[1] ໃຫ້ທຸກຄົນຖືວ່າ ພວກເຮົາເປັນຜູ້ຮັບໃຊ້ຂອງ^ພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຄວາມຈິງອັນເລິກລັບຂອງ^ພຣະເຈົ້າ.
[2] ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່.
[3] ສຳລັບເຮົາແລ້ວ ການທີ່ພວກເຈົ້າ ຫລືມະນຸດຄົນໃດ ຈະຕັດສິນເຮົານັ້ນ ຖືວ່າເປັນເລື່ອງເລັກນ້ອຍ, ເຖິງແມ່ນວ່າ ເຮົາເອງກໍບໍ່ໄດ້ຕັດສິນຕົວເຮົາ.
[4] ເພາະເຮົາບໍ່ຮູ້ວ່າ ເຮົາເຮັດຜິດອັນໃດ ເຖິງປານນັ້ນກໍບໍ່ພົ້ນຈາກການ^ພິພາກສາຕັດສິນ ຜູ້ທີ່ຈະພິພາກສາຕົວເຮົານັ້ນ ແມ່ນອົງພຣະ^ຜູ້^ເປັນເຈົ້າ.
[5] ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະ^ຜູ້^ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມ^ລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມ^ນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫລະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
[6] ພີ່ນ້ອງທັງຫລາຍ^ເອີຍ, ທີ່ເຮົາໄດ້ນຳເອົາເລື່ອງອາໂປໂລ ແລະເຮົາເອງມາກ່າວເປັນຕົວຢ່າງ ກໍເພື່ອຜົນປະໂຫຍດຂອງ^ພວກເຈົ້າ ທີ່ຈະຮຽນຮູ້ເອົາຕາມແບບຢ່າງຂອງ^ພວກເຮົາ ຄືຢ່າອອກນອກຂອບເຂດພຣະຄຳພີ, ຢ່າໃຫ້ຜູ້ໃດ^ຜູ້ໜຶ່ງໃນພວກເຈົ້າມີໃຈຈອງຫອງ ໂດຍຍົກຜູ້ໜຶ່ງຂຶ້ນ ແລະຂົ່ມຜູ້ໜຶ່ງລົງ.
[7] ຜູ້ໃດເຮັດໃຫ້ເຈົ້າຕ່າງຈາກຄົນອື່ນໆ ຫລືມີສິ່ງໃດທີ່ເຈົ້າບໍ່ໄດ້ຮັບ, ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງອວດເໝືອນກັບວ່າເຈົ້າບໍ່ໄດ້ຮັບເລີຍ?
[8] ພວກເຈົ້າມີທຸກສິ່ງທີ່ພວກເຈົ້າຕ້ອງການແລ້ວໜໍ ພວກເຈົ້າຮັ່ງມີບໍຣິບູນແລ້ວໜໍ ພວກເຈົ້າຂຶ້ນເປັນກະສັດແລ້ວ, ທັງໆທີ່ພວກເຮົາຍັງບໍ່ໄດ້ເປັນ ເຮົາກໍຢາກໃຫ້ພວກເຈົ້າເປັນກະສັດແທ້ໆ ເພື່ອວ່າພວກເຮົາຈະໄດ້ເປັນກະສັດຮ່ວມກັນກັບພວກເຈົ້າ.
[9] ເພາະເຮົາຄິດເຫັນວ່າ, ພຣະເຈົ້າໄດ້ວາງພວກເຮົາຜູ້ເປັນອັກຄະສາວົກໃຫ້ຢູ່ຫລ້າສຸດ, ໃຫ້ເປັນດັ່ງຄົນທີ່ຖືກລົງໂທດເຖິງຕາຍຕໍ່ໜ້າສາທາ^ລະນະຊົນ ແລະເປັນຕົວລະຄອນໃຫ້ຈັກກະວານ, ໃຫ້ຝູງເທວະດາ ແລະໃຫ້ມະນຸດເບິ່ງ.
[10] ພວກເຮົາເປັນຄົນໂງ່ ເພາະເຫັນແກ່ພຣະຄຣິດ, ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາເປັນຜູ້ອ່ອນແຮງ, ແຕ່ພວກເຈົ້າເປັນຜູ້ແຂງແຮງ ພວກເຈົ້າມີກຽດ, ແຕ່ເຮົາບໍ່ມີກຽດ.
