Skip to content
Opens in a new window
Listen to this chapter • 5:38

[1] ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ^ພຣະຄຣິດເຈົ້າ^ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ^ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ^ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ^ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ

[2] ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ^ພວກເຮົາ​ແລະ​ອົງ​ພຣະເຢຊູ^ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.

[3] ຈົ່ງ​ໃຫ້​ພວກເຮົາ​ຍ້ອງຍໍ^ສັນລະເສີນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ ພຣະບິດາເຈົ້າ​ອົງ​ຊົງ​ເມດຕາ ຄື​ພຣະເຈົ້າ​ອົງ​ທີ່​ໃຫ້​ຄວາມ^ເລົ້າໂລມ​ໃຈ​ທຸກຢ່າງ,

[4] ພຣະອົງ​ຜູ້​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ຄວາມ^ທຸກ​ລຳບາກ​ທຸກຢ່າງ ຊຶ່ງ​ພວກເຮົາ​ໄດ້​ຮັບ​ນັ້ນ​ກໍ​ເພື່ອ​ວ່າ, ພວກເຮົາ​ຈະ​ສາມາດ​ເລົ້າໂລມ​ໃຈ​ຄົນອື່ນ​ທີ່​ໄດ້​ຮັບ​ຄວາມ^ທຸກ​ລຳບາກ​ທຸກຢ່າງ​ໄດ້ ໂດຍ​ຄວາມ^ເລົ້າໂລມ​ໃຈ​ຢ່າງ​ດຽວກັນ ຊຶ່ງ​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ​ນັ້ນ.

[5] ພວກເຮົາ​ມີ​ສ່ວນ​ໃນ​ຄວາມ^ທົນທຸກ​ກັບ​ພຣະຄຣິດ​ຫລາຍ​ເຫລືອລົ້ນ​ຢ່າງ​ໃດ ໂດຍ​ທາງ​ພຣະຄຣິດ ພວກເຮົາ​ກໍໄດ້​ຮັບ​ຄວາມ^ເລົ້າໂລມ​ໃຈ​ຫລາຍ​ເຫລືອລົ້ນ​ຢ່າງ​ນັ້ນ.

[6] ທີ່​ພວກເຮົາ​ທົນທຸກ​ນັ້ນ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ^ເລົ້າໂລມ​ໃຈ​ແລະ​ຄວາມ^ພົ້ນ ແລະ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ^ເລົ້າໂລມ​ໃຈ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ^ເລົ້າໂລມ​ໃຈ​ເໝືອນກັນ ແມ່ນ​ຄວາມ^ເລົ້າໂລມ​ໃຈ​ທີ່​ຈະ​ໃຫ້​ເຈົ້າ^ທັງຫລາຍ​ສູ້ທົນ​ຕໍ່​ຄວາມ^ທຸກ​ລຳບາກ ເໝືອນ​ຢ່າງ​ພວກເຮົາ​ໄດ້​ສູ້ທົນ​ຢູ່​ນັ້ນ​ເໝືອນກັນ.

[7] ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມຫວັງ​ແນ່ນອນ​ໃນ​ພວກເຈົ້າ ເພາະ​ພວກເຮົາ​ຮູ້​ວ່າ ເມື່ອ​ພວກເຈົ້າ​ມີ​ສ່ວນ​ທົນທຸກ​ກັບ​ພວກເຮົາ​ຢ່າງ​ໃດ ພວກເຈົ້າ​ກໍ​ມີ​ສ່ວນ​ໃນ​ຄວາມ^ເລົ້າໂລມ​ໃຈ​ທີ່​ພວກເຮົາ​ຮັບ​ຢ່າງ​ນັ້ນ.

[8] ພີ່ນ້ອງ​ທັງຫລາຍ^ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ^ທຸກ​ລຳບາກ ທີ່​ພວກເຮົາ​ໄດ້​ຮັບ​ໃນ​ແຂວງ​ເອເຊຍ ເປັນ​ຄວາມ^ທຸກ​ລຳບາກ​ໜັກ​ເຫລືອ​ກຳລັງ ຈົນ​ພວກເຮົາ​ສິ້ນ​ຄວາມຫວັງ​ໝົດ ແທບ​ຈະ​ເອົາ​ຊີວິດ​ບໍ່​ລອດ.

