[1] ບັດນີ້ ມີຂ່າວເລົ່າລືກັນທົ່ວໄປວ່າ ໃນທ່າມກາງພວກເຈົ້ານັ້ນ, ມີການຜິດ^ຊາຍຍິງອັນໜັກໜ່ວງຫລາຍ ແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມຍ
[2] ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ແລະຄົນຢ່າງນັ້ນຄວນຖືກຂັບໄລ່ອອກຈາກພວກເຈົ້າໄປເສຍ.
[3] ເຖິງແມ່ນວ່າ ເຮົາບໍ່ໄດ້ຢູ່ກັບພວກເຈົ້າທາງກາຍ, ແຕ່ທາງໃຈຂອງເຮົາກໍຢູ່ກັບພວກເຈົ້າ ເຮົາໄດ້ຕັດສິນລົງໂທດຜູ້ທີ່ປະພຶດຜິດຢ່າງນັ້ນ ເໝືອນດັ່ງເຮົາຢູ່ທ່າມກາງພວກເຈົ້າ.
[4] ເມື່ອພວກເຈົ້າມາປະຊຸມກັນ ໃນພຣະນາມອົງພຣະເຢຊູເຈົ້າ ແລະໃຈຂອງເຮົາກໍຮ່ວມຢູ່ດ້ວຍ ພ້ອມທັງຣິດອຳນາດຂອງ^ອົງພຣະເຢຊູເຈົ້າຂອງ^ພວກເຮົາ.
[5] ພວກເຈົ້າຈົ່ງມອບຊາຍຄົນນີ້ໄວ້ໃຫ້ມານຊາຕານທຳລາຍເນື້ອກາຍ ເພື່ອໃຫ້ຈິດວິນຍານຂອງ^ລາວໄດ້ພົ້ນ ໃນວັນຂອງ^ອົງພຣະ^ຜູ້^ເປັນເຈົ້າ.
[6] ການທີ່ພວກເຈົ້າອວດອ້າງນັ້ນ ບໍ່ເປັນການດີເລີຍ ພວກເຈົ້າກໍຮູ້ວ່າ ເຊື້ອແປ້ງແຕ່ໜ້ອຍດຽວ ກໍເຮັດໃຫ້ແປ້ງນວດຟູຂຶ້ນທັງກ້ອນໄດ້.
[7] ດ້ວຍເຫດນັ້ນ ຈົ່ງຊຳລະບາບກຳອັນເປັນເຊື້ອເກົ່າອອກໄປເສຍ ແລ້ວພວກເຈົ້າກໍຈະເປັນເໝືອນແປ້ງນວດກ້ອນໃໝ່ ໂດຍບໍ່ມີເຊື້ອແປ້ງແລ້ວ. ດ້ວຍວ່າ, ພຣະຄຣິດຜູ້ຊົງເປັນລູກແກະປັດສະຄາຂອງ^ພວກເຮົານັ້ນໄດ້ຖືກຂ້າບູຊາແລ້ວ.
[8] ດ້ວຍເຫດນັ້ນ ເຮົາທັງຫລາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອເກົ່າ ຫລືເຊື້ອຂອງ^ຄວາມ^ຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມ^ສັດຊື່ແລະຄວາມຈິງ.
[9] ເຮົາໄດ້ຂຽນຈົດໝາຍບອກເຈົ້າ^ທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຫລິ້ນຊູ້,
[10] ແຕ່ເຮົາບໍ່ໄດ້ຫ້າມຄົບຫາກັບທຸກຄົນໃນໂລກທີ່ຫລິ້ນຊູ້ ຫລືຄົນໂລບ, ຄົນຂົ່ມຂູ່ ຫລືຄົນຂາບໄຫວ້ຮູບເຄົາຣົບ. ເພາະວ່າ ຖ້າຫ້າມຢ່າງນັ້ນແລ້ວ ພວກເຈົ້າຈະຕ້ອງໄດ້ອອກໄປເສຍຈາກໂລກນີ້.
[11] ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ.
[12] ບໍ່ແມ່ນໜ້າທີ່ຂອງເຮົາ ທີ່ຈະຕັດສິນລົງໂທດຄົນພາຍນອກ, ແຕ່ແມ່ນໜ້າທີ່ຂອງ^ພວກເຈົ້າ ທີ່ຕັດສິນລົງໂທດຄົນພາຍໃນບໍ່ແມ່ນບໍ?
[13] ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຊົງຕັດສິນລົງໂທດ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າເສຍ.”