[1] ເມື່ອເປັນດັ່ງນັ້ນ ເຮົາຈຶ່ງຖາມວ່າ, “ພຣະເຈົ້າໄດ້ປະຖິ້ມໄພ່ພົນຂອງ^ພຣະອົງແລ້ວບໍ?” ບໍ່ແມ່ນຢ່າງນັ້ນດອກ ເພາະເຮົາເອງກໍເປັນຄົນອິດສະຣາເອນ, ເປັນເຊື້ອສາຍຂອງ^ອັບຣາຮາມ ແລະເປັນຄົນໃນເຜົ່າເບັນຢາມິນ.
[2] ພຣະເຈົ້າບໍ່ໄດ້ປະຖິ້ມໄພ່ພົນຂອງ^ພຣະອົງ ທີ່ພຣະອົງໄດ້ຊົງຮັບຮູ້ເລືອກໄວ້ຕັ້ງແຕ່ກ່ອນແລ້ວ ເຈົ້າທັງຫຼາຍບໍ່ຮູ້ຈັກເລື່ອງທີ່ມີຄຳຂຽນໄວ້ໃນພຣະຄຳພີ ທີ່ກ່າວເຖິງເອລີຢານັ້ນບໍ? ເມື່ອເພິ່ນໄດ້ກາບທູນກ່າວຟ້ອງພວກອິດສະຣາເອນຕໍ່ພຣະເຈົ້າວ່າ,
[3] “ພຣະອົງເຈົ້າ^ເອີຍ, ພວກເຂົາໄດ້ຂ້າພວກຜູ້ທຳນວາຍຂອງ^ພຣະອົງ ແລະທັງໄດ້ທຸບທຳລາຍແທ່ນບູຊາຂອງ^ພຣະອົງດ້ວຍ, ມີແຕ່ຂ້ານ້ອຍຜູ້ດຽວທີ່ເຫລືອຢູ່ ແລະພວກເຂົາກໍກຳລັງຊອກຊ່ອງທາງສັງຫານຂ້ານ້ອຍເໝືອນກັນ.”
[4] ແລ້ວພຣະເຈົ້າໄດ້ຕອບເພິ່ນວ່າຢ່າງໃດ? ກໍຕອບວ່າຢ່າງນີ້, “ເຮົາຍັງມີຄົນເຫລືອຢູ່ສຳລັບເຮົາເຈັດພັນຄົນ ຜູ້ທີ່ບໍ່ໄດ້ຄຸເຂົ່າລົງຂາບໄຫວ້ຮູບບາອານ.”
[5] ດ້ວຍເຫດນັ້ນແຫລະ, ໃນປະຈຸບັນນີ້ກໍເຊັ່ນດຽວ^ກັນຍັງມີພວກທີ່ເຫລືອຢູ່ ຕາມທີ່ພຣະເຈົ້າຊົງເລືອກໄວ້ດ້ວຍພຣະຄຸນຂອງ^ພຣະອົງ.
[6] ແຕ່ຖ້າເປັນທາງພຣະຄຸນ ກໍບໍ່ແມ່ນທາງການປະຕິບັດ ຫລືຖ້າເປັນທາງການປະຕິບັດແລ້ວ ພຣະຄຸນນັ້ນກໍບໍ່ແມ່ນພຣະຄຸນອີກຕໍ່ໄປ.
[7] ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ພົບສິ່ງທີ່ພວກເຂົາຊອກຫານັ້ນ, ແຕ່ແມ່ນຄົນທີ່ພຣະເຈົ້າໄດ້ເລືອກໄວ້ເທົ່ານັ້ນ ທີ່ເປັນຄົນໄດ້ພົບ, ສ່ວນຄົນອື່ນນັ້ນແມ່ນຄົນທີ່ຊົງໃຫ້ເກີດມີໃຈແຂງ^ກະດ້າງໄປ,
[8] ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າໄດ້ເຮັດໃຫ້ຄວາມ^ຄິດ ແລະຈິດໃຈຂອງ^ພວກເຂົາປຶກຕັນ ແລະຈົນເຖິງ^ທຸກ^ວັນນີ້ຕາຂອງ^ພວກເຂົາກໍເບິ່ງບໍ່ເຫັນ ແລະຫູກໍບໍ່ໄດ້ຍິນ.”
[9] ຝ່າຍກະສັດດາວິດກໍກ່າວໄວ້ວ່າ, “ຂໍຊົງໃຫ້ໂຕະອາຫານຂອງ^ພວກເຂົາ ເກີດເປັນບ້ວງແຮ້ວ ແລະເປັນຕາໜ່າງຈັບພວກເຂົາເອງ, ເປັນສິ່ງທີ່ເຮັດໃຫ້ພວກເຂົາສະດຸດໃຈ ແລະເປັນສິ່ງທີ່ນຳຈ່ອງເວນແກ່ພວກເຂົາ
[10] ຂໍຊົງໃຫ້ຕາຂອງ^ພວກເຂົາມືດມົວໄປ ເພື່ອຈະເບິ່ງບໍ່ເຫັນ ແລະໃຫ້ຫລັງຂອງ^ພວກເຂົາກ່ອມລົງ ຢູ່ຕະຫລອດໄປ.”
