[1] ດ້ວຍເຫດນີ້ ເມື່ອພວກເຮົາໄດ້ຊົງຖືວ່າເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອແລ້ວພວກເຮົາຈຶ່ງມີ ສັນຕິສຸກກັບພຣະເຈົ້າໂດຍທາງອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ.
[2] ໂດຍທາງພຣະອົງ ເຮົາຈຶ່ງໄດ້ເຂົ້າໄປໃນຮົ່ມພຣະຄຸນ ຊຶ່ງບັດນີ້ພວກເຮົາຕັ້ງໝັ້ນຢູ່ດ້ວຍຄວາມເຊື່ອ ແລະພວກເຮົາຊື່ນຊົມ^ຍິນດີ ໃນຄວາມຫວັງວ່າຈະໄດ້ມີສ່ວນໃນສະຫງ່າຣາສີຂອງ^ພຣະເຈົ້າ
[3] ຫລາຍກວ່ານັ້ນອີກ ພວກເຮົາກໍມີຄວາມ^ຊົມຊື່ນ^ຍິນດີໃນຄວາມ^ຍາກລຳບາກດ້ວຍ ເພາະຮູ້ແລ້ວວ່າຄວາມ^ຍາກລຳບາກນັ້ນ ເຮັດໃຫ້ເກີດມີຄວາມ^ອົດທົນ
[4] ແລະຄວາມ^ອົດທົນນັ້ນ ເຮັດໃຫ້ເຮົາເປັນຄົນທີ່ພຣະເຈົ້າຊົງເຫັນຊອບ ແລະການທີ່ຊົງເຫັນຊອບນັ້ນເຮັດໃຫ້ມີຄວາມ^ໄວ້ວາງໃຈ.
[5] ແລະຄວາມ^ໄວ້ວາງໃຈ ບໍ່ຫ່ອນເຮັດໃຫ້ມີຄວາມ^ເສຍໃຈ ເພາະຜິດຫວັງ ເພາະເຫັນວ່າພຣະເຈົ້າຊົງເປັ່ງຄວາມຮັກຂອງ^ພຣະອົງເຂົ້າໃນໃຈຂອງ^ພວກເຮົາໂດຍທາງພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະອົງໄດ້ຊົງປະທານໃຫ້ແກ່ເຮົາທັງຫລາຍແລ້ວ.
[6] ຂະນະທີ່ພວກເຮົາຍັງຂາດກຳລັງຢູ່ນັ້ນ ພຣະຄຣິດໄດ້ຕາຍເພື່ອຊ່ວຍຄົນບາບຕາມເວລາທີ່ເໝາະສົມ.
[7] ດ້ວຍວ່າ, ບໍ່ຄ່ອຍຈະມີຜູ້ໃດຍອມຕາຍແທນຄົນຊອບທຳ, ແຕ່ບາງທີອາດມີຄົນກ້າຕາຍແທນຄົນດີກໍໄດ້.
[8] ແຕ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກເຮົາເຫັນວ່າ ພຣະອົງຊົງຮັກພວກເຮົາຫລາຍເທົ່າໃດ ຄືຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງຍອມຕາຍແທນເຮົາທັງຫລາຍ.
[9] ດ້ວຍເຫດນັ້ນ ເມື່ອພວກເຮົາໄດ້ຊົງຖືວ່າເປັນຄົນຊອບທຳແລ້ວ ດ້ວຍເລືອດຂອງ^ພຣະອົງ ຫລາຍກວ່ານັ້ນອີກ ພວກເຮົາຈະໄດ້ພົ້ນຈາກຄວາມ^ໂກດຮ້າຍຂອງ^ພຣະເຈົ້າໂດຍພຣະອົງ.
[10] ພວກເຮົາເຄີຍເປັນສັດຕູຂອງ^ພຣະເຈົ້າ ແຕ່ພຣະເຈົ້າໄດ້ເຮັດໃຫ້ພວກເຮົາຄືນດີກັບພຣະອົງ ຜ່ານທາງຄວາມ^ຕາຍແຫ່ງພຣະບຸດຂອງ^ພຣະອົງ ເມື່ອເຮົາທັງຫລາຍໄດ້ຄືນດີກັບພຣະເຈົ້າແລ້ວ ຫລາຍກວ່ານັ້ນອີກ ພຣະອົງຈະຊົງໂຜດໃຫ້ພວກເຮົາໄດ້ພົ້ນໂດຍການຄືນພຣະຊົນຂອງ^ພຣະອົງ
[11] ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຊື່ນຊົມ^ຍິນດີໃນພຣະເຈົ້າໂດຍທາງອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ຜູ້ຊົງເປັນເຫດໃຫ້ເຮົາທັງຫລາຍໄດ້ຄືນດີກັບພຣະເຈົ້າ.
[12] ດ້ວຍເຫດນັ້ນ ຄວາມ^ບາບໄດ້ເຂົ້າມາໃນໂລກ ເພາະດ້ວຍມະນຸດຄົນດຽວ ແລະຄວາມ^ຕາຍກໍໄດ້ເກີດມາຍ້ອນຄວາມ^ຜິດບາບນັ້ນ. ຢ່າງນັ້ນແຫລະ ຄວາມ^ຕາຍຈຶ່ງໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ເຮັດບາບແລ້ວ.
