Skip to content
Opens in a new window
Listen to this chapter • 2:32

[1] ເຖິງ​ແມ່ນ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື​ພາສາ​ຂອງ^ເທວະດາ​ກໍຕາມ, ແຕ່​ບໍ່ມີ​ຄວາມຮັກ ການ​ເວົ້າ​ຂອງເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ​ແລະ​ສຽງ​ແຊ່ງ​ທີ່​ດັງ​ອຶກກະທຶກ.

[2] ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.

[3] ເຖິງ​ແມ່ນ​ເຮົາ​ບໍລິຈາກ​ສິ່ງ​ຂອງ^ທັງໝົດ​ທີ່​ເຮົາ​ມີ​ຢູ່ ແລະ​ສະຫລະ​ແມ່ນແຕ່​ຕົວ​ເຮົາ​ເອງ​ໃຫ້​ເຂົາ​ເຜົາ​ໄຟ ແຕ່​ຖ້າ​ເຮົາ​ບໍ່ມີ​ຄວາມຮັກ ການ​ກະທຳ​ຢ່າງ​ນັ້ນ​ກໍ​ບໍ່ໄດ້​ປະໂຫຍດ​ຫຍັງ​ໝົດ.

[4] ຄວາມຮັກ​ກໍ​ອົດທົນ​ດົນນານ, ຄວາມຮັກ​ຄື​ຄວາມ^ເມດຕາ​ກະຣຸນາ, ຄວາມຮັກ​ບໍ່​ເຫິງສາ ບໍ່​ອວດອ້າງ ບໍ່​ຈອງຫອງ

[5] ບໍ່​ເຮັດ​ການ​ອັນ​ບໍ່​ສຸພາບ ບໍ່​ຄິດເຫັນ​ປະໂຫຍດ​ສ່ວນຕົວ​ແຕ່​ຝ່າຍ​ດຽວ ບໍ່ມີ​ໃຈ​ຮ້າຍ​ງ່າຍ ບໍ່​ມັກ​ຈົດຈຳ​ຄວາມຜິດ

[6] ບໍ່​ຍິນດີ​ໃນ​ການ​ອະທຳ, ແຕ່​ຍິນດີ​ໃນ​ການ​ສັດຈິງ.

[7] ຄວາມຮັກ​ສູ້ທົນ​ທຸກສິ່ງ ເຊື່ອ​ທຸກສິ່ງ ໄວ້ວາງໃຈ​ໃນ​ທຸກສິ່ງ ແລະ​ພຽນທົນ​ເອົາ​ທຸກສິ່ງ.

[8] ເຖິງ​ແມ່ນ​ການ​ປະກາດ​ພຣະທຳ​ກໍ​ຈະ​ຖືກ​ຍົກເລີກ ຫລື​ການ​ເວົ້າ​ພາສາ​ແປກໆ​ກໍ​ຈະ​ເຊົາ ແລະ​ວິຊາ​ຄວາມຮູ້​ກໍ​ຈະ​ຖືກ​ຍົກເລີກ​ເສຍ, ແຕ່​ຄວາມຮັກ​ຍັງ​ຈະ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ.

[9] ເພາະວ່າ​ຄວາມຮູ້​ຂອງເຮົາ​ນັ້ນ​ບໍ່​ສົມບູນ ແລະ​ການ​ປະກາດ​ພຣະທຳ​ກໍ​ບໍ່​ສົມບູນ,

[10] ແຕ່​ເມື່ອ​ຄວາມ^ສົມບູນ​ມາ​ເຖິງ​ແລ້ວ ຄວາມ^ບົກພ່ອງ​ນັ້ນ​ກໍ​ຈະ​ຖືກ​ຍົກເລີກ​ເສຍ.

[11] ເມື່ອ​ເຮົາ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ການ​ເວົ້າຈາ ຄວາມ^ຮູ້ສຶກ ແລະ​ຄວາມ^ນຶກຄິດ​ຂອງເຮົາ​ກໍ​ເປັນ​ຢ່າງ​ເດັກນ້ອຍ, ແຕ່​ເມື່ອ​ເຮົາ​ກາຍເປັນ​ຜູ້​ໃຫຍ່​ແລ້ວ ເຮົາ​ກໍ​ເລີກ​ຄວາມ^ປະພຶດ​ຢ່າງ​ເດັກນ້ອຍ​ນັ້ນ​ເສຍ.

[12] ເພາະວ່າ​ດຽວ​ນີ້​ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ ເໝືອນ​ເບິ່ງ​ໃນ​ແວ່ນ, ແຕ່​ວ່າ​ເວລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະພັກ​ຢ່າງ​ຄັກ. ດຽວ​ນີ້​ຄວາມຮູ້​ຂອງເຮົາ​ບໍ່​ສົມບູນ, ແຕ່​ເວລາ​ນັ້ນ ເຮົາ​ຈະ​ຮູ້​ຢ່າງ​ສົມບູນ​ເໝືອນ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຮົາ​ແລ້ວ.

[13] ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ^ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.

1 ໂກຣິນໂທ — Chapters