[11] ດັ່ງນັ້ນແຫລະ ເຮົາຈຶ່ງຖາມວ່າ, ເມື່ອພວກອິດສະຣາເອນຕຳສະດຸດນັ້ນ ພວກເຂົາໄດ້ລົ້ມລົງສູນເສຍໄປຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແຕ່ຍ້ອນພວກເຂົາໄດ້ສະດຸດລົ້ມລົງແລ້ວ ຄວາມ^ພົ້ນຈຶ່ງມາເຖິງຄົນຕ່າງຊາດ, ເພື່ອຈະເຮັດໃຫ້ພວກເຂົາເກີດມີໃຈຫຶງຫວງຂຶ້ນ.
[12] ແຕ່ຖ້າການສະດຸດລົ້ມລົງຂອງ^ຄົນອິດສະຣາເອນ ໄດ້ນຳເອົາພຣະພອນອັນໃຫຍ່ມາສູ່ຊາວໂລກ ແລະຖ້າຄວາມ^ພ່າຍແພ້ຂອງ^ພວກເຂົາ ເປັນເຫດໃຫ້ເກີດຄວາມ^ສົມບູນຂຶ້ນ ຫາກໄດ້ພວກເຂົາເຂົ້າມາເພີ່ມດ້ວຍ ກໍຈະມີພຣະພອນດີກວ່ານັ້ນຈັກພຽງໃດໜໍ.
[13] ບັດນີ້ ເຮົາຂໍກ່າວແກ່ຄົນຕ່າງຊາດວ່າ, ຕາບໃດທີ່ເຮົາຍັງເປັນອັກຄະສາວົກໄປຫາຄົນຕ່າງຊາດ ເຮົາກໍພາກພູມໃຈໃຫ້ກຽດພັນທະກິດຂອງເຮົາ.
[14] ເພື່ອເຮົາຈະໄດ້ຊັກຊວນເພື່ອນຮ່ວມຊາດຂອງເຮົາ ໃຫ້ເກີດມີໃຈຫຶງຫວງ ເພື່ອຈະຊ່ວຍພວກເຂົາບາງຄົນໃຫ້ພົ້ນ.
[15] ດ້ວຍວ່າ, ຖ້າຊົນຊາດພວກເຮົາຖືກປະຖິ້ມ ອັນເປັນເຫດໃຫ້ມະນຸດທັງໂລກ ກັບຄືນມາເປັນມິດກັບພຣະເຈົ້າ ການທີ່ພຣະເຈົ້າຮັບເອົາພວກຢິວກັບຄືນມາຫາພຣະອົງນັ້ນ ກໍເໝືອນກັບວ່າພວກເຂົາໄດ້ຕາຍໄປແລ້ວ ກັບຄືນມາໃໝ່.
[16] ຖ້າເຂົ້າຈີ່ກ້ອນທຳອິດ ຖືກຖວາຍເປັນຜົນແລກແກ່ພຣະເຈົ້ານັ້ນ ເປັນຂອງ^ສັກສິດ ແປ້ງທີ່ນວດແລ້ວທັງອ່າງ ກໍເປັນຂອງ^ສັກສິດແລ້ວເໝືອນກັນ ຖ້າຮາກຕົ້ນໄມ້ຖືກຖວາຍນັ້ນ ເປັນບໍຣິສຸດແລ້ວ ກິ່ງກ້ານທັງໝົດກໍເປັນອັນບໍຣິສຸດຂອງ^ພຣະອົງດ້ວຍເໝືອນກັນ.
[17] ແຕ່ຖ້າພຣະເຈົ້າຊົງຫັກກິ່ງກ້ານບາງສ່ວນຂອງ^ຕົ້ນໝາກກອກເທດບ້ານອອກເສຍ ແລ້ວໄດ້ຊົງໂຜດນຳເຈົ້າ ຜູ້ເປັນກິ່ງຕົ້ນໝາກກອກເທດປ່າ ມາແທນກິ່ງເຫລົ່ານັ້ນ ແລະໃຫ້ເຂົ້າຮ່ວມຮັບນໍ້າຫລໍ່ລ້ຽງອັນບໍຣິບູນຈາກຮາກຕົ້ນກອກເທດນັ້ນ.
