[1] ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ພວກເຮົາຄວນສືບຕໍ່ເຮັດບາບ ເພື່ອໃຫ້ພຣະຄຸນຂອງ^ພຣະເຈົ້າມີຫລາຍຂຶ້ນຕື່ມຊັ້ນບໍ?
[2] ບໍ່ເປັນຢ່າງນັ້ນດອກ ພວກເຮົາຜູ້ຕາຍຕໍ່ບາບກຳນັ້ນແລ້ວ ຈະສືບຕໍ່ດຳເນີນຊີວິດແບບນັ້ນໄດ້ຢ່າງໃດ?
[3] ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຮົາທຸກຄົນໄດ້ຮັບບັບຕິສະມາຮ່ວມເຂົ້າໃນພຣະເຢຊູ^ຄຣິດເຈົ້ານັ້ນ ພວກເຮົາກໍໄດ້ຮັບບັບຕິສະມາຮ່ວມເຂົ້າໃນຄວາມ^ຕາຍຂອງ^ພຣະອົງດ້ວຍ.
[4] ເຫດສະນັ້ນ ພວກເຮົາຈຶ່ງໄດ້ຖືກຝັງໄວ້ກັບພຣະອົງ ດ້ວຍການຮັບບັບຕິສະມາແລ້ວ ເພື່ອໃຫ້ເຮົາເຂົ້າໃນຄວາມ^ຕາຍຂອງ^ພຣະອົງ ເໝືອນດັ່ງພຣະຄຣິດໄດ້ຖືກຊົງບັນດານໃຫ້ຟື້ນຄືນມາຈາກຕາຍ ໂດຍສະຫງ່າຣາສີຂອງ^ພຣະບິດາເຈົ້າແລ້ວສັນໃດ ພວກເຮົາກໍຈະໄດ້ດຳເນີນຕາມຊີວິດໃໝ່ເໝືອນກັນສັນນັ້ນ.
[5] ເພາະວ່າ ຖ້າພວກເຮົາເຂົ້າເປັນອັນໜຶ່ງ^ອັນດຽວກັບພຣະອົງແລ້ວ ໃນຄວາມ^ຕາຍຢ່າງພຣະອົງສັນໃດ ພວກເຮົາກໍຈະເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງ ໃນການຟື້ນຄືນມາຈາກຕາຍຢ່າງພຣະອົງສັນນັ້ນ.
[6] ພວກເຮົາຮູ້ສິ່ງນີ້ແລ້ວວ່າ ຊີວິດເກົ່າຂອງ^ພວກເຮົານັ້ນ ໄດ້ຖືກຄຶງໄວ້ກັບພຣະອົງແລ້ວ ແລະຊີວິດເກົ່າຊຶ່ງເປັນທີ່ຢູ່ຂອງ^ບາບກຳນັ້ນ ຈະຖືກທຳລາຍເສຍ ແລະພວກເຮົາກໍຈະບໍ່ໄດ້ເປັນທາດຂອງ^ຄວາມ^ບາບອີກຕໍ່ໄປ.
[7] ດ້ວຍວ່າ, ຜູ້ທີ່ຕາຍໄປແລ້ວ ກໍພົ້ນຈາກອຳນາດຂອງ^ຄວາມ^ບາບ.
[8] ແຕ່ຖ້າຜູ້ໃດ ໄດ້ຕາຍກັບພຣະຄຣິດແລ້ວ ພວກເຮົາກໍເຊື່ອວ່າຜູ້ນັ້ນຈະມີຊີວິດຢູ່ດ້ວຍກັນກັບພຣະອົງ.
[9] ເພາະພວກເຮົາຮູ້ວ່າ ພຣະຄຣິດຜູ້ທີ່ຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍນັ້ນ ຈະບໍ່ຕາຍອີກຈັກເທື່ອ ຄືຄວາມ^ຕາຍບໍ່ມີອຳນາດເໜືອພຣະອົງອີກຕໍ່ໄປ.
[10] ໃນຄວາມ^ຕາຍນັ້ນ ພຣະອົງໄດ້ຕາຍຕໍ່ບາບກຳຄັ້ງດຽວເປັນການສິ້ນສຸດ, ແຕ່ໃນການທີ່ພຣະອົງມີຊີວິດຢູ່ໃນເວລານີ້ນັ້ນ ພຣະອົງກໍມີຊີວິດຢູ່ເພື່ອພຣະເຈົ້າ.
[11] ຢ່າງດຽວກັນນັ້ນແຫລະ ພວກເຈົ້າຈົ່ງຖືວ່າພວກເຈົ້າໄດ້ຕາຍຕໍ່ຄວາມ^ບາບແລ້ວ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະເຢຊູ^ຄຣິດເຈົ້າ.
[12] ເຫດສະນັ້ນ ຢ່າໃຫ້ຄວາມ^ຜິດບາບໄດ້ປົກຄອງຮ່າງກາຍທີ່ຕ້ອງຕາຍຂອງ^ພວກເຈົ້າອີກຕໍ່ໄປ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕາມຕັນຫາຂອງ^ກາຍນັ້ນ.
