Skip to content
Opens in a new window
Listen to this chapter • 6:38

[1] ເຈົ້າ^ທັງຫລາຍ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຂອງເຮົາ ເໝືອນ​ເຮົາ​ປະຕິບັດ​ຕາມ​ແບບຢ່າງ​ຂອງ^ພຣະຄຣິດ.

[2] ເຮົາ​ຊົມເຊີຍ​ເຈົ້າ^ທັງຫລາຍ ເພາະ​ພວກເຈົ້າ​ລະນຶກເຖິງ​ເຮົາ​ໃນ​ທຸກສິ່ງ ແລະ​ຖື​ຮັກສາ​ຂໍ້ຄວາມ​ທີ່​ສືບ​ມາ​ນັ້ນ ຊຶ່ງ​ເຮົາ​ມອບ​ໄວ້​ແກ່​ເຈົ້າ^ທັງຫລາຍ​ແລ້ວ.

[3] ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ວ່າ, ພຣະຄຣິດ​ຊົງ​ເປັນ​ປະມຸກ​ຂອງ^ຜູ້ຊາຍ​ທຸກຄົນ ຜົວ​ເປັນ​ປະມຸກ​ເມຍ​ຂອງຕົນ ແລະ​ປະມຸກ​ຂອງ^ພຣະຄຣິດ ຄື​ພຣະເຈົ້າ.

[4] ດັ່ງນັ້ນ ຊາຍ​ຄົນ​ໃດ​ທີ່​ກຳລັງ​ພາວັນນາ^ອະທິຖານ ຫລື​ປະກາດ​ພຣະທຳ​ໃນ​ທີ່​ຊຸມຊົນ ໂດຍ​ມີ​ຜ້າປົກ​ຫົວ​ຂອງຕົນ ກໍ​ເຮັດ​ໃຫ້​ເສຍ​ກຽດ​ແກ່​ປະມຸກ​ຂອງຕົນ.

[5] ແລະ​ຍິງ​ຄົນ​ໃດ​ທີ່​ພາວັນນາ^ອະທິຖານ ຫລື​ປະກາດ​ພຣະທຳ​ໃນ​ທີ່​ຊຸມຊົນ​ໂດຍ​ບໍ່ມີ​ຜ້າປົກ​ຫົວ​ຂອງຕົນ ກໍ​ເຮັດ​ໃຫ້​ຜົວ​ຂອງຕົນ​ເສຍ​ກຽດ ການ​ທີ່​ນາງ​ກະທຳ​ເຊັ່ນນັ້ນ ກໍ​ບໍ່​ຕ່າງ​ຫຍັງ​ກັບ​ແມ່ຍິງ​ທີ່​ແຖ​ຫົວ.

[6] ຖ້າ​ແມ່ຍິງ​ບໍ່​ປົກ​ຫົວ​ຂອງຕົນ ນາງ​ກໍ​ຄວນ​ຕັດ​ຜົມ​ຂອງຕົນ​ເສຍ ແຕ່​ຖ້າ​ແມ່ຍິງ​ແຖ​ຫົວ ຫລື​ຕັດ​ຜົມ​ຂອງ^ນາງ ເປັນ​ການ​ເສຍ​ກຽດ​ແກ່​ຕົນ ນາງ​ກໍ​ຄວນ​ປົກ​ຫົວ​ຂອງຕົນ ຈົ່ງ​ໃຫ້​ນາງ​ເອົາ​ຜ້າປົກ​ຫົວ​ເສຍ.

[7] ຜູ້ຊາຍ​ບໍ່​ຈຳເປັນ​ຕ້ອງ​ປົກ​ຫົວ​ຂອງຕົນ ເພາະ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ​ພຣະ​ກຽດຕິຍົດ​ຂອງ^ພຣະເຈົ້າ ແຕ່​ແມ່ຍິງ​ນັ້ນ​ເປັນ​ກຽດຕິຍົດ​ຂອງ^ຜູ້ຊາຍ.

[8] ດ້ວຍວ່າ, ພຣະເຈົ້າ​ບໍ່ໄດ້​ສ້າງ​ຜູ້ຊາຍ​ມາ​ຈາກ​ແມ່ຍິງ ແຕ່​ພຣະອົງ​ໄດ້​ສ້າງ​ແມ່ຍິງ​ມາ​ຈາກ​ຜູ້ຊາຍ.