[18] ສະນັ້ນແຫລະ ເຈົ້າກໍຢ່າໂອ້ອວດໃສ່ກິ່ງກ້ານທີ່ຖືກຫັກອອກນັ້ນ, ເຈົ້າຈະພູມໃຈໄດ້ຢ່າງໃດ? ຖ້າເຈົ້າໂອ້ອວດໃສ່ກ້ານເຫລົ່ານັ້ນ ຈົ່ງຈື່ຈຳໄວ້ວ່າ ບໍ່ແມ່ນເຈົ້າທີ່ໄດ້ລ້ຽງຮາກ, ແຕ່ແມ່ນຮາກທີ່ລ້ຽງເຈົ້າ.
[19] ແຕ່ເຈົ້າຈະເວົ້າວ່າ ຖືກແລ້ວ ກິ່ງກ້ານເຫລົ່ານັ້ນຖືກຫັກອອກ ກໍເພື່ອຈະເອົາຂ້ອຍຕໍ່ໃສ່.
[20] ຖືກຕ້ອງແລ້ວ ຍ້ອນວ່າພວກເຂົາບໍ່ເຊື່ອ ຈຶ່ງຖືກຫັກອອກ, ແຕ່ທີ່ເຈົ້າຢູ່ໄດ້ນັ້ນ ກໍຍ້ອນຄວາມເຊື່ອຂອງ^ເຈົ້າເທົ່ານັ້ນ. ດັ່ງນັ້ນ ເຈົ້າຢ່າສູ່ເປັນຜູ້ຈອງຫອງ, ແຕ່ຈົ່ງເປັນຜູ້ທີ່ຢຳເກງ.
[21] ເພາະວ່າ ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນຄົນຢິວ ຜູ້ທີ່ເປັນດັ່ງກິ່ງກ້ານເດີມນັ້ນ, ບາງທີພຣະອົງກໍຈະບໍ່ຍົກເວັ້ນເຈົ້າເໝືອນກັນ.
[22] ຈົ່ງພິຈາລະນາເບິ່ງພຣະເມດຕາ ແລະຄວາມ^ເຄັ່ງຄັດຂອງ^ພຣະເຈົ້າ ຄືພຣະອົງສຳແດງຄວາມ^ເຄັ່ງຄັດຕໍ່ພວກທີ່ຫລົງຜິດໄປ ແຕ່ພຣະອົງເມດຕາເຈົ້າ ຖ້າເຈົ້າຕັ້ງໝັ້ນຢູ່ໃນພຣະເມດຕານັ້ນຕໍ່ໄປ, ຖ້າບໍ່^ດັ່ງນັ້ນ ເຈົ້າກໍຈະຖືກຫັກອອກເໝືອນກັນ.
[23] ແລະຖ້າຄົນຢິວບໍ່ສືບຕໍ່ດື້ດ້ານຢູ່ໃນຄວາມ^ບໍ່ເຊື່ອຟັງຂອງ^ພວກເຂົາ, ພວກເຂົາກໍຈະຖືກຕໍ່ເຂົ້າຄືນໃສ່ໃນບ່ອນທີ່ພວກເຂົາເຄີຍເປັນຢູ່ນັ້ນ ເພາະພຣະເຈົ້າຜູ້ມີຣິດເດດສາມາດເຮັດເຊັ່ນນີ້ໄດ້.
[24] ດ້ວຍວ່າ, ຖ້າພຣະເຈົ້າຊົງຕັດເຈົ້າອອກຈາກຕົ້ນກອກປ່າ ທີ່ເປັນໄມ້ປ່າຕາມທຳມະຊາດ ແລະຊົງນຳມາຕໍ່ເຂົ້າກັບຕົ້ນກອກພັນດີ ຊຶ່ງຜິດທຳມະຊາດຂອງ^ມັນແລ້ວ ການທີ່ຈະເອົາກິ່ງເຫລົ່ານັ້ນທີ່ເປັນກິ່ງເດີມ ມາຕໍ່ເຂົ້າກັບຕົ້ນມັນເອງ ກໍຈະງ່າຍກວ່ານັ້ນຫລາຍເທົ່າໃດໜໍ.
[25] ພີ່ນ້ອງທັງຫລາຍ^ເອີຍ ນີ້ຄືຄວາມຈິງອັນລັບເລິກ ຊຶ່ງເຮົາຢາກໃຫ້ພວກເຈົ້າຮູ້ ເພື່ອບໍ່ໃຫ້ພວກເຈົ້າຄິດຖືຕົນວ່າ ເປັນຄົນສະຫລາດ, ຄືວ່າຄວາມ^ດື້ດຶງຂອງ^ຊົນຊາດອິດສະຣາເອນນັ້ນມີພຽງຊົ່ວຄາວ, ຈົນກວ່າຄົນຕ່າງຊາດຈະມາຄົບຈຳນວນໃນການກັບຄືນມາຫາພຣະເຈົ້າ.
