[1] ພີ່ນ້ອງທັງຫລາຍ^ເອີຍ, ເຮົາຢາກໃຫ້ພວກເຈົ້າລະນຶກເຖິງ ສິ່ງທີ່ໄດ້ເກີດຂຶ້ນກັບບັນພະບຸລຸດຂອງ^ພວກເຮົາ ເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງ^ເສົາເມກ ແລະຕ່າງກໍໄດ້ຜ່ານທະເລແດງໄປທຸກຄົນ.
[2] ພວກເພິ່ນໄດ້ຮັບບັບຕິສະມາໃນເມກ ແລະໃນທະເລຮ່ວມກັບໂມເຊທຸກຄົນ.
[3] ທຸກຄົນຕ່າງກໍໄດ້ກິນອາຫານທິບຢ່າງດຽວກັນ
[4] ແລະໄດ້ດື່ມນໍ້າທິບຢ່າງດຽວກັນ. ດ້ວຍວ່າ, ພວກເພິ່ນໄດ້ດື່ມນໍ້າທີ່ໄຫລອອກມາຈາກສີລາສັກສິດທີ່ຕາມພວກເພິ່ນໄປ ສີລາສັກສິດນັ້ນ ກໍຄືພຣະຄຣິດນັ້ນເອງ.
[5] ແຕ່ເຖິງປານນັ້ນກໍດີ ພຣະເຈົ້າກໍບໍ່ຊົງພໍພຣະໄທກັບຄົນສ່ວນຫລາຍໃນພວກເພິ່ນ ເຮົາຮູ້ໄດ້ ກໍເພາະພວກເພິ່ນລົ້ມຕາຍກະຈັດ^ກະຈາຍໃນຖິ່ນ^ແຫ້ງແລ້ງ^ກັນດານ.
[6] ເຫດການທັງໝົດເຫລົ່ານີ້ ເປັນຕົວຢ່າງສຳລັບພວກເຮົາ ເພື່ອເຕືອນພວກເຮົາບໍ່ໃຫ້ມີໃຈປາຖະໜາຊົ່ວເໝືອນດັ່ງຄົນພວກນັ້ນ.
[7] ຢ່າກາຍເປັນຄົນຂາບໄຫວ້ຮູບເຄົາຣົບ ເໝືອນບາງຄົນໃນພວກນັ້ນໄດ້ຂາບໄຫວ້ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ປະຊາຊົນໄດ້ນັ່ງລົງກິນແລະດື່ມ ແລ້ວກໍລຸກຂຶ້ນເຕັ້ນລຳ.”
[8] ຢ່າໃຫ້ເຮົາທັງຫລາຍປະພຶດຜິດສິນທຳທາງເພດ ດັ່ງທີ່ບາງຄົນໃນພວກນັ້ນໄດ້ປະພຶດ ແລະພວກເຂົາກໍລົ້ມຕາຍໃນມື້ດຽວສອງໝື່ນສາມພັນຄົນ.
[9] ຢ່າໃຫ້ພວກເຮົາທົດລອງອົງພຣະ^ຜູ້^ເປັນເຈົ້າ ດັ່ງທີ່ບາງຄົນໃນພວກນັ້ນໄດ້ທົດລອງ ແລະພວກເຂົາກໍຖືກຂ້າຕາຍດ້ວຍງູພິດຕອດ.
[10] ພວກເຈົ້າຢ່າຈົ່ມ ດັ່ງທີ່ບາງຄົນໃນພວກນັ້ນໄດ້ຈົ່ມ ແລະພວກເຂົາກໍຖືກທຳລາຍດ້ວຍເພັດຊະຄາດ.
[11] ເຫດການທັງໝົດເຫລົ່ານີ້ ໄດ້ເກີດຂຶ້ນແກ່ບັນພະບຸລຸດຂອງ^ພວກເຮົາ ກໍເພື່ອເປັນຕົວຢ່າງໃຫ້ແກ່ຜູ້ອື່ນ ແລະໄດ້ບັນທຶກເຫດການທັງໝົດນີ້ໄວ້ ເພື່ອເຕືອນສະຕິພວກເຮົາ ຊຶ່ງຢູ່ໃນຍຸກ^ສຸດທ້າຍທີ່ກຳລັງຈະມາເຖິງ.
