[1] ເຮົາຂໍຝາກນ້ອງສາວຂອງເຮົາ ຄືນາງຟອຍເບໄວ້ກັບພວກເຈົ້າ ນາງເປັນຜູ້ບົວລະບັດຮັບໃຊ້ໃນຄຣິສຕະຈັກທີ່ເມືອງເກັນເຂໄອ.
[2] ກະລຸນາຮັບນາງໄວ້ໃນນາມຂອງ^ອົງພຣະ^ຜູ້^ເປັນເຈົ້າ ເໝືອນດັ່ງທີ່ຄົນຂອງ^ພຣະເຈົ້າຄວນປະຕິບັດແກ່ກັນແລະກັນ ແລະຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການ ເພາະວ່ານາງເອງໄດ້ຊ່ວຍສົງເຄາະຫລາຍຄົນລວມທັງເຮົາເອງດ້ວຍ.
[3] ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງນາງປີຊະກີລາ ແລະ ທ່ານອາກີລາ ເພື່ອນຮ່ວມງານກັບເຮົາໃນພາລະກິດຂອງ^ພຣະເຢຊູ^ຄຣິດເຈົ້າ,
[4] ຊຶ່ງໄດ້ສ່ຽງຊີວິດຂອງ^ພວກເພິ່ນປ້ອງກັນຊີວິດຂອງເຮົາ, ບໍ່ແມ່ນແຕ່ເຮົາພຽງຄົນດຽວທີ່ສະແດງຄວາມ^ຂອບໃຈຕໍ່ທ່ານທັງສອງນີ້ ແຕ່ລວມທັງຄຣິສຕະຈັກທຸກແຫ່ງຂອງ^ຄົນຕ່າງຊາດດ້ວຍ.
[5] ຂໍຝາກຄວາມ^ຄິດເຖິງ ມາຍັງຄຣິສຕະຈັກທີ່ນະມັດສະການຢູ່ໃນເຮືອນຂອງ^ພວກເພິ່ນເໝືອນກັນ. ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງທ່ານເອປາຍເນດ ເພື່ອນທີ່ຮັກຂອງເຮົາ ເພິ່ນເປັນຄົນທຳອິດໃນແຂວງເອເຊຍທີ່ເຊື່ອໃນພຣະຄຣິດ.
[6] ຂໍຝາກຄວາມ^ຄິດເຖິງ ມາຍັງນາງມາຣີ ຜູ້ທີ່ໄດ້ເຮັດວຽກງານຢ່າງໜັກໜ່ວງສຳລັບພວກທ່ານ.
[7] ຂໍຝາກຄວາມ^ຄິດເຖິງ ມາຍັງທ່ານອັນດາໂລນິໂກກັບນາງຢູເນຍ ພີ່ນ້ອງຮ່ວມຊາດທີ່ໄດ້ຖືກຂັງຄຸກນຳກັນກັບເຮົາ ທ່ານທັງສອງເປັນຄົນທີ່ມີຊື່ສຽງດີໃນທ່າມກາງພວກອັກຄະສາວົກ ທັງໄດ້ຢູ່ໃນພຣະຄຣິດກ່ອນເຮົາດ້ວຍ.
[8] ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງທ່ານອຳເປຍ ເພື່ອນທີ່ຮັກຂອງເຮົາໃນອົງພຣະ^ຜູ້^ເປັນເຈົ້າ.
[9] ຂໍຝາກຄວາມ^ຄິດເຖິງ ມາຍັງທ່ານອູຣະບານ ຜູ້ຮ່ວມງານໃນພາລະກິດຂອງ^ພຣະຄຣິດກັບພວກເຮົາ ແລະພ້ອມທັງທ່ານຊະຕາຂີ ເພື່ອນທີ່ຮັກຂອງເຮົາ.
[10] ຂໍຝາກຄວາມ^ຄິດເຖິງ ມາຍັງທ່ານອະເປເລ ຜູ້ທີ່ຈົງຮັກ^ພັກດີຕໍ່ພຣະຄຣິດ ຂໍຝາກຄວາມ^ຄິດເຖິງ ມາຍັງທຸກຄົນຢູ່ໃນຄອບຄົວຂອງທ່ານອາຣິສະໂຕບູໂລດ້ວຍ.