[9] ແລະ​ພຣະອົງ​ກໍ​ບໍ່ໄດ້​ສ້າງ​ຜູ້ຊາຍ​ໄວ້​ສຳລັບ​ແມ່ຍິງ ແຕ່​ໄດ້​ສ້າງ​ແມ່ຍິງ​ໄວ້​ສຳລັບ​ຜູ້ຊາຍ.

[10] ສະນັ້ນແຫລະ ເພື່ອ​ເຫັນ​ແກ່​ພວກ​ເທວະດາ ແມ່ຍິງ​ຈຶ່ງ​ຄວນ​ມີ​ຜ້າປົກ​ຫົວ​ຂອງຕົນ ເພື່ອ​ສະແດງ​ວ່າ ນາງ​ຢູ່​ໃຕ້​ສິດ​ອຳນາດ​ຜົວ​ຂອງຕົນ.

[11] ເຖິງ​ຢ່າງ​ໃດ​ກໍຕາມ ສຳລັບ​ຊີວິດ​ຂອງ^ພວກເຮົາ​ຢູ່​ໃນ​ອົງພຣະ^ຜູ້^ເປັນເຈົ້າ​ແລ້ວ ແມ່ຍິງ​ຕ້ອງ​ເພິ່ງ​ຜູ້ຊາຍ ແລະ​ຜູ້ຊາຍ​ກໍ​ຕ້ອງ​ເພິ່ງ​ແມ່ຍິງ.

[12] ດ້ວຍວ່າ, ແມ່ຍິງ​ນັ້ນ​ພຣະເຈົ້າ​ໄດ້​ສ້າງ​ມາ​ຈາກ​ຜູ້ຊາຍ​ສັນໃດ ຕໍ່ມາ ຜູ້ຊາຍ​ກໍ​ເກີດ​ມາ​ຈາກ​ແມ່ຍິງ​ສັນນັ້ນ ແຕ່​ທຸກໆ​ສິ່ງ​ທີ່​ມີ​ຢູ່ ກໍ​ມາ​ຈາກ​ພຣະເຈົ້າ.

[13] ຝ່າຍ​ພວກເຈົ້າ ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ການ​ທີ່​ແມ່ຍິງ​ພາວັນນາ^ອະທິຖານ​ຕໍ່​ພຣະເຈົ້າ ໃນ​ທີ່​ຊຸມຊົນ​ໂດຍ​ບໍ່ມີ​ຜ້າປົກ​ຫົວ​ນັ້ນ ເປັນ​ການ​ສົມຄວນ​ຫລື​ບໍ່?

[14] ທຳມະຊາດ​ເອງ​ກໍ​ສອນ​ພວກເຮົາ​ວ່າ ການ​ທີ່​ຜູ້ຊາຍ​ໄວ້​ຜົມ​ຍາວ​ນັ້ນ​ກໍ​ເປັນ​ທີ່​ອັບອາຍ,

[15] ແຕ່​ການ​ທີ່​ແມ່ຍິງ​ໄວ້​ຜົມ​ຍາວ​ນັ້ນ ກໍ​ເປັນ​ສິ່ງ​ຈົບງາມ​ແກ່​ຕົນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ນາງ​ມີ​ຜົມ​ຍາວ​ທີ່​ໃຊ້​ເປັນ​ຜ້າປົກ​ຫົວ​ແລ້ວ.

[16] ແຕ່​ຖ້າ​ຜູ້ໃດ​ຢາກ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ກໍ​ຂໍ​ໃຫ້​ຜູ້​ນັ້ນ​ເຂົ້າໃຈ​ວ່າ ພວກເຮົາ​ແລະ​ຄຣິສຕະຈັກ​ຂອງ^ພຣະເຈົ້າ ບໍ່​ຮັບ​ເອົາ​ທຳນຽມ​ຖຽງກັນ​ຢ່າງ​ນັ້ນ.

