[1] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ຄວາມ^ປາຖະໜາໃນຈິດໃຈຂອງເຮົາ ແລະຄຳພາວັນນາ^ອະທິຖານຕໍ່ພຣະເຈົ້າສຳລັບຊາວອິດສະຣາເອນ ແມ່ນຂໍໃຫ້ພວກເຂົາໄດ້ພົ້ນ.
[2] ເຮົາເປັນພະຍານໄດ້ວ່າ ພວກເຂົາມີໃຈຮ້ອນຮົນປະຕິບັດພຣະເຈົ້າ, ແຕ່ບໍ່ໄດ້ເປັນໄປຕາມຄວາມຮູ້ ແລະສະຕິປັນຍາ.
[3] ເພາະພວກເຂົາບໍ່ໄດ້ຮູ້ຈັກຄວາມ^ຊອບທຳ ຊຶ່ງພຣະເຈົ້າປະທານໃຫ້ ແຕ່ພວກເຂົາໄດ້ພະຍາຍາມຕັ້ງຄວາມ^ຊອບທຳຂອງ^ພວກເຂົາເອງແທນ, ພວກເຂົາຈຶ່ງບໍ່ຍອມຢູ່ໃຕ້ຄວາມ^ຊອບທຳທີ່ມາຈາກພຣະເຈົ້າ.
[4] ດ້ວຍວ່າ, ພຣະຄຣິດໄດ້ເຮັດໃຫ້ກົດບັນຍັດຖືກຍົກເລີກ ເພື່ອວ່າຜູ້ທີ່ວາງໃຈເຊື່ອທຸກຄົນ ຈະໄດ້ເປັນຄົນຊອບທຳ.
[5] ໂມເຊໄດ້ຂຽນເຖິງຄວາມ^ຊອບທຳຕາມຫລັກກົດບັນຍັດວ່າ, “ຜູ້ໃດທີ່ປະຕິບັດຕາມຫລັກກົດບັນຍັດ ກໍຈະໄດ້ຊີວິດຕາມນັ້ນ.”
[6] ແຕ່ຄວາມ^ຊອບທຳ ຊຶ່ງມີຄວາມເຊື່ອເປັນຫລັກ ກໍກ່າວໄວ້ດັ່ງນີ້ວ່າ, “ຢ່າຄິດໃນໃຈວ່າ, ‘ຜູ້ໃດຈະຂຶ້ນໄປເທິງສະຫວັນ?’” (ຄືນຳເອົາພຣະຄຣິດລົງມາ).
[7] “ຫລື ‘ຜູ້ໃດຈະລົງໄປໃນເຫວເລິກ?’” (ຄືນຳເອົາພຣະຄຣິດໃຫ້ເປັນຄືນມາຈາກຕາຍ).
[8] ແຕ່ຄວາມ^ຊອບທຳນັ້ນໄດ້ກ່າວໄວ້ຢ່າງໃດ ໄດ້ກ່າວວ່າ, “ຖ້ອຍຄຳຂອງ^ພຣະເຈົ້າຢູ່ໃກ້ເຈົ້າ ຢູ່ທີ່ສົບປາກ ແລະຢູ່ໃນໃຈຂອງ^ເຈົ້າ” (ໝາຍເຖິງຖ້ອຍຄຳແຫ່ງຄວາມເຊື່ອ ທີ່ພວກເຮົາປະກາດຢູ່ນັ້ນ).
[9] ຖ້າເຈົ້າຮັບດ້ວຍປາກວ່າ, “ພຣະເຢຊູເຈົ້າຊົງເປັນອົງພຣະ^ຜູ້^ເປັນເຈົ້າ” ແລະເຊື່ອໃນໃຈວ່າ, “ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ” ເຈົ້າກໍຈະໄດ້ພົ້ນ.
[10] ດ້ວຍວ່າ, ມະນຸດເຊື່ອ ກໍເຊື່ອໃນໃຈຂອງ^ຕົນເອງ ຈຶ່ງໄດ້ຊົງຖືວ່າເປັນຄົນຊອບທຳ ແລະທີ່ຍອມຮັບ ກໍຍອມຮັບດ້ວຍປາກ ຈຶ່ງຊົງຖືກໂຜດໃຫ້ພົ້ນ.
[11] ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ບຸກຄົນໃດທີ່ວາງໃຈເຊື່ອໃນພຣະອົງ ຈະບໍ່ໄດ້ຮັບຄວາມ^ອັບອາຍ.”
[12] ເພາະພຣະເຈົ້າບໍ່ໄດ້ຖືວ່າແຕກຕ່າງກັນ ລະຫວ່າງຄົນຢິວແລະຄົນຕ່າງຊາດ, ອົງພຣະ^ຜູ້^ເປັນເຈົ້າ ເປັນອົງພຣະ^ຜູ້^ເປັນເຈົ້າອົງດຽວຂອງ^ຄົນທັງປວງ ແລະອວຍພອນຢ່າງບໍຣິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ.
