[1] ພວກພີ່ນ້ອງທັງຫລາຍ^ເອີຍ ພວກເຈົ້າບໍ່ຮູ້ຫລື (ເຮົາກຳລັງເວົ້າກັບຄົນທີ່ຮູ້ຈັກກົດລະບຽບແລ້ວ) ວ່າກົດໝາຍອັນໃດມີອຳນາດເໜືອມະນຸດ ກໍໃນຂະນະທີ່ເຂົາຍັງມີຊີວິດຢູ່ເທົ່ານັ້ນ.
[2] ຍົກຕົວຢ່າງ ຍິງທີ່ແຕ່ງງານແລ້ວ ຕາບໃດທີ່ຜົວຂອງ^ນາງຍັງມີຊີວິດຢູ່ ນາງຕ້ອງຜູກພັນຢູ່ກັບຜົວຕາມກົດໝາຍ, ແຕ່ຖ້າຜົວຂອງ^ນາງຕາຍໄປ ນາງກໍພົ້ນຈາກກົດໝາຍນັ້ນ.
[3] ສະນັ້ນ ຖ້ານາງຢູ່ກິນກັບຊາຍອື່ນ ເມື່ອຜົວຍັງມີຊີວິດຢູ່ ນາງກໍຈະໄດ້ຊື່ວ່າ ເປັນຍິງຫລິ້ນຊູ້, ແຕ່ຖ້າຜົວຂອງ^ນາງຕາຍໄປ ນາງກໍເປັນອິດສະຫລະຕາມກົດໝາຍ, ຖ້ານາງແຕ່ງງານກັບຊາຍອື່ນ ນາງບໍ່ຜິດໃນຖານຫລິ້ນຊູ້.
[4] ດັ່ງນັ້ນແຫລະ ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ພວກເຈົ້າໄດ້ຕາຍຈາກກົດບັນຍັດ ໂດຍພຣະກາຍຂອງ^ພຣະຄຣິດ, ເພື່ອພວກເຈົ້າຈະຕົກເປັນຂອງ^ຜູ້ອື່ນ ຄືຂອງ^ພຣະອົງ ຜູ້ຊົງຟື້ນຄືນມາຈາກຕາຍແລ້ວ ເພື່ອພວກເຮົາຈະເກີດຜົນຖວາຍແດ່ພຣະເຈົ້າ.
[5] ດ້ວຍວ່າ, ເມື່ອພວກເຮົາດຳເນີນຊີວິດຕາມເນື້ອໜັງ ຊຶ່ງກົດບັນຍັດຍົວະເຍົ້າໃຫ້ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ອະໄວຍະວະຂອງເຮົາເກີດຜົນ ຊຶ່ງນຳໄປສູ່ຄວາມ^ຕາຍ.
[6] ແຕ່ບັດນີ້ ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ ເພາະພວກເຮົາໄດ້ຕາຍຕໍ່ສິ່ງທີ່ເຄີຍຜູກມັດໃຫ້ເປັນຊະເລີຍໃນເມື່ອກ່ອນນັ້ນ, ເພື່ອພວກເຮົາຈະບໍ່ໄດ້ບົວລະບັດຮັບໃຊ້ໃນທາງເກົ່າ ຄືຕາມຕົວອັກສອນທີ່ບັນຍັດມີຂຽນໄວ້ ແຕ່ໄດ້ບົວລະບັດຮັບໃຊ້ໃນທາງໃໝ່ ຄືຕາມລັກສະນະຂອງ^ພຣະວິນຍານ.
[7] ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືບາບຊັ້ນບໍ? ບໍ່ແມ່ນຢ່າງນັ້ນດອກ ແຕ່ແມ່ນກົດບັນຍັດທີ່ໄດ້ເຮັດໃຫ້ເຮົາຮູ້ວ່າອັນໃດຄືບາບ, ຖ້າກົດບັນຍັດບໍ່ໄດ້ຫ້າມວ່າ, “ຢ່າໂລບ” ເຮົາກໍບໍ່ຮູ້ວ່າຄວາມ^ໂລບນັ້ນຄືອັນໃດ.
[8] ແຕ່ວ່າຄວາມ^ຜິດບາບ ໄດ້ຖືເອົາຂໍ້ກົດບັນຍັດເປັນຊ່ອງທາງຍົວະເຍົ້າ ຕັນຫາຊົ່ວທຸກຢ່າງໃຫ້ເກີດຂຶ້ນໃນຕົວເຮົາ ແຕ່ຖ້າບໍ່ມີກົດບັນຍັດ ຄວາມ^ບາບນັ້ນກໍຕາຍເສຍແລ້ວ.
[9] ຄັ້ງໜຶ່ງ ເຮົາເອງເຄີຍມີຊີວິດຢູ່ໂດຍບໍ່ມີກົດບັນຍັດ, ແຕ່ເມື່ອມີກົດບັນຍັດແລ້ວ ຄວາມ^ບາບກໍເກີດຂຶ້ນມາ ແລະເຮົາກໍຕາຍ
[10] ຝ່າຍກົດບັນຍັດ ຊຶ່ງມີຂຶ້ນເພື່ອໃຫ້ມີຊີວິດນັ້ນ ກໍປາກົດວ່າເປັນເຫດໃຫ້ເຮົາຕ້ອງຕາຍ.
[11] ເພາະວ່າ ຄວາມ^ບາບໄດ້ຖືເອົາກົດບັນຍັດ ເພື່ອເປັນຊ່ອງທາງຫລອກລວງເຮົາ ແລະໄດ້ຂ້າເຮົາໃຫ້ຕາຍດ້ວຍກົດບັນຍັດນັ້ນ.
[12] ດ້ວຍເຫດນັ້ນ ກົດບັນຍັດຈຶ່ງເປັນສິ່ງສັກສິດໃນຕົວ ແລະຂໍ້ບັນຍັດກໍສັກສິດ, ຍຸດຕິທຳ ແລະດີງາມ.
[13] ແຕ່ເລື່ອງນີ້ໝາຍຄວາມວ່າ ສິ່ງທີ່ດີນຳຄວາມ^ຕາຍມາສູ່ເຮົາຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແມ່ນຄວາມ^ຜິດບາບນັ້ນແຫລະ ຄືບາບທີ່ອາໄສສິ່ງດີນຳຄວາມ^ຕາຍມາສູ່ເຮົາ ເພື່ອໃຫ້ສັນດານແທ້ຂອງ^ຄວາມ^ບາບຖືກເປີດເຜີຍ. ສະນັ້ນແຫລະ ໂດຍທາງກົດບັນຍັດຄວາມ^ຜິດບາບຈຶ່ງຖືກສະແດງໃຫ້ເຫັນວ່າ ມັນຊົ່ວຮ້າຍຫລາຍທີ່ສຸດ.
[14] ພວກເຮົາຮູ້ແລ້ວວ່າ ກົດບັນຍັດເປັນມາໂດຍຝ່າຍພຣະວິນຍານ, ແຕ່ສ່ວນເຮົາເປັນຝ່າຍມະນຸດທຳມະດາທີ່ຕາຍເປັນ ຊຶ່ງໄດ້ຖືກຂາຍໃຫ້ເປັນທາດຂອງ^ຄວາມ^ບາບ.
[15] ເຮົາບໍ່ເຂົ້າໃຈສິ່ງທີ່ເຮົາເຮັດຢູ່ ເພາະເຮົາບໍ່ໄດ້ເຮັດສິ່ງທີ່ເຮົາຕ້ອງການ, ແຕ່ເຮົາກັບໄປເຮັດສິ່ງທີ່ເຮົາກຽດຊັງ.
[16] ໃນເມື່ອສິ່ງທີ່ເຮົາເຮັດນັ້ນ ແມ່ນສິ່ງທີ່ເຮົາບໍ່ຢາກເຮັດ ກໍສະແດງວ່າເຮົາເຫັນພ້ອມວ່າ ກົດບັນຍັດນັ້ນຖືກຕ້ອງ.
[17] ສະນັ້ນ ຈຶ່ງບໍ່ແມ່ນເຮົາເອງທີ່ເປັນຜູ້ເຮັດສິ່ງນັ້ນ, ແຕ່ແມ່ນຄວາມ^ບາບທີ່ອາໄສຢູ່ໃນຕົວເຮົາເປັນຜູ້ເຮັດ.
[18] ເພາະເຮົາຮູ້ວ່າໃນຕົວເຮົາ ຄືໃນສັນດານມະນຸດນັ້ນ ບໍ່ມີການດີຈັກຢ່າງຢູ່ນຳ. ເຖິງແມ່ນວ່າ ການຢາກເຮັດດີມີຢູ່ໃນຕົວເຮົາ, ແຕ່ເຮົາກໍບໍ່ສາມາດເຮັດດີໄດ້.
[19] ເຮົາບໍ່ໄດ້ເຮັດການດີທີ່ເຮົາຢາກເຮັດ, ແຕ່ເຮົາຊໍ້າພັດເຮັດການຊົ່ວທີ່ເຮົາບໍ່ຢາກເຮັດ.
[20] ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດ ກໍບໍ່ແມ່ນຕົວເຮົາເອງເປັນຜູ້ເຮັດ, ແຕ່ແມ່ນຄວາມ^ບາບທີ່ຢູ່ໃນຕົວເຮົາເປັນຜູ້ເຮັດ.
[21] ດັ່ງນັ້ນ ເຮົາຈຶ່ງຄົ້ນພົບກົດຢ່າງໜຶ່ງ ຄືເມື່ອເຮົາຢາກເຮັດໃນສິ່ງທີ່ດີ ສິ່ງທີ່ຊົ່ວກໍມາຕັນເຮົາໄວ້.
[22] ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈປິຕິ^ຍິນດີກັບກົດບັນຍັດຂອງ^ພຣະເຈົ້າ.
[23] ແຕ່ເຮົາເຫັນກົດອີກຢ່າງໜຶ່ງ ຢູ່ໃນຮ່າງກາຍຂອງເຮົາ ຊຶ່ງຕໍ່ສູ້ກັບກົດແຫ່ງຈິດໃຈຂອງເຮົາ ຊຶ່ງເຮັດໃຫ້ເຮົາຕົກເປັນຊະເລີຍຕໍ່ກົດຂອງ^ຄວາມ^ບາບທີ່ມີຢູ່ໃນອະໄວຍະວະຂອງເຮົາ.
[24] ເຮົາຊ່າງເປັນຄົນທຸກເຂັນໃຈແທ້ໜໍ ຜູ້ໃດເດ ຈະຊ່ວຍເຮົາໃຫ້ພົ້ນຈາກຮ່າງກາຍທີ່ຕາຍເປັນນີ້ໄດ້.
[25] ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ດຳເນີນການນີ້ໂດຍທາງພຣະເຢຊູ^ຄຣິດເຈົ້າ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນທາດກົດບັນຍັດຂອງ^ພຣະເຈົ້າ ແຕ່ດ້ານຮ່າງກາຍເຮົາກໍເປັນທາດຂອງ^ກົດແຫ່ງຄວາມ^ຜິດບາບ.