[9] ຕາມ​ທີ່​ຈິງ ພວກເຮົາ​ຄິດ​ວ່າ ໂທດ​ເຖິງ​ຕາຍ​ໄດ້​ຕົກ​ຖືກ​ພວກເຮົາ​ແລ້ວ ເຖິງ​ປານ​ນັ້ນ​ກໍຕາມ ເຫດການ​ນີ້​ໄດ້​ເກີດຂຶ້ນ ເພື່ອ​ບໍ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ຕົວ​ເອງ ແຕ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ພຣະເຈົ້າ ອົງ​ທີ່​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ.

[10] ພຣະອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍລະນະໄພ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະອົງ​ວ່າ ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່ໄປ.

[11] ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ກັນ​ຊ່ວຍ​ໃນ​ການ​ພາວັນນາ^ອະທິຖານ​ສຳລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳນວນ​ຫລາຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ເຮົາ. ເນື່ອງ​ຈາກ​ພຣະພອນ​ທີ່​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ ອັນ​ເປັນ​ການ​ຕອບສະໜອງ​ຄົນ​ຈຳນວນ​ຫລາຍ​ທີ່​ໄດ້​ພາວັນນາ^ອະທິຖານ​ເພື່ອ​ພວກເຮົາ.

[12] ນີ້​ແຫລະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ^ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ^ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ^ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ^ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ^ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ^ພຣະເຈົ້າ.

[13] ພວກເຮົາ​ບໍ່ໄດ້​ຂຽນ​ຫາ​ພວກເຈົ້າ​ເຖິງ​ເລື່ອງ​ອື່ນ ນອກຈາກ​ເລື່ອງ​ທີ່​ພວກເຈົ້າ​ສາມາດ​ອ່ານ​ແລະ​ເຂົ້າໃຈ​ໄດ້ ເຮົາ​ຫວັງ​ວ່າ​ພວກເຈົ້າ​ຄົງ​ຈະ​ເຂົ້າໃຈ​ຢ່າງ​ຖ້ວນຖີ່.

[14] ຊຶ່ງ​ໃນ​ເວລາ​ນີ້ ພວກເຈົ້າ​ກໍ​ເຂົ້າໃຈ​ບາງສ່ວນ​ແລ້ວ ເພື່ອ​ວ່າ​ໃນ​ວັນ​ຂອງ^ອົງ​ພຣະເຢຊູເຈົ້າ​ນັ້ນ ພວກເຈົ້າ​ຈະ​ມີ​ຄວາມ^ພາກພູມ^ໃຈ​ໃນ​ພວກເຮົາ ເໝືອນ​ດັ່ງ​ທີ່​ພວກເຮົາ​ຈະ​ມີ​ຄວາມ^ເອກອ້າງ^ທະນົງໃຈ​ໃນ​ພວກເຈົ້າ​ເໝືອນກັນ.

[15] ເຮົາ​ມີ​ຄວາມ^ໝັ້ນໃຈ​ຢ່າງ​ຄັກແນ່​ໃນ​ເລື່ອງ​ນີ້ ຈົນ​ເຮົາ​ໄດ້​ວາງແຜນ​ໄວ້​ແຕ່​ທຳອິດ ທີ່​ຈະ​ໄປ​ຢ້ຽມຢາມ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ສອງ​ເທົ່າ.

[16] ດ້ວຍວ່າ, ເຮົາ​ໄດ້​ຕັ້ງໃຈ​ທີ່​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ຍັງ​ແຂວງ​ມາເກໂດເນຍ ແລະ​ເມື່ອ​ເຮົາ​ເດີນທາງ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ ກໍ​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ​ອີກ ເພື່ອ​ພວກເຈົ້າ​ຈະ​ຊ່ວຍ​ຈັດ​ສົ່ງ​ເຮົາ​ໃຫ້​ເດີນທາງ​ໄປ​ຍັງ​ແຂວງ​ຢູດາຍ.