[12] ເຫດສະນັ້ນ ຄົນທີ່ຄິດວ່າ ຕົນຕັ້ງໝັ້ນຄົງດີແລ້ວ ຈົ່ງລະວັງຕົວໃຫ້ດີ ຢ້ານວ່າຈະລົ້ມລົງ.
[13] ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າ^ທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າ^ທັງຫລາຍຈະສາມາດທົນໄດ້.
[14] ດ້ວຍເຫດນັ້ນ ພີ່ນ້ອງທີ່ຮັກທັງຫລາຍ^ເອີຍ, ຈົ່ງເວັ້ນຈາກການຂາບໄຫວ້ຮູບເຄົາຣົບທັງສິ້ນ.
[15] ເຮົາກ່າວແກ່ພວກເຈົ້າເໝືອນດັ່ງກ່າວກັບຄົນທີ່ມີປັນຍາ ຈົ່ງພິຈາລະນາເບິ່ງຖ້ອຍຄຳທີ່ເຮົາກ່າວນັ້ນເຖີດ.
[16] ຈອກແຫ່ງພຣະພອນ ຊຶ່ງເຮົາຂໍພຣະພອນນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະ^ໂລຫິດຂອງ^ພຣະຄຣິດບໍ່ແມ່ນບໍ? ເຂົ້າຈີ່ຊຶ່ງເຮົາຫັກນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະກາຍຂອງ^ພຣະຄຣິດບໍ່ແມ່ນບໍ?
[17] ເຖິງແມ່ນວ່າ ພວກເຮົາມີຫລາຍຄົນ ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາກໍເປັນຮ່າງກາຍດຽວ ເພາະວ່າພວກເຮົາທຸກຄົນກິນເຂົ້າຈີ່ກ້ອນດຽວກັນ.
[18] ຈົ່ງພິຈາລະນາເບິ່ງການປະຕິບັດຂອງ^ຊົນຊາດອິດສະຣາເອນ ພວກທີ່ກິນເຄື່ອງຖວາຍແລ້ວນັ້ນ ກໍມີສ່ວນໃນແທ່ນບູຊານັ້ນບໍ່ແມ່ນບໍ?
[19] ຖ້າເປັນເຊັ່ນນັ້ນ ເຮົາໝາຍຄວາມວ່າຢ່າງໃດ? ເຄື່ອງບູຊາທີ່ຖວາຍແກ່ຮູບເຄົາຣົບນັ້ນເປັນຂອງ^ສັກສິດບໍ ຫລືຮູບເຄົາຣົບນັ້ນສັກສິດ?
[20] ບໍ່ແມ່ນດອກ ເຮົາໝາຍຄວາມວ່າເຄື່ອງບູຊາ ຊຶ່ງຄົນບໍ່ນັບຖືພຣະເຈົ້າຖວາຍນັ້ນ ເຂົາຖວາຍແກ່ພວກຜີມານຮ້າຍ ບໍ່ແມ່ນຖວາຍແກ່ພຣະເຈົ້າ ເຮົາບໍ່ຢາກໃຫ້ພວກເຈົ້າມີສ່ວນຮ່ວມກັບພວກຜີມານຮ້າຍເຫລົ່ານັ້ນ.
[21] ພວກເຈົ້າດື່ມຈາກຈອກຂອງ^ອົງພຣະ^ຜູ້^ເປັນເຈົ້າແດ່ ແລະດື່ມຈາກຈອກຂອງ^ຜີມານຮ້າຍແດ່ ກໍບໍ່ຫ່ອນໄດ້ ພວກເຈົ້າກິນທີ່ໂຕະຂອງ^ອົງພຣະ^ຜູ້^ເປັນເຈົ້າແດ່ ແລະກິນທີ່ໂຕະຂອງ^ຜີມານຮ້າຍແດ່ ກໍບໍ່ໄດ້ເຊັ່ນກັນ.
[22] ພວກເຮົາຈະຍຸຍົງໃຫ້ອົງພຣະ^ຜູ້^ເປັນເຈົ້າອິດສາຊັ້ນບໍ? ພວກເຮົາຄິດວ່າພວກເຮົາມີຣິດເດດຫລາຍກວ່າພຣະອົງບໍ?
[23] “ເຮົາເຮັດສິ່ງສາລະພັດໄດ້ບໍ່ມີຜູ້ໃດຫ້າມ”, ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນເປັນປະໂຫຍດ “ເຮົາເຮັດສິ່ງສາລະພັດໄດ້ບໍ່ມີຜູ້ໃດຫ້າມ”, ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນຈະໃຫ້ຈະເລີນຂຶ້ນ.