[17] ຢ່າງ​ໃດ​ກໍຕາມ ໃນ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້ ເຮົາ​ບໍ່ໄດ້​ຊົມເຊີຍ​ພວກເຈົ້າ​ດອກ ເພາະ​ການ​ປະຊຸມ​ນະມັດສະການ​ຂອງ^ພວກເຈົ້າ​ນັ້ນ ເຮັດ​ໃຫ້​ພວກເຈົ້າ​ບໍ່​ຈະເລີນ​ຂຶ້ນ ແຕ່​ເຮັດ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຜົນ​ຮ້າຍ.

[18] ເປັນຕົ້ນ​ເຮົາ​ໄດ້ຍິນ​ວ່າ ເມື່ອ​ຄຣິສຕະຈັກ​ມາ​ປະຊຸມ​ກັນ ກໍ​ມີ​ການ​ແຕກ​ເປັນພັກ​ເປັນ^ພວກ​ໃນ​ທ່າມກາງ​ພວກເຈົ້າ ເລື່ອງ​ນີ້ ເຮົາ​ກໍ​ເຊື່ອ​ວ່າ​ຄົງ​ມີ​ຄວາມຈິງ​ຢູ່​ແດ່.

[19] ເພາະ​ຈຳເປັນ​ຕ້ອງ​ມີ​ການ​ຂັດແຍ້ງ​ກັນ​ຢູ່​ແດ່ ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກເຈົ້າ​ນັ້ນ​ຈະ​ໄດ້​ປາກົດ​ແຈ້ງ​ຂຶ້ນ.

[20] ເມື່ອ​ເຈົ້າ^ທັງຫລາຍ​ປະຊຸມ​ພ້ອມ​ກັນ​ນັ້ນ ຈຶ່ງ​ບໍ່ແມ່ນ​ການ​ຮ່ວມ​ໂຕະ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[21] ດ້ວຍວ່າ, ເມື່ອ​ພວກເຈົ້າ​ຮັບປະທານ​ນັ້ນ ຕ່າງ​ຄົນ​ກໍ​ຟ້າວ​ຮັບ​ກິນ​ອາຫານ​ຂອງຕົນ​ກ່ອນ ບາງຄົນ​ກໍ​ບໍ່​ອີ່ມ ບາງຄົນ​ກໍ​ເມົາ.

[22] ພວກເຈົ້າ​ບໍ່ມີ​ເຮືອນ​ຂອງ^ພວກເຈົ້າ​ເອງ ເພື່ອ​ໃຊ້​ເປັນ​ບ່ອນ​ກິນ​ແລະ​ດື່ມ​ບໍ? ຫລື​ພວກເຈົ້າ​ຢາກ​ດູໝິ່ນ​ຄຣິສຕະຈັກ​ຂອງ^ພຣະເຈົ້າ ແລະ​ດູຖູກ​ຄົນ​ທີ່​ຂັດສົນ​ຊັ້ນບໍ? ກ່ຽວກັບ​ເລື່ອງ​ນີ້ ຢາກ​ໃຫ້​ເຮົາ​ເວົ້າ​ຕໍ່​ພວກເຈົ້າ​ຢ່າງ​ໃດ? ໃນ​ການ​ນີ້ ເຮົາ​ບໍ່​ຊົມເຊີຍ​ພວກເຈົ້າ​ດອກ.

[23] ດ້ວຍວ່າ​ນີ້​ແຫລະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ^ຜູ້^ເປັນເຈົ້າ ແລະ​ເຮົາ​ກໍ​ສົ່ງ​ຕໍ່​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ ຄື​ໃນ​ຄືນ​ທີ່​ຢູດາ​ໄດ້​ມອບ​ອົງ​ພຣະເຢຊູເຈົ້າ​ໄວ້​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່​ມາ.

[24] ເມື່ອ​ໂມທະນາ​ຂອບພຣະຄຸນ ແລ້ວ​ກໍ​ຫັກ​ເຂົ້າຈີ່​ນັ້ນ ແລະ​ກ່າວ​ວ່າ, “ນີ້​ແຫລະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ໃຫ້​ສຳລັບ​ພວກເຈົ້າ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.”

[25] ເມື່ອ​ຮັບປະທານ​ເຂົ້າ​ແລງ​ແລ້ວ ພຣະອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາການ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້ ຄື​ພັນທະສັນຍາ​ໃໝ່​ໂດຍ​ເລືອດ​ຂອງເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະນຶກເຖິງ​ເຮົາ.”

