[1] ພີ່ນ້ອງທັງຫລາຍ^ເອີຍ, ເມື່ອເຮົາໄດ້ມາຫາພວກເຈົ້າ ເພື່ອປະກາດຄວາມຈິງອັນເລິກລັບຂອງ^ພຣະເຈົ້າ ເຮົາບໍ່ໄດ້ໃຊ້ຖ້ອຍຄຳຍາກ ຫລືຄວາມ^ຮູ້ອັນໜ້າຟັງ.
[2] ດ້ວຍວ່າ, ຂະນະທີ່ເຮົາໄດ້ຢູ່ນຳພວກເຈົ້ານັ້ນ ເຮົາຕັ້ງໃຈໄວ້ແລ້ວວ່າ ຈະບໍ່ສັ່ງສອນເລື່ອງໃດເລີຍ ເວັ້ນໄວ້ແຕ່ເລື່ອງພຣະເຢຊູ^ຄຣິດເຈົ້າ ແລະໂດຍ^ສະເພາະຄວາມ^ຕາຍຂອງ^ພຣະອົງທີ່ໄມ້ກາງແຂນ.
[3] ເພາະສະນັ້ນ ເມື່ອເຮົາໄດ້ມາຫາພວກເຈົ້າ ເຮົາກໍອ່ອນກຳລັງ ແລະຢ້ານກົວຈົນຕົວສັ່ນ
[4] ຄຳສັ່ງສອນ ແລະຄຳເທດສະໜາຂອງເຮົາ ກໍບໍ່ແມ່ນຄຳສະຫລາດສະຫລຽວ ອັນກ້ຽວກ່ອມໃຈດ້ວຍປັນຍາຂອງ^ມະນຸດ, ແຕ່ແມ່ນຄຳຊຶ່ງໄດ້ສຳແດງພຣະວິນຍານ ແລະຣິດອຳນາດຂອງ^ພຣະເຈົ້າ.
[5] ເພື່ອຄວາມເຊື່ອຂອງ^ພວກເຈົ້າຈະບໍ່ໄດ້ຂຶ້ນຢູ່ກັບປັນຍາຂອງ^ມະນຸດ, ແຕ່ອາໄສຣິດອຳນາດຂອງ^ພຣະເຈົ້າ.
[6] ເຖິງປານນັ້ນກໍດີ, ເຮົາເຄີຍປະກາດຖ້ອຍຄຳແຫ່ງປັນຍາ ໃຫ້ແກ່ຄົນທີ່ໃຫຍ່ແລ້ວຝ່າຍຄວາມເຊື່ອກໍຈິງ, ແຕ່ບໍ່ແມ່ນປັນຍາທີ່ເປັນຂອງ^ໂລກນີ້ ຫລືປັນຍາຂອງ^ອຳນາດທີ່ປົກຄອງໂລກນີ້ ຊຶ່ງກຳລັງເສື່ອມສູນໄປ.
[7] ປັນຍາທີ່ເຮົາປະກາດນັ້ນ ແມ່ນຄວາມ^ເລິກລັບແຫ່ງປັນຍາຂອງ^ພຣະເຈົ້າ ທີ່ຖືກເຊື່ອງໄວ້ຈາກມະນຸດກ່ອນສ້າງໂລກ ຊຶ່ງພຣະເຈົ້າຊົງກຳນົດໄວ້ແລ້ວ ເພື່ອເປັນສະຫງ່າຣາສີແກ່ພວກເຮົາ.
[8] ບໍ່ມີຜູ້ປົກຄອງຄົນໃດໃນໂລກນີ້ ໄດ້ຮູ້ຈັກປັນຍານີ້, ຖ້າເຂົາຮູ້ຈັກ ເຂົາຄົງບໍ່ເອົາອົງພຣະ^ຜູ້^ເປັນເຈົ້າ ຜູ້ຊົງສະຫງ່າຣາສີຄຶງໄວ້ທີ່ໄມ້ກາງແຂນ.
[9] ເໝືອນດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫຼະ ທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”
[10] ແຕ່ວ່າ ພຣະເຈົ້າໄດ້ເປີດເຜີຍຄວາມ^ເລິກລັບຂອງ^ພຣະອົງ ແກ່ພວກເຮົາໂດຍທາງພຣະວິນຍານ. ແທ້ຈິງແລ້ວ, ພຣະວິນຍານຢັ່ງຮູ້ທຸກສິ່ງ ເຖິງແມ່ນເປັນຄວາມ^ເລິກລັບຂອງ^ພຣະເຈົ້າ.
[11] ດ້ວຍວ່າ, ຜູ້ໃດໜໍ ອາດຮູ້ຄວາມ^ຄິດຂອງ^ມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ພາຍໃນມະນຸດຜູ້ນັ້ນ, ໃນທຳນອງ^ດຽວກັນ ບໍ່ມີຜູ້ໃດຮູ້ພຣະໄທພຣະເຈົ້າ ແຕ່ແມ່ນພຣະວິນຍານຂອງ^ພຣະເຈົ້າເທົ່ານັ້ນ ທີ່ຮູ້ທຸກສິ່ງກ່ຽວກັບພຣະເຈົ້າ.
[12] ພວກເຮົາບໍ່ໄດ້ຮັບວິນຍານຂອງ^ໂລກນີ້, ແຕ່ພວກເຮົາໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ ເພື່ອວ່າພວກເຮົາຈະຮູ້ທຸກສິ່ງ ທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ພວກເຮົານັ້ນ.
[13] ດ້ວຍເຫດນັ້ນ ພວກເຮົາຈຶ່ງບໍ່ກ່າວດ້ວຍຖ້ອຍຄຳ ຊຶ່ງປັນຍາຂອງ^ມະນຸດໄດ້ສອນໄວ້, ແຕ່ດ້ວຍຖ້ອຍຄຳ ຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄືພວກເຮົາໄດ້ອະທິບາຍຄວາມຈິງຝ່າຍຈິດວິນຍານ ໃຫ້ແກ່ຄົນທີ່ມີພຣະວິນຍານຟັງ.
[14] ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານັ້ນ ຊຶ່ງເປັນຂອງ^ພຣະວິນຍານຂອງ^ພຣະເຈົ້າກໍບໍ່ໄດ້, ເພາະພວກເຂົາເຫັນວ່າ ສິ່ງເຫລົ່ານີ້ເປັນເລື່ອງໂງ່ສຳລັບຕົນ ແລະບໍ່ສາມາດເຂົ້າໃຈ ເພາະວ່າ ທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ ກໍຕ້ອງອາໄສພຣະວິນຍານ.
[15] ຝ່າຍຄົນທີ່ມີພຣະວິນຍານຂອງ^ພຣະເຈົ້າ ກໍສາມາດສັງເກດຮູ້ສິ່ງສາລະພັດໄດ້, ແຕ່ບໍ່ມີຜູ້ໃດສາມາດສັງເກດຮູ້ໃຈຜູ້ນັ້ນໄດ້.
[16] ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດໜໍ ຮູ້ຄວາມ^ຄິດ ຂອງອົງພຣະ^ຜູ້^ເປັນເຈົ້າໄດ້ ຈຶ່ງສາມາດໃຫ້ຄຳແນະນຳ ແກ່ພຣະອົງໄດ້?” ແຕ່ພວກເຮົາມີຄວາມ^ຄິດຂອງ^ພຣະຄຣິດ.