[11] ຂໍຝາກຄວາມ^ຄິດເຖິງ ມາຍັງທ່ານເຮໂຣດີໂອນ ເພື່ອນຮ່ວມຊາດຂອງເຮົາ ແລະພີ່ນ້ອງທີ່ຢູ່ໃນອົງພຣະ^ຜູ້^ເປັນເຈົ້າ ຜູ້ທີ່ຢູ່ໃນຄອບຄົວຂອງທ່ານນາຣະກິດ.
[12] ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ທີ່ເຮັດວຽກງານໜັກໃນພາລະກິດຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລະຂໍຝາກຄວາມ^ຄິດເຖິງ ມາຍັງນາງເປຊີດາ ເພື່ອນທີ່ຮັກຂອງເຮົາ ຜູ້ໄດ້ເຮັດພາລະກິດອັນໜັກໜ່ວງຫລາຍໃນອົງພຣະ^ຜູ້^ເປັນເຈົ້າ.
[13] ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງຣູໂຟ ຜູ້ທີ່ເຮັດພາລະກິດຂອງ^ອົງພຣະ^ຜູ້^ເປັນເຈົ້າຢ່າງດີເລີດ ພ້ອມທັງແມ່ຂອງ^ເພິ່ນ ຜູ້ເປັນເໝືອນແມ່ຂອງເຮົາເອງດ້ວຍ.
[14] ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງທ່ານອາຊິນກຣິດ ຟະເລໂກນ ເຮຣະມີ ປະໂຕບາ ເຮຣະມາ ພ້ອມທັງພີ່ນ້ອງທີ່ເຊື່ອທຸກຄົນທີ່ຢູ່ກັບພວກເພິ່ນ.
[15] ຂໍຝາກຄວາມ^ຄິດເຖິງ ມາຍັງທ່ານຟີໂລໂລກ ແລະ ນາງຢູລີອາ ເນເຣ ແລະນ້ອງສາວຂອງ^ເພິ່ນ ພ້ອມທັງທ່ານໂອລິມປາ ແລະໄພ່ພົນບໍຣິສຸດທຸກຄົນທີ່ຢູ່ນຳພວກເພິ່ນ.
[16] ຈົ່ງຄຳນັບກັນແລະກັນດ້ວຍທຳນຽມຈູບອັນບໍຣິສຸດ. ບັນດາຄຣິສຕະຈັກຂອງ^ພຣະຄຣິດ ກໍຝາກຄວາມ^ຄິດເຖິງ ມາຍັງເຈົ້າ^ທັງຫລາຍດ້ວຍ.
[17] ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຄອຍລະວັງສັງເກດເບິ່ງ ພວກທີ່ສ້າງຄວາມ^ແຕກແຍກ ແລະເຮັດໃຫ້ຄົນອື່ນຫລົງໄປ ຈາກຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ.
[18] ດ້ວຍວ່າ, ຄົນທີ່ເຮັດດັ່ງນັ້ນ ພວກເຂົາບໍ່ໄດ້ບົວລະບັດຮັບໃຊ້ອົງພຣະຄຣິດເຈົ້າຂອງ^ພວກເຮົາ, ແຕ່ພວກເຂົາເຫັນແກ່ປາກແກ່ທ້ອງຂອງ^ຕົນເອງ, ພວກເຂົາໄດ້ລໍ້ລວງຄົນຊື່ໃຫ້ຫລົງ ດ້ວຍຄຳເວົ້າອັນອ່ອນຫວານ ແລະຄຳຫລອກລວງ.
[19] ເຫດວ່າ ການເຊື່ອຟັງຂອງ^ພວກເຈົ້າໄດ້ຊ່າລືໄປໃນທົ່ວຄົນທັງປວງແລ້ວ ເຮົາຈຶ່ງມີຄວາມ^ຊົມຊື່ນ^ຍິນດີນຳພວກເຈົ້າ ເຮົາຢາກໃຫ້ພວກເຈົ້າສະຫລາດໃນການດີ ແລະໃຫ້ເປັນຄົນໂງ່ໃນການຊົ່ວ.