[17] ເມື່ອ​ເຮົາ​ຕັ້ງໃຈ​ເຊັ່ນນີ້ ເຮົາ​ໄດ້​ປິ້ນ​ຄວາມ^ບໍ? ຫລື​ແຜນການ​ຂອງເຮົາ​ນັ້ນ ເຮັດ​ຕາມ​ແບບ​ຢ່າງ​ຊາວ​ໂລກ​ເຮັດ​ບໍ? ໂດຍ​ກ່າວ​ຄຳ​ວ່າ, “ເຈົ້າໆ” ແລະ ຄຳ​ວ່າ, “ບໍ່ໆ” ໃນ​ເວລາ​ດຽວກັນ.

[18] ພຣະເຈົ້າ​ສັດຊື່​ສັນໃດ ຄຳ​ເວົ້າ​ຂອງເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ ຈຶ່ງ​ບໍ່​ເປັນ​ຄຳ​ວ່າ, “ເຈົ້າໆ” ແລະ “ບໍ່ໆ” ສັນນັ້ນ.

[19] ດ້ວຍວ່າ, ພຣະເຢຊູ^ຄຣິດເຈົ້າ ອົງ​ເປັນ​ພຣະບຸດ​ຂອງ^ພຣະເຈົ້າ ຄື​ອົງ​ທີ່​ຊີລາວານ, ຕີໂມທຽວ ແລະ​ເຮົາ​ເອງ ໄດ້​ປະກາດ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ ພຣະອົງ​ບໍ່ໄດ້​ເປັນ​ຜູ້ “ຈິງ” ແລະ “ບໍ່​ຈິງ” ໃນ​ພຣະອົງ​ນັ້ນ​ມີ​ແຕ່​ຄຳ​ວ່າ, “ຈິງ” ສະເໝີ;

[20] ດ້ວຍວ່າ, ພຣະສັນຍາ​ທຸກຢ່າງ​ຂອງ^ພຣະເຈົ້າ​ລ້ວນແຕ່​ເປັນ​ຈິງ ໂດຍ​ພຣະເຢຊູເຈົ້າ. ດ້ວຍເຫດນີ້​ແຫລະ ເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ, “ອາແມນ” ​ໂດຍ​ພຣະອົງ ເພື່ອ​ເປັນ​ການ​ຖວາຍ​ກຽດ​ແດ່​ພຣະເຈົ້າ.

[21] ແຕ່​ຜູ້​ຊຶ່ງ​ໃຫ້​ພວກເຮົາ​ກັບ​ເຈົ້າ^ທັງຫລາຍ​ຕັ້ງໝັ້ນ​ໃນ​ພຣະຄຣິດ ແລະ​ໄດ້​ຊົງ​ຫົດສົງ​ພວກເຮົາ​ໄວ້​ນັ້ນ​ຄື​ພຣະເຈົ້າ.

[22] ພຣະອົງ​ໄດ້​ຊົງ​ປະທັບຕາ​ໃສ່​ພວກເຮົາ ແລະ​ຊົງ​ປະທານ​ພຣະວິນຍານ​ຂອງ^ພຣະອົງ​ໄວ້​ໃນ​ຈິດໃຈ​ຂອງ^ພວກເຮົາ​ເພື່ອ​ເປັນ​ເຄື່ອງ​ມັດຈຳ.

[23] ແຕ່​ເຮົາ​ຂໍ​ໃຫ້​ພຣະເຈົ້າ​ເປັນ​ພະຍານ​ແກ່​ເຮົາ ທີ່​ເຮົາ​ຍັງ​ບໍ່ໄດ້​ໄປ​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພື່ອ​ງົດ​ໂທດ​ຂອງ^ພວກເຈົ້າ​ໄວ້​ກ່ອນ.

[24] ບໍ່ແມ່ນ​ວ່າ​ເຮົາ​ເປັນ​ນາຍ​ບັງຄັບ​ຄວາມເຊື່ອ​ຂອງ^ພວກເຈົ້າ ເພາະວ່າ​ພວກເຈົ້າ​ຢືນໝັ້ນ​ຢູ່​ໃນ​ຄວາມເຊື່ອ​ແລ້ວ, ແຕ່​ວ່າ​ເຮົາ​ເປັນ​ຜູ້​ຮ່ວມ​ງານ ເພື່ອ​ເຈົ້າ​ຈະ​ຮັບ​ຄວາມ^ຊົມຊື່ນ^ຍິນດີ.

2 ໂກຣິນໂທ — Chapters