບໍ່ໄດ້ເຮັດຜິດ ຖ້າຍິງໂສດແຕ່ງງານ ນາງກໍບໍ່ໄດ້ເຮັດຜິດ, ແຕ່ຄົນທີ່ແຕ່ງງານ ກໍຈະໄດ້ຮັບຄວາມ^ຫຍຸ້ງຍາກລຳບາກໃຈໃນຊີວິດປະຈຳວັນຂອງ^ເຂົາ ແລະເຮົາປາຖະໜາຢາກໃຫ້ພວກເຈົ້າພົ້ນຈາກຄວາມ^ຫຍຸ້ງຍາກນັ້ນ.
[29] ພີ່ນ້ອງທັງຫລາຍ^ເອີຍ, ເຮົາກ່າວດັ່ງນີ້ ກໍເພາະເວລາທີ່ເຫລືອຢູ່ກໍສັ້ນເຂົ້າມາແລ້ວ ຕັ້ງແຕ່ນີ້ໄປໃຫ້ຜູ້ແຕ່ງງານແລ້ວ ດຳເນີນຊີວິດເປັນເໝືອນຍັງບໍ່ໄດ້ແຕ່ງງານ,
[30] ໃຫ້ຜູ້ທີ່ຮ້ອງໄຫ້ເປັນເໝືອນບໍ່ຮ້ອງໄຫ້ ໃຫ້ຜູ້ທີ່ຊົມຊື່ນ^ຍິນດີ ເປັນເໝືອນບໍ່ຊົມຊື່ນ^ຍິນດີ ໃຫ້ຜູ້ທີ່ຊື້ ເປັນເໝືອນບໍ່ໄດ້ສິ່ງໃດເລີຍ;
[31] ໃຫ້ຜູ້ທີ່ໃຊ້ຊັບສິ່ງຂອງໃນໂລກ ເໝືອນກັບວ່າບໍ່ໄດ້ໃຊ້ເຕັມສ່ວນ. ດ້ວຍວ່າ, ລະບົບໂລກນີ້ກຳລັງລ່ວງພົ້ນໄປ.
[32] ເຮົາຢາກໃຫ້ພວກເຈົ້າຫລຸດພົ້ນຈາກຄວາມ^ກະວົນ^ກະວາຍໃຈ ຊາຍທີ່ບໍ່ແຕ່ງງານ ກໍຮ້ອນຮົນໃຈຢູ່ນຳພາລະກິດຂອງ^ອົງພຣະ^ຜູ້^ເປັນເຈົ້າ ເພື່ອຈະເຮັດໃຫ້ພໍພຣະໄທອົງພຣະ^ຜູ້^ເປັນເຈົ້າ.
[33] ແຕ່ຊາຍທີ່ແຕ່ງງານແລ້ວ ກໍຮ້ອນຮົນໃຈຢູ່ນຳເລື່ອງຂອງ^ໂລກນີ້ ເພື່ອຈະເຮັດໃຫ້ເມຍພໍໃຈ.
[34] ຈຶ່ງມີຄວາມ^ສົນໃຈຢູ່ນຳສອງກໍ້າສອງຝ່າຍ ຝ່າຍຍິງທີ່ບໍ່ມີຜົວແລະສາວໂສດ ກໍຮ້ອນຮົນໃຈຢູ່ນຳພາລະກິດຂອງ^ອົງພຣະ^ຜູ້^ເປັນເຈົ້າ, ເພື່ອຈະໄດ້ເປັນຜູ້ບໍຣິສຸດທັງຮ່າງກາຍແລະຈິດວິນຍານ. ສ່ວນຍິງທີ່ມີຜົວແລ້ວ ກໍຮ້ອນຮົນໃຈຢູ່ນຳເລື່ອງຂອງ^ໂລກນີ້ ເພາະນາງຕ້ອງເຮັດໃຫ້ຜົວຂອງຕົນພໍໃຈ.
[35] ເຮົາກ່າວດັ່ງນີ້ ເພື່ອຜົນປະໂຫຍດຂອງ^ພວກເຈົ້າເອງ ແລະບໍ່ແມ່ນເຮົາວາງຂໍ້ຜູກມັດໃດໆໃຫ້ແກ່ພວກເຈົ້າ, ແຕ່ເຮົາຢາກໃຫ້ພວກເຈົ້າປະພຶດໃນສິ່ງທີ່ຖືກຕ້ອງແລະເໝາະສົມ ໃນການບົວລະບັດຮັບໃຊ້ອົງພຣະ^ຜູ້^ເປັນເຈົ້າ ໂດຍບໍ່ມີໃຈເປັນສອງກໍ້າ^ສອງຝ່າຍ.
[36] ຖ້າຊາຍໃດ ມີຄູ່ໝັ້ນເປັນສາວປອດ ແລະຮູ້ສຶກວ່າຕົນຈະປະຕິບັດຕໍ່ຄູ່ໝັ້ນຢ່າງສົມຄວນບໍ່ໄດ້ແລ້ວ ຖ້າມີຄວາມຮັກຮ້ອນແຮງ ຈຶ່ງຕ້ອງເຮັດຢ່າງໃດຢ່າງໜຶ່ງ ກໍໃຫ້ພວກເຂົາເຮັດຕາມຄວາມ^ປາຖະໜາ ຄືໃຫ້ພວກເຂົາແຕ່ງງານເສຍ ບໍ່ມີຄວາມຜິດອັນໃດ.
[37] ແຕ່ຖ້າຊາຍຄົນໃດຕັ້ງໃຈຄັກແນ່ ແລະເຫັນວ່າບໍ່ມີຄວາມ^ຈຳເປັນ ແຕ່ອາດບັງຄັບໃຈຕົນເອງໄດ້ດ້ວຍຕັ້ງໃຈວ່າ ຈະໃຫ້ຍິງນັ້ນເປັນຄູ່ໝັ້ນຂອງຕົນ ກໍເຮັດດີຢູ່.
[38] ເຫດສະນັ້ນ ຜູ້ໃດທີ່ແຕ່ງງານກັບຄູ່ໝັ້ນຂອງຕົນ ກໍເຮັດດີຢູ່ ແຕ່ຜູ້ທີ່ບໍ່ແຕ່ງງານນັ້ນກໍເຮັດດີກວ່າ.
[39] ຕາບໃດທີ່ຜົວຍັງມີຊີວິດຢູ່ ເມຍຕ້ອງຢູ່ກັບຜົວ ແຕ່ຖ້າຜົວຕາຍໄປແລ້ວ ນາງກໍເປັນອິດສະຫລະ ຈະແຕ່ງງານກັບຊາຍຄົນໃດກໍໄດ້ຕາມໃຈ ແຕ່ໃຫ້ນາງແຕ່ງງານກັບຜູ້ທີ່ເຊື່ອໃນອົງພຣະ^ຜູ້^ເປັນເຈົ້າ.
[40] ແຕ່ຕາມຄວາມ^ເຫັນຂອງເຮົາວ່າ, ຖ້ານາງຢູ່ຜູ້ດຽວ ກໍຈະເປັນສຸກກວ່າ ແລະເຮົາຄິດວ່າ ພຣະວິນຍານຂອງ^ພຣະເຈົ້າຊົງສະຖິດຢູ່ນຳເຮົາດ້ວຍ.