[13] ເພາະວ່າ, “ທຸກຄົນທີ່ຮ້ອງອອກພຣະນາມຂອງ^ອົງພຣະ^ຜູ້^ເປັນເຈົ້າ ກໍຈະໄດ້ພົ້ນ.”
[14] ແຕ່ຜູ້ທີ່ຍັງບໍ່ທັນໄດ້ເຊື່ອໃນພຣະອົງນັ້ນ ພວກເຂົາຈະທູນຂໍຕໍ່ພຣະອົງໄດ້ຢ່າງໃດ? ແລະຜູ້ທີ່ຍັງບໍ່ໄດ້ຍິນເຖິງເລື່ອງພຣະອົງນັ້ນ ຈະເຊື່ອໃນພຣະອົງໄດ້ຢ່າງໃດ? ແລະເມື່ອບໍ່ມີຜູ້ໃດປະກາດໃຫ້ພວກເຂົາຟັງ ພວກເຂົາຈະໄດ້ຍິນເຖິງເລື່ອງພຣະອົງໄດ້ຢ່າງໃດ?
[15] ແລະຖ້າບໍ່ມີຜູ້ໃດໃຊ້ພວກເຂົາໄປ ພວກເຂົາຈະໄປປະກາດໄດ້ຢ່າງໃດ? ດັ່ງມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຕີນຂອງ^ຜູ້ທີ່ນຳຂ່າວປະເສີດມາ ກໍງົດງາມປານໃດໜໍ”
[16] ແຕ່ບໍ່ແມ່ນທຸກຄົນທີ່ຍອມຟັງຂ່າວປະເສີດນັ້ນ ເພາະເອຊາຢາໄດ້ກ່າວໄວ້ວ່າ, “ພຣະອົງເຈົ້າ^ເອີຍ, ມີຜູ້ໃດແດ່ທີ່ໄດ້ເຊື່ອຟັງໃນຖ້ອຍຄຳ ຕາມທີ່ພວກເຂົາໄດ້ຍິນຈາກພວກຂ້ານ້ອຍນັ້ນ?”
[17] ດັ່ງນັ້ນແຫລະ ຄວາມເຊື່ອເກີດຂຶ້ນໄດ້ກໍເພາະການໄດ້ຍິນ ແລະການໄດ້ຍິນເກີດຂຶ້ນໄດ້ ກໍເພາະການປະກາດເລື່ອງພຣະຄຣິດ.
[18] ແຕ່ເຮົາຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນ ແທ້ຈິງພວກເຂົາໄດ້ຍິນແລ້ວ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ສຽງຂອງ^ພວກເຂົາດັງກ້ອງ ແຜ່ໄປທົ່ວແຜ່ນດິນ^ໂລກ ແລະ ຖ້ອຍຄຳຂອງ^ພວກເຂົາ ກໍເຖິງທີ່ສຸດແຜ່ນດິນ^ໂລກ.”
[19] ເຮົາຖາມອີກວ່າ, “ພວກອິດສະຣາເອນບໍ່ຮູ້ຈັກບໍ?” ໂມເຊເອງເປັນຄົນທຳອິດທີ່ຕອບວ່າ, “ເຮົາຈະເຮັດໃຫ້ເຈົ້າ ເກີດຄວາມ^ອິດສາຊົນຊາດ ທີ່ຍັງບໍ່ເປັນປະເທດ, ເຮົາຈະຍົວະໃຫ້ເຈົ້າ^ທັງຫລາຍ ເຄືອງແຄ້ນປະເທດທີ່ເປັນຊົນຊາດທີ່ໂງ່.”
[20] ຝ່າຍເອຊາຢາກ້າກ່າວວ່າ, “ຄົນເຫລົ່ານັ້ນບໍ່ໄດ້ສະແຫວງຫາເຮົາ ກໍພົບເຮົາ ແລະເຮົາກໍ^ໄດ້ປາກົດແກ່ ຜູ້ທີ່ບໍ່ໄດ້ຖາມຫາເຮົາ.”
[21] ແຕ່ເພິ່ນກ່າວເຖິງພວກອິດສະຣາເອນນັ້ນວ່າ, “ເຮົາໄດ້ຍື່ນມືຂອງເຮົາອອກຕະຫລອດວັນ ເພື່ອຄອຍຮັບໄພ່ພົນຈຳພວກໜຶ່ງ ທີ່ດື້ດ້ານແລະບໍ່ເຊື່ອຟັງ.”