[24] ຢ່າໃຫ້ຜູ້ໃດໃນພວກເຈົ້າ ຫາຜົນປະໂຫຍດໃສ່ຕົນເອງ, ແຕ່ຈົ່ງເຫັນແກ່ປະໂຫຍດຂອງ^ຄົນອື່ນດ້ວຍ.
[25] ຊີ້ນທຸກຢ່າງທີ່ເຂົາຂາຍຕາມຕະຫລາດນັ້ນ ກິນໄດ້ໂດຍບໍ່ຕ້ອງຖາມສິ່ງໃດ ເພາະເຫັນແກ່ໃຈສຳນຶກຜິດແລະຊອບ.
[26] ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ແຜ່ນດິນ^ໂລກກັບສັບພະທຸກສິ່ງໃນນັ້ນ ກໍເປັນຂອງ^ອົງພຣະ^ຜູ້^ເປັນເຈົ້າ.”
[27] ຖ້າຄົນທີ່ບໍ່ເຊື່ອຜູ້ໜຶ່ງ ເຊີນພວກເຈົ້າໄປຮ່ວມຮັບປະທານອາຫານ ແລະພວກເຈົ້າກໍເຕັມໃຈໄປ ຈົ່ງກິນອາຫານ ຊຶ່ງເຂົາຈັດໃຫ້ມາ ແລະວາງຕໍ່ໜ້າພວກເຈົ້າ ໂດຍບໍ່ຕ້ອງຖາມສິ່ງໃດ ເພາະເຫັນແກ່ໃຈສຳນຶກຜິດແລະຊອບຂອງ^ພວກເຈົ້າ.
[28] ແຕ່ຖ້າມີຜູ້ບອກພວກເຈົ້າວ່າ, “ອາຫານນີ້ເຂົາໄດ້ຖວາຍແກ່ຮູບເຄົາຣົບແລ້ວ” ກໍຢ່າສູ່ກິນອາຫານນັ້ນ ເພາະເຫັນແກ່ຜູ້ທີ່ບອກພວກເຈົ້າ ແລະເພາະເຫັນແກ່ໃຈສຳນຶກຜິດແລະຊອບ, (
[29] ບໍ່ແມ່ນເພາະເຫັນແກ່ໃຈສຳນຶກຜິດແລະຊອບຂອງ^ພວກເຈົ້າເອງ ແຕ່ແມ່ນໃຈສຳນຶກຜິດແລະຊອບຂອງ^ຄົນທີ່ບອກນັ້ນ). ບາງຄົນຖາມວ່າ, ເປັນຫຍັງເສລີພາບຂອງເຮົາຕ້ອງຖືກຂັດຂວາງ ໂດຍໃຈສຳນຶກຜິດແລະຊອບຂອງ^ຄົນອື່ນ?
[30] ຖ້າເຮົາໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ ເປັນຫຍັງຄົນອື່ນຈຶ່ງຕ້ອງຕິຕຽນເຮົາກ່ຽວກັບອາຫານ ຊຶ່ງເຮົາໄດ້ຂອບພຣະຄຸນແລ້ວ?
[31] ເຫດສະນັ້ນ ເມື່ອເຈົ້າ^ທັງຫລາຍຈະກິນ ຈະດື່ມ ຫລືຈະເຮັດສິ່ງໃດກໍດີ ຈົ່ງເຮັດທຸກສິ່ງເພື່ອຖວາຍພຣະກຽດແດ່ພຣະເຈົ້າ.
[32] ຢ່າເປັນຕົ້ນເຫດ ທີ່ເຮັດໃຫ້ພວກຢິວ ພວກຕ່າງຊາດ ຫລືຄຣິສຕະຈັກຂອງ^ພຣະເຈົ້າສະດຸດໃຈ.
[33] ເໝືອນດັ່ງເຮົາເອງເຄີຍເຮັດທຸກຢ່າງ ໃຫ້ເປັນທີ່ພໍໃຈຄົນທັງປວງ ໂດຍບໍ່ເຫັນແກ່ປະໂຫຍດສ່ວນຕົວ ແຕ່ເຫັນແກ່ປະໂຫຍດຂອງ^ຄົນທັງຫລາຍ ເພື່ອພວກເຂົາຈະໄດ້ພົ້ນ.