[20] ແລະຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຂອງ^ພວກເຮົາ ຈະປາບມານຊາຕານໃຫ້ໝຸ່ນ^ທະລາຍຢູ່ໃຕ້ພື້ນຕີນຂອງ^ພວກເຈົ້າ. ຂໍໃຫ້ພຣະຄຸນຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ເຮົາ^ທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າ^ເທີ້ນ.
[21] ຕີໂມທຽວ ເພື່ອນຮ່ວມງານຂອງເຮົາ ພ້ອມທັງທ່ານລູກີໂອ ຢາໂຊນ ແລະ ໂຊຊີປາໂທ ເພື່ອນຮ່ວມຊາດຂອງເຮົາ ກໍຝາກຄວາມ^ຄິດເຖິງ ມາຍັງພວກເຈົ້າດ້ວຍ.
[22] ເຮົາຄື ເຕຣະຕຽວ ຜູ້ຂຽນຈົດໝາຍສະບັບນີ້ ຂໍຝາກຄວາມ^ຄິດເຖິງ ມາຍັງພວກເຈົ້າ ໃນອົງພຣະ^ຜູ້^ເປັນເຈົ້າ.
[23] ທ່ານຄາໂຢ ເຈົ້າຂອງ^ເຮືອນ ບ່ອນທີ່ຮັບລ້ຽງເຮົາ ແລະເປັນຜູ້ບຳລຸງຄຣິສຕະຈັກໜ່ວຍນີ້ ກໍຂໍຝາກຄວາມ^ຄິດເຖິງ ມາຍັງພວກເຈົ້າທຸກຄົນ ທ່ານເອຣາຊະໂຕ ນາຍຄັງປະຈຳເມືອງ ພ້ອມທັງກູອາໂຕ ພີ່ນ້ອງຂອງ^ພວກເຮົາ ກໍຝາກຄວາມ^ຄິດເຖິງມາຍັງພວກເຈົ້າດ້ວຍ. [
[24] ຂໍໃຫ້ພຣະຄຸນແຫ່ງອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ ]
[25] ຈົ່ງຖວາຍພຣະກຽດແກ່ພຣະເຈົ້າ ຜູ້ຊົງຣິດເດດທີ່ເຮັດໃຫ້ເຈົ້າ^ທັງຫລາຍຕັ້ງໝັ້ນຄົງຢູ່ ຕາມຂ່າວປະເສີດເລື່ອງພຣະເຢຊູ^ຄຣິດເຈົ້າທີ່ເຮົາປະກາດນັ້ນ ແລະຕາມການເປີດເຜີຍໃຫ້ເຫັນເຖິງຄວາມຈິງອັນເລິກລັບ ຊຶ່ງໄດ້ຖືກປົກບັງໄວ້ມາຕັ້ງແຕ່ບູຮານ^ນະການພຸ້ນ.
[26] ແຕ່ດຽວນີ້ ກໍໄດ້ເປີດເຜີຍໃຫ້ເຫັນແລ້ວ ຕາມທີ່ຜູ້ທຳນວາຍໄດ້ຂຽນໄວ້ ແລະໂດຍຄຳສັ່ງຂອງ^ພຣະເຈົ້າ ອົງດຳລົງຢູ່ຖາວອນກໍໄດ້ເປີດເຜີຍໃຫ້ປະຊາຊາດທັງປວງເຫັນແຈ້ງ ເພື່ອວ່າ ເຂົາທຸກຄົນຈະໄດ້ເຊື່ອຟັງແລະປະຕິບັດຕາມ.
[27] ໂດຍພຣະເຢຊູ^ຄຣິດເຈົ້າ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະເຈົ້າ ຜູ້ຊົງພຣະປັນຍາແຕ່ອົງດຽວຕະຫລອດ^ໄປ^ເປັນນິດເທີ້ນ ອາແມນ. 14-Dec-2006@08:12, Backup Description=12-Dec-2006@08:50, LKTam - 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -