[1] ສ່ວນຜູ້ທີ່ອ່ອນໃນຄວາມເຊື່ອນັ້ນ ຈົ່ງຮັບລາວໄວ້ ຢ່າຖົກຖຽງກັບລາວໃນເລື່ອງຄວາມເຊື່ອທີ່ແຕກຕ່າງກັນ.
[2] ຄົນໜຶ່ງເຊື່ອວ່າກິນຫຍັງກໍໄດ້ໝົດ ແຕ່ຄົນທີ່ມີຄວາມເຊື່ອອ່ອນ ກໍກິນແຕ່ບາງຢ່າງເທົ່ານັ້ນ.
[3] ຢ່າໃຫ້ຄົນທີ່ກິນ ໝິ່ນປະໝາດຄົນທີ່ບໍ່ກິນ ແລະຢ່າໃຫ້ຜູ້ທີ່ກິນແຕ່ບາງ ຢ່າງກ່າວໂທດຜູ້ທີ່ກິນໄດ້ທຸກຢ່າງ ເພາະພຣະເຈົ້າໄດ້ຊົງຮັບເອົາຜູ້ນັ້ນແລ້ວ.
[4] ເຈົ້າແມ່ນຜູ້ໃດຈຶ່ງຕັດສິນຄົນ^ຮັບໃຊ້ຂອງ^ຜູ້ອື່ນ? ຄົນ^ຮັບໃຊ້ນັ້ນຈະສຳເລັດ ຫລືຫລົ້ມເຫລວ ກໍຂຶ້ນຢູ່ກັບນາຍຂອງ^ລາວ, ລາວຈະຕັ້ງໝັ້ນຢູ່ໄດ້ ເພາະອົງພຣະ^ຜູ້^ເປັນເຈົ້າຈະເຮັດໃຫ້ລາວຕັ້ງໝັ້ນຢູ່ໄດ້ແນ່ນອນ.
[5] ຄົນໜຶ່ງຄິດວ່າ ວັນໜຶ່ງດີກວ່າວັນໜຶ່ງອີກ ແຕ່ອີກຄົນໜຶ່ງຄິດວ່າທຸກວັນດີເໝືອນກັນໝົດ ຄວນໃຫ້ທຸກຄົນມີຄວາມ^ແນ່ໃຈໃນຄວາມ^ຄິດຂອງ^ຕົນເອງ.
[6] ຜູ້ທີ່ຖືວັນ ກໍຖືເພື່ອຖວາຍກຽດແດ່ອົງພຣະ^ຜູ້^ເປັນເຈົ້າເໝືອນກັນ ຜູ້ທີ່ກິນ ກໍກິນເພື່ອຖວາຍກຽດແດ່ອົງພຣະ^ຜູ້^ເປັນເຈົ້າ. ດ້ວຍວ່າ, ເພິ່ນໄດ້ໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານນັ້ນ ສ່ວນຜູ້ທີ່ບໍ່ຍອມກິນບາງຢ່າງ ກໍບໍ່ຍອມກິນເພື່ອຖວາຍກຽດແດ່ອົງພຣະ^ຜູ້^ເປັນເຈົ້າ ແລະເພິ່ນກໍຍັງໂມທະນາຂອບພຣະຄຸນພຣະເຈົ້າ.
[7] ບໍ່ມີຜູ້ໃດໃນພວກເຮົາທີ່ມີຊີວິດຢູ່ເພື່ອຕົນເອງ ຫລືຕາຍເພື່ອຕົນເອງ.
[8] ແຕ່ຖ້າພວກເຮົາມີຊີວິດຢູ່ ກໍມີຊີວິດຢູ່ເພື່ອອົງພຣະ^ຜູ້^ເປັນເຈົ້າ ແລະຖ້າພວກເຮົາຕາຍ ກໍຕາຍເພື່ອອົງພຣະ^ຜູ້^ເປັນເຈົ້າ. ສະນັ້ນ ຖ້າພວກເຮົາມີຊີວິດຢູ່ ຫລືຕາຍກໍດີ ພວກເຮົາກໍເປັນຂອງ^ອົງພຣະ^ຜູ້^ເປັນເຈົ້າ.
[9] ເພາະເຫດນີ້ແຫລະ ພຣະຄຣິດໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ກໍເພື່ອຈະໄດ້ຊົງເປັນອົງພຣະ^ຜູ້^ເປັນເຈົ້າຂອງ^ຄົນເປັນແລະຄົນຕາຍ.
[10] ແລ້ວເປັນຫຍັງ ເຈົ້າຈຶ່ງກ່າວໂທດໃສ່ພີ່ນ້ອງຂອງຕົນ? ເປັນຫຍັງເຈົ້າຈຶ່ງໝິ່ນປະໝາດພີ່ນ້ອງຂອງຕົນ? ເພາະວ່າ ພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງ^ພຣະເຈົ້າ.
[11] ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີແລ້ວວ່າ, “ອົງພຣະ^ຜູ້^ເປັນເຈົ້າກ່າວວ່າ, ‘ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ທຸກຄົນຈະຄຸເຂົ່າລົງຂາບໄຫວ້ເຮົາສັນນັ້ນ ແລະທຸກສິ່ງກໍຈະ ຍ້ອງຍໍ^ສັນລະເສີນພຣະເຈົ້າ.’”
[12] ດັ່ງນັ້ນ ພວກເຮົາແຕ່ລະຄົນ ຈຶ່ງຈະຕ້ອງລາຍງານເລື່ອງລາວຂອງ^ຕົນເອງຕໍ່ພຣະເຈົ້າ.
[13] ເຫດສະນັ້ນ ພວກເຮົາຢ່າກ່າວໂທດໃສ່ກັນແລະກັນອີກຕໍ່ໄປ, ແຕ່ຈົ່ງຕັດສິນໃຈເຮັດດັ່ງນີ້ກໍດີກວ່າ ຄືຢ່າເອົາສິ່ງໃດ^ສິ່ງໜຶ່ງທີ່ເຮັດໃຫ້ພີ່ນ້ອງຊູນສະດຸດ ຫລືລົ້ມລົງໃນບາບ ມາຂວາງທາງພີ່ນ້ອງ.
[14] ໝັ້ນໃຈໃນອົງພຣະເຢຊູເຈົ້າວ່າ ບໍ່ມີອັນໃດທີ່ເປັນຂອງ^ຕ້ອງຫ້າມໃນຕົວມັນເອງ; ແຕ່ຖ້າຄົນໃດຄິດວ່າມັນເປັນຂອງ^ຕ້ອງຫ້າມ ສິ່ງນັ້ນກໍເປັນຂອງ^ຕ້ອງຫ້າມສຳລັບລາວ.
[15] ຖ້າພີ່ນ້ອງຂອງ^ເຈົ້າເປັນທຸກໃຈ ເພາະອາຫານທີ່ເຈົ້າກິນ, ເຈົ້າກໍບໍ່ໄດ້ເຮັດດ້ວຍຄວາມຮັກເສຍແລ້ວ ຢ່າໃຫ້ອາຫານທີ່ເຈົ້າກິນນັ້ນ ເປັນເຫດເຮັດໃຫ້ຄົນທີ່ພຣະຄຣິດໄດ້ສິ້ນພຣະຊົນແທນແລ້ວ ຕ້ອງຈິບຫາຍໄປ.
[16] ດັ່ງນັ້ນ ຢ່າເຮັດໃຫ້ສິ່ງທີ່ເຈົ້າຖືວ່າດີນັ້ນ ເປັນສິ່ງທີ່ຄົນອື່ນຕຳໜິໄດ້.
[17] ດ້ວຍວ່າ, ອານາຈັກຂອງ^ພຣະເຈົ້າ ບໍ່ແມ່ນເລື່ອງການກິນແລະການດື່ມ, ແຕ່ແມ່ນເລື່ອງຄວາມ^ຊອບທຳ, ສັນຕິສຸກ ແລະຄວາມ^ຊົມຊື່ນ^ຍິນດີ ທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ.
[18] ເມື່ອຜູ້ໃດບົວລະບັດຮັບໃຊ້ພຣະຄຣິດໃນທຳນອງນີ້ ກໍເຮັດໃຫ້ພຣະເຈົ້າຊົງພໍພຣະໄທ ແລະເຮັດໃຫ້ມະນຸດເຫັນດີດ້ວຍ.
[19] ເຫດສະນັ້ນ ພວກເຮົາຈົ່ງສະແຫວງຫາສິ່ງທັງຫລາຍທີ່ເຮັດໃຫ້ເກີດຄວາມ^ສະຫງົບສຸກ ແລະເຮັດໃຫ້ເກີດຄວາມ^ຈະເລີນແກ່ກັນແລະກັນ.
[20] ຢ່າທຳລາຍກິດຈະການຂອງ^ພຣະເຈົ້າ ຍ້ອນເລື່ອງອາຫານການກິນ ອາຫານທຸກຢ່າງບໍ່ເປັນຂອງ^ຕ້ອງຫ້າມກໍຈິງ, ແຕ່ວ່າຄົນໃດທີ່ກິນອາຫານ ຊຶ່ງເປັນເຫດໃຫ້ຄົນອື່ນຊູນສະດຸດໃຈ ກໍມີຄວາມຜິດ.
[21] ການທີ່ຈະບໍ່ກິນຊີ້ນ ຫລືດື່ມເຫລົ້າ ຫລືເຮັດສິ່ງໃດໆ ຊຶ່ງເປັນເຫດໃຫ້ພີ່ນ້ອງຊູນສະດຸດໃຈ ກໍເປັນການຖືກຕ້ອງຢູ່ແລ້ວ.
[22] ຈົ່ງຍຶດຖືໄວ້ໃຫ້ໝັ້ນ ໃນຄວາມເຊື່ອທີ່ເຈົ້າມີຢູ່ນັ້ນ ລະຫວ່າງເຈົ້າເອງກັບພຣະເຈົ້າ ຜູ້ໃດບໍ່ມີເຫດຜົນ ທີ່ຈະຕຳໜິຕົນເອງໃນສິ່ງທີ່ຕົນເອງເຫັນວ່າດີ ແລ້ວກໍເປັນສຸກ
[23] ແຕ່ຜູ້ທີ່ສົງໄສໃນສິ່ງທີ່ຕົນເອງກິນ ຖ້າຍັງຂືນກິນ ກໍຖືວ່າຜິດ ເພາະລາວບໍ່ໄດ້ກິນຕາມທີ່ຕົນເຊື່ອ ເພາະວ່າສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມ^ເຊື່ອໝັ້ນ ກໍເປັນບາບທັງສິ້ນ.