[13] ຢ່າມອບອະໄວຍະວະຂອງ^ພວກເຈົ້າໃຫ້ແກ່ການບາບອີກຕໍ່ໄປ ເພື່ອໃຫ້ເປັນເຄື່ອງມືຮັບໃຊ້ໃນການຊົ່ວຮ້າຍ, ແຕ່ຈົ່ງມອບຕົວຂອງ^ພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເໝືອນກັບບຸກຄົນທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະຈົ່ງມອບອະໄວຍະວະທຸກພາກສ່ວນຂອງ^ພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ໃນການຊອບທຳຕໍ່ໄປ.
[14] ດ້ວຍວ່າ, ການບາບຈະບໍ່ຄອບງຳພວກເຈົ້າອີກຕໍ່ໄປ ເພາະວ່າພວກເຈົ້າບໍ່ໄດ້ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນຂອງ^ພຣະເຈົ້າ.
[15] ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ພວກເຮົາຈະເຮັດບາບ ເພາະບໍ່ໄດ້ຢູ່ໃຕ້ກົດບັນຍັດ ແຕ່ຢູ່ໃຕ້ພຣະຄຸນຂອງ^ພຣະເຈົ້າຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ
[16] ແນ່ນອນພວກເຈົ້າກໍຮູ້ດີວ່າ ເມື່ອພວກເຈົ້າຍອມເປັນທາດເຊື່ອຟັງຜູ້ໃດ ພວກເຈົ້າກໍເປັນທາດຂອງ^ນາຍທີ່ພວກເຈົ້າເຊື່ອຟັງນັ້ນ ຄືເປັນທາດຂອງ^ບາບກຳທີ່ນຳໄປສູ່ຄວາມ^ຕາຍ ຫລືເປັນທາດຂອງ^ຄວາມ^ເຊື່ອຟັງ ຊຶ່ງນຳໄປສູ່ການເປັນຄົນຊອບທຳ.
[17] ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ເພາະເມື່ອກ່ອນພວກເຈົ້າໄດ້ເປັນທາດຂອງ^ຄວາມ^ບາບ, ແຕ່ບັດນີ້ພວກເຈົ້າໄດ້ເຊື່ອຟັງຫລັກຄຳສອນນັ້ນ ຊຶ່ງຊົງໃຫ້ຄອບຄອງພວກເຈົ້າ.
[18] ເມື່ອພວກເຈົ້າໄດ້ຖືກຊົງໂຜດໃຫ້ພົ້ນຈາກຄວາມ^ບາບແລ້ວ ພວກເຈົ້າໄດ້ກາຍມາເປັນຂ້າທາດຂອງ^ຄວາມ^ຊອບທຳ.
[19] ເຮົາຍົກເອົາຕົວຢ່າງຂອງ^ມະນຸດມາກ່າວ ເພາະເຫດຄວາມ^ຈຳກັດຢ່າງມະນຸດທຳມະດາຂອງ^ເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງ^ພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງ^ຄວາມ^ຊົ່ວ^ມົວໝອງແລະຄວາມ^ອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ. ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງ^ຄວາມ^ຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ.
[20] ເມື່ອພວກເຈົ້າເປັນທາດຂອງ^ຄວາມ^ບາບຢູ່ນັ້ນ ຄວາມ^ຊອບທຳກໍບໍ່ໄດ້ຄຸ້ມຄອງພວກເຈົ້າ.
[21] ດັ່ງນັ້ນ ພວກເຈົ້າໄດ້ຮັບປະໂຫຍດຫຍັງ ຈາກການກະທຳອັນອັບອາຍທີ່ພວກເຈົ້າເຮັດຢູ່ໃນເວລານີ້? ເພາະຜົນຂອງ^ການເຮັດຢ່າງນັ້ນ ກໍຄືຄວາມ^ຕາຍ.
[22] ແຕ່ບັດນີ້ ພວກເຈົ້າໄດ້ເປັນອິດສະຫລະຈາກຄວາມ^ບາບແລ້ວ ແລະໄດ້ກັບມາເປັນທາດຂອງ^ພຣະເຈົ້າແລ້ວ ຜົນຕອບແທນຂອງ^ພວກເຈົ້າ ຄືການຖືກຊຳລະໃຫ້ບໍຣິສຸດ ແລະຜົນສຸດທ້າຍກໍຄືຊີວິດນິຣັນດອນ.
[23] ດ້ວຍວ່າ, ຄ່າຈ້າງຂອງ^ຄວາມ^ຜິດບາບກໍຄືຄວາມ^ຕາຍ ແຕ່ຂອງ^ພຣະຣາຊທານອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດນິຣັນດອນໃນພຣະເຢຊູ^ຄຣິດເຈົ້າ ອົງ^ພຣະຜູ້^ເປັນເຈົ້າຂອງ^ພວກເຮົາ.