[11] ຈົນເຖິງປະຈຸບັນນີ້ ພວກເຮົາກໍຍັງອຶດ^ເຂົ້າ, ຢາກ^ນໍ້າ, ຂາດເຄື່ອງນຸ່ງຫົ່ມ, ຖືກຕົບຕີ ແລະບໍ່ມີບ່ອນພັກພາອາໄສເປັນຫລັກແຫລ່ງ,
[12] ພວກເຮົາຍັງອົດສາຫາລ້ຽງຊີບຕົນເອງ ໂດຍເຮັດວຽກຢ່າງໜັກໜ່ວງ. ເມື່ອຖືກປ້ອຍດ່າ ພວກເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງ ພວກເຮົາກໍອົດທົນເອົາ,
[13] ເມື່ອຖືກນິນທາປະໝາດ ພວກເຮົາກໍຊອກຫາທາງປອງດອງ ພວກເຮົາເປັນເໝືອນຂີ້ເຫຍື້ອຂອງ^ໂລກ ພວກເຮົາເປັນເໝືອນຂອງ^ເສດເຫລືອຈາກສິ່ງສາລະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້.
[14] ເຮົາບໍ່ໄດ້ຂຽນຂໍ້ຄວາມ^ເຫລົ່ານີ້ເຖິງພວກເຈົ້າ ເພື່ອໃຫ້ພວກເຈົ້າອັບອາຍ, ແຕ່ເພື່ອເຕືອນສະຕິພວກເຈົ້າ ໃນຖານະເປັນລູກທີ່ຮັກຂອງເຮົາ.
[15] ເຖິງແມ່ນວ່າ ຊີວິດໃນພຣະຄຣິດ ພວກເຈົ້າມີຜູ້ຄວບຄຸມດູແລເປັນສິບພັນຄົນກໍຕາມ, ແຕ່ພວກເຈົ້າກໍມີພໍ່ຄົນດຽວເທົ່ານັ້ນ ເພາະຊີວິດໃນພຣະເຢຊູ^ຄຣິດເຈົ້ານັ້ນ, ເຮົາໄດ້ໃຫ້ກຳເນີດພວກເຈົ້າໂດຍຂ່າວປະເສີດ.
[16] ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ.
[17] ເພາະດ້ວຍເຫດນີ້ແຫລະ ເຮົາຈຶ່ງໄດ້ໃຊ້ຕີໂມທຽວ ລູກທີ່ຮັກຂອງເຮົາ ຜູ້ເປັນຄົນສັດຊື່ໃນອົງພຣະ^ຜູ້^ເປັນເຈົ້າໃຫ້ມາຫາພວກເຈົ້າ. ລາວຈະຊ່ວຍເຕືອນພວກເຈົ້າ ເຖິງຫລັກການດຳເນີນຊີວິດໃນພຣະເຢຊູ^ຄຣິດເຈົ້າ ຕາມທີ່ເຮົາເຄີຍສັ່ງສອນໃນຄຣິສຕະຈັກຕ່າງໆ.
[18] ມີບາງຄົນໃນພວກເຈົ້າອວດຕົວຂຶ້ນເໝືອນກັບວ່າ ເຮົາຈະບໍ່ມາຫາພວກເຈົ້າ.
[19] ແຕ່ຖ້າອົງພຣະ^ຜູ້^ເປັນເຈົ້າຊົງພໍພຣະໄທ ເຮົາຈະມາຫາພວກເຈົ້າໃນບໍ່ຊ້ານີ້ ແລະເຮົາຈະໄດ້ຢັ່ງຮູ້ ບໍ່ແມ່ນຄຳເວົ້າຂອງ^ຄົນອວດຕົວຂຶ້ນເທົ່ານັ້ນ, ແຕ່ທັງຣິດອຳນາດຂອງ^ເຂົາດ້ວຍ.
[20] ເພາະວ່າອານາຈັກຂອງ^ພຣະເຈົ້າ ບໍ່ແມ່ນເລື່ອງຄຳເວົ້າ, ແຕ່ແມ່ນເລື່ອງຣິດອຳນາດ.
[21] ພວກເຈົ້າຕ້ອງການອັນໃດ? ຈະຕ້ອງໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ ຫລືຈະໃຫ້ເຮົາມາດ້ວຍຄວາມຮັກ ແລະດ້ວຍໃຈອ່ອນສຸພາບ?