Skip to content
Opens in a new window
Listen to this chapter • 6:01

[1] ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ^ພວກເຮົາ​ຕາມ​ສາຍ​ເລືອດ?

[2] ຖ້າ​ພຣະເຈົ້າ​ຊົງ​ໃຫ້​ເພິ່ນ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ ເພິ່ນ​ກໍ​ຄົງ​ມີ​ສິ່ງ​ທີ່​ອວດອ້າງ​ໄດ້, ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ອັບຣາຮາມ​ບໍ່​ສາມາດ​ອວດອ້າງ​ໄດ້.

[3] ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ ຍ້ອນ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”

[4] ສ່ວນ​ຄົນ​ທີ່​ເຮັດ​ການ ກໍ​ບໍ່​ຖື​ວ່າ​ຄ່າຈ້າງ​ທີ່​ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳເໜັດ ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງງານ​ທີ່​ຕົນ​ໄດ້​ເຮັດ.

[5] ສ່ວນ​ຄົນ​ທີ່​ບໍ່ໄດ້​ອາໄສ​ການ​ປະຕິບັດ ແຕ່​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຜູ້​ຊົງ​ໂຜດ​ຄົນ​ບາບ​ໃຫ້​ເປັນ​ຄົນ​ຊອບທຳ ຄວາມເຊື່ອ​ຂອງ^ຄົນ​ນັ້ນ ກໍ​ຖື​ໄດ້​ວ່າ​ເປັນ​ຄົນ​ຊອບທຳ.

[6] ກະສັດ​ດາວິດ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ^ຜູ້​ທີ່​ພຣະເຈົ້າ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ບໍ່ໄດ້​ອາໄສ​ການ​ປະຕິບັດ​ວ່າ,

[7] “ຜູ້​ຊຶ່ງ​ໄດ້​ຮັບ​ການອະໄພ​ແກ່​ການ​ລ່ວງ​ລະເມີດ​ຂອງຕົນ ແລະ​ການ​ຜິດບາບ​ຂອງຕົນ​ໄດ້​ຊົງ​ໂຜດ​ປົກບັງ​ໄວ້​ແລ້ວ ຜູ້ນັ້ນ​ແຫລະ ກໍ​ເປັນສຸກ

[8] ບຸກຄົນ​ທີ່​ອົງພຣະ^ຜູ້^ເປັນເຈົ້າ​ ບໍ່ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ.”

[9] ຖ້າ​ເປັນ​ດັ່ງນັ້ນ, ຄວາມສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິທີຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”

[10] ເລື່ອງ​ນີ້​ເກີດຂຶ້ນ​ໃນ​ເວລາ​ໃດ? ກ່ອນ​ຫລື​ຫລັງ​ທີ່​ອັບຣາຮາມ​ໄດ້​ຮັບ​ພິທີຕັດ? ເກີດຂຶ້ນ​ກ່ອນ ບໍ່ແມ່ນ​ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ.

[11] ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ເຄື່ອງໝາຍ^ສຳຄັນ ຄື​ເປັນ​ກາປະທັບ​ຂອງ^ຄວາມ^ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ^ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ.

[12] ແລະ​ເພື່ອ​ເພິ່ນ​ຈະ​ເປັນ​ບິດາ​ຂອງ^ຄົນ​ທັງປວງ​ທີ່​ຮັບ​ພິທີຕັດ ແລະ​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ມີ​ຄວາມເຊື່ອ​ຕາມ​ແບບ​ຂອງ^ອັບຣາຮາມ ບິດາ​ຂອງ^ເຮົາ^ທັງຫລາຍ ຊຶ່ງ​ເພິ່ນ​ມີ​ຄວາມເຊື່ອ​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ນັ້ນ.

[13] ພຣະເຈົ້າ​ໄດ້​ສັນຍາ​ກັບ​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ^ເພິ່ນ​ວ່າ ໂລກນີ້​ຈະ​ເປັນ​ຂອງ^ເພິ່ນ ພຣະເຈົ້າ​ໃຫ້​ຄຳສັນຍາ​ນີ້ ບໍ່ແມ່ນ​ຍ້ອນ​ອັບຣາຮາມ​ຖື​ຮັກສາ​ກົດບັນຍັດ ແຕ່​ຍ້ອນ​ເພິ່ນ​ໄດ້​ເຊື່ອ ແລະ​ພຣະເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.

[14] ຖ້າ​ວ່າ​ຄົນ​ທີ່​ຖື​ຕາມ​ກົດບັນຍັດ​ນັ້ນ ຈະ​ເປັນ​ເຈົ້າ​ຂອງ^ມໍຣະດົກ ແລ້ວ​ຄວາມເຊື່ອ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ແລະ​ພຣະສັນຍາ​ກໍ​ບໍ່ມີ​ຄຸນຄ່າ​ເລີຍ.

[15] ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.

[16] ດ້ວຍເຫດນີ້​ເອງ, ການ​ທີ່​ໄດ້​ຮັບ​ມໍຣະດົກ​ນັ້ນ ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະຄຸນ ເພື່ອ​ພຣະສັນຍາ​ນັ້ນ​ຈະ​ເປັນ​ທີ່​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອສາຍ​ຂອງ^ເພິ່ນ​ທຸກຄົນ ແລະ​ບໍ່ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ຖື​ກົດບັນຍັດ​ພວກ​ດຽວ, ແຕ່​ແກ່​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ອັບຣາຮາມ ຜູ້​ເປັນ​ບິດາ​ຂອງ^ພວກເຮົາ​ທັງໝົດ.

[17] ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ^ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ^ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.

[18] ຝ່າຍ​ອັບຣາຮາມ​ນັ້ນ ເມື່ອ​ບໍ່ມີ​ຄວາມຫວັງ​ທີ່​ໜ້າ​ໄວ້ວາງໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້ວາງໃຈ ມີ​ຄວາມຫວັງ​ວ່າ​ຈະ​ເປັນ “ບິດາ​ຂອງ^ມວນ​ປະຊາຊາດ” ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຊື້ອສາຍ​ຂອງ^ເຈົ້າ​ຈະ​ມີ​ຢ່າງ​ຫລວງຫລາຍ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ.”

[19] ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ^ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ^ເພິ່ນ​ທີ່​ເປັນ​ໝັນ.

[20] ເພິ່ນ​ບໍ່ໄດ້​ເສຍ​ຄວາມເຊື່ອ ແລະ​ບໍ່ໄດ້​ສົງໄສ​ໃນ​ຄຳສັນຍາ​ຂອງ^ພຣະເຈົ້າ, ແຕ່​ຄວາມເຊື່ອ​ຂອງ^ເພິ່ນ​ເຂັ້ມແຂງ​ຂຶ້ນ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.

[21] ເພິ່ນ​ເຊື່ອໝັ້ນ​ວ່າ ພຣະເຈົ້າ​ຊົງ​ຣິດອຳນາດ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ຕົນ.

[22] ດ້ວຍເຫດນີ້​ແຫລະ ໂດຍ​ຄວາມເຊື່ອ​ຂອງ^ອັບຣາຮາມ ພຣະເຈົ້າ​ຈຶ່ງ “ຊົງ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.”

[23] ແຕ່​ຄຳ​ວ່າ, “ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ” ບໍ່ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ.

[24] ຄຳ​ເຫລົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ^ຜູ້^ເປັນເຈົ້າ​ຂອງ^ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ.

[25] ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ^ຕາຍ​ແລ້ວ ເພາະ​ບາບກຳ​ຂອງ^ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ^ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.

ໂຣມ — Chapters