[26] ດ້ວຍວ່າ, ທຸກ​ເທື່ອ​ທີ່​ພວກເຈົ້າ​ກິນ​ເຂົ້າຈີ່​ນີ້ ແລະ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ພວກເຈົ້າ​ກໍ​ປະກາດ​ການ​ວາຍ^ພຣະຊົນ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ຈົນກວ່າ​ພຣະອົງ​ຈະ​ສະເດັດ​ມາ.

[27] ເຫດສະນັ້ນ ຖ້າ​ຜູ້ໃດ​ກິນ​ເຂົ້າຈີ່ ຫລື​ດື່ມ​ຈາກ​ຈອກ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ​ຢ່າງ​ບໍ່​ສົມຄວນ ຜູ້ນັ້ນ​ກໍ​ຜິດ​ຕໍ່​ພຣະກາຍ ແລະ​ຕໍ່​ພຣະ^ໂລຫິດ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[28] ດັ່ງນັ້ນ ທຸກຄົນ​ຈຶ່ງ​ຄວນ​ພິຈາລະນາ​ເບິ່ງ​ໃຈ​ຂອງ^ຕົນເອງ​ກ່ອນ ແລ້ວ​ຈຶ່ງ​ກິນ​ເຂົ້າຈີ່​ແລະ​ດື່ມ​ຈາກ​ຈອກ​ນີ້.

[29] ດ້ວຍວ່າ, ຜູ້​ກິນ​ແລະ​ດື່ມ ໂດຍ​ບໍ່ໄດ້​ສັງເກດ​ເຖິງ​ພຣະກາຍ ກໍ​ກິນ​ແລະ​ດື່ມ​ເປັນ​ເຫດ​ໃຫ້​ຕົນ​ຖືກ​ພິພາກສາ​ລົງໂທດ.

[30] ດ້ວຍເຫດນີ້, ຈຶ່ງ​ມີ​ຫລາຍ​ຄົນ​ໃນ​ພວກເຈົ້າ​ອ່ອນແຮງ​ແລະ​ເຈັບປ່ວຍ ແລະ​ບາງຄົນ​ກໍໄດ້​ຕາຍໄປ.

[31] ຖ້າ​ພວກເຮົາ​ພິຈາລະນາ​ເບິ່ງ​ໃຈ​ຂອງ^ພວກເຮົາ​ເອງ​ກ່ອນ ແລ້ວ​ພວກເຮົາ​ກໍ​ຈະ​ບໍ່​ຖືກ​ພິພາກສາ​ລົງໂທດ.

[32] ເມື່ອ​ເຮົາ​ທັງຫລາຍ​ຖືກ​ທຳ​ໂທດ ໂດຍ​ອົງພຣະ^ຜູ້^ເປັນເຈົ້າ​ນັ້ນ ພວກເຮົາ​ກໍ​ຖືກ​ພຣະອົງ​ຊົງ​ຕີສອນ ເພື່ອ​ບໍ່​ໃຫ້​ເຮົາ​ຖືກ​ຊົງ​ພິພາກສາ​ລົງໂທດ​ດ້ວຍ​ກັນ​ກັບ​ໂລກ.

[33] ດັ່ງນັ້ນແຫລະ ພີ່ນ້ອງ​ທັງຫລາຍ^ເອີຍ ເມື່ອ​ເຈົ້າ^ທັງຫລາຍ​ມາ​ຮ່ວມ​ປະຊຸມ​ກັນ​ຮັບປະທານ​ອາຫານ​ນັ້ນ ຈົ່ງ​ຄອຍຖ້າ​ຊຶ່ງກັນແລະກັນ.

[34] ຖ້າ​ມີ​ຜູ້ໃດ​ຫິວ ກໍ​ໃຫ້​ຜູ້​ນັ້ນ​ກິນ​ທີ່​ເຮືອນ​ຂອງຕົນ​ເສຍ ເພື່ອ​ເວລາ​ມາ​ປະຊຸມ​ກັນ ເຈົ້າ^ທັງຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິພາກສາ​ລົງໂທດ. ສ່ວນ​ເລື່ອງ​ອື່ນໆ​ນັ້ນ ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະນຳ​ໃຫ້.

1 ໂກຣິນໂທ — Chapters