[13] ແທ້ຈິງແລ້ວ ຄວາມ^ຜິດບາບມີຢູ່ໃນໂລກນີ້ກ່ອນມີກົດບັນຍັດ, ແຕ່ວ່າເມື່ອບໍ່ມີກົດບັນຍັດ ກໍບໍ່ຖືວ່າມີຜິດ.
[14] ເຖິງຢ່າງໃດກໍຕາມ ຄວາມ^ຕາຍໄດ້ຄອບງຳຕະຫລອດມາ ຕັ້ງແຕ່ອາດາມຈົນເຖິງໂມເຊ ແມ່ນວ່າຄົນທີ່ບໍ່ໄດ້ເຮັດບາບຢ່າງດຽວກັບການລະເມີດຂອງ^ອາດາມຜູ້ຊຶ່ງເປັນແບບ ໝາຍເຖິງພຣະຜູ້ທີ່ຈະມາພາຍຫລັງນັ້ນ.
[15] ແຕ່ວ່າຂອງ^ປະທານທີ່ມາດ້ວຍພຣະຄຸນນັ້ນບໍ່ເໝືອນກັບການລະເມີດ ເພາະຖ້າຄົນຈຳນວນຫລວງຫລາຍຕ້ອງຕາຍ ເພາະການລະເມີດຂອງ^ມະນຸດຄົນດຽວ ຫລາຍກວ່ານັ້ນອີກ ພຣະຄຸນຂອງ^ພຣະເຈົ້າ ແລະຂອງ^ປະທານທີ່ມາດ້ວຍພຣະຄຸນຂອງ^ພຣະອົງຜູ້ດຽວ ຄືພຣະເຢຊູ^ຄຣິດເຈົ້າກໍມີບໍຣິບູນແກ່ຄົນຈຳນວນຫລາຍດ້ວຍ.
[16] ແລະຂອງ^ປະທານນັ້ນ ກໍບໍ່ເໝືອນກັບຜົນທີ່ເກີດຈາກບາບກຳຂອງ^ມະນຸດຜູ້ດຽວ ເພາະວ່າການຊົງພິພາກສາ ທີ່ຈະເກີດຂຶ້ນເນື່ອງຈາກການລະເມີດພຽງເທື່ອດຽວ ໄດ້ນຳໄປສູ່ການລົງໂທດ ແຕ່ຂອງ^ປະທານຈາກພຣະເຈົ້າ ພາຍຫລັງການລະເມີດຫລາຍຄັ້ງນັ້ນ ກໍນຳໄປສູ່ຄວາມ^ຊອບທຳ
[17] ຖ້າຫາກວ່າໂດຍການລະເມີດຂອງ^ມະນຸດຄົນດຽວ ເປັນເຫດໃຫ້ຄວາມ^ຕາຍໄດ້ຄອບງຳເພາະຄົນຜູ້ດຽວນັ້ນ ຫລາຍກວ່ານັ້ນອີກ ຄົນຈຳນວນຫລາຍທີ່ຮັບພຣະຄຸນອັນບໍລິບູນ ແລະຮັບຂອງ^ປະທານຄືຄວາມ^ຊອບທຳ ກໍຈະດຳລົງຊີວິດແລະຄອບຄອງໂດຍພຣະອົງຜູ້ດຽວ ຄືພຣະເຢຊູ^ຄຣິດເຈົ້າ.
[18] ເພາະສະນັ້ນ ການ^ພິພາກສາລົງໂທດໄດ້ມາເຖິງຄົນທັງປວງ ເພາະການລະເມີດພຽງເທື່ອດຽວສັນໃດ ການກະທຳອັນຊອບທຳເທື່ອດຽວ ກໍນຳຄວາມ^ຊອບທຳທີ່ໃຫ້ມີຊີວິດ ມາເຖິງທຸກຄົນສັນນັ້ນ.
[19] ດ້ວຍວ່າ, ມະນຸດທຸກຄົນຕົກເປັນຄົນມີບາບກຳ ເພາະມະນຸດຄົນດຽວທີ່ບໍ່ເຊື່ອຟັງສັນໃດ, ຄົນຈຳນວນຫລາຍ ກໍຈະໄດ້ຊົງຖືວ່າເປັນຄົນຊອບທຳ ເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ.
[20] ກົດບັນຍັດຖືກນຳເຂົ້າມາສູ່ໂລກ ກໍເພື່ອໃຫ້ການເຮັດຜິດຈະປາກົດຫລາຍຂຶ້ນ, ແຕ່ບ່ອນໃດມີບາບຫລາຍຂຶ້ນ ບ່ອນນັ້ນກໍມີພຣະຄຸນຂອງ^ພຣະເຈົ້າຫລາຍເພີ່ມຂຶ້ນ.
[21] ເພື່ອວ່າບາບກຳໄດ້ຄອບງຳໃຫ້ເຖິງຊຶ່ງຄວາມ^ຕາຍສັນໃດ ພຣະຄຸນຂອງ^ພຣະເຈົ້າກໍຄອບງຳໃຫ້ເຖິງຊຶ່ງຄວາມ^ຊອບທຳ ທັງນຳພວກເຮົາໄປສູ່ຊີວິດນິຣັນດອນ ໂດຍທາງພຣະເຢຊູ^ຄຣິດເຈົ້າ ອົງ^ພຣະຜູ້^ເປັນເຈົ້າຂອງ^ພວກເຮົາສັນນັ້ນ.