[26] ແລ້ວພວກອິດສະຣາເອນທັງໝົດ ກໍຈະຖືກຊ່ວຍໃຫ້ພົ້ນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະ^ຜູ້ໂຜດຊ່ວຍໃຫ້ພົ້ນ ຈະມາຈາກພູເຂົາຊີໂອນ ແລະກຳຈັດຄວາມ^ຊົ່ວຊ້າອະທຳອອກຈາກເຊື້ອສາຍຂອງ^ຢາໂຄບ.”
[27] “ແລະເຮົາຈະເຮັດຄຳໝັ້ນ^ສັນຍານີ້ ກັບພວກເຂົາ ເມື່ອເຮົາອະໄພບາບກຳ ຂອງພວກເຂົາແລ້ວ.”
[28] ຍ້ອນພວກຢິວບໍ່ຍອມຮັບເອົາຂ່າວປະເສີດ ພວກເຂົາຈຶ່ງເປັນສັດຕູຕໍ່ພຣະເຈົ້າ ເພື່ອປະໂຫຍດຂອງ^ພວກເຈົ້າ(ຄົນຕ່າງຊາດ) ແຕ່ຍ້ອນການຊົງເລືອກຂອງ^ພຣະເຈົ້າ ພວກເຂົາຈຶ່ງເປັນຜູ້ທີ່ພຣະເຈົ້າຊົງຮັກ ເພາະເຫັນແກ່ບັນພະບຸລຸດຂອງ^ພວກເຂົາ.
[29] ເພາະພຣະເຈົ້າບໍ່ປ່ຽນໃຈກ່ຽວກັບການຊົງເລືອກ ແລະການໃຫ້ຂອງ^ປະທານ.
[30] ເຈົ້າ^ທັງຫລາຍກໍເໝືອນກັນ ເມື່ອກ່ອນບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ມາບັດນີ້ ພວກເຈົ້າໄດ້ຮັບພຣະເມດຕາ ຍ້ອນພວກຢິວບໍ່ເຊື່ອຟັງພຣະອົງສັນໃດ.
[31] ບັດນີ້ ເຂົາເຫລົ່ານັ້ນກໍບໍ່ໄດ້ເຊື່ອຟັງ ເພື່ອວ່າພວກເຂົາຈະໄດ້ຮັບພຣະກະລຸນາດ້ວຍພຣະຄຸນ ທີ່ໄດ້ຊົງໂຜດແກ່ເຈົ້າ^ທັງຫລາຍສັນນັ້ນ.
[32] ດ້ວຍວ່າ, ພຣະເຈົ້າໄດ້ຊົງເຮັດໃຫ້ມະນຸດທຸກຄົນ ເປັນຊະເລີຍແຫ່ງຄວາມ^ບໍ່ເຊື່ອຟັງ ເພື່ອວ່າພຣະເມດຕາຈະໄດ້ເປັນທີ່ສຳແດງແກ່ເຂົາທຸກຄົນ.
[33] ຄວາມ^ຮັ່ງມີຂອງ^ພຣະເຈົ້າກໍມີຢ່າງລົ້ນເຫລືອ ແລະພຣະສະຕິປັນຍາ ທັງຄວາມ^ຮອບຮູ້ຂອງ^ພຣະອົງກໍແສນເລີດລໍ້າ ການຕັດສິນຂອງ^ພຣະອົງ ກໍເຫລືອທີ່ຈະເຂົ້າໃຈໄດ້ ແລະວິທີທາງຂອງ^ພຣະອົງ ກໍເຫລືອ^ວິໄສທີ່ຈະຄົ້ນຄວ້າໄດ້.
[34] ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດໜໍ ທີ່ຮູ້ຄວາມ^ນຶກຄິດ ຂອງພຣະເຈົ້າໄດ້? ຜູ້ໃດໜໍ ທີ່ສາມາດເປັນທີ່ປຶກສາ ຂອງ^ພຣະອົງໄດ້”
[35] “ຫລືຜູ້ໃດໜໍ ທີ່ໄດ້ຖວາຍສິ່ງໃດ^ສິ່ງໜຶ່ງ ແກ່ພຣະອົງກ່ອນ ເພື່ອວ່າພຣະອົງຈະໄດ້ໃຫ້ບາງສິ່ງ ຕອບແທນແກ່ຕົນ”
[36] ດ້ວຍວ່າ, ສິ່ງສາລະພັດເປັນມາຈາກພຣະອົງ ມີມາດ້ວຍພຣະອົງ ແລະເພື່ອພຣະອົງ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເປັນຂອງ^ພຣະອົງຕະຫລອດ^ໄປ^ເປັນນິດເທີ້ນ ອາແມນ.