[1] ເຫດສະນັ້ນ ພີ່ນ້ອງທັງຫລາຍ^ເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງ^ພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງ^ເຈົ້າ^ທັງຫລາຍ.
[2] ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງ^ພວກເຈົ້າໃໝ່ ແລ້ວອຸປະນິໄສຂອງ^ພວກເຈົ້າຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນໍ້າພຣະໄທຂອງ^ພຣະເຈົ້າ ຄືຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ.
[3] ເນື່ອງຈາກວ່າ ພຣະເຈົ້າໄດ້ໂຜດໃຫ້ພຣະຄຸນແກ່ເຮົາ, ເຮົາຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດຖືຕົວເກີນທີ່ຕົນເປັນຢູ່ ແຕ່ໃຫ້ຄິດສົມເຫດ^ສົມຜົນ ໃຫ້ຄິດສົມກັບຂະໜາດແຫ່ງຄວາມເຊື່ອ ທີ່ພຣະເຈົ້າໄດ້ໂຜດໃຫ້ແຕ່ລະຄົນນັ້ນ.
[4] ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງຢູ່ໃນຮ່າງກາຍອັນດຽວ ແລະແຕ່ລະອະໄວຍະວະກໍມີໜ້າທີ່ແຕກຕ່າງກັນສັນໃດ,
[5] ພວກເຮົາທີ່ມີຫລາຍຄົນກໍຮ່ວມເຂົ້າເປັນຮ່າງກາຍດຽວກັນໃນພຣະຄຣິດ ແລະພວກເຮົາກໍເປັນອະໄວຍະວະແກ່ກັນແລະກັນສັນນັ້ນ.
[6] ແລະພວກເຮົາໄດ້ຮັບຂອງ^ປະທານຕ່າງກັນ ຕາມພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດໃຫ້ແກ່ພວກເຮົານັ້ນ ຄືຖ້າເປັນການປະກາດພຣະທຳ ກໍຈົ່ງປະກາດຕາມຂະໜາດຂອງ^ຄວາມເຊື່ອທີ່ຕົນມີຢູ່.
[7] ຖ້າເປັນການຮັບໃຊ້ ກໍໃຫ້ຮັບໃຊ້ ຖ້າເປັນການສັ່ງສອນ ກໍຈົ່ງສັ່ງສອນ
[8] ຖ້າເປັນການໜູນໃຈ ກໍຈົ່ງໜູນໃຈ ຖ້າເປັນການບໍລິຈາກ ກໍຈົ່ງເຮັດດ້ວຍໃຈສັດທາເພື່ອແຜ່ ຜູ້ມີສິດອຳນາດ ກໍຈົ່ງເຮັດດ້ວຍຄວາມ^ເອົາໃຈໃສ່ ຜູ້ສະແດງຄວາມ^ເມດຕາຕໍ່ຄົນອື່ນ ກໍຈົ່ງເຮັດດ້ວຍໃຈຍິນດີ.
[9] ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງທີ່ດີ
[10] ຈົ່ງຮັກຊຶ່ງກັນແລະກັນເໝືອນສັນພີ່ນ້ອງ ສ່ວນການໃຫ້ກຽດຊຶ່ງກັນແລະກັນນັ້ນ ຈົ່ງຖືວ່າຜູ້ອື່ນດີກວ່າຕົນ.
[11] ຈົ່ງເຮັດວຽກຢ່າງເຕັມກຳລັງ ແລະຢ່າກຽດຄ້ານ ຈົ່ງຮັບໃຊ້ອົງພຣະ^ຜູ້^ເປັນເຈົ້າ ຈົ່ງມີຈິດໃຈຮ້ອນຮົນດ້ວຍພຣະວິນຍານ.
[12] ຈົ່ງຊົມຊື່ນ^ຍິນດີໃນຄວາມຫວັງ ຈົ່ງອົດທົນໃນຄວາມ^ຍາກລຳບາກ ຈົ່ງພາວັນນາ^ອະທິຖານຢູ່ບໍ່ຂາດ.
[13] ຈົ່ງຊ່ວຍເຫລືອໄພ່ພົນຂອງ^ພຣະເຈົ້າ ເມື່ອພວກເຂົາຂັດສົນ ຈົ່ງຍິນດີຕ້ອນຮັບແຂກດ້ວຍໃຈເຫຼື້ອມໃສ.
[14] ຈົ່ງອວຍພອນແກ່ຄົນທີ່ຂົ່ມເຫັງເຈົ້າ ຈົ່ງອວຍພອນຢ່າປ້ອຍດ່າ.
[15] ຈົ່ງຊົມຊື່ນ^ຍິນດີ ກັບຜູ້ທີ່ຊົມຊື່ນ^ຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້.
[16] ຈົ່ງເປັນນໍ້າໜຶ່ງ^ໃຈດຽວ^ກັນ ຢ່າຄິດອວດໃຫຍ່ໃຝ່ສູງ ຈົ່ງຮັບຮູ້ຄົນສາມັນຕໍ່າຕ້ອຍ. ແລະຢ່າຖືວ່າຕົນເປັນຄົນສະຫລາດ.
[17] ຢ່າເຮັດຊົ່ວຕອບແທນການຊົ່ວແກ່ຜູ້ໃດ^ຜູ້ໜຶ່ງ ຈົ່ງພະຍາຍາມເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າດີ.
[18] ຖ້າເປັນໄປໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ຢ່າງສະຫງົບສຸກກັບທຸກໆຄົນ.
[19] ພວກທີ່ຮັກຂອງເຮົາ^ເອີຍ ຢ່າແກ້ແຄ້ນເລີຍ, ແຕ່ຈົ່ງມອບການນັ້ນໃຫ້ພຣະເຈົ້າ ເປັນຜູ້ພິພາກສາລົງໂທດແທນ, ເພາະມີຄຳຂຽນໄວ້ໃນພຣະຄຳພີຂອງ^ອົງພຣະ^ຜູ້^ເປັນເຈົ້າວ່າ, “ການແກ້ແຄ້ນເປັນທຸລະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ”
[20] ແຕ່ “ຖ້າສັດຕູຂອງ^ເຈົ້າຢາກເຂົ້າ ຈົ່ງເອົາໃຫ້ເຂົາກິນ ຖ້າເຂົາຫິວນໍ້າ ຈົ່ງເອົາໃຫ້ເຂົາດື່ມ ເພາະການທີ່ເຈົ້າເຮັດຢ່າງນັ້ນ ເປັນການກອງຖ່ານໄຟແດງໃສ່ໄວ້ເທິງຫົວຂອງ^ເຂົາ.”
[21] ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.